ເປັນຫຍັງສຸຂະພາບຈິດ ແລະຄວາມເປັນຢູ່ທີ່ດີ ຂອງຜູ້ຊາຍຈຶ່ງສໍາຄັນ?

Rear view of son and elderly father sitting together at home. Son caring for his father, putting hand on his shoulder, comforting and consoling him. Family love, bonding, care and confidence

Men often feel trapped by complex cultural values, beliefs, traditions, expectations, and perceptions of manhood. Credit: AsiaVision/Getty Images

ຜູ້ຊາຍຫລາຍຄົນ ຖືກສອນໃຫ້ເຂັ້ມແຂງ ໃນການປະເຊີນກັບຄວາມຍາກລໍາບາກ. ຢ່າງໃດກໍຕາມ, ເມື່ອເຮັດຕາມຄວາມຝັນຂອງເຂົາເຈົ້າ ໃນການຕັ້ງຖິ່ນຖານໃໝ່ ໃນອອສເຕຣເລັຍ, ສິ່ງຕ່າງໆ ອາດສົ່ງຜົນກະທົບທາງຄວາມຮູ້ສຶກ ຊຶ່ງນໍາໄປສູ່ ຄວາມສໍາພັນໃນຄອບຄົວທີ່ເຄັ່ງຕຶງ ແລະຄວາມຝັນ ທີ່ແຕກສລາຍ.


ຈຸດສໍາຄັນ
  • ໂຄງການ ປ່ຽນແປງພຶດຕິກັມ ຂອງຜູ້ຊາຍ (Men's Behaviour Change Programs) ແມ່ນຊ່ວຍ ຜູ້ຊາຍທີ່ເຄີຍໃຊ້ຄວາມຮຸນແຮງ ໃນຄວາມສໍາພັນໃນຄອບຄົວ, ໃຫ້ມີການປ່ຽນແປງ ໃນທາງບວກ.
  • ໂຄງການທີ່ຖືກປັບແຕ່ງທາງວັດທະນະທັມ ແລະ ທາງພາສາ ກໍາລັງເກີດຂຶ້ນ ເພື່ອຮວມເອົາຊຸມຊົນຫຼາຍວັດທະນະທັມ.
  • ກະແຈສໍາຄັນ ໃນການປັບປຸງຄວາມສໍາພັນ ໃນຄອບຄົວ ແມ່ນການຮັບຮູ້ວ່າ ບາງຄັ້ງ ການປ່ຽນແປງຫນ້າທີ່ໃນຄົວເຮືອນ ແມ່ນສິ່ງຈໍາເປັນ ໃນສະພາບການ ຂອງອອສເຕຣເລັຍ.
ການສ້າງຊີວິດທີ່ດີ ໃນອອສເຕຣເລັຍ ແມ່ນຄວາມຝັນ ທີ່ຫຼາຍຄົນມີຄ້າຍຄືກັນ ຕອນມາຮອດ ອອສເຕຣເລັຍໃໝ່ໆ.

ແຕ່ຄວາມຝັນນັ້ນ ອາດຈະປະເຊີນກັບອຸບປະສັກ ຫລືຈົບລົງ ໃນການແຕກພັງ ຂອງຄວາມສໍາພັນ.

ທ່ານນາງ Jessica Harkins ຜູ້ຈັດການປະຕິບັດ ຄວາມຮຸນແຮງທາງເພດ ໃນຄອບຄົວ ແລະປະຕິບັດຄວາມຮຸນແຮງ ທາງເພດ (Domestic Family and Sexual Violence Practice Manager) ຂອງ ກ່າວວ່າ SSI ສເນີໂຄງການ'ສ້າງຄອບຄົວທີ່ເຂັ້ມແຂງ ໃນການຮ່ວມມືກັບ Relationships Australia NSW ສໍາລັບຜູ້ຊາຍທີ່ມີອາຍຸສູງກວ່າ 18 ປີ ທີ່ໄດ້ໃຊ້ຄວາມຮຸນແຮງຫຼື ພຶດຕິກັມທີ່ຮ້າຍແຮງ ໃນຄວາມສໍາພັນ ໃນຄອບຄົວ.

ນາງອະທິບາຍວ່າ 'ໂຄງການປ່ຽນແປງພຶດຕິກັມຂອງຜູ້ຊາຍ ໄດ້ດໍາເນີນຢູ່ໃນ ອອສເຕຣເລັຍ ມາເປັນເວລາຫຼາຍກວ່າສິບປີແລ້ວ. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ແນ່ໃຈວ່າ ບໍ່ມີໃຜຖືກປະຖິ້ມໄວ້ທາງຫຼັງ, ໂຄງການທີ່ຖືກປັບແຕ່ງ ທາງວັດທະນະທັມ ແມ່ນເລີ່ມພ້ອມໃຊ້ງານ ເພື່ອຊ່ວຍເຫຼືອຜູ້ຊາຍ ໃນການປ່ຽນແປງ ໃນປະເທດໃຫມ່.

ໂຄງການ ສ້າງຄອບຄົວທີ່ເຂັ້ມແຂງ (Building Stronger Families) ປະກອບດ້ວຍ casework ແລະ group work. ງານກຸ່ມ ນີ້ດໍາເນີນໄປເປັນເວລາ 18 ອາທິດ ໃນພາສາ Arabic ແລະກ່ອນຫນ້ານີ້ ເປັນພາສາ Tamil.

Ghassan Noujaim ທີ່ເກີດຢູ່ເລບານອນ ແລະອະດີດ ຜູ້ອໍານວຍຄວາມສະດວກໃນໂຄງການ Building Stronger Families ກ່າວວ່າ ໃນບາງວັດທະນະທັມ, ຜູ້ຊາຍ ມັກຈະຖືກຖືວ່າ ເປັນຫົວຫນ້າຄອບຄົວ. ທ່ານກ່າວຕື່ມອີກວ່າ ມີຄວາມຄາດຫວັງ ທີ່ວ່າເປັນຫົວໜ້າຄອບຄົວ, ຜູ້ຫາລ້ຽງຄອບຄົວ ແລະດ້ວຍເຫດນີ້, ຄວນຮັບຟັງ ແລະປະຕິບັດຕາມ.

Mr Noujiam ອະທິບາຍວ່າ ຍັງມີຄວາມຮູ້ສຶກວິຕົກກັງວົນ ຈາກການຕັ້ງຖິ່ນຖານ ທີ່ມັກຈະບໍ່ໄດ້ຮັບການຈັດການ ເມື່ອເຄີຍມີອາຊີບທີ່ໃຊ້ທັກສະ ຕ້ອງກາຍເປັນຄົນບໍ່ມີວຽກເຮັດ ໃນອອສເຕຣເລັຍ ດ້ວຍເຫດຜົນຕ່າງໆ.
ຖ້າຂ້ອຍຮ້ອງໄຫ້-ຂ້ອຍບໍ່ແມ່ນຜູ້ຊາຍ. ຖ້າຂ້ອຍຂໍຄວາມຊ່ວຍເຫຼືອ ຫຼືຖ້າຂ້ອຍອ່ອນແອ-ຂ້ອຍບໍ່ແມ່ນຜູ້ຊາຍ.
Ghassan Noujaim
ທ່ານກ່າວຕື່ມວ່າ ຜູ້ຊາຍມັກຈະຮູ້ສຶກຕິດຢູ່ໃນບ້ວງ ຂອງຄ່ານິຍົມທາງວັດທະນະທັມ ທີ່ຊັບຊ້ອນ, ຄວາມເຊື່ອຖື, ປະເພນີ, ຄວາມຄາດຫວັງ, ແລະຄວາມເຂົ້າໃຈ ກ່ຽວກັບການເປັນຜູ້ຊາຍ.

ແຕ່ຄວາມຮູ້ສຶກຂອງຄວາມຝັນທີ່ບໍ່ເປັນຄວາມຈິງນັ້ນ ບໍ່ຈໍາເປັນຕ້ອງຈົບລົງດ້ວຍຄວາມຮຸນແຮງ.

ອີງຕາມ ທ່ານ Dr Ndi, ຄູຝຶກຊີວິດ ແລະ ຜູ້ນໍາທີມທີ່ປຶກສາ ທີ່ Relationships Australia ໃນ South Australia, ການຮັບຮູ້ ແລະ ຈັດການກັບອຸບປະສັກບາງຢ່າງ ໃນການໃຊ້ຊີວິດທີ່ດີ ເປັນບາດກ້າວທໍາອິດ ໃນການເລີ້ມການປ່ຽນແປງໃນທາງບວກ ເຊິ່ງອາດຈະປະເຊີນຫນ້າແລະທ້າທາຍໃນເວລາດຽວກັນ.

ດຣ Ndi ກ່າວວ່າ ບົດບາດທີ່ເຄີຍເຊື່ອມໂຍງກັບເອກະລັກຂອງຜູ້ຄົນ ບາງຄັ້ງ ກໍປະສົບກັບການສູນເສັຍຢ່າງກະທັນຫັນ ໃນສະຖານທີ່ໃຫມ່.

ການສລັບບົດບາດຂອງເພດ ແບບດັ້ງເດີມນີ້ ມັກຈະເກີດຂຶ້ນໃນຄອບຄົວ ເມື່ອຜູ້ຍິງກາຍເປັນຜູ້ຫາລ້ຽງ ໃນຂນະທີ່ຜູ້ຊາຍຕ້ອງດູແລຄອບຄົວ.
ຄວາມຈິງທີ່ວ່າ ບົດບາດທີ່ກໍາລັງປ່ຽນແປງ ບໍ່ໄດ້ເຮັດໃຫ້ທ່ານມີຄຸນຄ່າຫນ້ອຍລົງ ຫລືມີສ່ວນຮ່ວມຫນ້ອຍລົງ ແລະການຍອມຮັບຄວາມຈິງ ທີ່ວ່າ ການດໍາລົງຊີວິດ ຢູ່ໃນສະພາບການທີ່ແຕກຕ່າງກັນ ຈໍາເປັນຕ້ອງປ່ຽນແປງນັ້ນ.
Dr Sumbo Ndi
ດໍາເນີນໂຄງການ ເພື່ອໃຫ້ຄວາມຮູ້ ແກ່ຊາຍ ຍິງ ແລະຊາວຫນຸ່ມອາຟຣິກາ ໃນ Adelaide ກ່ຽວກັບຄວາມຮຸນແຮງ ໃນຄອບຄົວ.

Dr Ndi ກ່າວວ່າ ເຖິງແມ່ນວ່າ ຄວາມຮຸນແຮງໃນຄອບຄົວ ມັກຈະເຫັນວ່າ ເປັນຫົວຂໍ້ຕ້ອງຫ້າມ, ການປ່ຽນແປງ ທີ່ມີປະສິດທິພາບ ຈະເກີດຂຶ້ນໄດ້ ກໍເມື່ອຜູ້ຄົນສົນທະນາກັນຢ່າງເປີດເຜີຍ ໃນສະພາບແວດລ້ອມ ທີ່ປອດພັຍ ແລະໄດ້ຮັບການສນັບສນູນ ເທົ່ານັ້ນ.

"ເຂົາເຈົ້າ ເຂົ້າໃຈດ້ານການກະທຳຂອງມັນ ໃນການຕີໃຜຜູ້ຫນຶ່ງ ແຕ່ຍັງສາມາດ ສົນທະນາກັນ ເລື່ອງການຂົ່ມເຫັງທາງອາລົມ, ການຂົ່ມເຫັງທາງດ້ານຈິດໃຈ, ການທໍາຮ້າຍທາງເພດ ຫລືແມ່ນແຕ່ ທາງການເງິນນໍາອີກ."

ໃນການຄົ້ນຫາຄວາມຫມາຍຂອງການສ້າງຊີວິດທີ່ດີ ແລະ ຄອບຄົວທີ່ເຂັ້ມແຂງ, Dr Ndi ຊຸກຍູ້ໃຫ້ສະມາຊິກໃນຊຸມຊົນ ຮຽນຮູ້ກ່ຽວກັບທັດສະນະ ແລະປະສົບການ ຂອງກັນແລະກັນ ໃນຂນະທີ່ພວກເຂົາປັບຕົວໃຫ້ເຂົ້າກັບຊີວິດໃນ ອອສເຕຣເລັຍ.

ແລະບາງເທື່ອ, ການປ່ຽນແປງບົດບາດຂອງເພດ ອາດຫມາຍຄວາມວ່າ ຄວາມສຳພັນ ຊຶ່ງກັນແລະກັນ ຈະແຕກຕ່າງກັນ.
Dad with laundry  Getty Images_MoMo Productions  .jpg
Men's mental health matter, because their mental health and overall well-being are fundamental to the overall wellbeing of the community.
Andrew King, ຜູ້ຈັດການກຸ່ມ ແລະສຶກສາຊຸມຊົນ ຂອງ ເປັນຜູ້ຂຽນ ແລະເປັນຜູ້ຊ່ຽວຊານດ້ານຄວາມເປັນຢູ່ທີ່ດີຂອງຜູ້ຊາຍ.

ລາວແນະນໍາ ໃຫ້ເລີ່ມຕົ້ນການປ່ຽນແປງຂອງທ່ານ ໂດຍການພິຈາຣະນາ ສິ່ງທີ່ທ່ານຢາກປະຖິ້ມໄວ້ ໃຫ້ລູກຂອງທ່ານ.

"ທ່ານຢາກໃຫ້ເຂົາເວົ້າຫຍັງກ່ຽວກັບທ່ານ? ຂອບໃຈ ພໍ່, ຂ້ອຍຮູ້ບຸນຄຸນແທ້ໆທີ່ເຈົ້າ... ແມ່ນຫຍັງຈະແມ່ນຄຳເວົ້າສຸດທ້າຍໃນປໂຍກຂອງພວກເຂົາ?" Mr King ກ່າວ.

ຕາມທີ່ Mr King ກ່າວ, ຜູ້ຊາຍ ມັກຈະຮຽນຮູ້ການສະແດງອອກ ຂອງຄວາມຮູ້ສຶກ ທີ່ບໍ່ເຫມາະສົມ ຕາມວິທີ ທີ່ເຂົາໄດ້ເຫັນເຖິງຄວາມເປັນຜູ້ຊາຍ ໃນຕອນທີ່ເຂົາ ກຳລັງເຕີບໃຫຍ່.
ລາວເວົ້າວ່າ, ຫນ້າເສັຍດາຍ ທີ່ຜູ້ຊາຍໄດ້ຮຽນຮູ້ ທີ່ຈະປິດບັງຄວາມຮູ້ສຶກຂອງເຂົາເຈົ້າ ເມື່ອເຂົາເຈົ້າເຕີບໃຫຍ່ຂຶ້ນ ແລະສ້າງຄວາມສໍາພັນ.

Mr King ຊຸກຍູ້ ໃຫ້ປ່ອຍຄວາມຄິດເກົ່າໆ ແລະສະແດງຄວາມຮູ້ສຶກ ຂອງທ່ານ ຕໍ່ຜູ້ທີ່ມີຄວາມສໍາຄັນຕໍ່ທ່ານ ຫລືຂໍຄວາມຊ່ອຍເຫລືອ ຈາກຜູ້ຊ່ຽວຊານ ກ່ອນທີ່ຈະໄປເຖິງຈຸດວິກິດ.

ລາວເວົ້າວ່າ ບາງຄັ້ງຄວາມຮູ້ສຶກ ແລະອາຣົມ ທີ່ຖືກກົດໄວ້ນັ້ນ ອາດຈະລະເບີດຂຶ້ນ ຄືກັບພູເຂົາໄຟ ເຊິ່ງນໍາໄປສູ່ພຶດຕິກັມທີ່ຮ້າຍແຮງ.

ຄໍາແນະນໍາຂອງລາວແມ່ນ ຮວມເຖິງການນໍາເອົາເທັກນິກ ການສື່ສານດັ່ງຕໍ່ໄປນີ້ ກ່ອນການສົນທະນາ ທີ່ສຳຄັນ:
  • ຄ່ອຍໆຮັບຟັງ ຄວາມຄິດເຫັນ ຂອງອີກຝ່າຍນຶ່ງ
  • ເຄົາລົບ ຄວາມຄິດຂອງຄົນອື່ນ ໂດຍບໍ່ຄາດຫວັງວ່າ ພວກເຂົາເຊື່ອຟັງ ຄວາມຄິດເຫັນຂອງທ່ານ
  • ຮັບຮູ້ຄວາມຄິດ ແລະຄວາມຮູ້ສຶກຂອງທ່ານເອງ
  • ນັ່ງລົງ ເພື່ອໃຫ້ພະລັງງານຂອງທ່ານເປັນສູນກາງ
  • ໃຫ້ຜ່ອນຄາຍ ກ່ອນທີ່ຈະມີການສົນທະນາ ທີ່ສຳຄັນ
  • ຢ່າໃຊ້ສານມຶນເມົາ ເຊັ່ນເຫຼົ້າ ກ່ອນການສົນທະນາ
Child on shoulders in sunset   Getty Images_Aliyev Alexei Sergeevich.jpg
Men are often fathers, brothers, and partners, and their mental health has a direct impact on their families. A man's wellbeing can influence the emotional health of his loved ones.
ຈາກຝ່າຍຂອງລາວ, Dr Ndi ຊຸກຍູ້ໃຫ້ຍອມຮັບຄວາມອ່ອນແອຂອງທ່ານ ເພື່ອເຮັດການປ່ຽນແປງທີ່ຈໍາເປັນ.
ບໍ່ເປັນຫຍັງ ທີ່ຈະດີ້ນລົນໃນບາງເທື່ອ.ບໍ່ເປັນຫຍັງ ທີ່ຈະເວົ້າ ແລະບໍ່ເປັນຫຍັງ ທີ່ຈະຂໍຄວາມຊ່ວຍເຫຼືອ.
Dr Sumbo Ndi
ທ່ານສາມາດຊອກຫາເພີ່ມເຕີມ ກ່ຽວກັບໂຄງການທີ່ຄ້າຍຄືກັນ ຈາກRelationships Australia ໃນທົ່ວປະເທດ, ຫຼືໂທຣະສັບໄປທີ່ 1300 364 277 ສໍາລັບຄ່າໃຊ້ຈ່າຍ ໃນການໂທຣະສັບໃນທ້ອງຖິ່ນ.

ຜູ້ຊາຍ ທີ່ມີປັນຫາທາງອາລົມ ຫຼືຄວາມສໍາພັນ ສາມາດໂທຫາ Australia ໄດ້ ທີ່ 1300 789 978 ສໍາລັບການໃຫ້ຄໍາແນະນໍາຟຣີ ຕລອດ 24 ຊົ່ວໂມງ.

ໂທຫາຫນ່ວຍງານ ແປພາສາ ແລະລ່າມ ແຫ່ງຊາດ () ທີ່ 13 14 50 ແລະ ຖາມຂໍອົງກອນທີ່ທ່ານຕ້ອງການ ຖ້າຫາກວ່າທ່ານຕ້ອງການ ການສນັບສນູນ ດ້ານພາສາ.

ເນື້ອເລື່ອງໂດຍ Amy Chien Yu Wang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share