ປະຕິກິຣິຍາ ຕໍ່ຜົນເລືອກຕັ້ງໃນໃຕ້ຫວັນ.

TAIWAN ELECTIONS/AAP

ພວກສນັບສນຸນ ພັກກ້າວຫນ້າປະຊາທິປະໄຕ (Democratic Progressive Party) ຂອງໄຕ້ຫວັນ (DPP) ສເລີມສລອງໄຊຊນະ ຂອງຜູ້ສມັກຕຳແນ່ງປະທານາທິບໍດີ William Lai Ching-te. Source: EPA / RITCHIE B. TONGO/EPA

ພັກ Democratic Progressive Party ຂອງໄຕ້ຫວັນ ໄດ້ຊນະການເລືອກຕັ້ງເປັນສມັຍທີສາມ ຊຶ່ງເປັນປວັດການ ເຖິງແມ່ນວ່າຈະບໍ່ໄດ້ເປັນສຽງສ່ວນໃຫຍ່ໃນສະພາກໍຕາມ. ປັກກິ່ງຍັງສາມາດວາງທ່າວ່າ ໃຕ້ຫວັນເປັນສ່ວນນຶ່ງຂອງຈີນ ແລະ ການຮວມກັນກັບຈີນແຜ່ນດິນໃຫຍ່ ແມ່ນສິ່ງທີ່ "ຫຼີກລ້ຽງບໍ່ໄດ້".


ປະຕິກິຣິຍາ ຕໍ່ຜົນເລືອກຕັ້ງໃນໃຕ້ຫວັນ.

ພັກ Democratic Progressive Party ຂອງໄຕ້ຫວັນ ໄດ້ຊນະການເລືອກຕັ້ງເປັນສມັຍທີສາມ ຊຶ່ງເປັນປວັດການ.

ຮອງປະທານາທິບໍດີ ຄົນປະຈຸບັນ, ທ່ານ William Lai Ching-Te ໄດ້ປະກາດໄຊຊນະໃນນະໂຍບາຍ ການເປັນເອກກະຣາດ, ໃນຜົນເລືອກຕັ້ງ ທີ່ໄດ້ຖືກເຫັນຢ່າງກວ້າງຂວາງວ່າ ເປັນການປະຕິເສດ ຕໍ່ຄວາມກົດດັນພາຍນອກ ຈາກປັກກິ່ງ.

Penry Buckley ລາຍງານ.

ພວກສນັບສນຸນ ພັກກ້າວຫນ້າປະຊາທິປະໄຕ (Democratic Progressive Party) ຂອງໄຕ້ຫວັນ (DPP) ໄດ້ຕີກອງ ເພື່ອປະຊາທິປະໄຕ ໃນຂນະທີ່ ພວກເຂົາເຈົ້າສເລີມສລອງໄຊຊນະ ຂອງຜູ້ສມັກຕຳແນ່ງປະທານາທິບໍດີ William Lai Ching-Te.

ທ່ານ Lai, ອາຍຸ 64 ປີ, ຮອງປະທານາທິບໍດີຄົນປະຈຸບັນ ຂອງເກາະ ທີ່ມີປະຊາກອນ 23 ລ້ານຄົນ ທີ່ຈີນອ້າງວ່າ ເປັນຂອງຕົນ, ໂດຍທີ່ປະທານາທິບໍດີ ຄົນປະຈຸບັນ, ທ່ານນາງ Tsai Ing-wen ຕ້ອງລາອອກ ຫຼັງຈາກຄົບສອງສມັຍຂອງລາວ.

ຜົນການເລືອກຕັ້ງ ປາກົດວ່າ DPP ໄດ້ຮັບ 5.6 ລ້ານຄະແນນສຽງ ຫຼື 40%, ຊຶ່ງເຮັດໃຫ້ພັກ DPP ກັບມາເປັນຣັຖບານ ເປັນສມັຍທີສາມຕິດຕໍ່ກັນ, ເຖິງແມ່ນວ່າປັກກິ່ງ ຈະຊຸກຍູ້ຜູ້ລົງຄະແນນສຽງ ດ້ວຍການປະນາມ ດຣ. Lai ວ່າເປັນຜູ້ແບ່ງແຍກທີ່ອັນຕະຣາຍ.

ຜູ້ສນັບສນູນ DPP ຄົນນີ້ ໄດ້ກ່າວວ່າລາວ "ພູມໃຈ" ທີ່ປະເທດຂອງລາວ ເລືອກທີ່ຈະປະຕິເສດ ຄໍາເຕືອນຂອງປັກກິ່ງ.

"ພວກເຮົາ ເລືອກປະທານາທິບໍດີ ຂອງພວກເຮົາເອງ ໃນໄຕ້ຫວັນ. ພວກເຮົາ ເປັນປະເທດ. ພວກເຮົາເປັນປະເທດ. ພວກເຮົາ ເປັນແສງສວ່າງຂອງໂລກ. ພວກເຮົາ ຮັກເສຣີພາບ. ພວກເຮົາ ຮັກປະຊາທິປະໄຕ."

ດຣ. Lai ໄດ້ສັນຍາວ່າ ຈະເສີມສ້າງຄວາມຍຸຕິທັມທາງສັງຄົມ, ລວມທັງ ການປ້ອງກັນ ແລະເສດຖະກິດຂອງປະເທດ, ເຊິ່ງຂຶ້ນຢູ່ກັບການຄ້າກັບຈີນຢ່າງຫນັກ.

ໃນຄໍາປາໄສຕໍ່ໄຊຊນະ, ທ່ານໄດ້ບອກກັບພວກສນັບສນຸນວ່າ ທ່ານມຸ່ງໝັ້ນ ທີ່ຈະປ້ອງກັນໄຕ້ຫວັນ ຈາກ "ໄພຄຸກຄາມ ແລະການຂົ່ມຂູ່" ຂອງຈີນ.

"ຊາວໄຕ້ຫວັນ ໄດ້ເຮັດ ໃນການຕ້ານການແຊກແຊງ ຂອງກໍາລັງພາຍນອກ ໄດ້ສໍາເລັດ ເພາະວ່າ ພວກເຮົາເຊື່ອ ໃນການເລືອກຕັ້ງປະທານາທິບໍດີ ຂອງເຮົາເອງ...ພວກເຮົາ ບໍ່ໄດ້ມີສ່ວນ ໃນການທ້າທາຍໃດໆ. ໄຕ້ຫວັນ ພຽງແຕ່ຕ້ອງການ ທີ່ຈະຮັກສາແນວທາງຊີວິດ ແບບປະຊາທິປະໄຕ ແລະເສຣີຂອງຕົນເທົ່ານັ້ນ."

ແຕ່ໄຊຊນະ ໄດ້ບໍ່ໄດ້ຖ້ວມທົ້ນ ຄືກັບເມື່ອສີ່ປີກ່ອນ ຊຶ່ງພັກໄດ້ຮັບການເລືອກຕັ້ງຫລາຍກວ່າ 50 ເປີເຊັນ.

ເຊື່ອກັນວ່າ ປັກກິ່ງໄດ້ສົ່ງເສີມ ພັກ Nationalist ທີ່ເປັນມິດກັບຈີນຫລາຍກວ່າ ຊຶ່ງຮູ້ກັນໃນນາມ Kuomintang ຫຼື KMT, ຊຶ່ງໄດ້ຮັບຄະແນນສຽງ 33.5% ໃນປີນີ້.

ທ່ານ Hou Yu-ih ຜູ້ລົງແຂ່ງຂັນຕໍາແຫນ່ງ ຂອງພັກ Nationalist ຄືກັນກັບທ່ານ Lai ໄດ້ສັນຍາວ່າ ຈະເລີ້ມການເຈລະຈາກັບຈີນຄືນໃຫມ່ ແຕ່ໄດ້ປະຕິຍານວ່າ ຈະບໍ່ນຳໄປສູ່ ການເປັນອັນຫນຶ່ງອັນດຽວກັນ ຂອງສອງຝ່າຍ ຂອງຊ່ອງແຄບໄຕ້ ຫວັນ ຖ້າຫາກຊນະການເລືອກຕັ້ງ.

ໃນຄໍາປາໄສຍອມຮັບການພ່າຍແພ້ການເລືອກຕັ້ງ, ທ່ານ Hou ໄດ້ຂໍໂທດ ທີ່ບໍ່ໄດ້ມອບອໍານາດຄືນ ແກ່ KMT, ຊຶ່ງໄດ້ປົກຄອງໄຕ້ຫວັນ ພາຍໃຕ້ກົດອັຍການເສິກ (Martial Law) ເປັນເວລາເກືອບສີ່ສິບປີ ກ່ອນການປະຕິຮູບ ປະຊາທິປະໄຕໃນປີ 1980.

"ຂ້າພະເຈົ້າ ບໍ່ໄດ້ເຮັດວຽກຫນັກພໍ, ແລະຂ້າພະເຈົ້າ ເສັຍໃຈຢ່າງຍິ່ງ ທີ່ຂ້າພະເຈົ້າບໍ່ປະສົບຜົນສໍາເລັດ ໃນພາລະກິດ ຫມູນວຽນຂອງພັກການເມືອງ, ຂ້າພະເຈົ້າ ເຮັດໃຫ້ທຸກຄົນຜິດຫວັງ. ໃນທີ່ນີ້ ຂ້າພະເຈົ້າ ຢາກສະແດງຄໍາຂໍໂທດຢ່າງເລິກຊຶ້ງ ແລະຈິງໃຈທີ່ສຸດ ຂອງຂ້າພະເຈົ້າ. ຂ້າພະເຈົ້າ ຮູ້ສຶກເສັຍໃຈ ທີ່ເຮັດໃຫ້ທຸກຄົນຜິດຫວັງ."

ຜູ້ສມັກຄົນທີສາມ ໃນການແຂ່ງຂັນ, ທ່ານ Ko Wen-je ຂອງພັກປະຊາຊົນ ໄຕ້ຫວັນ (Taiwan People’s Party) ທີ່ນ້ອຍກວ່າ ຫຼື TPP ຍັງໄດ້ດຶງເອົາ ການສນັບ ສນູນ ຈາກຊາວຫນຸ່ມ ທີ່ຕ້ອງການທາງເລືອກອື່ນ ນອກຈາກພັກຝ່າຍຄ້ານ ແບບເກົ່າ ຂອງໄຕ້ຫວັນ ໂດຍເນັ້ນໃສ່ ການປະຕິຮູບເສດຖະກິດ ແລະທີ່ຢູ່ອາສັຍ ໃນປະເທດ.

ພັກຂອງທ່ານ Ko ໄດ້ຮັບຄະແນນສຽງ 26.5% ໂດຍໄດ້ຮັບແປດບ່ອນນັ່ງ, ພັກ

DPP ໄດ້ 51 ບ່ອນນັ່ງ, ໃນຂນະທີ່ KMT ໄດ້ 52 ບ່ອນນັ່ງ ພາຍໃຕ້ລະບົບ First-Past-The-Post System ຂອງໄຕ້ຫວັນ.

ປັກກິ່ງ ໄດ້ສວຍໂອກາດ ໃນໄຊຊນະທີ່ບໍ່ໄດ້ຮັບສຽງສ່ວນໃຫຍ່ ຂອງພັກ DPP ໂດຍອ້າງວ່າ ການຮວມກັນກັບຈີນແຜ່ນດິນໃຫຍ່ ແມ່ນສິ່ງທີ່ "ຫຼີກລ້ຽງບໍ່ໄດ້" ໃນຄໍາ ຖແລງການ ຈາກສຳນັກງານ ກິດຈະການໄຕ້ຫວັນ (Taiwan Affairs Office) ຂອງຕົນ ທີ່ອ່ານຢູ່ໃນເຄືອຂ່າຍ CCTV ຂອງຣັດ.

"ຜົນຂອງການເລືອກຕັ້ງສອງຄັ້ງ ຢູ່ໄຕ້ຫວັນ ສະແດງໃຫ້ເຫັນວ່າ ພັກປະຊາທິປະໄຕກ້າວຫນ້າ (Democratic Progressive Party) ບໍ່ໄດ້ເປັນຕົວແທນ ຂອງຄວາມຄິດເຫັນ ຂອງປະຊາຊົນສ່ວນໃຫຍ່ ຂອງເກາະນັ້ນ. ໄຕ້ຫວັນ ແມ່ນໄຕ້ຫວັນຂອງຈີນ. ການເລືອກຕັ້ງຄັ້ງນີ້ ບໍ່ສາມາດປ່ຽນແປງ ສະພາບການພື້ນຖານ ແລະທິດທາງ ຂອງຄວາມສຳພັນຂ້າມຊ່ອງແຄບໄດ້, ທັງບໍ່ສາມາດ ປ່ຽນແປງຄວາມປາຖນາ ອັນດຽວກັນ ຂອງເພື່ອນຮ່ວມຊາດທັງສອງຝ່າຍ ໃຫ້ໃກ້ຊິດກັນຫຼາຍຂຶ້ນ, ທັງບໍ່ສາມາດ ຢຸດແນວໂນ້ມທົ່ວໄປວ່າ ແຜ່ນດິນຈີນ ຈະຮວມກັນອີກຢ່າງຫລີກລ້ຽງບໍ່ໄດ້."

ໃນ Taipei, ຜູ້ລົງຄະແນນສຽງຄົນນີ້ ໄດ້ສະແດງຄວາມລັງເລໃຈ ກ່ຽວກັບ
ທີ່ບໍ່ມີສຽງສ່ວນໃຫຍ່, ແຕ່ໄດ້ກ່າວວ່າ ມັນສະແດງໃຫ້ເຫັນ ເຖິງຄວາມປະສົງ ຂອງລະບອບປະຊາທິປະໄຕ ຂອງປະຊາຊົນໄຕ້ຫວັນ.

"ຂ້າພະເຈົ້າ ເປັນຫ່ວງບາງຢ່າງ ກ່ຽວກັບວ່າ ບໍ່ມີພັກໃດໃນສາມພັກ ທີ່ໄດ້ໄຊຊນະດ້ວຍສຽງສ່ວນໃຫຍ່ ໃນຣັຖສະພາ. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຄິດວ່າ ນີ້ກໍເປັນອີກທາງເລືອກຫນຶ່ງ ທີ່ຊາວໄຕ້ຫວັນໄດ້ເຮັດ. ເນື່ອງຈາກພວກເຮົາ ມີສຽງສ່ວນໃຫຍ່ ໃນໄລຍະແປດປີທີ່ຜ່ານມາ, ແລະຕອນນີ້ ສໍາລັບສີ່ປີຂ້າງໜ້າ, ປະຊາຊົນໄຕ້ຫວັນ ໄດ້ເລືອກທີ່ຈະບໍ່ມີສຽງສ່ວນໃຫຍ່, ຂ້າພະເຈົ້າເຊື່ອຫມັ້ນວ່າ ຣັຖບານໃຫມ່ ຈະສືບຕໍ່ເຮັດວຽກ ກ່ຽວກັບການເຈຣະຈາ ແລະນໍາເອົາອີກດ້ານຫນຶ່ງມາສູ່ລະບອບປະຊາທິປະໄຕໃຫມ່ ຂອງພວກເຮົາ.


ສັບສົນ ເນື່ອງຈາກວ່າ ຫຼາຍປະເທດ ລວມທັງ
, ຮັບຮູ້ສາທາຣະນະຣັດປະຊາຊົນຈີນ ຢ່າງເປັນທາງການ. ໃນຂນະທີ່ ຮັກສາສາຍພົວພັນ ທີ່ບໍ່ເປັນທາງການ ກັບໄຕ້ຫວັນ.

ກະຊວງການຕ່າງປະເທດ ແລະການຄ້າ (The Department of Foreign Affairs and Trade) ໄດ້ສະແດງຄວາມຍິນດີ ຕໍ່ ດຣ. Lai Ching-Te ທີ່ໄດ້ຮັບໄຊຊນະ ແລະຂະບວນການປະຊາທິປະໄຕທີ່ "ລຽບງ່າຍ" ຂອງໄຕ້ຫວັນ ຊຶ່ງທ່ານກ່າວວ່າ ເປັນເຄື່ອງພິສູດເຖິງ "ຄວາມເປັນຜູ້ໃຫຍ່ ແລະຄວາມເຂັ້ມແຂງ" ຂອງປະຊາທິປະໄຕ ຂອງໄຕ້ຫວັນ.

ໃນສະຫະຣັດອາເມຣິກາ, ເມື່ອຖືກຖາມກ່ຽວກັບຜົນເລືອກຕັ້ງ, ປະທານາທິບໍດີ Joe Biden ພຽງແຕ່ຢ້ຳວ່າ ບໍ່ໄດ້ສນັບສນູນ ການເປັນເອກະຣາດ ຂອງໄຕ້ຫວັນ,ໃນຂນະທີ່ ຣັຖມົນຕີການຕ່າງປະເທດ, Antony Blinken, ໄດ້ສະແດງຄວາມຍິນດີ ກັບ Dr Lai ໃນຖແລງການ ທີ່ແບ່ງປັນໂດຍຜແນກຂອງລາວ.

ດຣ. Lai ແມ່ນຜູ້ໂດດເດັ່ນ ໃນຄວາມສໍາພັນ ໄຕ້ຫວັນ-ອາເມຣິກາ, ໂດຍການຢຸດແວ່ໃນນະຄອນ New York ແລະ San Francisco ໃນການເດີນທາງ ໄປອາເມຣິກາລາຕິນ (Latin America) ໃນເດືອນສິງຫາ ໃນການເຄື່ອນໄຫວ ທີ່ຖືກວິພາກວິຈານໂດຍປັກກິ່ງ.

ສາດສະດາຈານ Kerry Brown ຜູ້ອໍານວຍການສະຖາບັນ Lau China ໃນLondon ກ່າວວ່າ ໃນຂນະທີ່ການຂົ່ມຂູ່ ຂອງການຮວມກັນຂອງຈີນ ຊຶ່ງເປັນເປົ້າຫມາຍ ຂອງປະທານາທິບໍດີ Xi Jinping ນັ້ນ ແມ່ນບໍ່ໜ້າເປັນໄປໄດ້, ໄຊຊນະຂອງ Dr Lai ສະແດງໃຫ້ເຫັນ ເຖິງຄວາມສໍາພັນ ລະຫວ່າງຈີນກັບໄຕ້ຫວັນ ຈະຍັງຄົງເປັນຄວາມສຳພັນທີ່ "ບໍ່ເປັນມິດ".

"ມັນຍາກ ສໍາລັບຈີນ ທີ່ຈະຢຶດຕິດ ແລະຍອມຮັບ ກັບສິ່ງທີ່ເຫັນວ່າ ເປັນການຫຼຸດໜ້ອຍລົງ ຂອງອິດທິພົນ ທີ່ມັນມີຕໍ່ໄຕ້ຫວັນ ຢ່າງຕໍ່ເນື່ອງ. ດັ່ງນັ້ນ, ຈຶ່ງມີຄວາມບໍ່ພໍໃຈຫຼາຍ. ແລະຂ້າພະເຈົ້າຄິດວ່າ ທ່ານ William Lai ສາມາດຢືນຢັນ ໄດ້ຢ່າງແນ່ນອນວ່າ ໄຕ້ຫວັນ ພຽງແຕ່ບໍ່ສົນໃຈກັບສິ່ງນັ້ນ. ແຕ່ໄຕ້ຫວັນ ມີການຄ້າກັບຈີນ 40%, 45%. ສະນັ້ນ, ພຽງແຕ່ເລື້ອງນັ້ນຢ່າງດຽວ ກໍຫມາຍຄວາມວ່າ ຕ້ອງມີຄວາມສໍາພັນບາງຢ່າງກັບຈີນ, ເຖິງແມ່ນວ່າ ມັນຈະບໍ່ເປັນມິດກໍຕາມ."

ເນື້ອເລື່ອງໂດຍ Penry Buckley  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share