ການຄົ້ນຄວ້າກ່ຽວກັບ ການຕາຍໃນໄວເດັກ

Child Deaths Seizures

ຈາກຊ້າຍ, Justin Fell ແລະ Katie Czajkowski-Fell ໃຊ້ເວລາກັບລູກຂອງເຂົາເຈົ້າ, Leonore ແລະ Cameron, ທີ່ບ້ານໃນ Bel Air, Md. ໃນວັນທີ 4 Dec. 2023. Source: AP / Shelby Lum/AP

ນັກຄົ້ນຄວ້າເຊື່ອວ່າ ການເສັຍຊີວິດຢ່າງກະທັນຫັນ ໂດຍບໍ່ຊາບສາເຫດ ໃນໄວເດັກ (Sudden Unexplained Deaths in Childhood-SUDC) ເຫຼົ່ານັ້ນ ອາດກ່ຽວຂ້ອງກັບອາການຊັກ ແລະຜົນການວິຈັຍກໍຖືກຕີພິມໃນວາຣະສານ Neurology.


ການຄົ້ນຄວ້າກ່ຽວກັບ ການຕາຍໃນໄວເດັກ.

ການສຶກສາຄົ້ນຄວ້າ ໄດ້ຖືກຈັດພິມ ໂດຍວາຣະສານ Neurology ກ່ຽວກັບເລື້ອງເສົ້າສລົດໃຈຂອງ ການເສັຍຊີວິດຢ່າງກະທັນຫັນ ໂດຍບໍ່ຊາບສາເຫດ ໃນໄວເດັກ (Sudden Unexplained Deaths in Childhood-SUDC).

ນັກຄົ້ນຄວ້າເຊື່ອວ່າ ຢ່າງຫນ້ອຍການເສັຍຊີວິດເຫຼົ່ານັ້ນ ອາດກ່ຽວຂ້ອງກັບອາການຊັກ.

Essam Al-Ghalib ລາຍງານ.

ເວລານອນສຸດທ້າຍຂອງຊີວິດ ຂອງ Hayden Fell, ອາຍຸ17ເດືອນນັ້ນ ເປັນເລື່ອງປົກກະຕິ ທີ່ຫນ້າໂສກເສົ້າ.

ວິດີໂອໃນອູ່ ສະແດງໃຫ້ເຫັນ ເດັກນ້ອຍໃນຊຸດນອນ ກຳລັງຫຼິ້ນຢ່າງມີຄວາມສຸກ ໃນຂນະທີ່ພໍ່ແມ່ ແລະນ້ອງສາວຂອງລາວ ຮ້ອງເພງ "Wheels on the Bus" ກັບນ້ອງຊາຍຝາແຝດຂອງລາວ.

ເຊົ້າມື້ຕໍ່ມາ, ພໍ່ຂອງ Hayden ບໍ່ສາມາດປຸກລາວລຸກໄດ້.

ເດັກນັ້ນ ໄດ້ກາຍເປັນຫນຶ່ງໃນຈໍານວນເດັກນ້ອຍ ທີ່ເບິ່ງຄືວ່າມີສຸຂະພາບດີ ຄ້າຍກັບຫລາຍຮ້ອຍຄົນ ແລະກ່ອນໄວຮຽນ ຂອງອາເມຣິກາ ແຕ່ລະປີທີ່ໄດ້ຕາຍໄປ ໃນຕອນນອນ ຂອງເຂົາເຈົ້າ ຢ່າງກະທັນຫັນ.

ກ້ອງວີດີໂອ ໃນອູ່ນອນ ຂອງ Hayden ໄດ້ບັນທຶກໄວ້ຕລອດຄືນ-ແລະຮູບພາບກໍໃຫ້ຂໍ້ມູນ.

ລາວມີອາການຊັກ

Dr Orrin Devinsky ນັກໂຣກປະສາດຂອງ NYU ກ່າວວ່າ ຄວາມຮູ້ກ່ຽວກັບການເສັຍຊີວິດຢ່າງກະທັນຫັນ ໂດຍບໍ່ຊາບສາເຫດ ໃນໄວເດັກ ນັ້ນມີຫນ້ອຍຫຼາຍ.

"SIDS ເປັນທີ່ຮູ້ຈັກດີເປັນພິເສດ. SUDC ຫຼື ການເສັຍຊີວິດຢ່າງກະທັນຫັນໂດຍບໍ່ຊາບສາເຫດ ໃນໄວເດັກ, ເຊິ່ງເປັນການສືບຕໍ່ ພຽງແຕ່ຫຼັງຈາກອາຍຸຫນຶ່ງປີ ແມ່ນບໍ່ຄ່ອຍມີການສົນທະນາ ແລະເປັນທີ່ຮູ້ຈັກຫນ້ອຍ."

ພວກນັກຄົ້ນຄວ້າ ທີ່ New York University's Langone Health ໄດ້ວິເຄາະເບິ່ງພາບ ຂອງຄືນທີ່ Hayden ໄດ້ເສັຍຊີວິດ ພ້ອມກັບຮູບພາບທີ່ຄ້າຍຄືກັນ ຈາກການເສັຍຊີວິດ ຂອງອີກຫົກຄົນ ຂອງເດັກອ່ອນ ແລະເດັກນ້ອຍ.

ພວກເຂົາເຈົ້າໄດ້ພິມ ຜົນການຄົ້ນພົບຂອງພວກເຂົາ ໃນວາຣະສານ Neurology.

Dr Devinsky ເປັນຜູ້ຂຽນອະວຸໂສຂອງການສຶກສາ.

"ມັນຄ້າຍກັບວ່າ ເຈົ້າເປັນນັກສືບ ທີ່ພະຍາຍາມໄຂອາຊະຍາກັມ ແລະຕອນນີ້ ເຈົ້າມີວິດີໂອຂອງຜູ້ທີ່ ອາດກະທໍາຜິດ."

ລາວກ່າວວ່າ ພວກເຂົາເຈົ້າ ໄດ້ພົບເຫັນວ່າ ອາການຊັກໃນລະຫວ່າງການນອນຫຼັບ ອາດເປັນສາເຫດ ຂອງການຕາຍ ຢ່າງຫນ້ອຍໃນບາງກໍຣະນີ.

"ອາການຊັກຍ້ອນໄຂ້ຂຶ້ນ (Febrile Seizure) ແມ່ນເຫດການຊັກຢ່າງນຶ່ງ ເຊິ່ງອາດຈະເປັນການຊັກຢ່າງແຮງ ຫຼືມັນອາດຈະເປັນພຽງໜ້ອຍກວ່າ. ແຕ່ມັນຈໍາເປັນ ຕ້ອງມາຈາກການເຈັບປ່ວຍ, ປົກກະຕິແລ້ວຈະມີໄຂ້ ແລະໃນເດັກນ້ອຍ, ມີແນວໂນ້ມວ່າ ເດັກຄວນຈະຜ່ານໄປໄດ້ ແລະມັນບໍ່ມີພິດພັຍ. ບໍ່ມີຜົນສະທ້ອນໄລຍະຍາວ ຂອງການມີອາການຊັກເຫລົ່ານີ້. ແລະນັ້ນ ເປັນຄວາມຈິງ ສໍາລັບກໍຣະນີສ່ວນໃຫຍ່, ແຕ່ຫນ້າເສັຍດາຍ, ມັນບໍ່ແມ່ນຄວາມຈິງ ສໍາລັບທຸກຄົນ."

ການບັນທຶກນັ້ນ ບໍ່ສາມາດພິສູດໃຫ້ເຫັນວ່າ ການຊັກນັ້ນເກີດຈາກອາການໄຂ້, ແຕ່ນັກຄົ້ນຄວ້າ ໄດ້ສັງເກດເຫັນວ່າ ເດັກນ້ອຍຫລາຍຄົນ ມີສັນຍານວ່າ ມີອາການຊັກ ທີ່ບໍ່ຮຸນແຮງ.

ນັກຄົ້ນຄວ້າຄົນນຶ່ງ ທີ່ NYU, Laura Gould ໄດ້ສູນເສັຍ Maria ລູກສາວອາຍຸ 15ເດືອນ ຍ້ອນ SUDC ໃນປີ 1997.

ເດັກນ້ອຍຄົນ ນັ້ນໄດ້ຕື່ນຂຶ້ນໃນຄືນຫນຶ່ງດ້ວຍໄຂ້ ແລະມີຄວາມສຸກຕາມປົກກະຕິໃນເຊົ້າມື້ຕໍ່ມາ, ແຕ່ໄດ້ເສັຍຊີວິດ ໃນຕອນນອນກາງເວັນ.

Ms Gould ກ່າວວ່າ ເຖິງແມ່ນວ່າ ການສຶກສາໃຫມ່ ມີຂນາດນ້ອຍ ແຕ່ມີຫລັກຖານໂດຍກົງເທື່ອທໍາອິດ ກ່ຽວກັບອາການຊັກ ໃນກໍຣະນີ ທີ່ເດັກເສັຍຊີວິດຢ່າງກະທັນຫັນ.

"ສ່ວນໃຫຍ່-ເດັກນ້ອຍສ່ວນໃຫຍ່, ທີ່ມີມີອາການຊັກຍ້ອນໄຂ້ຂຶ້ນນັ້ນ ເຮັດໄດ້ດີຫຼາຍ. ແຕ່ເຮົາມີວິທະຍາສາດ ທີ່ສະແດງໃຫ້ເຫັນວ່າ ບາງເທື່ອ ມີການກ່ຽວພັນກັບການຕາຍຢ່າງກະທັນຫັນ. ພວກເຮົາ ຕ້ອງການອະທິບາຍເຖິງການເສັຍຊີວິດເຫຼົ່ານີ້ ເພື່ອໃຫ້ພວກເຮົາ ສາມາດແບ່ງປັນຂໍ້ມູນນີ້ ກັບຫມໍ ແລະຈາກນັ້ນ ພວກເຮົາສາມາດລະບຸເດັກນ້ອຍ ທີ່ມີຄວາມສ່ຽງເຫຼົ່ານັ້ນລ່ວງຫນ້າ ເພື່ອຢຸດຜົນຮ້າຍ ເຫຼົ່ານີ້ ບໍ່ໃຫ້ເກີດຂຶ້ນ."

Ms Gould ກ່າວວ່າ ບັດນີ້ ພວກນັກຄົ້ນຄວ້າ ຈະຕ້ອງພິຈາຣະນາວ່າ ມັນເປັນໄປໄດ້ບໍ່ ທີ່ຈະແຍກຄວາມແຕກຕ່າງລະຫວ່າງ ກໍຣະນີທີ່ພວກເດັກນ້ອຍຕາຍ ແລະເດັກນ້ອຍຈຳນວນຫຼາຍ ທີ່ສະບາຍດີ ຫລັງຈາກມີອາການຊັກ ເປັນບາງເທື່ອ.

"ການຊັກ ແມ່ນສາເຫດ, ແຕ່ພວກເຮົາ ໄດ້ພະຍາຍາມທີ່ຈະໂຈມຕີ SUDC ຈາກຫຼາຍມຸມ. ຂ້າພະເຈົ້າຄິດວ່າ ການເພີ່ມຂຶ້ນຂອງການໃຊ້ວິດີໂອເຫຼົ່ານີ້, ຂ້າພະເຈົ້າແນ່ໃຈວ່າ ມີຂໍ້ມູນຫຼາຍຢ່າງ ທີ່ພວກເຮົາບໍ່ຮູ້. ພວກເຮົາ ຢາກໃຫ້ເຂົາເຈົ້າ ໄດ້ຮັບຂໍ້ມູນເພີ່ມເຕີມ. ຂນາດຕົວຢ່າງຂອງເລື່ອງນີ້ ແລະການຄົ້ນພົບຂອງພວກເຮົາ ສາມາດໄດ້ຮັບການຢັ້ງຢືນເພີ່ມເຕີມ ດ້ວຍຂນາດຕົວຢ່າງທີ່ໃຫຍ່ກວ່າ ຊຶ່ງຈະມີຄວາມສໍາຄັນຫຼາຍ."

ກໍລະນີ ການເສັຍຊີວິດຢ່າງກະທັນຫັນ ໂດຍບໍ່ຊາບສາເຫດ ໃນໄວເດັກ (Sudden Unexplained Deaths in Childhood-SUDC).

ບາງເທື່ອ ໄດ້ເປັນຫົວຂໍ້ຂ່າວໃນ ອອສເຕຮເລັຍ.

ທີ່ໂດດເດັ່ນທີ່ສຸດ ແມ່ນເລື້ອງຂອງ Kathleen Folbigg ຜູ້ທີ່ໄດ້ໃຊ້ເວລາຢູ່ໃນຄຸກ20 ກວ່າປີ ຍ້ອນຂ້າລູກສີ່ຄົນ ຂອງນາງ.

ນາງໄດ້ຮັບຄວາມສໍາເລັດ ໃນການອຸທອນຕໍ່ຄະດີຂອງນາງ ຫລັງຈາກການຄົ້ນພົບ ທາງວິທະຍາສາດ ໃນພັນທຸສາດ ແລະໂຮກຫົວໃຈ.

ເຄີຍຖືກເອີ້ນວ່າ ເປັນຄາດຕະກອນຕໍ່ເນື່ອງຍິງ (Female Serial Killer) ອາຍຸ 56ປີ ທີ່ຮ້າຍແຮງທີ່ສຸດຂອງອອສເຕຣເລັຍ, ນາງໄດ້ຮັບການອະພັຍໂທດ ໂດຍບໍ່ມີເງື່ອນໄຂ ແລະຖືກປ່ອຍອອກຈາກຄຸກ ເມື່ອປີກາຍນີ້.

"ຂ້າພະເຈົ້າຂໍຂອບໃຈ ທີ່ວິທະຍາສາດ ແລະພັນທຸສາດ (Genetics) ທີ່ປັບປຸງໃໝ່ໄດ້ໃຫ້ຄໍາຕອບແກ່ຂ້າພະເຈົ້າ ວ່າລູກໆຂອງຂ້າພະເຈົ້າ ເສັຍຊີວິດແນວໃດ. ຢ່າງໃດກໍຕາມ, ເຖິງແມ່ນ ໃນປີ 1999, ພວກເຮົາກໍມີຄໍາຕອບທາງກົດຫມາຍ ທີ່ພິສູດຄວາມບໍຣິສຸດຂອງຂ້າພະເຈົ້າ. ເຂົາເຈົ້າບໍ່ຖືກໃສ່ໃຈ ແລະຖືກປະຕິເສດ. ລະບົບເລືອກທີ່ຈະໂທດຂ້າພະເຈົ້າ ແທນທີ່ຈະຍອມຮັບວ່າ ບາງຄັ້ງເດັກນ້ອຍສາມາດຕາຍໄດ້ຢ່າງກະທັນຫັນ, ໂດຍບໍ່ຄາດຄິດ, ແລະຫນ້າເສັຍໃຈ."

ສຳລັບ Hayden Fell, Katie ແມ່ຂອງລາວດີໃຈ ທີ່ເຂົາເຈົ້າໄດ້ມີສ່ວນຮ່ວມ ໃນການຄົ້ນຄວ້າ.

"ໃນວັນສຸກນັ້ນ, ພວກເຮົາໄດ້ບໍຣິຈາກສມອງຂອງ Hayden ໃຫ້ SUDC ແລະພວກເຮົາ ໄດ້ລົງທະບຽນລາວ ແລະຕົວເຮົາເອງ ໃນການສຶກສານັ້ນ. ແລະພວກເຮົາ ກໍໄດ້ໃຫ້ວິດີໂອໃນອູ່ ຂອງຄືນທີ່ລາວເສັຍຊີວິດຕໍ່ເຂົາເຈົ້າ. ຖ້າລາວສາມາດຊ່ວຍຄອບຄົວຫນຶ່ງໄດ້, ນັ້ນຄື ສິ່ງທີ່ພວກເຮົາຕ້ອງການ. ເຊັ່ນດຽວກັບຊີວິດຂອງລາວ, ມັນມີຄ່າເກີນໄປ ແລະສໍາຄັນເກີນໄປ ສໍາລັບພວກເຮົາ ທີ່ຈະບໍ່ພະຍາຍາມເຮັດບາງຢ່າງ ກັບເລື້ອງທີ່ໂສກເສົ້ານີ້."

ເນື້ອເລື່ອງໂດຍ Essam Al-Ghalib ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share