ການກວດສອບ supermarkets ໃນການ ໂກ່ງລາຄາ.

Coles supermarket

ປ້າຍຮ້ານ ຊຸບເປີມາເກັດ Coles Credit: commons wikimedia

ອະດີດຣັຖມົນຕີ ພັກແຮງງານຂອງຣັຖບານກາງ ທ່ານ Craig Emerson ໄດ້ຖືກແຕ່ງຕັ້ງ ໃຫ້ນໍາພາການກວດສອບ ການໂກ່ງລາຄາ ຂອງ supermarkets ໃຫຍ່. ເນື່ອງຈາກຄວາມແຕກຕ່າງລະຫວ່າງ ຄາລາທີ່ ພວກກະສິກອນ ໄດ້ຮັບ ແລະລາຄາຂາຍຍ່ອຍໃນ supermarkets ນັ້ນຕ່າງກັນຫຼາຍ.


ການກວດສອບ supermarkets ໃນການ ໂກ່ງລາຄາ.

ອະດີດຣັຖມົນຕີ ພັກແຮງງານຂອງ
ກາງ ທ່ານ Craig Emerson ໄດ້ຖືກແຕ່ງຕັ້ງ ໃຫ້ນໍາພາການກວດສອບພາກຊຸບເປີມາເກັດ (supermarkets) ຂອງ
, ທ່າມກາງການກ່າວອ້າງວ່າ ມີການໂກ່ງລາຄາ ຈາກ supermarkets ໃຫຍ່.


ຄວາມເປັນຫ່ວງກໍຄື ມີຊ່ອງວ່າງທີ່ຂຍາຍຕົວຂຶ້ນ ລະຫວ່າງສິ່ງທີ່ເຮົາຈ່າຍຢູ່ໃນsupermarkets ແລະສິ່ງທີ່ supermarkets ຈ່າຍໃຫ້ຊາວກະສິກອນ.


ດັ່ງທີ່ Sydney Lang ລາຍງານ, ການກວດສອບ ຈະເບິ່ງກົດລະບຽບການປະພຶດ (Code of Conduct) ຂອງຮ້ານຂາຍສິນຄ້າຂອງປະເທດ, ເຊິ່ງຄວບຄຸມຄວາມສໍາພັນ ລະຫວ່າງຜູ້ໃຫ້ບໍຣິການ ແລະ supermarkets.

ຄວາມກັງວົນ ກ່ຽວກັບຊ່ອງວ່າງລະຫວ່າງ ລາຄາຂາຍໃນ supermarkets ແລະສິ່ງທີ່ຊາວກະສິກອນໄດ້ຮັບ ແມ່ນເພີ່ມຂຶ້ນ ເຖິງແມ່ນວ່າ supermarkets ໃຫຍ່ ໄດ້ປະກາດຜົນກໍາໄລ ຫຼາຍພັນລ້ານໂດລາ ໃນປີ 2023.

ຜູ້ນໍາພັກ Nationals, ທ່ານ David Littleproud, ໄດ້ຮຽກຮ້ອງ ໃຫ້ມີການທົບທວນຄືນ ກ່ຽວກັບການກຳໜົດລາຄາ ລະຫວ່າງຊາວກະສິກອນ ແລະຂແນງການ supermarkets ຂອງອອສເຕຣເລັຍຢ່າງອິດສຣະ.

ທ່ານກ່າວວ່າ ໃນຂນະທີ່ຣັຖບານ ກໍາລັງວາງແຜນ ທີ່ຈະເບິ່ງການກຳໜົດລາຄາຂອງ supermarket ຈາກເດືອນກຸມພາ, ຄນະກັມມາທິການ ແຂ່ງຂັນ ແລະຜູ້ບໍຣິໂພກອອສເຕຣເລັຍ (the Australian Competition and Consumer Commission - A.C.C.C.) ອາດຈະມີປະສິດທິພາບຫລາຍຂຶ້ນ ໃນການເບິ່ງຄວາມແຕກຕ່າງຂອງລາຄາ.

"ເມື່ອເຫັນລາຄາຂອງຊີ້ນແກະ ແລະຊີ້ນງົວ ຫຼຸດລົງ 70 ເປີເຊັນ ແຕ່ຫຼຸດລົງພຽງ 8ເປີເຊັນ ໃນຕອນຊື້ຈາກ supermarket. ເມື່ອທ່ານ ກໍາລັງເຫັນຊາວກະສິກອນ zucchini ໄດ້ຮັບ $2.20 ຕໍ່ກິໂລ ແຕ່ພວກ supermarket ຂາຍ $6.50, ພວກເຂົາກໍາລັງເອົາກຳໄລ ແລະພວກເຂົາເຈົ້າກໍາລັງເອົາກຳໄລ ດ້ວຍການເອົາປຽບຊາວກະສິກອນ ແລະເອົາປຽບຜູ້ບໍຣິໂພກ. ສິ່ງທີ່ພວກເຮົາກໍາລັງເວົ້າ ແມ່ນພວກເຮົາພຽງແຕ່ຕ້ອງ ການລາຄາທີ່ຍຸດຕິທັມ ຈາກສວນ ໄປຫາໂຕະອາຫານ ຂອງທ່ານດ້ວຍຄວາມໂປ່ງໃສ ແລະຄວາມຍຸດຕິທັມ, ແລະຜູ້ຈະເຮັດແນວນັ້ນ ຄວນຈະເປັນ ACCC."
ເມື່ອທ່ານ ກໍາລັງເຫັນຊາວກະສິກອນ zucchini ໄດ້ຮັບ $2.20 ຕໍ່ກິໂລ ແຕ່ພວກ supermarket ຂາຍ $6.50, ພວກເຂົາກໍາລັງເອົາກຳໄລ ແລະພວກເຂົາເຈົ້າກໍາລັງເອົາກຳໄລ ດ້ວຍການເອົາປຽບຊາວກະສິກອນ ແລະເອົາປຽບຜູ້ບໍຣິໂພກ.
ຜູ້ນໍາພັກ Nationals, ທ່ານ David Littleproud.
ບັດນີ້, ຣັຖບານໄດ້ປະກາດການທົບທວນ ກ່ຽວກັບກົດລະບຽບການປະພຶດ (Code of Conduct) ດ້ານອາຫານ ແລະສິນຄ້າ ທີ່ຈະນໍາພາ ໂດຍອະດີດຣັຖມົນຕີຂອງຣັຖບານກາງ, ທ່ານ Craig Emerson.

ການກວດສອບ ຈະເບິ່ງກົດລະບຽບການປະພຶດ (Code of Conduct) ແບບສມັກໃຈ ຊຶ່ງ Aldi, Coles, Woolworths ແລະ Metcash ທີ່ກໍາລັງນຳໃຊ້ຢູ່ໃນປະຈຸບັນ-ແລະຊຶ່ງກ່າວວ່າ ຜູ້ຂາຍຍ່ອຍ ແລະຜູ້ຂາຍສົ່ງ ຕ້ອງປະຕິບັດໂດຍສຸດຈະຣິດ ຕໍ່ຜູ້ບໍຣິໂພກສເມີ.

ທ່ານ David Littleproud ກ່າວວ່າ ປະມວນການປະພຶດ (Code of Conduct) ຄວນເປັນການບັງຄັບ-ແລະບົດລົງໂທດ ສໍາລັບການລະເມີດນັ້ນ ໃຫ້ມັນຮ້າຍແຮງຂຶ້ນກວ່າເກົ່າ.

"ທ່ານຕ້ອງເຂົ້າໃຈ, ນີ້ແມ່ນການກວດສອບຕາມລະບຽບກົດຫມາຍ ທີ່ມີກໍານົດຈະເກີດຂື້ນຢູ່ແລ້ວ. ແລະນີ້ ແມ່ນກ່ຽວກັບໂຄງຮ່າງທີ່ກວ້າງຂວາງ ຂອງກົດລະບຽບການປະພຶດ. ພັກ Nationals ເຊື່ອຢ່າງແທ້ຈິງ-ວ່ານີ້ຄວນຈະເປັນຂໍ້ບັງຄັບ, ບໍ່ແມ່ນເຮັດໂດຍສມັກໃຈ. ພວກເຮົາເຊື່ອວ່າ ການລົງໂທດ ບໍ່ຄວນຈະເປັນຢ່າງທີ່ເປັນຢູ່ໃນເວລານີ້, ຊຶ່ງປະມານ 64,000ໂດລາ. ຊຸບເປີມາເກັດ ສາມາດຈ່າຍຄ່າປັບໃໝ ໄດ້ຢ່າງງ່າຍດາຍ ຈາກລາຍຮັບໃນ Sydney ແລະ Melbourne ຖ້າຫາກວ່າພວກເຂົາເຈົ້າໄດ້ເຮັດຜິດ."

Woolworths ບໍ່ໄດ້ສະແດງຄວາມເຫັນ.

ແຕ່ Martine Alpin ໂຄສົກຂອງ Coles ກ່າວວ່າ ປະມວນການປະພຶດນີ້ ກໍມີປະສິດທິພາບຕາມທີ່ຄວນຢູ່ແລ້ວ.

"ພວກເຮົາເຕັມໃຈ ທີ່ຈະເຂົ້າຮ່ວມໃນປະມວນການປະພຶດແບບສມັກໃຈ. ພວກເຮົາໄດ້ຊ່ວຍຈັດຕັ້ງປະມວນການປະພຶດນີ້ ໃນປີ 2015. ແລະມັນເປັນການບັງຄັບໃຊ້. ສະນັ້ນ, ພວກເຮົາເຊື່ອວ່າ ມັນເຮັດວຽກໄດ້ດີແທ້ໆ. ແຕ່ພວກເຮົາ ຍິນດີຕ້ອນຮັບ ການກວດສອບຕ່າງໆ ທີ່ຈະຊ່ວຍໃນຄ່າຄອງຊີບ ຂອງຊາວອອສເຕຣເລັຍ."

ລາຄາໃນ supermarket ແລະຄວາມສໍາພັນຂອງ supermarket ກັບລູກຄ້າ ຈະບໍ່ເປັນສ່ວນຫນຶ່ງຂອງ
ນີ້.

ເຖິງຢ່າງໃດກໍຕາມ, ຄວາມເປັນຫ່ວງເຫລົ່ານັ້ນ ກໍເປັນກໍາລັງຂັບເຄື່ອນເຊັ່ນກັນ.

ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ການກວດສອບ ແມ່ນຫນຶ່ງໃນວິທີ ທີ່ຣັຖບານກໍາລັງຊອກຫາ ເພື່ອເຮັດໃຫ້ລາຄາສິນຄ້າຫຼຸດລົງໃນຮ້ານຄ້າ.

Craig Emerson ກ່າວວ່າ ຄວາມສໍາເລັດຂອງ supermarkets ບໍ່ໄດ້ຖືກແບ່ງປັນກັບຜູ້ສົ່ງສິນຄ້າຂອງເຂົາເຈົ້າ.

"ລາຄາ supermarket ເບິ່ງດີ. ທ່ານຈະບໍ່ສາມາດເວົ້າ ກັບຊາວກະສິກອນໄດ້ວ່າ ຜົນກໍາໄລຂອງພວກເຂົາດີ ແລະຖ້າທ່ານຖາມຜູ້ບໍຣິໂພກ, ແລະຂ້າພະເຈົ້າກໍຊື້ສິນຄ້າດ້ວຍຕົວເອງ ແລະຂ້າພະເຈົ້າເອງເວົ້າໄດ້ວ່າ ລາຄາສິນຄ້າ ແນ່ນອນໄດ້ເພີ່ມຂຶ້ນຢ່າງໄວ."

ລາວເວົ້າວ່າ ການທົບທວນຈະລະບຸສິ່ງທີ່ຈໍາເປັນຕ້ອງໄດ້ຮັບການແກ້ໄຂ.

"ຖ້າພວກເຮົາບໍ່ໄດ້ເຮັດຫຍັງໝົດ, ແລ້ວແມ່ນແຕ່ປະມວນຜົນການປະພຶດໂດຍ ສມັກໃຈ (Voluntary Code of Conduct) ທີ່ມີຢູ່ ກໍຈະໝົດອາຍຸ ໃນປີ 2025.ດັ່ງນັ້ນ, ມັນຈຶ່ງຕ້ອງປ່ຽນ-ບໍ່ວ່າຈະເປັນການຕໍ່ອາຍຸຫຼືປັບປຸງ-ຫຼືດ້ວຍວິທີການອື່ນ.ແລະສະນັ້ນ, ພວກເຮົາກໍາລັງພິຈາຣະນາ ທາງເລືອກອື່ນໆທັງຫມົດ."

Martine Alpin ກ່າວວ່າ Coles ບໍ່ຢຸດຍັ້ງ ໃນຄວາມພະຍາຍາມຂອງຕົນ ທີ່ຈະຫລຸດລາຄາ ແລະປະຕິບັດຢ່າງເປັນທັມ.

"ພວກເຮົາ ໄດ້ປະຕິບັດພາຣະກິດ ເພື່ອຫຼຸດລາຄາມາໄດ້ຫຼາຍກວ່າສິບປີແລ້ວ. ມັນເປັນສິ່ງທີ່ພວກເຮົາ ມີຄວາມກະຕືລືລົ້ນແທ້ໆ ແລະພວກເຮົາ ສືບຕໍ່ຊອກຫາວິທີ ທີ່ພວກເຮົາ ສາມາດຫຼຸດລາຄາ ສໍາລັບລູກຄ້າຂອງພວກເຮົາ. ມັນເປັນເວລາທີ່ຍາກແທ້ໆ ກັບເງິນເຟີ້ ໃນທົ່ວຫຼາຍອຸດສາຫະກັມ, ແລະພວກເຮົາຮູ້ວ່າ ລູກຄ້າຂອງພວກເຮົາ ຈໍາເປັນຕ້ອງມີຄວາມສາມາດ ທີ່ຈະຈ່າຍຄ່າສິນຄ້າ ໃນທຸກໆອາທິດ ໃນການມີອາຫານຢູ່ເທິງໂຕະ."

ປະທານສະຫະພັນຊາວກະສິກອນແຫ່ງຊາດ (National Farmers Federation) ທ່ານ David Jochinke ກ່າວວ່າ ທ່ານຫວັງວ່າ ການກວດສອບຄັ້ງນີ້ ຈະພາໃຫ້ມີການປ່ຽນແປງ ໃນທາງບວກບາງຢ່າງ.

"ສິ່ງທີ່ພວກເຮົາບໍ່ຢາກເຫັນ ແມ່ນພຽງແຕ່ການກວດສອບອີກເທື່ອຫນຶ່ງ ທີ່ມີຄໍາແນະນໍາ ທີ່ບໍ່ໄດ້ຖືກປະຕິບັດຕາມ. ພວກເຮົາເຄີຍມີການກວດສອບ ກ່ຽວກັບ ຂແນງການອາຫານມາກ່ອນ, ມີບາງຄໍາແນະນໍາ ທີ່ຊັດເຈນອອກມາວ່າ ຖ້າຫາກນຳມາປະຕິບັດ, ພວກເຮົາກໍຈະບໍ່ມີການສົນທະນານີ້ໃນມື້ນີ້. ແລະສິ່ງທີ່ເຮົາຢາກເຮັດ ແມ່ນເຫັນການປ່ຽນແປງບາງຢ່າງ ທີ່ມີຄວາມຫມາຍ ບໍ່ພຽງແຕ່ກ່ຽວກັບປະມວນການປະພຶດດ້ານອາຫານເທົ່ານັ້ນ ແຕ່ກ່ຽວກັບກົດໝາຍຣະບົບຂົນສົ່ງ ແລະການແຂ່ງຂັນ, ເພື່ອວ່າ ເຮົາຈະມີຄວາມໂປ່ງໃສຫຼາຍຂຶ້ນ ສໍາລັບຊາວກະສິກອນ, ໃຫ້ແນ່ໃຈວ່າ ມີຄວາມເປັນທັມ ໃນສັນຍາ ແລະດັ່ງນັ້ນ ຈຶ່ງມີຄວາມເຂົ້າໃຈຫຼາຍຂຶ້ນ ຖ້າຫາກວ່າມີບາງຄົນ ໄດ້ລະເມີດພັນທະຂອງຕົນ, ວ່າມີການລົງໂທດ ທີ່ຕາມມາ ເພື່ອໃຫ້ຜູ້ຄົນຕ້ອງຮັບຜິດຊອບ."

ລາຍງານໂດຍ Sydney Lang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດຕິດຕາມທາງ facebook ໄດ້ທີ່

Share