ສິ່ງທີ່ທ່ານຕ້ອງຮູ້ກ່ຽວກັບວັນ Boxing Day ໃນອອສເຕຣເລັຍ

Portrait of an excited beautiful girl wearing dress and sunglasses holding shopping bags

All you need to know about Boxing Day in Australia - Getty Source: Moment RF / Witthaya Prasongsin/Getty Images

Boxing Day ຂອງອອສເຕຣເລັຍ ເປັນການຮວມກັນ ທີ່ພິເສດຂອງຄວາມສໍາຄັນ ທາງດ້ານວັດທະນະທັມ ແລະການຄ້າ. ເຖິງແມ່ນວ່າ ມັນບໍ່ມີຄວາມໝາຍທາງສາສນາທີ່ຊັດເຈນ, ແຕ່ມັນເປັນມື້ ທີ່ຊາວອອສເຕຣເລັຍ ຖືເປັນສ່ວນນຶ່ງ ຂອງການສເລີມສລອງບຸນຄຣິດສະມັສຂອງເຂົາເຈົ້າ. ມັນມັກຈະເປັນເວລາຂອງ Barbecuesໃນຄອບຄົວ, ການແຂ່ງຂັນ Cricket ແລະເບິ່ງການແຂ່ງຂັນເຮືອໃບ Sydney ຫາ Hobart ອັນຂຶ້ນຊື່. ອີກຢ່າງນຶ່ງ, ຊາວອອສເຕຣເລັຍ ຫຼາຍຄົນ ຄອຍຖ້າມື້ນີ້ ໃນການໄປຮ້ານຂາຍສິນຄ້າ ເພື່ອຫາຊື້ຂອງຫຼຸດລາຄາ.


ຈຸດສຳຄັນ
  • ການຂາຍສິນຄ້າຫຼຸດລາຄາໃນ Boxing Day ແມ່ນງານຂາຍຍ່ອຍ ຂນາດໃຫຍ່ ຕັ້ງແຕ່ວັນທີ 26 ທັນວາ ເປັນເວລາປະມານຫນຶ່ງອາທິດ.
  • ການຂາຍສິນຄ້າຫຼຸດລາຄາໃນ Boxing Day ແມ່ນງານຂາຍຍ່ອຍ ຂນາດໃຫຍ່ ຕັ້ງແຕ່ວັນທີ 26 ທັນວາ ເປັນເວລາປະມານຫນຶ່ງອາທິດ.
  • ການຂາຍສິນຄ້າຫຼຸດລາຄາໃນ Boxing Day ແມ່ນງານຂາຍຍ່ອຍ ຂນາດໃຫຍ່ ຕັ້ງແຕ່ວັນທີ 26 ທັນວາ ເປັນເວລາປະມານຫນຶ່ງອາທິດ.
Boxing Day, ຊຶ່ງສເລີມສລອງໃນ ວັນທີ 26 ທັນວາ, ເປັນວັນພັກສາທາຣະນະ ໃນອອສເຕຣເລັຍ, ຫຼັງການສເລີມສລອງ ວັນຄຣິດສະມາສສໍາລັບຊາວຄຣິສຕຽນ ຕາເວັນຕົກ.

ມື້ນີ້ ມີຄວາມເປັນມາ ໃນປວັດສາດຂອງປະເທດອັງກິດ ຊຶ່ງຕາມປະເພນີແລ້ວ, ມັນເປັນມື້ ທີ່ຈະມອບ 'ກ່ອງຄຣິດສະມັດຫຼື 'Christmas boxes' ໃຫ້ແກ່ພະນັກງານຮັບໃຊ້.

ສາດສະດາຈານ Constant Mews ຈາກ Centre for Religious Studies ທີ່ມະຫາວິທະຍາໄລ Monash ກ່າວວ່າ ປະເພນີຂອງການໃຫ້ກ່ອງຄຣິສມັສ ມີມາຕັ້ງແຕ່ ສັຕວັດທີ 16.

"ມັນເປັນການໃຫ້ ດ້ວຍຄວາມເອື້ອເຟື້ອ, ມັກຈະແມ່ນແກ່ຜູ້ຮັບໃຊ້ແລະຊ່າງສ້ອມແປງ. ນັ້ນມີມາແຕ່ສັຕວັດທີ 16 ແລະ 17. ແລະມັນບໍ່ແມ່ນພຽງແຕ່ ສໍາລັບສະມາຊິກໃນຄອບຄົວ ຂອງທ່ານເອງເທົ່ານັ້ນ,ແຕ່ຮວມເຖິງ ຜູ້ທີ່ໄດ້ຊ່ອຍເຫລືອທ່ານ ແລະຜູ້ທີ່ອາດເຮັດວຽກທຸກໆມື້,ຍົກເວັ້ນແຕ່ບາງທີ ມື້ພັກໃນວັນອາທິດ.” Professor Mews ກ່າວ.

ລາວອະທິບາຍວ່າ Boxing Day ໄດ້ຖືກສ້າງຂຶ້ນ ເພື່ອຫຼຸດການແບ່ງແຍກ ທາງສັງຄົມ. ໃນທ້າຍສັຕວັດທີ 19 ແລະຕົ້ນ ສັຕວັດທີ 20 ໄດ້ກາຍເປັນມື້ ສໍາລັບການພັກຜ່ອນ, ກິລາ, ແລະການຂາຍຂອງຫຼຸດລາຄາ ຂອງBoxing Day ທີ່ຂຶ້ນຊື່ໃນອອສເຕຣເລັຍ.

Brian Walker Head shot.png
Brian Walker, CEO and Founder of Retail Doctors Group

ການຂາຍຫຼຸດລາຄາ ວັນ Boxing Day

ການຊື້ຂອງຂວັນໃຫ້ຄົນອື່ນ ຫຼືຕົວທ່ານເອງ ເປັນກິດຈະກັມທີ່ ຫຼາຍລ້ານຄົນ ທົ່ວອອສເຕຣເລັຍ ມີສ່ວນຮ່ວມ.

ການຊື້ຂອງຂວັນໃຫ້ຄົນອື່ນ ຫຼືຕົວທ່ານເອງ ຫມາຍເຖິງການໄປShopping ຊຶ່ງເປັນກິດຈະກັມ ທີ່ຫຼາຍລ້ານຄົນ ທົ່ວອອສເຕຣເລັຍ ມີສ່ວນຮ່ວມ. Brian Walker, CEO ແລະຜູ້ກໍ່ຕັ້ງບໍຣິສັດ Retail Doctors Group ກ່າວວ່າ ການຫຼຸດລາຄາເຫຼົ່ານີ້ ແມ່ນເປັນເລື່ອງໃຫຍ່ ໃນອອສເຕຣເລັຍ, ດ້ວຍການຫຼຸດລາຄາລົງຢ່າງຫຼວງຫຼາຍ ໃນຮ້ານຄ້າທີ່ນັບບໍ່ຖ້ວນ.

"ການຫຼຸດລາຄາວັນ Boxing Day ຕາມປະເພນີແລ້ວ ແມ່ນເທດສະການຂາຍຍ່ອຍ ຊັ້ນນໍາຂອງປີ ຕັ້ງແຕ່ວັນທີ 26 ທັນວາ ເປັນເວລາປະມານເຈັດມື້. ຍອດການຂາຍ ປະມານ 23 ຫາ 25 ພັນລ້ານໂດລາ ແມ່ນເກີດຂຶ້ນ ໃນໄລຍະນັ້ນໃນອອສເຕຣເລັຍ. ແລະໃນວັນ Boxing  Day ເອງ, ວັນທີ 26 ແມ່ນມື້ດຽວ ທີ່ໃຫຍ່ທີ່ສຸດ, ມີປະມານ ສາມ ຫາສີ່ ພັນລ້ານໂດລາ." Mr Walker ກ່າວ.

ວັນ Boxing Day ໄດ້ເປັນປະເພນີຕັ້ງແຕ່ຊຸມປີ 1980 ເມື່ອຮ້ານຂາຍເຄື່ອງໃຫຍ່ຄຸມຕລາດ. ເຖິງຢ່າງໃດກໍຕາມ, ມັນບໍ່ເປັນເຊັ່ນນີ້ອີກຕໍ່ໄປ.

Mr Walker ກ່າວວ່າ ວົງການຂາຍຍ່ອຍ ຂອງອອສເຕຣເລັຍ ແລະທົ່ວໂລກ ໄດ້ມີການປ່ຽນແປງ ຢ່າງຫລວງຫລາຍ ນັບແຕ່ນັ້ນມາ.

Mr Walker ກ່າວວ່າ ວົງການຂາຍຍ່ອຍ ຂອງອອສເຕຣເລັຍ ແລະທົ່ວໂລກ ໄດ້ມີການປ່ຽນແປງ ຢ່າງຫລວງຫລາຍ ນັບແຕ່ນັ້ນມາ.
Australians Celebrate Boxing Day Under COVID-19 Restrictions
MELBOURNE, AUSTRALIA - DECEMBER 26: People shop at Cotton On during the Boxing Day sales at Chadstone the Fashion Capital (Photo by Naomi Rahim/Getty Images) Credit: Naomi Rahim/Getty Images

ວິທີທີ່ດີໃນການຊື້ສິນຄ້າ

ອີງຕາມ Lauren Di Bartolo, ຜູ້ກໍ່ຕັ້ງສະຖາບັນ Style Australian, ວັນ Boxing Day ແມ່ນໄລຍະການຂາຍຫຼັກ ສໍາລັບຊາວອອສເຕຣເລັຍໃນອຸດສາຫະກັມເຄື່ອງນຸ່ງຫົ່ມ ແລະວິຖີຊີວິດ. ແຕ່ມັນບໍ່ແມ່ນເວລາຫຼຸດລາຄາຄັ້ງ ດຽວເທົ່ານັ້ນ.

ກ່ອນວັນ Boxing Day ແມ່ນ Click Frenzy ໃນເດືອນຕຸລາ ແລະເດືອນພະຈິກ, Black Friday ແລະ Cyber Monday ໃນທ້າຍເດືອນພະຈິກ.

Ms Di Bartolo ກ່າວວ່າ "ວັນ Boxing Day ແມ່ນການໄປຊື້ສິ່ງຂອງ ທີ່ທ່ານອາດຈະມີຢູ່ໃນລາຍການ ທີ່ທ່ານຢາກໄດ້ ແລະມັນເປັນໂອກາດ ທີ່ຈະຊື້ ເພາະລາຄາໄດ້ຫຼຸດລົງຫຼາຍ."

ລະດູການຂາຍຫຼັກ ແມ່ນເລີ່ມແຕ່ກາງເດືອນພະຈິກ ຈົນເຖິງທ້າຍເດືອນມັງກອນ ໃນແຕ່ລະປີ, ໂດຍຄາດວ່າ ຈະມີການໃຊ້ຈ່າຍ ປະມານ70 ພັນລ້ານໂດລາ, ຕາມທີ່ Mr Walker ກ່າວ.

ທ່ານສາມາດຊອກຫາ ການຂາຍອອນໄລນ໌ ແລະໃນຮ້ານຄ້າ ແລະການ ສເນີ ໃນວັນ Boxing ໄດ້. ມັນເປັນສິ່ງສໍາຄັນ ທີ່ຈະຊື້ເຄື່ອງ ໄດ້ຢ່າງປອດພັຍ, ໂດຍສະເພາະ ແມ່ນການເພີ່ມຂຶ້ນ ຂອງການຊື້ຂາຍອອນໄລນ໌.
"ຮູ້ຈັກຜູ້ຂາຍ, ໃຫ້ແນ່ໃຈວ່າຂະບວນການອອນໄລນ໌ທີ່ແທ້ຈິງ ຂອງພວກເຂົານັ້ນປອດພັຍ, ກວດເບິ່ງລາຍລະອຽດ ຂອງທະນາຄານ, ກວດເບິ່ງວ່າ ມີແອັບພລິເຄຊັນຄວາມປອດພັຍ, ແຕ່ຂ້າພະເຈົ້າຄິດວ່າ ສິ່ງສຳຄັນແມ່ນ ຮູ້ຈັກຜູ້ຂາຍ. ແນ່ໃຈວ່າ ເວັບໄຊທ໌ມີຄວາມປອດພັຍ, ແລະຜູ້ຂາຍຍ່ອຍ ທີ່ເຊື່ອຖືໄດ້ທັງຫມົດ ມີເສັ້ນທາງການເຮັດທຸຣະກັມ ທີ່ປອດພັຍ ແລະ Sites ທີ່ປອດພັຍ."
Brian Walker
ທ່ານເລືອກ ທີ່ຈະຊື້ສິນຄ້າດ້ວຍຕົວເອງ ຫຼືບໍ່?

ການຫາຂໍ້ມູນ ແລະການວາງແຜນລ່ວງຫນ້າ ສາມາດຊ່ວຍໃຫ້ທ່ານ ມີຄວາມສະດວກ ແລະ ໄດ້ຜົນຫຼາຍທີ່ສຸດ.

Ms Di Bartolo ກ່າວວ່າ ການຊື້ຂອງ ແລະການຄົ້ນພົບ ການຫຼຸດລາຄາເປັນປະສົບການທາງອາລົມ, ມັກຈະສົ່ງຜົນ ຕໍ່ທັມມະຊາດທີ່ເສບຕິດຂອງການຊື້ສິນຄ້າ ສໍາລັບຫຼາຍຄົນ.

"ການມີຂໍ້ມູນແມ່ນດີ, ໂດຍສະເພາະຖ້າຫາກວ່າທ່ານກໍາລັງເບິ່ງງົບປະມານໃນປີນີ້, ເພາະວ່າມັນງ່າຍຫຼາຍ ທີ່ຈະໃຊ້ຈ່າຍເກີນງົບ ແລະນັ້ນແມ່ນສິ່ງ ທີ່ການໂຄສະນາ ແລະການຕລາດ ເຫຼົ່ານີ້ ຊ່ວຍຈູງໃຈໃຫ້ພວກເຮົາໃຊ້ຈ່າຍເງິນ." Ms Di Bartolo ເຕືອນ.

ຖ້າຫາກວ່າ ທ່ານຕ້ອງການຫຼີກເວັ້ນ ການຫາຂໍ້ມູນ ແລະການຊື້ຂອງໃນຮ້ານ ຫຼືຢູ່ທີ່ສູນການຄ້າ, Ms Di Bartolo ແນະນໍາໃຫ້ຄຶດເຖິງງົບປະມານ ແລະຄວາມຕ້ອງການຂອງທ່ານ ໃນຂນະທີ່ຊື້ສິນຄ້າ.

"ມີສ່ວນຫນຶ່ງຂອງສມອງ ທີ່ເອີ້ນວ່າ ລະບົບການກະຕຸ້ນ Reticular (Reticular Activating System). ນີ້ແມ່ນສ່ວນໜຶ່ງ ຂອງ Psychology of Style. ມັນເຮັດໃຫ້ພວກເຮົາ ຊອກຫາສິ່ງດຽວກັນ ທີ່ເຮົາຄຸ້ນເຄີຍຢູ່ແລ້ວ. ສະນັ້ນ, ອາດຫມາຍຄວາມວ່າ ສ່ວນຫລາຍແລ້ວ ເຮົາຈະໄປຊອກຫາ ສິ່ງທີ່ເຮົາມີຢູ່ໃນຕູ້ເສື້ອຜ້າຢູ່ ແລ້ວ." Ms Di Bartolo ອະທິບາຍ.

ເພື່ອຫຼີກເວັ້ນການຊື້ເຄື່ອງທີ່ບໍ່ຈໍາເປັນ, ໃຫ້ກວດເບິ່ງຕູ້ ເຄື່ອງນຸ່ງ ແລະເຮືອນຂອງທ່ານ ສໍາລັບເຄື່ອງຂອງທີ່ທ່ານມີຢູ່ແລ້ວ ກ່ອນທີ່ຈະຊື້ເຄື່ອງໃຫມ່.
LaurenDiBartolo.JPG
Australian Style Institute Founder Lauren Di Bartolo

ການຈັດງົບປະມານ ແລະ ຫຼີກເວັ້ນການໃຊ້ຈ່າຍຫຼາຍເກີນໄປ

ອີງຕາມ Nadia Massoud, ສາດສະດາຈານດ້ານການເງິນຢູ່ໂຮງຮຽນທຸຣະກິດ Melbourne, ການສ້າງງົບປະມານສໍາລັບການຊື້ ແມ່ນສໍາຄັນຫຼາຍ. ການຈັດຈໍານວນເງິນທີ່ກໍານົດໄວ້ສໍາລັບການຊື້ຂອງ ແລະຕ້ອງຮັກສາຂໍ້ກຳໜົດນັ້ນ.

"ທ່ານຕ້ອງຂຽນລາຍຊື່ລາຍຮັບ. ແລະຈາກນັ້ນ ຂຽນລາຍຊື່ຂອງລາຍຈ່າຍ ແຕ່ລະຢ່າງ. ແລະມີຄ່າໃຊ້ຈ່າຍປະຈຳບາງຢ່າງ ແລະເຮົາບໍ່ສາມາດຄວບຄຸມໄດ້. ນີ້ຄືສິ່ງທີ່ເຮົາເອີ້ນວ່າ ການໃຊ້ຈ່າຍປະຈຳ ແລະມີການປ່ຽນແປງ ທີ່ເຮົາຖືວ່າມັນຈະຂຶ້ນກັບເຮົາ ແລະນີ້ແມ່ນບ່ອນ ທີ່ທ່ານມີການຄວບຄຸມຢ່າງເຕັມທີ່ ແມ່ນສິ່ງທີ່ທ່ານສາມາດເລືອກໄດ້." Ms Massoud ອະທິບາຍ.

ນາງແນະນໍາໃຫ້ຜູ້ບໍຣິໂພກ ຄິດເຖິງການຫຼຸດລາຄາ ຂອງວັນ Boxing Day ເປັນໂອກາດທີ່ຈະຫຼຸດຄ່າໃຊ້ຈ່າຍ ໂດຍລວມ.

"ຖ້າທ່ານມີລູກ ແລະພວກເຂົາເຈົ້າຢູ່ໃນວັຍເຕີບໃຫຍ່ ແລະທ່ານຕ້ອງຊື້ເກີບໃຫ້ພວກເຂົາ... ເຄື່ອງນຸ່ງຫົ່ມໃຫ້ເຂົາເຈົ້າ, ແລ້ວທ່ານຕ້ອງວາງແຜນລ່ວງຫນ້າ ແລະ ຊື້ສິ່ງຂອງທີ່ສໍາຄັນເຫຼົ່ານັ້ນ ໃນລະຫວ່າງການຂາຍຫຼຸດລາຄາຂອງມື້ Boxing Day, " ລາວກ່າວ.

ເຂົ້າໃຈກ່ຽວກັບສິດທິຂອງຜູ້ບໍຣິໂພກອອສເຕຣເລັຍ

ໃນຖານະຜູ້ບໍຣິໂພກ ໃນອອສເຕຣເລັຍ, ມັນເປັນສິ່ງສໍາຄັນ ທີ່ຈະຮູ້ວ່າສິດທິຂອງຜູ້ບໍຣິໂພກຂອງທ່ານ ໄດ້ຮັບການຄຸ້ມຄອງຢ່າງດີ. ການຮູ້ສິ່ງເຫຼົ່ານີ້ ສາມາດຊ່ວຍທ່ານປະຢັດບັນຫາໄດ້ຫຼາຍ.

ທ່ານມີສິດໄດ້ຮັບເງິນຄືນ, ສ້ອມແປງ, ຫຼືປ່ຽນຜລິດຕະພັນທີ່ຜິດພາດ, ບໍ່ປອດພັຍ ທີ່ບໍ່ກົງກັບຄໍາອະທິບາຍ. ເກັບໃບຈ່າຍເງິນ (Receipts) ຂອງທ່ານ, ແລະຢ່າລັງເລໃຈ ທີ່ຈະແຈ້ງບັນຫາຕໍ່ຜູ້ຂາຍ.

Natasha Mann ຜູ້ອໍານວຍການ NSW Fair Trading, ຜລິດຕະພັນ ສ່ວນໃຫຍ່ ທີ່ທ່ານຊື້ໃນອອສເຕຣເລັຍ ມາພ້ອມກັບການຮັບປະກັນ ຂອງຜູ້ບໍຣິໂພກ, ເພື່ອຄວາມແນ່ໃຈວ່າ ຜລິດຕະພັນຈະທຳງານຕາມທີ່ຄາດໄວ້ຕາມຈຸດປະສົງທີ່ຕັ້ງໄວ້.

"ຜລິດຕະພັນຕ້ອງມີຄຸນນະພາບທີ່ຍອມຮັບໄດ້. ພວກເຂົາຕ້ອງມີຄວາມປອດພັຍ ແລະຍືນຍົງໂດຍບໍ່ມີຂໍ້ຜິດພາດ. ພວກເຂົາເຈົ້າຕ້ອງພວກເຂົາເປັນທີ່ຍອມຮັບ, ດັ່ງນັ້ນບໍ່ມີຮອຍຂູດຂີດ ຫຼືບຸບ ຫຼືສິ່ງຕ່າງໆ ແບບນັ້ນ." Ms Mann ກ່າວ.

Australians Celebrate Boxing Day
Boxing Day sales are an excellent opportunity for shoppers to grab deals on everything from electronics to clothing - Getty Credit: Diego Fedele/Getty Images
Ms Mann ກ່າວຕື່ມວ່າ ມັນບໍ່ສໍາຄັນວ່າ ທ່ານໄດ້ຊື້ທາງອິນເຕີເນັດ ຫລືໃນຮ້ານ. ສິດຂອງທ່ານກໍຍັງຄືກັນ. ແຕ່ອາດຈະມີຄວາມຊັບຊ້ອນຫຼາຍຂຶ້ນ ເມື່ອທ່ານຊື້ຈາກຜູ້ຂາຍ ຢູ່ຕ່າງປະເທດ. ແລະມີບາງກໍຣະນີ ທີ່ທ່ານຈະບໍ່ມີສິດ ໄດ້ຮັບເງິນຄືນ.

ກ່າວວ່າ "ໃນລະຫວ່າງການຫຼຸດລາຄາຂອງ Boxing Day ໃຫ້ແນ່ໃຈວ່າ ທ່ານກໍາລັງຊື້ ສິ່ງທີ່ທ່ານຕ້ອງການ ເພາະຖ້າທ່ານປ່ຽນຄວາມຄິດຂອງທ່ານ, ທ່ານບໍ່ມີສິດ ໄດ້ຮັບເງິນຄືນ ໂດຍອັດຕະໂນມັດ."

ການຊື້ຂອງເປັນສ່ວນສຳຄັນຂອງ Boxing Day ໃນອອສເຕຣເລັຍ, ແຕ່ຍັງມີດ້ານສັງຄົມທີ່ອົບອຸ່ນນຳອີກ.

Ms Di Bartolo ກ່າວວ່າ ມັນກ່ຽວກັບການ ນໍາເອົາຜູ້ຄົນມາເຕົ້າໂຮມກັນ, ພັກຜ່ອນ ແລະກິນຂອງທີ່ເຫລືອ ຈາກວັນຄຣິດສະມາສ.

"Boxing Day ບໍ່ຈໍາເປັນຕ້ອງເປັນມື້ ທີ່ກ່ຽວກັບການໃຊ້ຈ່າຍ ແລະການຊື້ສິນຄ້າ. ສໍາລັບຊາວອອສເຕຣເລັຍຫຼາຍຄົນ ຄວາມສຳຄັນຂອງວັນ Boxing Day ຖືວ່າ ເປັນມື້ທີ່ຜູ້ຄົນສາມາດພັກຜ່ອນ ຫຼັງຈາກຄວາມຮູ້ສຶກທີ່ເກີດຂຶ້ນ ກ່ອນວັນຄຣິດສະມາສ." Ms Di Bartolo ແນະນໍາ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

 


Share