ກອງປະຊຸມກ່ຽວກັບສຸຂະພາບ ຂອງຊຸມຊົນນານາວັດທະນະທັມ.

The multicultural health conference in Sydney (SBS).jpg

ກອງປະຊຸມສຸຂະພາບ ແລະຄວາມເປັນຢູ່ທີ່ດີ ນານາວັດທະນະທັມ ແຫ່ງຊາດ ຄັ້ງທໍາອິດ ໃນ Sydney. Credit: SBS.

ກອງປະຊຸມສຸຂະພາບ ແລະຄວາມເປັນຢູ່ທີ່ດີ ນານາວັດທະນະທັມ ແຫ່ງຊາດ ຄັ້ງທໍາອິດ ໄດ້ເລີ່ມຕົ້ນຂຶ້ນ ໃນ Sydney. ກອງປະຊຸມ ມີຈຸດມຸ້ງຫມາຍ ທີ່ຈະເປີດການໂອ້ລົມສົນທະນາ ແລະຫາລື ກ່ຽວກັບວິທີການ ປັບປຸງລະບົບສຸຂະພາບ ຂອງອອສເຕຣເລັຍ ສໍາລັບຊຸມຊົນ ນານາວັດທະນະທັມ.


ກອງປະຊຸມກ່ຽວກັບສຸຂະພາບ ຂອງຊຸມຊົນນານາວັດທະນະທັມ.

ກອງປະຊຸມສຸຂະພາບ ແລະຄວາມເປັນຢູ່ທີ່ດີ ນານາວັດທະນະທັມ ແຫ່ງຊາດ ຄັ້ງທໍາອິດ ໄດ້ເລີ່ມຕົ້ນຂຶ້ນ ໃນ Sydney.

ກອງປະຊຸມ ມີຈຸດມຸ້ງຫມາຍ ທີ່ຈະເປີດການໂອ້ລົມສົນທະນາ ແລະຫາລື ກ່ຽວກັບວິທີການ ປັບປຸງລະບົບສຸຂະພາບ ຂອງ
ສໍາລັບຊຸມຊົນ ນານາວັດທະນະທັມ.

Madina Jaffari ແລະ Sam Dover ລາຍງານ.

ຊຸມຊົນນານາວັດທະນະທັມ ຂອງອອສເຕຣເລັຍ ພວມແບ່ງປັນ ປະສົບການ ທາງລົບຂອງຕົນ ກັບລະບົບ ການດູແລສຸຂະພາບ ຂອງປະເທດໃນກອງປະຊຸມຄັ້ງທໍາອິດ ທີ່ Sydney ໃນຄວາມພະຍາຍາມ ທີ່ຈະດົນໃຈໃຫ້ມີການປ່ຽນແປງ.

ໃນຖານະເປັນທ່ານຫມໍ ທີ່ຜແນກສຸກເສີນ ໃນເມືອງ Gold Coast, ທ່ານ Dinesh Palipana ທີ່ເກີດໃນສີລັງກາ ກໍຄຸ້ນເຄີຍ ກັບສິ່ງທ້າທາຍຕ່າງໆ ທີ່ກ່ຽວຂ້ອງ ໃນລະບົບການດູແລສຸຂະພາບ.

"ຫຼາຍຄັ້ງ ທີ່ຂ້າພະເຈົ້າຮູ້ສຶກວ່າ ບໍ່ມີໃຜຟັງຂ້າພະເຈົ້າ, ບ່ອນທີ່ຂ້າພະເຈົ້າ ບໍ່ຮູ້ວ່າ ມີຫຍັງເກີດຂຶ້ນ ແລະຂ້າພະເຈົ້າ ບໍ່ສາມາດຄວບຄຸມຮ່າງກາຍ ຂອງຂ້າພະເຈົ້າໄດ້ ແລະຮູ້ສຶກວ່າ ໃນລະບົບການດູແລ ສຸຂະພາບ ເມື່ອທ່ານກໍາລັງເຂົ້າໃຈຮ່າງກາຍໃຫມ່ຂອງທ່ານ ໃນຂນະທີ່ ປະສົບກັບສິ່ງທ້າທາຍ ທາງສັງຄົມໃຫມ່ ເຊັ່ນດຽວກັນ, ມັນເປັນເລື່ອງທີ່ຍາກ ຢ່າງບໍ່ຫນ້າເຊື່ອ ແລະມັນເປັນສິ່ງທີ່ຍາກທີ່ສຸດ ທີ່ຂ້າພະເຈົ້າໄດ້ປະສົບມາ."

ຄວາມຮູ້ສຶກຂອງ Mr Palipana ສະທ້ອນໃນທົ່ວວົງການການແພດກັບDr Kuinileti Chang Wai ທີ່ເວົ້າວ່າ ຫຼາຍຄົນໃນຊຸມຊົນ ຮູ້ສຶກວ່າ ບໍ່ມີໃຜຟັງພວກເຂົາເຈົ້າ ເມື່ອຂໍຄວາມຊ່ວຍເຫຼືອທາງການແພດ.

"ເມື່ອໄປທີ່ນັ້ນ, ພວກເຂົາຮູ້ສຶກຄືວ່າ ບໍ່ເຄີຍມີໃຜຟັງ, ວ່າທັດສະນະຄະຕິຂອງພະນັກງານ ຮັກສາສຸຂະພາບ ໃນລະບົບຮອງນັ້ນ ບໍ່ມີຄວາມເປັນມິດປານໃດ, ລູກບາງຄົນຂອງພວກເຂົາ, ຄືກັບວ່າ ພວກເຂົາຈະໄດ້ຮັບການກວດ, ແຕ່ພວກເຂົາ ຍັງຈະຕ້ອງກັບມາອີກສາມມື້ຕໍ່ມາ ດ້ວຍໂຣກປອດອັກເສບຮ້າຍແຮງ ແລະພວກເຂົາບໍ່ໄດ້ຮັບການປິ່ນປົວ."

ໃນຂນະທີ່ ບັນຫາເຫຼົ່ານີ້ ໄດ້ແຜ່ລາມມາດົນແລ້ວ, ມັນແມ່ນການລະບາດຂອງ COVID-19 ທີ່ກໍ່ໃຫ້ເກີດ ຄວາມຈໍາເປັນທີ່ ຈະຕ້ອງໄດ້ກວດສອບບັນຫານີ້ ຕື່ມອີກ.

ຂໍ້ມູນຈາກສໍານັກງານ ສະຖິຕິຂອງອອສເຕຣເລັຍ ຊີ້ໃຫ້ເຫັນວ່າ ຈໍານວນຄົນ ທີ່ເກີດຢູ່ຕ່າງປະເທດ ທີ່ໄດ້ເສັຍຊີວິດໄປນັ້ນ ສູງກວ່າໃນປີ 2020 ແລະ 2021 ເມື່ອທຽບໃສ່ກັບຄົນ ທີ່ເກີດຢູ່ໃນອອສເຕຣເລັຍ.

ຄວາມແຕກຕ່າງນີ້ ໄດ້ປ່ຽນໄປໃນປີ 2022 ແລະ 2023 ໂດຍມີຈໍານວນຜູ້ເສັຍຊີວິດ ຕ່ຳກວ່າຜູ້ທີ່ເກີດ ຢູ່ໃນອອສເຕຣເລັຍ.

ຫົວຫນ້າຂອງ the Federation of Ethnic Communities Councils of Australia (FECCA), ທ່ານ Carlo Carli, ກ່າວວ່າ ໃນຕອນແພ່ລາມໃໝ່ໆ ຂອງ COVID ໄດ້ເຮັດໃຫ້ເຫັນບັນຫານີ້.

"COVID ເຮັດໃຫ້ຜູ້ຄົນສັ່ນຄອນຫນ້ອຍຫນຶ່ງ, ມັນໄດ້ເຮັດໃຫ້ເຫັນຄວາມບໍ່ສເມີພາບ ໃນລະບົບສຸຂະພາບ ຢ່າງແທ້ຈິງ. ພວກເຮົາ ຕ້ອງກຽມຕົວ ສໍາລັບການລະບາດຄັ້ງຕໍ່ໄປ. ມັນບໍ່ແມ່ນບັນຫາ ທີ່ຈະຫາຍໄປງ່າຍໆ. ສະນັ້ນ, ບົດຮຽນທັງຫມົດ ບໍ່ສາມາດສູນເສັຍຖິ້ມລ້າໆ ແລະຂ້າພະເຈົ້າຄິດວ່າ
ຣັຖບານກາງ ແລະຣັຖບານຂອງຣັດ ທີ່ພວກເຮົາໄດ້ສົນທະນານຳນັ້ນ ເບິ່ງຄືວ່າຕອບສນອງ ຕໍ່ສິ່ງນັ້ນຫລາຍ."

ຜູ້ຕ່າງຫນ້າ ດ້ານສຸຂະພາບ ແລະຜູ້ຊ່ຽວຊານ ທີ່ສໍາຄັນກວ່າ 500 ຄົນຈາກທົ່ວປະເທດ ໄດ້ຮວມກັນ ໃນກອງປະຊຸມສອງມື້ ເພື່ອປຶກສາຫາລືກ່ຽວກັບວິທີ ການປັບປຸງການປິ່ນປົວສຸຂະພາບ ສໍາລັບຊຸມຊົນນານາວັດທະນະທັມ ແລະຊອກຫາວິທີການ ທີ່ດີກວ່າ ໃນການນຳທາງລະບົບ.

ມັນເປັນການສົນທະນາ ທີ່ຜູ້ຈັດກອງປະຊຸມເຊື່ອວ່າ ເປັນສິ່ງສໍາຄັນເນື່ອງຈາກຄວາມບົກພ່ອງ ໃນຂໍ້ມູນທີ່ມີຢູ່.

"ພວກເຮົາ ມີຂໍ້ມູນຫນ້ອຍຫຼາຍ ໃນການແບ່ງແຍກກຸ່ມ ທີ່ແຕກຕ່າງກັນ. ຂໍ້ມູນຈຳນວນຫຼາຍ ຂອງພວກເຮົາ ແມ່ນມາຈາກລະຫັດໄປສະນີ (Postcodes), ແລະພວກເຮົາຮູ້ວ່າ ມີຄວາມບໍ່ສເມີພາບຢ່າງໃຫຍ່ຫຼວງ ໃນດ້ານຜົນຮັບດ້ານສຸຂະພາບ ແລະຄວາມຢູ່ດີກິນດີ ຕາມລະຫັດໄປສະນີ (Postcode) ຂອງຜູ້ຄົນ."

ທ່ານ Chris Lemoh ກ່າວວ່າ ກອງປະຊຸມກໍາລັງພະຍາຍາມ ທີ່ຈະເນັ້ນຫນັກ ເຖິງສົມມຸດຕິຖານບາງຢ່າງ ກ່ຽວກັບເຊື້ອຊາດ ຊຶ່ງເປັນຫົວໃຈຂອງການດູແລສຸຂະພາບ ຂອງອອສເຕຣເລັຍ.

"ມີການສົມມຸດຕິຖານ ຢ່າງຫຼາຍ ວ່າຄົນທົ່ວໄປ ໃນລະບົບສຸຂະພາບແມ່ນຄົນຂາວ, ຊົນຊັ້ນກາງ, ມີການສຶກສາ, ເກີດໃນອອສເຕຣເລັຍ, ທີ່ເວົ້າພາສາອັງກິດ, ແລະລະບົບສຸຂະພາບຂອງພວກເຮົາ ໂດຍພື້ນຖານແລ້ວ ແມ່ນໃຫ້ຄວາມສຳຄັນ ກັບຄົນກຸ່ມນັ້ນ, ແລະຄົນອື່ນ ຖືກເບິ່ງວ່າເປັນສ່ວນເກີນ."

ໃນຂນະ ທີ່ການສົນທະນາເຫຼົ່ານີ້ ຍັງຢູ່ໃນຂັ້ນຕອນເບື້ອງຕົ້ນ, ບາງສະຖາບັນ ໄດ້ເລີ່ມດຳເນີນການ ແກ້ໄຂແລ້ວ.

ທ່ານ Zarlasht Sarwari ນັກຄົ້ນຄວ້າ ທີ່ມະຫາວິທະຍາໄລ   ກ່າວວ່າ South Eastern Sydney Local Health ໄດ້ນໍາສເນີແຜນ ທີ່ຈະຕໍ່ສູ້ກັບການຢຽດເຊື້ອຊາດ.

"ມີການລິເລີ່ມຢ່າງກວ້າງຂວາງ ທົ່ວເຂດ ໃນການຝຶກອົບຮົມພະນັກງານ ແລະປັບນະໂຍບາຍ, ການສື່ສານ ແລະການປະຕິບັດ ໃຫ້ສອດຄ່ອງກັບ ບັນຫາເລື່ອງເຊື້ອຊາດ ແລະວິທີ ທີ່ພວກເຂົາສາມາດຕອບສນອງ ແລະກຽມພ້ອມ ເປັນກໍາລັງແຮງງານ ໃນການຈັດການບັນຫານີ້ໄດ້ດີຂຶ້ນ."

ທ່ານນາງ Sarwari ກ່າວວ່າ ໂຄງການດັ່ງກ່າວນີ້ ສາມາດໃຫ້ຄວາມຫວັງແກ່ຊຸມຊົນ ນານາວັດທະນະທັມ ຂອງອອສເຕຣເລັຍ ສໍາລັບລະບົບ ທີ່ເທົ່າທຽມກັນ ຫລາຍຂຶ້ນ.

"ນັ້ນໃຫ້ຄວາມຫມັ້ນໃຈຫຼາຍ ວ່າການແຊກແຊງປະເພດນີ້ ເມື່ອຖືກອອກແບບມາຢ່າງດີ, ເທິງພື້ນຖານຂອງການຄົ້ນຄວ້າ, ເມື່ອໄດ້ຮັບວິທີການທີ່ຄົບຖ້ວນນັ້ນ ແລະ ມີເວລາແລະຊັບພະຍາກອນ ແລະການ ສນັບສນູນຄວາມເປັນຜູ້ນໍາ, ມັນສາມາດໃຫ້ຜົນຮັບທີ່ມີປະສິດທິພາບຫຼາຍ. ແລະ ພວກເຮົາຫວັງວ່າ ດ້ວຍສິ່ງທີ່ພວກເຂົາ ໄດ້ບັນລຸກັບຍຸດທະສາດນີ້, ສຸຂະພາບທ້ອງຖິ່ນອື່ນໆ ສາມາດຮຽນຮູ້ ຫຼືຖອດບົດຮຽນຈາກພວກເຂົາ."

ເນື້ອເລື່ອງໂດຍ Madina Jaffari & Sam Dover  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share