ການເນຣະເທດ ຜູ້ເຂົ້າເມືອງຜິດກົດໝາຍ

QUESTION TIME

ຣັຖມົນຕີກະຊວງບໍຣິການສັງຄົມ, Amanda Rishworth. Credit: MICK TSIKAS/AAPIMAGE

ການສອບຖາມ ຂອງສະພາສູງ (Senate Inquiry) ໄດ້ແນະນໍາ ໃຫ້ຣັຖບານ ອອກກົດຫມາຍ ວ່າດ້ວຍການເນຣະເທດ ທີ່ເປັນເລື້ອງຖົກຖຽງຊຶ່ງຈະເຮັດໃຫ້ການເນຣະເທດ ຜູ້ທີ່ຢູ່ໃນສະຖານທີ່ຄຸມຂັງຄົນເຂົ້າເມືອງໄດ້ງ່າຍຂຶ້ນ. ກົດຫມາຍສະບັບນີ້ ຍັງຈະອະນຸຍາດ ໃຫ້ຣັຖບານກໍານົດຫ້າມແບບຄອບຄຸມ ຕໍ່ປະຊາຊົນ ຈາກຊາດທີ່ຣັຖບານປະຕິເສດ ທີ່ຈະຮັບເອົາການສົ່ງກັບຄືນ ຂອງພົນລະເມືອງ ທີ່ຖືກເນຣະເທດ.


ການເນຣະເທດ ຜູ້ເຂົ້າເມືອງຜິດກົດໝາຍ.

ການສອບຖາມ ຂອງສະພາສູງ (Senate Inquiry) ໄດ້ແນະນໍາ ໃຫ້
ອອກກົດຫມາຍ ວ່າດ້ວຍການເນຣະເທດ ທີ່ເປັນເລື້ອງຖົກຖຽງຊຶ່ງຈະເຮັດໃຫ້ການເນຣະເທດ ຜູ້ທີ່ຢູ່ໃນສະຖານທີ່ຄຸມຂັງຄົນເຂົ້າເມືອງໄດ້ງ່າຍຂຶ້ນ.

ກົດຫມາຍສະບັບນີ້ ຍັງຈະອະນຸຍາດ ໃຫ້ຣັຖບານກໍານົດຫ້າມແບບຄອບຄຸມ ຕໍ່ປະຊາຊົນ ຈາກຊາດທີ່ຣັຖບານປະຕິເສດ ທີ່ຈະຮັບເອົາການສົ່ງກັບຄືນ ຂອງພົນລະເມືອງ ທີ່ຖືກເນຣະເທດ.

Rania Yallop ລາຍງານ.

ຄນະກັມມະການສະພາ ໄດ້ແນະນໍາໃຫ້ຣັຖບານ ອອກກົດຫມາຍ ທີ່ເປັນເລື້ອງຖົກຖຽງ ວ່າຂົ່ມຂູ່ຕໍ່ຄົນ ທີ່ບໍ່ໄດ້ເປັນພົນລະເມືອງ ດ້ວຍການຕິດຄຸກ ຖ້າຫາກເຂົາເຈົ້າ ບໍ່ຮ່ວມມື ກັບການເນຣະເທດ ຂອງເຂົາເຈົ້າ.

ກົດຫມາຍສະບັບນີ້ ໃຫ້ອໍານາດແກ່ຣັຖບານ ໃນການບັງຄັບ ໃຫ້ຜູ້ຖືກກັກຂັງຄົນເຂົ້າເມືອງ ປະຕິບັດຕາມການຍົກຍ້າຍ ອອກຈາກອອສເຕຣເລັຍ ໂດຍມີໂທດຈໍາຄຸກ ຢ່າງຫນ້ອຍ 12 ເດືອນ ສໍາລັບຜູ້ທີ່ ບໍ່ໃຫ້ຄວາມຮ່ວມມື.

ຄໍາແນະນໍາ ອີກພຽງຢ່າງດຽວກໍຄື ຣັຖມົນຕີພິຈາລະນາເຖິງຜົນກະທົບຂອງຊຸມຊົນ ເມື່ອກໍານົດໃຫ້ປະເທດ ເປັນປະເທດທີ່ກ່ຽວຂ້ອງ-ຊຶ່ງແມ່ນອໍານາດ ທີ່ອະນຸຍາດໃຫ້ຣັຖມົນຕີ ປະຕິບັດການຫ້າມ ແບບຄອບຄຸມ ການໃຫ້ວີຊາ ແກ່ປະຊາຊົນ ຈາກປະເທດທີ່ຣັຖບານບໍ່ຍອມຮັບເອົາການກັບຄືນ ຂອງພົນລະເມືອງ ທີ່ຖືກເນຣະເທດ.

James Paterson ໂຄສົກກະຊວງພາຍໃນ ຂອງຝ່າຍຄ້ານ ໄດ້ບອກກັບ ABC ວ່າທ່ານສນັບສນູນ ກົດຫມາຍບາງສະບັບ.

"ພວກເຮົາຮັບຮູ້ວ່າ ມີບັນຫານະໂຍບາຍສາທາຣະນະ. ເມື່ອມີຄົນຖືກພົບວ່າ ບໍ່ແມ່ນຜູ້ຂໍລີ້ພັຍແທ້, ຜູ້ທີ່ປະຕິເສດ ທີ່ຈະໃຫ້ຄວາມຮ່ວມມືກັບການຍົກຍ້າຍຕົນເອງ ,ແລະນັ້ນຫມາຍຄວາມວ່າ ພວກເຂົາສາມາດຢູ່ໃນ
ເປັນເວລາຫຼາຍປີ ທີ່ເກີນກວ່າຄວນ. ຣັຖບານຕ້ອງການອໍານາດ ໃນການຮັບມືກັບເລື້ອງນັ້ນ."

ແຕ່ຍັງເປັນຫ່ວງ ກ່ຽວກັບອໍານາດ ໃນການກໍານົດປະເທດ ທີ່ມີຄວາມກ່ຽວຂ້ອງ.

"ກົດຫມາຍສະບັບນີ້ ໃຫ້ອໍານາດພິເສດແກ່ຣັຖມົນຕີກະຊວງກວດຄົນເຂົ້າເມືອງ ຊຶ່ງໃນຄວາມຈິງແລ້ວ ມີອຳນາດໃນການກວດສອບ ຫຼືການກຳກັບດູແລ ຫຼືການຢັບຢັ້ງເຫຼົ່ານັ້ນຫນ້ອຍ. ແລະເຖິງແມ່ນວ່າ ບາງເທື່ອ ອໍານາດເຊັ່ນນັ້ນ ອາດເປັນສິ່ງທີ່ເຫມາະສົມ ຕາມສະຖານະການ, ແຕ່ເຮົາຄິດວ່າ ມັນຕ້ອງມີການດູແລ ແລະຄວບຄຸມຢ່າງຫນັກ ເພື່ອໃຫ້ແນ່ໃຈວ່າ ມັນບໍ່ໄດ້ຖືກໃຊ້ໃນທາງທີ່ຜິດ."

ທ່ານ David Shoebridge ໂຄສົກກະຊວງກວດຄົນເຂົ້າເມືອງ ຂອງພັກ Greens ຊຶ່ງເປັນສ່ວນນຶ່ງຂອງຄນະກັມມະການກ່າວວ່າ ມີການຄັດຄ້ານຢ່າງຖ້ວມລົ້ນ ຕໍ່ຮ່າງກົດຫມາຍ ໃນລະຫວ່າງການສອບຖາມນັ້ນ.

"ເວົ້າຢ່າງກົງໄປກົງມາ, ຈາກການສເນີເລື້ອງ ຫຼາຍກວ່າ 100 ສະບັບທີ່ພວກເຮົາໄດ້ຮັບ ຈາກອົງການຈັດຕັ້ງຕ່າງໆ ໃນການສອບຖາມນີ້, ຫຼາຍຮ້ອຍກວ່າສະບັບ ຈາກບຸກຄົນ, ບໍ່ມີການສເນີພຽງເລື້ອງດຽວ, ນອກຈາກທີ່ສເນີໂດຍຣັຖບານ, ໄດ້ກ່າວວ່າ ກົດຫມາຍສະບັບນີ້ ຄວນຈະຜ່ານ. ມັນຜິດໃນຫຼັກການ, ມັນຜິດໃນການປະຕິບັດ, ແລະມັນໂຫດຮ້າຍໃນແບບແຜນ.

David Manne ຜູ້ອໍານວຍການ ດ້ານກົດຫມາຍຜູ້ລີ້ພັຍກ່າວວ່າທ່ານປລາດໃຈ ທີ່ຄນະກັມມະການ ໄດ້ແນະນໍາ ໃຫ້ຜ່ານຮ່າງກົດຫມາຍນັ້ນ.

"ມັນເປັນເລື່ອງຫນ້າປລາດໃຈຫຼາຍ ທີ່ຄນະກັມມະການໃນເລື້ອງນີ້ ຈະ ສນັບສນູນ ຮ່າງກົດຫມາຍສະບັບນີ້, ເນື່ອງຈາກວ່າ ມັນຖືກປະນາມຢ່າງຖ້ວມລົ້ນ ຈາກຊຸມຊົນ, ລວມທັງຜູ້ຊ່ຽວຊານ, ເປັນການເລືອກປະຕິບັດຢ່າງສູງ, ທັງອັນຕຣາຍຫຼາຍ, ແລະເກີນຂອບເຂດຢ່າງແຮງ. ຮ່າງກົດຫມາຍ ທີ່ບໍ່ສາມາດແກ້ໄຂໄດ້ ແມ່ນມີຂໍ້ບົກພ່ອງໂດຍພື້ນຖານ, ແລະຈໍາເປັນ ຕ້ອງຖືກປະຕິເສດຢ່າງສິ້ນເຊີງ ໂດຍສະພາ."

ໃນເດືອນມີນາ, ພັກແຮງງານ ໄດ້ພະຍາຍາມທີ່ຈະຟ້າວຜ່ານກົດຫມາຍ, ແຕ່ວ່າ ມັນໄດ້ຖືກຄັດຄ້ານ ໂດຍຝ່າຍຄ້ານ ແລະພວກ crossbenchers ບາງຄົນຍັງຮຽກຮ້ອງ ໃຫ້ມີການກວດສອບຕື່ມອີກ.

ພັກ Coalition ບໍ່ເຫັນນຳ ໃນການສອບຖາມ ໂດຍຮຽກຮ້ອງ ໃຫ້ມີການດັດແປງກົດຫມາຍ ທີ່ຈະຄວບຄຸມອໍານາດ ທີ່ມອບໃຫ້ກັບ ຣັຖມົນຕີກວດຄົນເຂົ້າເມືອງ.

Mr Paterson ໄດ້ບອກກັບ ABC ວ່າຕອນນີ້ ແມ່ນເລື້ອງຂອງຣັຖບານທີ່ຈະຕ້ອງຮັບມື.

"ພວກເຂົາເຈົ້າ ໄດ້ພະຍາຍາມທີ່ຊຸກຍູ້ເລື້ອງນີ້ໃຫ້ຜ່ານຣັຖສະພາ ພາຍໃນ 72 ຊົ່ວໂມງ ແລະໄດ້ພະຍາຍາມປ້ອງກັນ ບໍ່ໃຫ້ມີການສອບຖາມນີ້ເກີດຂຶ້ນ. ແຕ່ເນື່ອງຈາກການສອບຖາມນີ້, ປັດຈຸບັນພວກເຮົາຮູ້ເຖິງຜູ້ຍື່ນຄໍາຮ້ອງ 118 ຄົນຕໍ່ການສອບຖາມ, 117 ຄົນໄດ້ຄັດຄ້ານຮ່າງກົດຫມາຍ. ແຕ່ບັນດາສະມາຊິກສະພາສູງ ຂອງຣັຖບານ ບໍ່ໄດ້ພະຍາຍາມ ທີ່ຈະຄິດເລື້ອງຫລັກຖານນັ້ນ ແລະສເນີໃຫ້ມີການດັດແກ້. ພວກເຮົາໄດ້ສເນີ ໃຫ້ມີການແກ້ໄຂ ຊຶ່ງພວກເຮົາຄິດວ່າ ຈະປັບປຸງກົດຫມາຍນັ້ນໃຫ້ດີຂຶ້ນ. ຣັຖບານ ຕ້ອງຮັບມືໃນເລື້ອງນີ້. ເຮົາຈະລໍຖ້າເບິ່ງວ່າ ເຂົາເຈົ້າເວົ້າແນວໃດ ກ່ອນທີ່ເຮົາຈະດຳເນີນຂັ້ນສຸດທ້າຍ ຂອງເຮົາແນວໃດ."

ຣັຖມົນຕີກະຊວງບໍຣິການສັງຄົມ, Amanda Rishworth, ໄດ້ບອກກັບ Channel Seven ວ່າ ຝ່າຍຄ້ານ ຄວນຈະຜ່ານຮ່າງກົດຫມາຍນັ້ນ.

"ຄນະກັມມະການ ໄດ້ແນະນໍາ ໃຫ້ຜ່ານຮ່າງກົດຫມາຍ ແລະຂ້າພະເຈົ້າພຽງແຕ່ຢາກເວົ້າວ່າ ພັກຝ່າຍຄ້ານ ຕ້ອງຢຸດຫຼິ້ນການເມືອງ ກັບເລື່ອງນີ້, ເຊິ່ງມັນແມ່ນ ສິ່ງທີ່ກຳລັງເປັນຢູ່, ເພາະວ່າແນ່ນອນ, ໃນເດືອນມີນາ ພວກເຂົາເຈົ້າ ໄດ້ລົງຄະແນນສຽງຮັບຮອງເອົາ ໃນສະພາຕ່ຳ ແລະຈາກນັ້ນ ພວກເຂົາເຈົ້າ ກໍຄັດຄ້ານໃນສະພາສູງ, ແລ້ວພວກເຂົາເຈົ້າ ໄດ້ຖ່ວງດຶງ ຮ່າງກົດຫມາຍນັ້ນ, ແລ້ວພວກເຂົາເຈົ້າ ກໍຢາກສົ່ງກັບໄປຣັຖສະພາ ເພື່ອນໍາພິຈາະນາ ຮ່າງກົດຫມາຍສະບັບນີ້ໃໝ່. ແລະບັດນີ້ ຂ້າພະເຈົ້າບໍ່ແນ່ໃຈວ່າ ພວກເຂົາເຈົ້າ ຈະສນັບສນູນຮ່າງກົດໝາຍນີ້ຫລືບໍ່. ພວກເຂົາເຈົ້າ ໄດ້ມີຕໍາແຫນ່ງທີ່ແຕກຕ່າງ ກັນຢ່າງຫຼວງຫຼາຍ, ແລະມັນຍັງບໍ່ຊັດເຈນວ່າ ພວກເຂົາເຈົ້າສນັບສນູນ ສິດທິຂອງຣັຖບານ ໃນການກໍາຈັດ ຜູ້ທີ່ຈະຕ້ອງຖືກຍົກຍ້າຍຫຼືບໍ່. ມັນເປັນແນວຄິດທີ່ງ່າຍໆ ແລະຂ້າພະເຈົ້າຫວັງວ່າ ຝ່າຍຄ້ານຈະເຫັນວ່າເຫມາະສົມ ແລະບໍ່ຫລິ້ນການເມືອງ ໃນສະພາສູງ ກັບຮ່າງກົດໝາຍນີ້."

Mr Shoebridge ກ່າວວ່າພັກ Greens ຈະບໍ່ສນັບສນູນ ຮ່າງກົດຫມາຍນັ້ນ.

"ເປັນເວລາຫຼາຍອາທິດແລ້ວ, ພວກເຮົາ ເຫັນຣັຖບານອ້າງວ່າ ກົດຫມາຍສະບັບນີ້ ແມ່ນເລື້ອງຮີບດ່ວນ, ແຕ່ພວກເຂົາເຈົ້າບໍ່ ມີພື້ນຖານ ທີ່ຫນ້າເຊື່ອຖື ໃນການອ້າງອີງນັ້ນ. ພວກເຮົາຮູ້ວ່າ ຖ້າກົດຫມາຍສະບັບນີ້ຜ່ານ, ມັນຈະສົ່ງຜົນກະທົບ ຕໍ່ປະຊາຊົນຫລາຍພັນຄົນ ໃນຊຸມຊົນຂອງພວກເຮົາ. ນີ້ບໍ່ແມ່ນກົດຫມາຍທີ່ພັກ Greens ຫຼືພັກການເມືອງໃດໆ ຄວນສນັບສນູນ ໃນການຜ່ານຣັຖສະພາ ຢ່າງຮີບດ່ວນ ບໍ່ວ່າຈະຢູ່ໃນຈຸດໃດກໍຕາມ."

ເນື້ອເລື່ອງໂດຍ  Rania Yallop ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share