ສົງຄາມອອສເຕຣເລັຍ ແມ່ນຫຍັງ ແລະເປັນຫຍັງ ປວັດສາດຈຶ່ງບໍ່ຖືກຍອມຮັບ?

AusWars_16x9.jpg

The Australian Wars documentary Credit: Blackfella Films

ສົງຄາມຊາຍແດນ (The Frontier Wars) ເປັນຄໍາທີ່ມັກໃຊ້ ເພື່ອກ່າວເຖິງການຂັດແຍ່ງຢ່າງຮຸນແຮງ ເປັນເວລາ 100ກວ່າປີ ລະຫວ່າງ ພວກຕັ້ງຖິ່ນຖານ ໃນອານານິຄົມ ແລະຊົນເຜົ່າພື້ນເມືອງ ທີ່ເກີດຂຶ້ນ ໃນລະຫວ່າງການຕັ້ງຖິ່ນຖານ ຂອງອັງກິດ ໃນອອສເຕຣເລັຍ. ເຖິງແມ່ນວ່າ ອອສເຕຣເລັຍ ຈະໃຫ້ກຽດແກ່ການມີສ່ວນຮ່ວມ ໃນສົງຄາມຢູ່ຕ່າງປະເທດກໍຕາມ, ແຕ່ຍັງບໍ່ທັນ ຮັບການຕໍ່ສູ້ ທີ່ເຮັດໃຫ້ ອອສເຕຣເລັຍເປັນປະເທດ ທີ່ເປັນຢູ່ໃນປະຈຸບັນ.


ຈຸດສຳຄັນ
  • ສົງຄາມອອສເຕຣເລັຍ ຖືກຮັບຮູ້ ຫຼັງຈາກການປະກາດວ່າ 'Terra Nullius' ໄດ້ຖືກຄັດຄ້ານທາງກົດໝາຍ ແລະຖືກລົບລ້າງ.
  • ສົງຄາມອອສເຕຣເລັຍ ຕໍ່ສູ້ກັນໃນທົ່ວທະວີບ, ນັບຕັ້ງແຕ່ ການມາເຖິງຂອງກອງເຮືອ ລຳທໍາອິດໃນປີ 1788, ແລະຈົນເຖິງກາງຊຸມປີ 1930.
  • • ບັນທຶກອານານິຄົມ (Colonial records) ແລະຫຼັກຖານ ທາງບູຮານຄະດີທີ່ຄົ້ນພົບ ໂດຍທີມງານຜູ້ຊ່ຽວຊານ ສະແດງໃຫ້ເຫັນ ເຖິງຂນາດທີ່ຫນ້າຢ້ານກົວ ຂອງຄວາມຂັດແຍ່ງ.
ຄໍາເຕືອນເນື້ອຫາ: ບົດຄວາມ ແລະ podcast ຕອນນີ້ ມີການອ້າງອີງເຖິງຄວາມຮຸນແຮງ ທີ່ອາດສ້າງຄວາມບໍ່ສະບາຍໃຈຕໍ່ບາງຄົນ.

ເມື່ອ Captain James Cook ມາເຖິງຝັ່ງທະເລ ຂອງສິ່ງທີ່ຮູ້ກັນ ໃນເວລານີ້ວ່າອອສເຕຣເລັຍ, ເພິ່ນໄດ້ປະກາດ ທີ່ດິນອັນກວ້າງໃຫຍ່ນີ້ວ່າ 'Terra Nullius', ແຜ່ນດິນທີ່ບໍແມ່ນຂອງໃຜ. ເຖິງຢ່າງໃດກໍຕາມ, ທະວີບເກາະດັ່ງກ່າວ ເປັນທີ່ຕັ້ງຂອງຫລາຍຮ້ອຍຊົນຊາດ ແລະເຜົ່າຕ່າງໆ ຂອງຊາວ Aboriginal ແລະTorres Strait Islander ທີ່ແຕກຕ່າງກັນ.—ປະຊາຊົນຊາວພື້ນເມືອງ ຫລາຍແສນຄົນ ທີ່ຖືກຖືວ່າ ເປັນ 'ອານາປະຊາຣາຊ (ປະຊາຊົນຂອງຫົວເມືອງຂຶ້ນ)' ຂອງອັງກິດທັນທີ.

ສິ່ງນີ້ ໄດ້ກາຍເປັນສາເຫດ ໃຫ້ເກີດສົງຄາມຊາຍແດນ (), ຊຶ່ງແມ່ນການຂັດແຍ່ງທີ່ໂຫດຮ້າຍ ລະຫວ່າງຊາວພື້ນເມືອງ ແລະຜູ້ຕັ້ງຖິ່ນຖານ ທີ່ເປັນການກໍ່ຕັ້ງຂອງອອສເຕຣເລັຍ. ມັນແມ່ນ ປວັດສາດ ທີ່ຫາກວ່າເລີ້ມໄດ້ຮັບການຮັບຮູ້ໃນເວລານີ້.

ຜູ້ສ້າງຮູບເງົາ, Rachel Perkins, ແມ່ຍິງຊາວ Arrernte ແລະ Kalkadoon ທີ່ມີເຊື້ອສາຍຢູໂຣບ ໄດ້ຜລິດ "The Australian Wars" ເຊິ່ງເປັນຊຸດສາຣະຄະດີ ທີ່ໃຫ້ລາຍລະອຽດ ຂອງການຕໍ່ສູ້ ຂອງຊາວພື້ນເມືອງ ທີ່ປົກປ້ອງດິນແດນຂອງເຂົາເຈົ້າ ຈາກຜູ້ຕັ້ງຖິ່ນຖານຊາວອັງກິດ.

ນີ້ແມ່ນສົງຄາມທີ່ ຕໍ່ສູ້ໃນອອສເຕຣເລັຍ, ແລະມັນແມ່ນສົງຄາມ ທີ່ເຮັດໃຫ້ເປັນຣັດອອສເຕຣເລັຍ ໃນປັດຈຸບັນ.
Rachel Perkins, Filmmaker.
ສົງຄາມອອສເຕຣເລັຍ () ຕໍ່ສູ້ກັນທົ່ວທະວີບ, ນັບແຕ່ການມາເຖິງ ຂອງກໍາປັ່ນລຳທໍາອິດໃນປີ 1788, ແລະຈົນເຖິງກາງປີ 1930, ແຕ່ຂໍ້ຂັດແຍ່ງເຫຼົ່ານີ້ ບໍ່ໄດ້ຖືກສອນໃນໂຮງຮຽນ ຫຼືແມ່ນແຕ່ ໄດ້ຮັບການຍອມຮັບວ່າເປັນສົງຄາມ ຈົນເຖິງທ້າຍສັດຕະວັດທີ 20.

ແມ່ນຫນຶ່ງໃນນັກປວັດສາດ ທີ່ໄດ້ຮັບການນັບຖືຫຼາຍທີ່ສຸດ ຂອງອອສເຕຣເລັຍ ແລະເປັນຜູ້ຊ່ຽວຊານດ້ານສົງຄາມ. ເມື່ອລາວເລີ່ມສອນປວັດສາດໃນປີ 1966, ລາວເວົ້າວ່າ ເກືອບບໍ່ມີການອ້າງອີງ ເຖິງຄົນ Aboriginal ໃນໜັງສືປວັດສາດເລີຍ.

ລາວກ່າວວ່າ "ມັນໄດ້ກ່າວເຖິງຊາວ Aboriginal ສອງເທື່ອ, ພຽງແຕ່ແບບຜ່ານໄປເທົ່ານັ້ນ ແລະຍັງບໍ່ມີ ໃນດັດຊະນີເລີຍ."

ເບິ່ງຕົວຢ່າງຂອງ The Australian Wars:


Prof Reynolds ກ່າວວ່າ ນີ້ແມ່ນ ຍ້ອນວ່າ ສົງຄາມຊາຍແດນ (Frontier Wars) ບໍ່ໄດ້ຖືກເຫັນວ່າ ເປັນການສູ້ຮົບຢ່າງເຕັມຮູບແບບ ໃນກາງສັດຕະວັດທີ 20, ເນື່ອງຈາກການຂັດແຍ່ງນັ້ນ ຄ້າຍກັບສົງຄາມກອງໂຈນ.

"ມຸມມອງກໍຄືວ່າ ມັນນ້ອຍ ແລະກະຈັດກະຈາຍເກີນໄປ ທີ່ຈະພິຈາຣະນາວ່າ ມີຄວາມຮ້າຍແຮງຂອງສົງຄາມ. ບໍ່ມີເຄື່ອງແບບ, ບໍ່ມີທະຫານເດີນທັບ...ບໍ່ເຄີຍມີການສ້າງກອງທັບ ແລະການສູ້ຮົບຂນາດໃຫຍ່ ໃນຄວາມຫມາຍຂອງສົງຄາມ, ແຕ່ເຖິງຢ່າງໃດກໍຕາມ, ກໍເຫັນໄດ້ຢ່າງຊັດແຈ້ງວ່າ ມັນເປັນຮູບແບບຂອງສົງຄາມ"

ນັກປະວັດສາດ ຜູ້ຊ່ຽວຊານອີກຄົນນຶ່ງ ກ່ຽວກັບສົງຄາມຊາຍແດນ ອອສເຕຣເລັຍ (Australian Frontier Wars) ເຫັນກໍເຫັນພ້ອງນຳ. ລາວກ່າວວ່າ ຄວາມເຂົ້າໃຈຜິດນີ້ ແມ່ນເປັນຜົນມາຈາກສົງຄາມໂລກຄັ້ງທີຫນຶ່ງ ແລະ ຄັ້ງທີສອງ ຊຶ່ງໄດ້ປ່ຽນວິທີການຮັບຮູ້ສົງຄາມ.

ເຖິງຢ່າງໃດກໍຕາມ, ສົງຄາມຂນາດໃຫຍ່ປະເພດນີ້ ແມ່ນເລື້ອງຜິດປົກກະຕິ ໃນ ປວັດສາດຂອງມະນຸດ.

"ພວກເຂົາກໍຮູ້ວ່າມັນເປັນສົງຄາມໃນຕອນນັ້ນ. ເອກະສານອານານິຄົມ (Colonial documents) ທັງຫມົດເອີ້ນວ່າແມ່ນສົງຄາມ, ແຕ່ໃນສັດຕະວັດທີ 20 ແລະ 21 ພວກເຮົາເບິ່ງບໍ່ເຫັນໃນສິ່ງນັ້ນ. ແລະຂ້າພະເຈົ້າຄິດວ່າ ຍັງມີເຫດຜົນທາງການເມືອງບາງຢ່າງ ທີ່ເຮັດໃຫ້ຫລາຍຄົນ ບໍ່ສາມາດລະບຸວ່າເປັນສົງຄາມ." Dr Clements ອະທິບາຍ.

ເຫດຜົນທາງການເມືອງເຫຼົ່ານັ້ນ ເກີດຈາກການຂັດແຍ່ງທາງດ້ານກົດຫມາຍລະຫວ່າງ ການປະກາດ 'Terra Nullius' ແລະກົດຫມາຍອັງກິດ. ຊາວ Aboriginal ໄດ້ຖືກປະກາດໃຫ້ເປັນຄົນຫົວເມືອງຂຶ້ນຂອງອັງກິດ, ດັ່ງນັ້ນ, ຈັກກະພັດ ບໍ່ສາມາດ "ປະກາດສົງຄາມຢ່າງເປັນທາງການ... ການເຮັດເຊັ່ນນັ້ນ ຈະຫມາຍຄວາມວ່າ ພວກເຂົາເຈົ້າ ໄດ້ປະກາດສົງຄາມ ຕໍ່ພົນລະເມືອງຂອງຕົນເອງ.” Rachel Perkins ກ່າວ.

ລາວກ່າວຕື່ມວ່າ "ເຖິງຢ່າງໃດກໍຕາມ, ອັງກິດ ໄດ້ໃຊ້ກໍາລັງທະຫານ ເພື່ອໃຫ້ແນ່ໃຈວ່າ ການຍຶດເອົາທະວີບຂອງພວກເຂົາເຈົ້າ ປະສົບຜົນສໍາເລັດ.” ລາວກ່າວຕື່ມ.

Frontier War
Frontier conflicts took place across the nation. Source: Supplied / Australian War Memorial Source: Supplied
Mabo ແລະ ການລົບລ້າງ 'Terra Nullius'

ສົງຄາມອອສເຕຣເລັຍ (The Australian Wars) ສາມາດຍອມຮັບໄດ້ ພຽງແຕ່ຫຼັງຈາກການປາກົດວ່າ 'Terra Nullius' ໄດ້ຖືກຄັດຄ້ານທາງກົດຫມາຍ ແລະຖືກລົບລ້າງ ໃນຕົ້ນປີ 1990, ໃນສິ່ງທີ່ຮູ້ກັນວ່າ ເປັນການຕັດສິນ Mabo ທີ່ສໍາຄັນ.

"ຈົນຮອດຕອນນີ້, ຄວາມເຊື່ອແມ່ນວ່າ ຊາວ Aborigines ບໍ່ແມ່ນເຈົ້າຂອງທີ່ດິນ. ດັ່ງນັ້ນ, ການຕໍ່ສູ້ ຈຶ່ງບໍ່ແມ່ນກ່ຽວກັບການຄອບຄອງທີ່ດິນ ເພາະວ່າເຂົາເຈົ້າບໍ່ມີກັມມະສິດທີ່ດິນ ທີ່ຖືກຕ້ອງຕາມກົດຫມາຍ. ຫລັງຈາກປີ 1992 ແລະການຕັດສິນນັ້ນ, ລັກສນະຂອງສົງຄາມ ຕ້ອງໄດ້ປ່ຽນໄປ ເພາະເຫັນໄດ້ຢ່າງຊັດແຈ້ງ ກ່ຽວກັບປະເພດຂອງບັນຫາຕ່າງໆ ທີ່ກ່ຽວກັບສົງຄາມ ໂດຍຕລອດຄື: ການຄອບຄອງເຂດແດນ."

Dr Clements ກ່າວວ່າ ຄວາມລົ້ມເຫລວຂອງຈັກກະພັດອັງກິດ ທີ່ຈະຮັບຮູ້ກັມມະສິດທີ່ດິນ ຂອງຊາວພື້ນເມືອງ ໃນອອສເຕຣເລັຍນັ້ນ ເປັນຄວາມຜິດປົກກະຕິທາງປວັດສາດ.

"ຫົວໃຈສຳຄັນ ຂອງການລ່າຫົວເມືອງຂຶ້ນຂອງອັງກິດ ໃນອອສເຕຣເລັຍ ແມ່ນ ຫຼັກການທີ່ມີຂໍ້ບົກພ່ອງ. ບໍ່ຄືກັບປະເທດອື່ນໆທັງຫມົດ ທີ່ເປັນຫົວເມືອງຂຶ້ນຂອງອັງກິດ, ພວກເຂົາເຈົ້າ ບໍ່ຍອມຮັບຮູ້ອຳນາດອະທິປະໄຕ ຂອງເຈົ້າຂອງພື້ນເມືອງ ຢູ່ໃນອອສເຕຣເລັຍນີ້. ຍ້ອນແນວນັ້ນ, ຈຶ່ງບໍ່ມີສົນທິສັນຍາ, ບໍ່ມີຄວາມພະຍາຍາມທີ່ຈະເຈຣະຈາກັບປະຊາຊົນທ້ອງຖິ່ນ ແລະ ມາຮອດປັດຈຸບັນນີ້ ພວກເຮົາຕ້ອງຕໍ່ສູ້ທາງກົດຫມາຍ ເພື່ອໃຫ້ເຂົ້າໃຈວ່າ ສິດທິຂອງພວກເຂົາເຈົ້າ ສໍາລັບທີ່ດິນນັ້ນ ແມ່ນຫຍັງ "

ແລະ ການທີ່ບໍ່ມີການເຈຣະຈານັ້ນ ໄດ້ນຳໄປສູ້ການນອງເລືອດ ຢ່າງໂຫດຮ້າຍ.

ບັນທຶກອານານິຄົມ (Colonial records) ແລະຫຼັກຖານທາງບູຮານຄະດີ ທີ່ຄົ້ນພົບໂດຍ ທີມງານຜູ້ຊ່ຽວຊານ ສະແດງໃຫ້ເຫັນ ເຖິງຂນາດທີ່ຫນ້າຢ້ານກົວ ຂອງຄວາມຂັດແຍ່ງ.

ພິພິທະພັນແຫ່ງຊາດ ອອສເຕຣເລັຍ () ພຽງແຫ່ງດຽວ ມີຊາກສົບ ຂອງບັນພະບຸຣຸດຊາວ Aboriginal ຫຼາຍກວ່າ 400 ສົບ ຢູ່ໃນບ່ອນເກັບຂອງເຂົາ. ຫຼາຍຊາກສົບ ສະແດງໃຫ້ເຫັນ ຫຼັກຖານຂອງການເສັຍຊີວິດ ຈາກການປະຫານຊີວິດ, ການຕັດຫົວ, ແລະການສັງຫານຫມູ່.

Rachel Perkins ກ່າວວ່າ ລູກຫລານຂອງພວກທີ່ລອດຊີວິດນັ້ນ ຈະຈົດຈຳ ຕລອດໄປ.


Rachel Perkins - The Australian Wars
Rachel Perkins - The Australian Wars Credit: Dylan River/Blackfella Films

ສົງຄາມດໍາ

ສົງຄາມດໍາຂອງ Tasmania ( ) ແມ່ນການຂັດແຍ່ງຊາຍແດນ ທີ່ຮຸນແຮງທີ່ສຸດ ໃນປວັດສາດ ຂອງອອສເຕຣເລັຍ.

"ຊາວ Tasmanians ເສັຍຊີວິດ ໃນລະຫວ່າງສົງຄາມ Black Wars ຫລາຍກວ່າການຮວມກັນ ຂອງຈໍານວນຊາວTasmanians ທີ່ເສັຍຊີວິດ ຢູ່ໃນເກົາຫຼີ, ມາເລເຊັຍ, ອິນໂດເນເຊັຍ, ຫວຽດນາມ, ແລະພາຣະກິດຮັກສາສັນຕິພາບ (peacekeeping missions)." Rachel Perkins ກ່າວສາຣະຄະດີຊຸດສົງຄາມອອສເຕຣເລັຍ (Australian Wars series).

Dr Nicholas Clements ກ່າວວ່າ ລະດັບຄວາມຮຸນແຮງ ຈາກທັງສອງຝ່າຍ ແມ່ນຮຸນແຮງຫລາຍ, ເຈົ້າຫນ້າທີ່ຫົວເມືອງຂຶ້ນ ແລະຜູ້ຕັ້ງຖິ່ນຖານນັ້ນ "ຢ້່ານຈົນຕົກໃຈ".

"ການຕໍ່ຕ້ານຂອງຊາວ Aboriginal ເປັນຫນ້າຢ້່ານຫຼາຍ. ທຸກຄົນ ໃນວົງການຫົວເມືອງຂຶ້ນ ຈະຕ້ອງຮູ້ຈັກໃຜຜູ້ນຶ່ງທີ່ຖືກຂ້າ ຫຼືໄດ້ຮັບບາດເຈັບຈາກຄົນ Aboriginal, ຜູ້ທີ່ຟາມຂອງພວກເຂົາເຈົ້າຖືກເຜົາ. ມັນເປັນຕາຢ້ານຫຼາຍ." ລາວກ່າວ.

ທີ່ຈິງແລ້ວ, ຜູ້ຄົນກໍາລັງຄິດຢ່າງໜັກວ່າ ຈະຕ້ອງປະຖິ້ມຫົວເມືອງຂຶ້ນນັ້ນ.
Dr Nicholas Clements, Australian Historian.
ແຕ່ຊາວຢູໂຣບ ໄດ້ໄຊຊະນະ ແລະເກືອບຈະທໍາລາຍລ້າງ ຊາວພື້ນເມືອງTasmania.

ການຂັດແຍ່ງ ທະວີຮຸນແຮງຂຶ້ນ ຍ້ອນຄວາມຮຸນແຮງທາງເພດ.

Dr Clements ກ່າວຕື່ມວ່າ "ສາເຫດຂອງຄວາມຮຸນແຮງ, ໄຟທີ່ເປັນສາເຫດຂອງການໄໝ້ລາມ ແມ່ນຄວາມຮຸນແຮງທາງເພດ.”

ການຂົ່ມຂືນ ແລະການລັກພາໂຕ ແມ່ຍິງຊາວ Aboriginal ຢ່າງເປັນລະບົບນັ້ນ ເປັນເລື່ອງປົກກະຕິຫຼາຍ, ຈົນລາວເວົ້າວ່າ ການຢູ່ລອດ ຂອງຊາວ Aboriginalບາງເຜົ່າ ແມ່ນມາຈາກການທໍາຮ້າຍທາງເພດ.

Dr Clements ກ່າວວ່າ "ມັນເກືອບຈະບໍ່ ມີລູກຫຼານຊາວ Aboriginal ຢູ່ໃນ Tasmania ໃນທຸກມື້ນີ້, ເພາະວ່າ ພວກມັນເກືອບຖືກກວາດລ້າງເກືອບໝົດ, ສ່ວນໃຫຍ່ ແລ້ວແມ່ນເກີດຈາກຄວາມຮຸນແຮງ."

What is Native Title explainer NITV Eddie Koiki Mabo
Eddie Mabo with his legal team. Source: SBS Credit: National Museum of Australia

ການໃຊ້ໄຟ ຕໍ່ສູ້ກັບໄຟ

ເພື່ອປາບປາມການຕໍ່ຕ້ານຂອງຊາວ Aboriginal ໃນຫຼາຍພື້ນທີ່ ຂອງອອສເຕຣເລັຍ, ພວກລ່າຫົວເມືອງຂຶ້ນ ໄດ້ສ້າງຕໍາຫຼວດພື້ນເມືອງ (Native Police), ເຊິ່ງເປັນກໍາລັງທະຫານ ທີ່ໄດ້ຮັບການຝຶກຝົນ ເພື່ອສ້າງຄວາມຫວາດກົວ.

"ທ່ານໄດ້ເກນທະຫານພື້ນເມືອງ, ແລະທ່ານໃຊ້ພວກເຂົາເຈົ້າ ເປັນກໍາລັງທະຫານ. ນີ້ແມ່ນກໍາລັງສຳຄັນ ໃນການທໍາລາຍການຕໍ່ຕ້ານ ຂອງຊາວ Aboriginal ຢ່າງບໍ່ຕ້ອງສົງສັຍ." Professor Reynolds ກ່າວ.

ພວກຜູ້ຊາຍໄດ້ຮັບເຄື່ອງແບບ, ປືນ, ແລະມ້າ. Dr Clements ເຊື່ອວ່າພວກເຂົາເຈົ້າ ໄດ້ຖືກຄວບຄຸມໂດຍເຈົ້າຫນ້າທີ່ຜິວຂາວ, ຜູ້ທີ່ໃຊ້ພວກເຂົາເຈົ້າ ສໍາລັບຄວາມຮູ້ ແລະທັກສະ ພື້ນເມືອງຂອງຊາວ Aboriginal.

"ຈຳນວນຜູ້ເສັຍຊີວິດ ຈາກຕໍາຫລວດຊາວພື້ນເມືອງ ໃນ Queensland ບ່ອນດຽວ ເປັນຈໍານວນຫລາຍສິບພັນຄົນ. ຂ້າພະເຈົ້າເຊື່ອວ່າ ມີການຄາດຄະເນວ່າ ມັນອາດຈະສູງເຖິງ 60 ຫາ 80.000ຄົນ ເຊິ່ງມັນເປັນຈຳນວນທີ່ສູງຫຼາຍແທ້ໆ ແລະມັນໄດ້ສ້າງຈຸດດ່າງ ທາງສິນລະທັມ ກ່ຽວກັບທຸຣະກິດ ທີ່ເຮິະຮ້າຍທັງຫມົດນີ້." ລາວກ່າວ.

Australian Aboriginal camp in the nineteenth century
A nineteenth century engraving of an aboriginal camp - Marmocchi Source: Getty Source: Getty
Rachel Perkins ຕ້ອງປະເຊີນ ກັບປວັດສາດທັງຫມົດນີ້ ໃນລະຫວ່າງການສ້າງລາຍການສາຣະຄະດີຊຸດ ສົງຄາມອອສເຕຣເລັຍ (the Australian Wars) ນີ້.

"ຂ້າພະເຈົ້າໄດ້ພົບບັນທຶກ ທີ່ແມ່ຕູ້ເວົ້າ ກ່ຽວກັບຄອບຄົວຂອງແມ່ຂອງລາວ ທີ່ຖືກສັງຫານໝູ່, ຊຶ່ງຂ້າພະເຈົ້າບໍ່ເຄີຍໄດ້ຍິນມາກ່ອນ, ແລະຂ້າພະເຈົ້າ ບໍ່ເຄີຍໄປບ່ອນທີ່ມັນເກີດຂຶ້ນ, ແລະຂ້າພະເຈົ້າ ບໍ່ເຄີຍຮູ້ເລີຍວ່າ ມັນເກີດຂຶ້ນຢູ່ໃສ ຈົນກວ່າຂ້າພະເຈົ້າ ໄດ້ສ້າງສາຣະຄະດີນີ້.” ລາວກ່າວ.

Dr Clements ຊຶ່ງບັນພະບຸຣຸດຂອງລາວ ແມ່ນຜູ້ທີ່ເປັນຜູ້ຕັ້ງຖິ່ນຖານ, ເຊື່ອວ່າຊາວອອສເຕຣເລັຍທຸກຄົນ ຈໍາເປັນຕ້ອງເອົາຊະນະຄວາມຮູ້ສຶກ ທີ່ຫນ້າອັບອາຍ ແລະໃຫ້ຄວາມກະຈ່າງ ກັບຄວາມບໍ່ຍຸຕິທັມໃນອະດີດ.

"ບໍ່ວ່າບັນພະບຸຣຸດຂອງຜູ້ໃດ ມີສ່ວນກ່ຽວຂ້ອງຫຼືບໍ່, ພວກເຮົາທຸກຄົນ ເປັນຜູ້ສືບທອດ ທີ່ດິນຂອງຊາວ Aboriginal ຊຶ່ງເປັນທີ່ດິນທີ່ຖືກລັກ. ຢ່າງນ້ອຍ, ພວກເຮົາທຸກຄົນ ຄວນມີບົດບາດ ໃນການເປີດເຜີຍປວັດສາດນີ້, ມາທຳຄວາມເຂົ້າໃຈກັບປວັດສາດນີ້ ແລະ ມີບົດບາດໃນອານາຄົດໃນທາງບວກ."

Nowhere was resistance to white colonisers greater than from Tasmanian Aboriginal people, but within a generation only a few had survived the Black War.
Nowhere was resistance to white colonisers greater than from Tasmanian Aboriginal people, but within a generation only a few had survived the Black War. Source: The Conversation / Robert Dowling/National Gallery of Victoria via The Conversation Source: The Conversation / Robert Dowling/National Gallery of Victoria via The Conversation

ເປັນຫຍັງປວັດສາດນີ້ ຈຶ່ງບໍ່ລະນຶກເຖິງ?

ສາດສະດາຈານ Reynolds ເຊື່ອວ່າ ອອສເຕຣເລັຍ ເຊິ່ງເປັນຊາດທີ່ໃຫ້ກຽດແກ່ທະຫານ ທີ່ລົ້ມຕາຍຂອງຕົນ ໃນສົງຄາມດ້ວຍການສ້ງອະນູສາວະຣີ ຫຼາຍຢ່າງ, ຈໍາເປັນຕ້ອງຮັບຮູ້ຢ່າງເປີດເຜີຍ ເຖິງຄວາມຈິງທີ່ວ່າ ສົງຄາມຊາຍແດນ (the Frontier Wars) ນັ້ນໄດ້ເກີດຂຶ້ນແທ້ ແລະເຕັມໄປດ້ວຍການກະທໍາຜິດທາງອາຍາ ຕໍ່ມະນຸດຊາດ.

"ເປັນຫຍັງ ພວກເຮົາຈຶ່ງບໍ່ສາມາດຮັບສົງຄາມອອສເຕຣເລັຍໄດ້?" ລາວຖາມ.

"ນີ້ບໍ່ຄືກັບກໍຣະນີຂອງສະຫະຣັດ, ພວກເຂົາເຈົ້າຮັບຮູ້ການຂັດແຍ້ງທັງຫມົດ [ກັບຊາວອາເມຣິກັນພື້ນເມືອງ] ຢ່າງເປັນທາງການວ່າ ເປັນສົງຄາມ. ເຫັນໄດ້ຢ່າງຊັດແຈ້ງວ່າ ບໍ່ແມ່ນກໍລະນີ ໃນ New Zealand, ສົງຄາມ Maori ໄດ້ເປັນສ່ວນສໍາຄັນໃນປວັດສາດ ມາຕລອດ."

Rachel Perkins ກ່າວວ່າ ເຫດຜົນຂອງຄວາມຜິດປົກກະຕິນີ້ ແມ່ນເລື້ອງທີ່ເຂົ້າໃຈງ່າຍ.

ນາງກ່າວວ່າ "ອອສເຕຣເລັຍ ເປັນສະຖານທີ່ທີ່ພິເສດແຫ່ງນຶ່ງໃນໂລກ ບ່ອນທີ່ພວກລ່າຫົວເມືອງຂຶ້ນ ບໍ່ໄດ້ອອກໄປ.”

ພວກລ່າຫົວເມືອງຂຶ້ນ ຫຼືພວກຕັ້ງຖິ່ນຖານ ທີ່ເຂົ້າມາກັບພວກເຂົາເຈົ້າ ຍັງຄົງຢູ່ໃນອໍານາດ, ສະນັ້ນ ຂ້າພະເຈົ້າຄິດວ່າ ມັນເຮັດໃຫ້ມັນຍາກຂຶ້ນຫນ້ອຍຫນຶ່ງ ສໍາລັບຊາດທີ່ຈະຮັບຮູ້ ຫຼືສເລີມສລອງ ຜູ້ທີ່ປົກປ້ອງປະເທດຕົນເອງ ເພາະວ່າກໍາລັງປົກຄອງຫົວເມືອງຍັງບໍ່ໄດ້ອອກໄປ!
Rachel Perkins, Filmmaker.
Dr Clements ເຊື່ອວ່າ 'ຢ້ານວ່າເຮົາຈະລືມ'(‘lest we forget’), ສໍານວນທີ່ມັກໃຊ້ເພື່ອໃຫ້ກຽດແກ່ທະຫານ ທີ່ລົ້ມຕາຍຂອງອອສເຕຣເລັຍ, ຄວນຈະຍື່ນໄປເຖິງພວກນັກຣົບ ທີ່ຕໍ່ສູ້ກັບການຍຶດຄອງດິນແດນຂອງອັງກິດ.

"ຂ້າພະເຈົ້າ ຈະຮູ້ສຶກພູມໃຈຫຼາຍຂຶ້ນ ຖ້າປະເທດຂອງຂ້າພະເຈົ້າ ຍອມຮັບອະດີດຂອງຕົນເອງ ດ້ວຍຄວາມກ້າຫານ, ຄວາມຜິດພາດຂອງບັນພະບຸຣຸດຂອງຕົນ, ແລະມຸ່ງຫມັ້ນ ທີ່ຈະແກ້ບັນຫາຄວາມຜິດພາດເຫລົ່ານັ້ນ ໃຫ້ດີທີ່ສຸດ ໃນຄວາມສາມາດຂອງຕົນໃນອະນາຄົດ...ຂ້າພະເຈົ້າ ຢາກໃຫ້ລູກຫຼານຂອງຂ້າພະເຈົ້າ ໄປສະຖານທີ່ ໃນພູມປະເທດຕ່າງໆ, ບໍ່ວ່າຈະເປັນອະນຸສອນສະຖານ ຫຼືວ່າມັນມີການຕັ້ງສອງຊື່, ມີຄວາມເປັນຊາວ Aboriginal ຢູ່ຫັ້ນ, ມັນມີຢູ່ທີ່ນັ້ນ, ມັນເປັນທີ່ຍອມຮັບ."

ທ່ານສາມາດຊົມ ສົງຄາມອອສເຕຣເລັຍ () ທາງ SBS On Demand ໃນຫ້າພາສາ ຄື: ພາສາຈີນຕົວຫຍໍ້, ອາຣາບີກ, ພາສາຈີນດັ້ງເດີມ, ຫວຽດນາມ, ແລະເກົາຫຼີ. ລາຍການຊຸດນີ້ ຍັງມີຄໍາບັນຍາຍ ສຽງ/ຄຳບັນຍາຍ ສໍາລັບຜູ້ຊົມທີ່ຕາບອດ ຫຼືມີຄວາມບົກພ່ອງທາງສາຍຕາ.

This content was first published in September 2022.

ເນື້ອເລື່ອງໂດຍ  Claudianna Blanco ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share