ລາຍງານ ງົບປະມານ 2024.

JIM CHALMERS

Jim Chalmers ຣັຖມົນຕີ ກະຊວງການຄັງ ອອສເຕຣເລັຍ. Source: AAP / LUKAS COCH/AAPIMAGE

ງົບປະມານ ປີ 2024 ໄດ້ຖືກສເນີຕໍ່ ຣັຖສະພາແລ້ວ. Allan Lee ລາຍງານ ວ່າມີຫຍັງແດ່ ຢູ່ໃນງົບປະມານນັ້ນ.


ລາຍງານ ງົບປະມານ 2024.

ທ່ານ Jim Chalmers ມົນຕີກະຊວງການຄັງ ເປີດເຜີຍງົບປະມານຂອງ
ກາງ ສໍາລັບປີງົບປະມານໜ້າ ແລະໄດ້ປະກາດລາຍຮັບງົບປະມານເກີນດຸນ ເປັນຄັ້ງທີສອງຕິດຕໍ່ກັນ-ຊຶ່ງເປັນເທື່ອທໍາອິດ ທີ່ໄດ້ເກີດຂຶ້ນ ນັບຕັ້ງແຕ່ກ່ອນວິກິດການ ດ້ານການເງິນທົ່ວໂລກ ໃນປີ 2008.

Allan Lee ລາຍງານວ່າ ມີຫຍັງແດ່ ຢູ່ໃນງົບປະມານນັ້ນ.

"ການອ່ານຄັ້ງທໍາອິດ-ຮ່າງຣາຊບັນຍັດໃນການຈັດຫາງົບປະມານ ຈາກກອງທຶນລາຍຮັບລວມ ສໍາລັບຣາຍຈ່າຍ."

ສະໝຽນຣັຖສະພາກຳລັງດໍາເນີນການສໍາລັບງົບປະມານປີ 2024-2025 ຂອງ Jim Chalmers.

"ນີ້ແມ່ນງົບປະມານສໍາລັບທີ່ນີ້-ແລະ-ຕອນນີ້ ແລະມັນເປັນງົບປະມານ ສໍາລັບທົດສະວັດຕໍ່ໆໄປ. ມັນເປັນງົບປະມານ ທີ່ມີຄວາມຮັບຜິດຊອບ ທີ່ຈະຊ່ວຍປະຊາຊົນ ທີ່ຢູ່ໃຕ້ຄວາມກົດດັນໃນມື້ນີ້–ແລະລົງທຶນ ໃນຄຳໝັ້ນສັນຍາ ຄວາມສາມາດ ຂອງອະນາຄົດທີ່ຈະເລີນຮຸ່ງເຮືອງກວ່າ ທີ່ພວກເຮົາສາມາດເຮັດໄດ້ຮ່ວມກັນ."

ລາວຍອມຮັບວ່າ ໃນປະຈຸບັນນີ້ ໂລກກໍາລັງປະສົບກັບສະພາບ ເສດຖະກິດ ທີ່ຍາກລຳບາກ.

"ມັນຖືກວາງກອບ ດ້ວຍສະພາບທີ່ອ່ອນແອ ແລະບໍ່ໝັ້ນຄົງຂອງໂລກ. ເສດຖະກິດໂລກ ມີຄວາມຍືດຍຸ່ນໃນບາງສ່ວນ ແຕ່ອ່ອນໂຕລົງໂດຍລວມ. ອັດຕາເງິນເຟີ້ ຍັງສືບຕໍ່ ໃນອາເມຣິກາເຫນືອ, ການເຕີບໂຕ ກໍາລັງຊັກຊ້າລົງ ໃນປະເທດຈີນ ໃນຢູໂຣບ, ຄວາມເຄັ່ງຕຶງ ໄດ້ເພີ່ມຂຶ້ນ ໃນຕາເວັນອອກກາງ ແລະຍັງຄົງມີຢູ່ ໃນ Ukraine, ເຄືອຂ່າຍສນອງສິນຄ້າທົ່ວໂລກ ກຳລັງແຕກແຍກ. ຄວາມບໍ່ແນ່ນອນນີ້ ຮວມກັບຄວາມກົດດັນຂອງຄ່າຄອງຊີບ ແລະອັດຕາດອກເບັ້ຍທີ່ສູງຂຶ້ນ ທີ່ເຮັດໃຫ້ເສດຖະກິດ ຂອງພວກເຮົາຊ້າລົງ, ດ້ວຍການຄາດຄະເນ ການເຕີບໂຕ ຈະມີພຽງແຕ່ 1 ຈຸດ 75ເປີເຊັນ ໃນປີງົບປະມານນີ້ ແລະ 2ເປີເຊັນໃນປີຕໍ່ໄປ."

ແຕ່ຢ່າງໃດກໍຕາມ Dr Chalmers ກ່າວວ່າ ງົບປະມານ ຂອງ
ໄດ້ກັບຄືນມາເກີນດຸນ ໄວກວ່າເສດຖະກິດ ທີ່ກ້າວຫນ້າອື່ນໆ.

ອັດຕາເງິນເຟີ້ ແມ່ນຈຸດສຸມຫຼັກ ຂອງງົບປະມານ ໃນໄລຍະໃກ້ນີ້, ແລະທ່ານກ່າວວ່າ ກະຊວງການຄັງ ຄາດວ່າ ໃນປີຂ້າງຫນ້າ ຈະແມ່ນທາງບວກ.

"ຕອນນີ້ ກະຊວງການຄັງ ກໍາລັງຄາດການວ່າ ເງິນເຟີ້ຈະກັບຄືນ ສູ່ເປົ້າຫມາຍ ໄດ້ໄວກວ່າ, ບາງທີອາດຈະເປັນໃນທ້າຍປີນີ້. ພ້ອມດຽວກັນນັ້ນ, ໄດ້ສ້າງວຽກປະມານ 780,000 ຕຳແໜ່ງ ໃຕ້ຣັຖບານນີ້, ເປັນສະຖິຕິ ສໍາລັບວາຣະທໍາອິດ. ນີ້ແມ່ນ ການເຕີບໂຕ ຂອງຕຳແໜ່ງວຽກ ທີ່ເຂັ້ມແຂງ ຫຼາຍກວ່າໃນປະເທດເສດຖະກິດກ້າວຫນ້າອື່ນໆ."

Jim Chalmers ຍອມຮັບ ເຖິງຄວາມກົດດັນ ດ້ານຄ່າຄອງຊີບ ທີ່ຊາວອອສເຕຣເລັຍ ປະເຊີນຢູ່ ແລະເສດຖະກິດໂລກ ທີ່ອ່ອນແອລົງ.

ເງິນ ເກີນຫົກພັນລ້ານໂດລາໜ້ອຍນຶ່ງ ຖືກນຳໄປລົງທຶນ ໃນທີ່ຢູ່ອາສັຍໃຫມ່, ກັບອີກ ຫນຶ່ງພັນລ້ານໂດລາ ໄປຍັງຣັດ ແລະເຂດປົກຄອງ ສໍາລັບທີ່ຢູ່ອາສັຍໃຫມ່.

ນອກຈາກນີ້ ຍັງມີການຊ່ວຍເຫຼືອເພີ່ມເຕີມ ສໍາລັບຜູ້ເຊົ່າ.

"ຄ່າເຊົ່າທີ່ເພີ່ມຂຶ້ນ ເປັນອີກສ່ວນຫນຶ່ງທີ່ສໍາຄັນ ຂອງການທ້າທາຍດ້ານເງິນເຟີ້, ແລະພວກເຮົາ ສນັບສນູນຜູ້ເຊົ່າ ທີ່ຕ້ອງການຄວາມຊ່ວຍເຫຼືອ ຂອງພວກເຮົາ. ພວກເຮົາ ກໍາລັງໃຫ້ເງິນ 1.9 ພັນລ້ານໂດລາ ເພື່ອເພີ່ມອັດຕາສູງສຸດ ຂອງການຊ່ວຍເຫຼືອຄ່າເຊົ່າ ຂອງ Commonwealth (Rent Assistance) ເຕີມອີກ 10ເປີເຊັນ-ນອກເໜືອຈາກການເພີ່ມຂຶ້ນ 15 ເປີເຊັນ ທີ່ໄດ້ມອບໃຫ້ ໃນງົບປະມານຫຼ້າສຸດຂອງພວກເຮົາ."

ຣັຖບານ ວາງແຜນທີ່ຈະລົງທຶນ 9.5ພັນລ້ານໂດລາ ໃນໂຄງສ້າງພື້ນຖານ ໃນໄລຍະສີ່ປີຂ້າງຫນ້າ ຊຶ່ງເປັນສ່ວນນຶ່ງ ຂອງການໃຊ້ຈ່າຍທັງຫມົດ ທີ່ໄດ້ຄາດການໄວ້ 16.5ພັນລ້ານໂດລາ ໃນໄລຍະສິບປີ.

ນັ້ນຈະລວມເອົາ 1.2ພັນລ້ານ ສໍາລັບເສັ້ນທາງຣົດໄຟ Sunshine Coastຂອງ Queensland; ໂຄງການທາງຣົດໄຟ North East Link ຂອງMelbourne ແລະ Metronet ຂອງ WA.

2.8ພັນລ້ານ ໄປເສີມສ້າງຄວາມເຂັ້ມແຂງແກ່ Medicare, ລວມທັງ 90ລ້ານໂດລາ ເຮັດໃຫ້ມັນງ່າຍຂຶ້ນ ສໍາລັບຜູ້ປິ່ນປົວສຸຂະພາບ ຈາກຕ່າງປະເທດ ຈະເຮັດວຽກຢູ່ອອສເຕຣເລັຍ.

"ທ່ານປະທານສະພາ, ຫນຶ່ງໃນສິ່ງທີ່ດີທີ່ສຸດ ແລະສໍາຄັນທີ່ສຸດ ກ່ຽວກັບປະເທດຂອງເຮົາ ແມ່ນການທີ່ພວກເຮົາເບິ່ງແຍງ ແລະດູແລເຊິ່ງກັນແລະກັນ. ລະບົບສຸຂະພາບຂອງພວກເຮົາ ເສດຖະກິດການດູແລຂອງພວກເຮົາ ເປັນຈຸດສຳຄັນຂອງເລື່ອງນີ້. ດ້ວຍເຫດນີ້, ໃນງົບປະມານນີ້ພວກເຮົາຈຶ່ງ: ເສີມສ້າງຄວາມເຂັ້ມແຂງແກ່ Medicare ແລະສຸຂະພາບຈິດ; ການໃຫ້ການດູແລຜູ້ສູງອາຍຸທີ່ດີຂຶ້ນ ແລະເຂັ້ມແຂງກວ່າເກົ່າ; ເຮັດໃຫ້ NDIS ຍຸດຕິທັມ ແລະຍືນຍົງກວ່າເກົ່າ ແລະເພີ່ມຄ່າຈ້າງ ໃນເສດຖະກິດການດູແລ."

ໃນໄລຍະສີ່ປີຂ້າງໜ້າ, ມັນວາງແຜນ ທີ່ຈະປະຢັດເງິນ ປະມານ 14ພັນລ້ານໂດລາ ໃນການເຮັດໃຫ້ NDIS ກັບຄືນໄປຕາມເສັ້ນທາງ-ຊຶ່ງເກືອບຈະລົບລ້າງ ການເພີ່ມຂຶ້ນ ທີ່ຄາດການໄວ້ ໂດຍນັກຄະນິດສາດ ຂອງ NDIS ຫາກວ່າຣັຖບານ ບໍ່ເຮັດຫຍັງເລີຍ.

 Dr Chalmers ກ່າວວ່າ NDIS ໄດ້ໃຫ້ການສນັບສນຸນ ອັນສຳຄັນແກ່ຊາວອອສເຕຣເລັຍ ທີ່ມີຄວາມພິການ ໃນໄລຍະສິບປີຜ່ານມາ

ແຕ່ໃນຂນະດຽວກັນ, ຣັຖບານກໍຍອມຮັບວ່າ ໃນຊ່ວງເວລານັ້ນ, NDIS ກໍຖືກປະໄວ້ ໃຫ້ເຕີບໃຫຍ່ ແລະຂຍາຍຕົວຢ່າງ ບໍ່ມີລະບຽບຢ່າງວ່ອງໄວ,ດ້ວຍການສໍ້ໂກງ ທີ່ບໍ່ມີການກວດກາ ແລະບໍ່ມີກົດລະບຽບ ແລະການປ້ອງກັນທີ່ບໍ່ພຽງພໍ.

Dr Chalmers ກ່າວວ່າ ເງິນຈໍານວນ 469ລ້ານໂດລາ ທີ່ໄດ້ມອບໃຫ້ແກ່ NDIS ໃນງົບປະມານ ຈະເຮັດໃຫ້ ຜູ້ມີສ່ວນຮ່ວມ ເປັນຈຸດກາງຂອງແຜນການນັ້ນ–ແລະຈະສະກັດກັ້ນ ການສໍ້ໂກງ ແລະການສແວງຫາຜົນປໂຍດ.

ຫນຶ່ງໃນງົບ ທີ່ໃຫຍ່ທີ່ສຸດ ທີ່ປະກາດໃນງົບປະມານ ແມ່ນງົບFuture Made in Australia ທີ່ມີມູນຄ່າ 23ພັນລ້ານໂດລາ.

Dr Chalmers ກ່າວວ່າ ຄວາມມຸ່ງໝັ້ນຂອງໂລກ ຕໍ່ net zero ໃນປີ 2050ຈະຮຽກຮ້ອງ ໃຫ້ມີການປ່ຽນແປງຢ່າງໃຫຍ່ຫລວງ ໃນເສດຖະກິດໂລກ ທີ່ບໍ່ເຄີຍມີມາກ່ອນ ນັບຕັ້ງແຕ່ການປະຕິວັດ ອຸດສາຫະກັມ (Industrial Revolution)

ລາວຕັ້ງເປົ້າຫມາຍ ທີ່ຈະເຮັດໃຫ້ອອສເຕຣເລັຍ ມີບົດບາດທີ່ສໍາຄັນ ໃນການປ່ຽນແປງນັ້ນ.

"ພະລັງງານຂອງອອສເຕຣເລັຍ ສາມາດຂັບເຄື່ອນໄດ້. ຊັບພະຍາກອນຂອງອອສເຕຣເລັຍ ສາມາດສ້າງມັນໄດ້. ພູມີພາກຂອງອອສເຕຣເລັຍ ສາມາດຂັບເຄື່ອນໄດ້. ນັກຄົ້ນຄວ້າຂອງອອສເຕຣເລັຍ ສາມາດຫຼໍ່ຫຼອມມັນໄດ້. ແລະແຮງງານອອສເຕຣເລັຍ ສາມາດຈະເລີນເຕີບໂຕໄດ້."

Jim Chalmers ກ່າວວ່າ ອອສເຕຣເລັຍ ຕ້ອງເຮັດຫລາຍກວ່າ ການງົມເຮັດ ຫຼືພໍໃຈໃນສິ່ງທີ່ມີຢູ່.

ທ່ານກ່າວວ່າ ງົບປະມານຂອງລາວ ແມ່ນຂອງຈິງ, ມັນກ່ຽວກັບຄວາມກົດດັນ ທີ່ປະຊາຊົນຕ້ອງປະເຊີນ ໃນຂນະທີ່ ຍັງຄົງເບິ່ງໂລກໃນແງ່ດີກ່ຽວກັບອະນາຄົດ.

"ງົບປະມານນີ້ ສະທ້ອນເຖິງຄວາມທະເຍີທະຍານ ແລະຄວາມມຸ່ງມາດປາດຖນາ ທີ່ຍິ່ງໃຫຍ່ທີ່ສຸດຂອງພວກເຮົາ–ເພື່ອເຮັດໃຫ້ ຊາວອອສເຕຣເລັຍ ເປັນຜູ້ໄດ້ຮັບຜົນປໂຍດຫຼັກ ຂອງໂລກທີ່ປັ່ນປ່ວນ ແລະປ່ຽນແປງ.ດ້ວຍຄວາມຫມັ້ນໃຈ, ຄວາມເຫັນອົກເຫັນໃຈ ແລະຄວາມຄິດສ້າງສັນຂອງພວກເຂົາ. ເພື່ອຈັດການ ກັບຄວາມກົດດັນຂອງພວກເຂົາ ແລະເພີ່ມຜົນປໂຍດສູງສຸດ ຂອງພວກເຮົາ. ເພື່ອສ້າງເສດຖະກິດໃຫມ່ ແລະຄວາມຈະເລີນຮຸ່ງເຮືອງ ຂອງຄົນລຸ້ນໃຫມ່."

ເນື້ອເລື່ອງໂດຍ  Allan Lee ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share