ວ່າດ້ວຍ ເລື້ອງຍົກຍ້າຍຖິ່ນຖານ ໃນອອສເຕຣເລັຍ

Tertiary students at the University of Melbourne in Melbourne, Wednesday, May 8, 2012. (AAP Image/Julian Smith) NO ARCHIVING

ນັກສຶກສາຕ່າງຊາດ ທີ່ Melbourne University. ນັກສຶກສາຕ່າງຊາດ ກະຕຸ້ນເສດຖະກິດຂອງອອສເຕຣເລັຍ ເປັນມູນຄ່າ 48 ພັນລ້ານໂດລາ. Source: AAP

ຣັຖບານກາງ ກຳລັງພິຈາຣະນາ ກົດຫມາຍ ທີ່ຈະກຳໜົດການ ຈົດທະບຽນເຂົ້າຮຽນ ຂອງນັກສຶກສາຕ່າງຊາດ. ນີ້ແມ່ນສາເຫດມາຈາກວິກິດການຂາດທີ່ຢູ່ອາສັຍ. ແຕ່ ຫຼາຍຝ່າຍກໍກ່າວວ່າ ນັ້ນບໍ່ແມ່ນສາເຫດທີ່ແທ້ຈິງ.


ວ່າດ້ວຍ ເລື້ອງຍົກຍ້າຍຖິ່ນຖານ ໃນອອສເຕຣເລັຍ.

ການຖົກຖຽງ ກ່ຽວກັບຕົວເລກການຍົກຍ້າຍຖິ່ນຖານ ຂອງ
ໄດ້ຖືກຍົກມາສົນທະນາກັນອີກ, ໂດຍທີ່
ກາງ ເປີດເຜີຍວ່າ ມັນກໍາລັງພິຈາຣະນາ ກົດຫມາຍ ທີ່ຈະກຳໜົດການ ຈົດທະບຽນເຂົ້າຮຽນ ຂອງນັກສຶກສາຕ່າງຊາດ.

ຄວາມກົດດັນ ດ້ານຄ່າຄອງຊີບ ຮວມທັງດ້ານທີ່ຢູ່ອາສັຍ ໄດ້ສ້າງຄວາມກົດດັນໃຫ້ຣັຖບານກາງ ໃນການຊອກຫາທາງແກ້ໄຂ.

Biwa Kwan ລາຍງານ.

ປະຊາກອນຂອງອອສເຕຣເລັຍ ເພີ່ມຂຶ້ນ 2.5 ເປີເຊັນ (ຫຼື 659,800 ຄົນ) ເປັນຈໍານວນ 26.8 ລ້ານຄົນ ໃນໄລຍະ 1ປີຈົນເຖິງ ເດືອນກັນຍາ ປີ 2023 ຊຶ່ງຂັບເຄື່ອນໂດຍລະດັບການຍົກຍ້າຍຖິ່ນຖານ ທີ່ສູງເປັນປວັດການ.

ການຍົກຍ້າຍຖິ່ນຖານ ຈາກຕ່າງປະເທດ ໄດ້ເພີ່ມຂຶ້ນເຖິງ 60 ເປີເຊັນ ເມື່ອທຽບໃສ່ປີທີ່ຜ່ານມາ, ຂັບເຄື່ອນໂດຍ ການເພີ່ມຂຶ້ນ 34 ເປີເຊັນ ຂອງຜູ້ທີ່ຍ້າຍຖິ່ນຖານ ມາຈາກຕ່າງປະເທດ-ສ່ວນຫລາຍແລ້ວ ແມ່ນຜູ້ຖືວີຊາຊົ່ວຄາວ ສໍາລັບການເຮັດວຽກ ຫຼືການສຶກສາ.

ຂໍ້ມູນທີ່ເຜີຍແພ່ ໂດຍສໍານັກງານສະຖິຕິ ຂອງອອສເຕຣເລັຍ (21 ມີນາ) ສະແດງໃຫ້ເຫັນວ່າ ແນວໂນ້ມນີ້ ເປັນການແກ້ໄຂ ຜົນກະທົບ ຂອງການປິດເຂດແດນ ໃນຊ່ວງ COVID ທີ່ເຫັນວ່າ ປະຊາກອນ ຂອງປະເທດຫຼຸດລົງ ເປັນເທື່ອທໍາອິດ ໃນ ປວັດສາດ ທີ່ບັນທຶກໄວ້.

ການຍ້າຍຖິ່ນຖານ ຈາກຕ່າງປະເທດ ໄປອອສເຕຣເລັຍ ໃນປີ 2020–21 ໄດ້ຫຼຸດລົງ88,800 ຄົນ ເຊິ່ງເປັນການໄຫຼອອກ ທີ່ໃຫຍ່ທີ່ສຸດຂອງປະເທດ ນັບຕັ້ງແຕ່ສົງຄາມໂລກຄັ້ງທີ 1 ເປັນຕົ້ນມາ.

Chris Richardson ນັກເສດຖະສາດອິດສຣະ ກ່າວວ່າ ເສດຖະກິດ ຂອງອອສເຕຣເລັຍ ກໍາລັງສ້າງຄວາມກົດດັນ ຕໍ່ຄອບຄົວຫລາຍຂຶ້ນ.

"ເງິນເຟີ້ ໄດ້ຖີບໂຕຂຶ້ນ ໃນແບບທີ່ມັນບໍ່ໄດ້ເກີດຂຶ້ນ ໃນຫຼາຍທົດສະວັດ. ລາຄາໄດ້ເພີ່ມຂຶ້ນຫຼາຍ, ແຕ່ຄ່າຈ້າງບໍ່ໄດ້ເພີ່ມຂຶ້ນໄປນຳ. ດັ່ງນັ້ນ, ເມື່ອທ່ານໄປຊື້ສິນຄ້າ--ທ່ານຊື້ໄດ້ຫນ້ອຍກວ່າທີ່ເຄີຍເປັນມາ. ອັດຕາດອກເບັ້ຍ ໄດ້ຖີບຕົວສູງຂຶ້ນ,ທະນາຄານແຫ່ງຊາດ ກໍາລັງຕໍ່ສູ້ກັບເງິນເຟີ້ ຜ່ານອັດຕາດອກເບັ້ຍທີ່ສູງຂຶ້ນ. ແລະສະນັ້ນ ຈາກລາຍໄດ້ທີ່ເຮົາໄດ້, ມັນບໍ່ສໍາຄັນວ່າເຮົາຈະໄດ້ຮັບຄ່າຈ້າງເທົ່າໃດ, ມັນຍັງສໍາຄັນວ່າເຮົາຈະມີຄ່າໃຊ້ຈ່າຍຫຍັງແດ່ ແລະຄ່າໃຊ້ຈ່າຍເຫລົ່ານັ້ນ ກໍເພີ້ມຂຶ້ນ.ການເກັບພາສີ ຈະເປັນສ່ວນແບ່ງ ຂອງລາຍໄດ້ຂອງທ່ານ ໃນໄລຍະຜ່ານໄປ-ມັນໄດ້ເພີ່ມຂຶ້ນ ໃນໄລຍະພຽງເລັກນ້ອຍທີ່ຜ່ານມາ. ແລະ, ແຕ່ລະຢ່າງກໍສ້າງຄວາມເຈັບປວດ ທາງດ້ານເສດຖະກິດ ຊຶ່ງຫມາຍຄວາມວ່າ ການວ່າງງານ ໄດ້ສູງຂຶ້ນ. ສະນັ້ນ, ການຫຼຸດລົງ ໃນມາດຕະຖານການຄອງຊີບຂອງເຮົາ ຈຶ່ງໄດ້ເຫັນຢ່າງຊັດເຈນທີ່ສຸດ ໃນອອສເຕຣເລັຍ ໃນຕລອດເຄິ່ງສັດຕະວັດ."

Katy Gallagher ຣັຖມົນຕີການເງິນ ກ່າວວ່າ ຣັຖບານ ກໍາລັງພະຍາຍາມ ສ້າງຄວາມດຸ່ນດ່ຽງ ໃນຫຼາຍປັດຈັຍ ຂອງງົບປະມານທີ່ຈະມາເຖິງນີ້.

"ທ່ານຈະເຫັນງົບປະມານ ທີ່ມີຄວາມຮັບຜິດຊອບ-ຊຶ່ງແມ່ນງົບປະມານ ທີ່ເຮັດໃຫ້ເງິນເຟີ້ຫຼຸດລົງຕ່ຳ, ແຕ່ຍັງສາມາດ ໃຫ້ການສນັບສນູນ ແກ່ຜູ້ທີ່ມີຄວາມກົດດັນ ດ້ານຄ່າຄອງຊີບ. ແລະຍັງແນໃສ່ ການເຕີບໂຕຂອງເສດຖະກິດ ໃນອະນາຄົດ ຊຶ່ງແມ່ນພື້ນຖານ ການເຕີບໂຕ ໃນອະນາຄົດຂອງປະເທດ. ໄດ້ມີການຕັດສິນໃຈ ຫລາຍຢ່າງ ໃນຊ່ວງຫລາຍເດືອນ. ແຕ່ພວກເຮົາເຊື່ອວ່າ ນີ້ແມ່ນການຕັດສິນໃຈ ທີ່ມີຄວາມຮັບຜິດຊອບທີ່ສຸດ ທີ່ຈະຊ່ວຍອູ້ມຊູເສດຖະກິດ ຕລອດ 12 ເດືອນຂ້າງຫນ້າ."

ຣັຖບານ ຕ້ອງການອອກກົດຫມາຍໃຫມ່ ທີ່ຈະກໍານົດຈໍານວນນັກສຶກສາຕ່າງຊາດໃຫມ່ ສູງສຸດ ໃນມະຫາວິທະຍາໄລ ແລະຂແນງການສຶກສາວິຊາຊີບ ແລະການຝຶກອົບຮົມ (VET).

ກົດຫມາຍ ຈະອະນຸຍາດໃຫ້ ມີຈຳນວນນັກສຶກສາຕ່າງຊາດຫຼາຍຂຶ້ນ ແລະສູງກວ່າຂີດຈຳກັດ, ຖ້າຫາກວ່າ ພວກເຂົາເຈົ້າສ້າງທີ່ພັກສະເພາະຂອງນັກສຶກສາເພີ່ມເຕີມ ສໍາລັບນັກສຶກສາຕ່າງຊາດ ແລະພາຍໃນປະເທດ.

ການພົບປະກັບຜູ້ທີ່ຢູ່ໃນພາກສ່ວນ (13 ພຶດສະພາ) ໄດ້ເລື່ອນວັນປະຕິບັດ ອອກໄປຫົກເດືອນ, ຈາກວັນທີ 1 ກໍລະກົດ ຈົນເຖິງຕົ້ນປີຫນ້າ.

ນັກສຶກສາຕ່າງຊາດ ກະຕຸ້ນເສດຖະກິດຂອງອອສເຕຣເລັຍ ເປັນມູນຄ່າ 48 ພັນລ້ານໂດລາ ແລະຈ້າງຄົນງານ 200,000 ຄົນ ເຮັດໃຫ້ເປັນການສົ່ງອອກ ທີ່ໃຫຍ່ທີ່ສຸດ ເປັນອັນດັບທີສີ່ ຂອງປະເທດ.

ຜູ້ນໍາພັກ Nationals, ທ່ານ David Littleproud ກ່າວວ່າ ທ່ານຕ້ອງການເງື່ອນໄຂທີ່ດີກວ່າ ສໍາລັບພວກນາຍຊ່າງສີມື (Tradespeople) ເພື່ອທົດແທນ ການຂາດທັກສະ-ແລະທ່ານກ່າວວ່າ ພັກຂອງທ່ານ ກໍາລັງເຮັດວຽກກ່ຽວກັບນະໂຍບາຍ ການຍົກຍ້າຍຖິ່ນຖານ ທີ່ມັນຈະຕ້ອງໃຊ້ໃນການເລືອກຕັ້ງ ຂອງຣັຖບານກາງ.

"ພວກເຮົາ ຈະສເນີແຜນການ ຄົນເຂົ້າເມືອງຢ່າງຄົບຖ້ວນ-ບໍ່ພຽງແຕ່ ໃນແງ່ຂອງນັກສຶກສາ, ໃນແງ່ ຂອງການຮັບເອົາອົບພະຍົບ...ແຕ່ການຍົກຍ້າຍຖິ່ນຖານທີ່ມີທັກສະ, ຊຶ່ງແມ່ນຂອງຂວັນ ທີ່ຍິ່ງໃຫຍ່ທີ່ສຸດ ທີ່ອອສເຕຣເລັຍ ສາມາດມອບໃຫ້ພົນລະເມືອງທົ່ວໂລກ ແມ່ນໂອກາດໄປອອສເຕຣເລັຍ. ສະນັ້ນ, ຖ້າພວກເຮົາຈະບໍ່ນໍາເອົາທັກສະ ທີ່ພວກເຮົາຕ້ອງການ ເຂົ້າມາໃນປະເທດນີ້ແລ້ວ ເປັນຫຍັງເຮົາຈຶ່ງບໍ່ລວມເອົາສິ່ງເຫຼົ່ານັ້ນ? ແລະຣັຖບານນີ້ ຈຶ່ງຍົກເວັ້ນ ນາຍຊ່າງສີມື (Tradies), ຊ່າງກໍ່ສ້າງ (Builders), ຊ່າງປະປາ (Plumbers), ຊ່າງປູນ (Plasterers), ຊ່າງມຸງຫຼັງຄາ (Roofers)-ເພາະວ່າ ສະຫະພາບແຮງງານ (Unions) ບອກວ່າ -ບໍ່,ພວກເຮົາ ຈະເອົາຄົນພາຍໃນປະເທດ. ພວກເຮົາ ຕ້ອງການ ຄົນພາຍໃນປະເທດ.ແຕ່ເມື່ອທ່ານ ມີວິກິດການທີ່ຢູ່ອາສັຍໃນຕອນນີ້ ແລະຜູ້ຄົນ ທີ່ອາສັຍຢູ່ໃນເຕັນດຽວນີ້. ນັ້ນບໍ່ດີຫຼາຍ ສໍາລັບທ່ານ ໃນສອງ ຫຼືສາມ ຫຼືສີ່ປີ-ເມື່ອນາຍຊ່າງສີມື (Tradies) ເຫຼົ່ານີ້ ເຂົ້າມາອອນໄລນ໌. ທ່ານຈະຢູ່ໃນເຕັ້ນ ນັ້ນອີກສາມ ຫລືສີ່ປີ. ຣັຖບານ ເຮັດຫຍັງແບບນັ້ນ ຕໍ່ປະຊາຊົນ?"

ຜູ້ນໍາພັກ Greens, ທ່ານ Adam Bandt ກ່າວວ່າ ຣັຖບານ ກໍາລັງແນເປົ້າຫມາຍໃສ່ການຍົກຍ້າຍຖິ່ນຖານ ເພື່ອດຶງຄວາມສົນໃຈ ອອກຈາກສິ່ງທີ່ທ່ານເຫັນວ່າ ເປັນສາເຫດທີ່ແທ້ຈິງ ຂອງວິກິດການທີ່ຢູ່ອາສັຍ-ການມອບໃຫ້ ພວກນັກລົງທຶນດ້ານຊັບສິນ.

"ພັກແຮງງານ ກໍາລັງພະຍາຍາມຫັນຄວາມສົນໃຈ ຈາກສາເຫດທີ່ແທ້ຈິງ ຂອງວິກິດທີ່ຢູ່ອາສັຍ ອີກເທື່ອຫນຶ່ງ. ແລະອີກເທື່ອຫນຶ່ງ ພວກເຂົາເຈົ້າ ກໍາລັງພະຍາຍາມ ທີ່ຈະເຊື່ອມໂຍງທັງສອງເຂົ້າກັນ. ພວກເຮົາ ກໍາລັງເຫັນການໃຊ້ຍຸດທະສາດ ອີກແລ້ວ. ພັກແຮງງານ ກໍາລັງມອບເງິນ ຈໍານວນຫຼາຍພັນລ້ານໂດລາ ໃຫ້ແກ່ນັກລົງທຶນດ້ານຊັບສິນ ທີ່ຮັ່ງມີ ທີ່ປະຕິເສດຜູ້ເຊົ່າ ບໍ່ໃຫ້ມີໂອກາດ ທີ່ຈະປຸກບ້ານຫຼັງທໍາອິດຂອງເຂົາເຈົ້າ. ໃຫ້ເຮົາຈັດການເລື້ອງນີ້ ໃນງົບປະມານ ແລະທ່ານຈະສາມາດ ຈັດການກັບວິກິດການທີ່ຢູ່ອາສັຍ ໄດ້ຫຼາຍຂຶ້ນ. ຂ້າພະເຈົ້າ ເປັນຫ່ວງຫລາຍ ຍິ່ງຕອນພວກເຮົາ ໃກ້ຈະເຖິງການເລືອກຕັ້ງ, ພວກເຮົາ ຍິ່ງຈະເຫັນການໂຈມຕີ ຈາກພັກແຮງງານ ແລະພັກ Liberals ກ່ຽວກັບການຍົກຍ້າຍຖິ່ນຖານ ໃນປະເທດນີ້."

ສະມາຊິກສະພາສູງ, ທ່ານ David Pocock ກ່າວວ່າ ການກຳໜົດ ຈຳນວນນັກສຶກສາຕ່າງຊາດ ຢ່າງດຽວ ຈະບໍ່ສາມາດແກ້ໄຂ ວິກິດການທີ່ຢູ່ອາສັຍ-ແລະຍັງມີປັດຈັຍອື່ນໆ ທີ່ຈະຕ້ອງພິຈາຣະນາ.

"ບໍ່ມີການແກ້ໄຂທີ່ງ່າຍ. ນີ້ແມ່ນ ສິ່ງຫນຶ່ງ ທີ່ຈໍາເປັນຕ້ອງຈັດການ. ພວກເຮົາ ຕ້ອງເບິ່ງເລື້ອງພາສີ-ພວກເຮົາ ຈະປ່ຽນແປງສິດທິປໂຍດດ້ານພາສີ ສໍາລັບຊັບສິນເພື່ອການລົງທຶນ ທີ່ເພີ່ມດອກເບັ້ຍ ໃຫ້ແກ່ນັກລົງທຶນດ້ານຊັບສິນ, ແທນທີ່ ຈະມີທີ່ຢູ່ອາສັຍ ທີ່ເປັນສິ່ງ ທີ່ປະຊາຊົນໃນຊຸມຊົນຂອງພວກເຮົາ ຄວນຈະສາມາດຈ່າຍໄດ້. ແຕ່ພວກເຮົາ ຕ້ອງສາມາດເວົ້າ ກ່ຽວກັບເລື້ອງຄົນເຂົ້າເມືອງໄດ້-ເຮົາຕ້ອງການ ໃຫ້ມັນເປັນແບບໃດ, ຈຳນວນເທົ່າໃດ, ຫມາຍຄວາມວ່າແນວໃດ ສໍາລັບສິ່ງຕ່າງໆ ເຊັ່ນທີ່ຢູ່ອາສັຍ, ຫມາຍຄວາມວ່າແນວໃດ ສໍາລັບການຂາດທັກສະ. ແລະສໍາລັບມະຫາວິທະຍາໄລ ວ່າແນວໃດ ສໍາລັບການລົງທຶນ ໃນການຄົ້ນຄວ້າຂອງເຂົາເຈົ້າ?"

ໂຄງການຍົກຍ້າຍ ແບບຖາວອນ ຂອງອອສເຕຣເລັຍ ແມ່ນຖືກຈຳກັດທຸກໆປີ-ໂດຍຕັ້ງໄວ້ທີ່ 190,000 ສໍາລັບ ປີ 2023-2024.

ຈໍານວນວີຊາຊົ່ວຄາວສ່ວນໃຫຍ່ ບໍ່ໄດ້ຖືກຈຳກັດ ຕັ້ງແຕ່ສມັຍ ຣັຖບານ Howard ຊຶ່ງພາໃຫ້ ມີຈໍານວນເພີ່ມຂຶ້ນ ເປັນສອງເທົ່າ ໃນຮອບ 15 ປີທີ່ຜ່ານມາ.

ປະມານ 1.9 ລ້ານຄົນ ແມ່ນແຮງງານຊົ່ວຄາວ ທີ່ມີສິດເຮັດວຽກ–ຊຶ່ງເທົ່າກັບ 7ເປີເຊັນ ຂອງປະຊາກອນ*.

ເນື້ອເລື່ອງໂດຍ  Biwa Kwan ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share