ສູນຊ່ອຍເຫຼືອຜູ້ຍິງກ່ຽວກັບຄວາມຮຸນແຮງໃນຄອບຄົວ

ANTHONY ALBANESE SYDNEY

Prue Car, ຮອງນາຍົກຣັຖມົນຕີຂອງຣັດ, ກ່າວວ່າ ມັນເປັນສ່ວນນຶ່ງ ຂອງແຜນການໄລຍະຍາວ ຂອງຣັຖບານ ທີ່ຈະລົບລ້າງຄວາມຮຸນແຮງ ໃນບ້ານແລະຄອບຄົວ. Credit: AAPIMAGE

ຜູ້ຍິງທີ່ມາຈາກພູມຫຼັງ ວັດທະນະທັມ ແລະພາສາທີ່ແຕກຕ່າງ ຈະພົບກັບອຸບປະສັກເພີ່ມຂຶ້ນ ເມື່ອຕ້ອງການຄວາມຊ່ອຍເຫຼືອ ກ່ຽວກັບ ຄວາມຮຸນແຮງໃນຄອບຄົວ.


ສູນຊ່ອຍເຫຼືອຜູ້ຍິງກ່ຽວກັບຄວາມຮຸນແຮງໃນຄອບຄົວ.

ຈາກອຸປະສັກດ້ານພາສາ ເຖິງຄວາມຊັບຊ້ອນທາງດ້ານກົດຫມາຍ, ແມ່ຍິງ ອົບພະຍົບ ແລະຜູ້ລີ້ພັຍ ປະເຊີນກັບສິ່ງທ້າທາຍເພີ່ມເຕີມ ເມື່ອສແວງຫາ ການ ສນັບສນູນ ກ່ຽວກັບຄວາມຮຸນແຮງ ໃນຄອບຄົວ.

ໃນຣັດ New South Wales ໄດ້ມີການເປີດສູນສະເພາະ ໃນເວລານີ້ ໂດຍມີຈຸດມຸ້ງຫມາຍ ທີ່ຈະອັດຊ່ອງວ່າງນັ້ນ.

ແຕ່ຜູ້ຊ່ຽວຊານດ້ານກົດຫມາຍ ແລະຜູ້ສນັບສນູນກ່າວວ່າ ສໍາລັບບາງຄົນ ການເຂົ້າເຖິງການບໍຣິການ ຍັງມີຂໍ້ຈໍາກັດຢູ່.

Hannah Kwon ແລະ Sarah Conte ລາຍງານ.

ຕາມປົກກະຕິແລ້ວ ບັນຫາຄວາມຮຸນແຮງໃນຄອບຄົວ ຈະຖືກເຊື່ອງໄວ້ ຢູ່ຫລັງປະຕູທີ່ປິດຢູ່, ແຕ່ໄດ້ກາຍເປັນຈຸດສຳຄັນແຫ່ງຊາດ, ໂດຍຕອນນີ້ ແມ່ນການເຈາະຈົງ ໃສ່ວິທີຢຸດຢັ້ງ ຄວາມຮຸນແຮງນັ້ນ.

New South Wales ກໍາລັງເປີດສູນສະເພາະ ມູນຄ່າ ສີ່ ຈຸດສີ່ລ້ານໂດລາ ໃນພາກຕາເວັນຕົກ ຂອງ Sydney (ປະກາດ ໃນວັນທີ 10 ພຶດສະພາ)

Prue Car, ຮອງນາຍົກຣັຖມົນຕີຂອງຣັດ, ກ່າວວ່າ ມັນເປັນສ່ວນນຶ່ງ ຂອງແຜນການໄລຍະຍາວ ຂອງຣັຖບານ ທີ່ຈະລົບລ້າງຄວາມຮຸນແຮງ ໃນບ້ານແລະຄອບຄົວ.

"ພວກເຮົາ ບໍ່ສາມາດເຮັດຢ່າງຈິງຈັງ ໄດ້ໂດຍບໍ່ເຮັດໃຫ້ແນ່ໃຈວ່າ ແມ່ຍິງທຸກຄົນ ລວມທັງແມ່ຍິງ ຈາກຫຼາຍວັດທະນະທັມ ແລະອົບພະຍົບ ເຊິ່ງຫຼາຍຄົນ ທີ່ອາສັຍຢູ່ໃນ Western Sydney ກໍສາມາດເຂົ້າເຖິງ ການບໍຣິການໄດ້ເຊັ່ນກັນ. ສະນັ້ນ, ນີ້ແມ່ນ ພຽງແຕ່ສ່ວນນຶ່ງ ຂອງສິ່ງທີ່ພວກເຮົາໄດ້ປະກາດ ໃນສັບປະດາທີ່ຜ່ານມາ. ແລະຂ້າພະເຈົ້າດີໃຈຫລາຍ ທີ່ມັນຢູ່ພາກ Sydney ຕາເວັນຕົກ. ນີ້ ແມ່ນບ່ອນ ທີ່ຈະຕ້ອງມີ. ດັ່ງທີ່ຣັຖມົນຕີໄດ້ກ່າວວ່າ ມັນຈະຮັບໃຊ້ແມ່ຍິງທົ່ວຣັດ, ແຕ່ສູນກາງ ຈະຢູ່ພາກຕາເວັນຕົກຂອງ Sydney ຊຶ່ງແມ່ນບ່ອນ ທີ່ມັນມີຄວາມຈໍາເປັນ."

ສູນ ຫຼາກຫຼາຍວັດທະນະທັມ New South Wales ເພື່ອຄວາມປອດພັຍ ຂອງແມ່ຍິງ ແລະຄອບຄົວ (New South Wales Multicultural Centre for Women’s and Family Safety) ຈະເຮັດຫນ້າທີ່ ເປັນຈຸດເລີ່ມຕົ້ນ ສໍາລັບແມ່ຍິງ ທີ່ມາຈາກພູມຫຼັງ ທາງດ້ານວັດທະນະທັມ ແລະພາສາທີ່ແຕກຕ່າງກັນ, ເຊື່ອມຕໍ່ພວກເຂົາ ກັບການບໍຣິການ ຄວາມຮຸນແຮງໃນຄອບຄົວ, ການບໍຣິການຕັ້ງຖິ່ນຖານ ແລະເຮັດວຽກຮ່ວມກັບຜູ້ແປພາສາ.

ນອກນັ້ນ ມັນຍັງຈະຊ່ວຍ ໃຫ້ການສນັບສນູນ ກ່ຽວກັບຄວາມຮູ້ ແລະການໃຫ້ຄໍາແນະນໍາ ທາງດ້ານການເງິນນໍາອີກ.

Gulnara Abbasova ຜູ້ອໍານວຍການສູນກາງກ່າວວ່າ ການຊ່ວຍເຫຼືອ ທີ່ເຫມາະສົມ ທາງດ້ານວັດທະນະທັມ ຈະຖືກສເນີໃນຫຼາຍພາສາ.

"ການໃຊ້ ການບໍຣິການທີ່ຊັບຊ້ອນ ໃນຈຸດທີ່ເກີດວິກິດການ ເປັນສິ່ງທ້າທາຍ ສໍາລັບຜູ້ຄົນ. ເມື່ອທ່ານມາ
ອອສເຕຣເລັຍໃໝ່, ເວົ້າພາສາອັງກິດໄດ້ຫນ້ອຍ ຫຼືເວົ້າບໍ່ໄດ້ເລີຍ, ບໍ່ມີຄວາມສຳພັນກັບຄອບຄົວ, ເຮັດໃຫ້ມັນຍາກຂຶ້ນຫຼາຍ. ຍິ່ງໄປກວ່ານັ້ນ, ລອງວາດພາບ ກ່ຽວກັບການອັບອາຍ ຈາກການຮັບມື ກັບຄວາມດູຖູກທາງວັດທະນະທັມ, ການບໍຣິການ ທີ່ບໍ່ສອດຄ່ອງກັບຄວາມຕ້ອງການ, ແລະອຸບປະສັກ ທາງໂຄງຮ່າງທີ່ສໍາຄັນ ທີ່ກ່ຽວກັບສະຖານະພາບຂອງການອາສັຍຢູ່(ໃນອອສເຕຣເລັຍ) ຫຼືວີຊາຕ່າງໆ. ເຮັດໃຫ້ມັນ ເປັນປະສົບການ ທີ່ຫນ້າຢ້ານກົວ. ນີ້ ແມ່ນສິ່ງທີ່ສູນກາງເຂົ້າມາຊ່ອຍ. ສູນກາງ ແມ່ນສະຖານທີ່ ທີ່ຄົບຖ້ວນ, ພວກເຮົາ ແນໃສ່ຜົນກະທົບ ແລະການເຂົ້າເຖິງ. ພວກເຮົາ ຈະໃຫ້ການສນັບສນູນ ໂດຍກົງ ແກ່ແມ່ຍິງອົບພະຍົບ ແລະຜູ້ລີ້ພັຍ, ເມື່ອແມ່ຍິງ ຕ້ອງການຄວາມຊ່ອຍເຫຼືອ ຈາກລະບົບ, ພວກນາງ ສາມາດຄາດຫວັງວ່າ ຈະໄດ້ຮັບການສນັບສນູນ ຈາກຜູ້ປະຕິບັດງານ ທີ່ສາມາດຕອບສນອງຄວາມປອດພັຍທີ່ເຫມາະສົມ ທາງດ້ານວັດທະນະທັມ ແລະສນັບສນູນ ການໃຊ້ບໍຣິການ ລະບົບຄວາມປອດພັຍ"

ການສໍາຫຼວດ ໃນປີ 2021 ໂດຍ Harmony Alliance ແລະມະຫາວິທະຍາໄລ Monash ໃນ Melbourne ໄດ້ພົບວ່າ ໃນ Australia, ນຶ່ງໃນສາມ ຂອງອົບພະຍົບແລະຜູ້ຍົກຍ້າຍຖິ່ນຖານແມ່ຍິງ ປະສົບກັບຄວາມຮຸນແຮງ ໃນຄອບຄົວ ແລະໃນເຮືອນ ໃນບາງຮູບແບບ.

ໃນຈໍານວນນັ້ນ, 91 ເປີເຊັນ ໄດ້ປະສົບກັບການຄວບຄຸມ ທາງພຶດຕິກັມ.

ແລະ 42 ເປີເຊັນ ໄດ້ປະສົບກັບຄວາມຮຸນແຮງ ທາງຮ່າງກາຍ ຫລືທາງເພດ.

Rana Ebrahimi, ສະມາຊິກສະພາພັນທະມິດ ກ່າວວ່າ ການເຂົ້າເຖິງ ການ ສນັບສນູນສະເພາະ ນັ້ນແຕກຕ່າງກັນ.

"ນັ້ນ ເປັນການຄົ້ນພົບອີກຢ່າງຫນຶ່ງ ຂອງການສຶກສາທີ່ເຮົາໄດ້ເຮັດ. ມັນແຕກຕ່າງກັນຫລາຍ ໃນແຕ່ລະຣັດ ແລະເຂດປົກຄອງ ແລະນັ້ນ ກໍເປັນອີກປັດຈັຍຫນຶ່ງ ທີ່ສົ່ງຜົນກະທົບ ຕໍ່ຄວາມສ່ຽງຂອງແມ່ຍິງ ໃນພື້ນທີ່ເຫລົ່ານີ້. ແຕ່ພວກເຮົາ ຍັງສເລີມສລອງ ສູນບໍຣິການໃໝ່ໃນ Sydney ແລະພວກເຮົາຫວັງວ່າ ມັນຈະ ຂຍາຍ ໄປສູ່ຣັດ ແລະເຂດອື່ນໆ."

40 ເປີເຊັນ ຂອງຜູ້ຖືວີຊາຊົ່ວຄາວ (Temporary visa) ທີ່ຖືກສໍາຫລວດ ກ່າວວ່າເຂົາເຈົ້າ ໄດ້ປະສົບກັບຄວາມຮຸນແຮງ ໃນບ້ານ ແລະຄອບຄົວ.

Nadia Bromley ຫົວຫນ້າບໍຣິຫານງານ ດ້ານກົດຫມາຍ ຂອງແມ່ຍິງ (Women's Legal Service) ກ່າວວ່າ ສິ່ງນີ້ ເຮັດໃຫ້ສະຖານະພາບ ຂອງວີຊາ ເປັນປັດຈັຍທີ່ສໍາຄັນ, ໂດຍສະເພາະ ສໍາລັບແມ່ຍິງ ທີ່ຖືວີຊາຊົ່ວຄາວ.

"ພວກເຂົາເຈົ້າ ປະເຊີນກັບພັຍຂົ່ມຂູ່ ແລະມີຄວາມສ່ຽງເພີ່ມເຕີມ ໃນການຄວບຄຸມ ຈາກຜູ້ຄົນທີ່ໃຊ້ຄວາມຮຸນແຮງ. ດັ່ງນັ້ນ, ການຂົ່ມຂູ່ ແບບທີ່ເຮົາເຫັນ ວ່າ ຖືກໃຊ້ກັບແມ່ຍິງ, ບໍ່ວ່າ ພວກເຂົາຈະຖືກເນຣະເທດ ຫຼືພວກເຂົາ ຈະຖືກແຍກຈາກລູກຂອງພວກເຂົາ ຫຼືຖືກບັງຄັບໃຫ້ອອກຈາກປະເທດ, ຍົກຕົວຢ່າງ ,ໂດຍບໍ່ມີລູກຂອງພວກເຂົາ. ສະນັ້ນ, ມັນເປັນບ່ອນທີ່ບໍ່ມີຄວາມຍຸຕິທັມ ສໍາລັບຜູ້ຍິງເຫລົ່ານີ້ ທີ່ຈະຢູ່, ຜູ້ທີ່ໄຮ້ອໍານາດ ແລະດີ້ນລົນຢູ່ແລ້ວ, ວ່າພວກເຂົາມີອຸບປະສັກ ທາງລະບົບອີກຢ່າງຫນຶ່ງ ທີ່ຈະຕ້ອງເອົາຊະນະ."

Ms Bromley ກ່າວວ່າ ພວກເຂົາເຈົ້າ ຍັງປະເຊີນ ກັບການທ້າທາຍເພີ່ມເຕີມ ເມື່ອຊອກຫາຄວາມຊ່ອຍເຫລືອ.

"ນອກຈາກອຸບປະສັກທາງດ້ານພາສາ, ນອກຈາກຄວາມຊັບຊ້ອນ ຂອງລະບົບກົດຫມາຍ, ແລະນອກຈາກການຟື້ນຕົວ ຈາກບາດແຜຂອງຄວາມຮຸນແຮງ ໃນຄອບຄົວ, ພວກເຂົາ ເຂົ້າເຖິງບໍຣິການໄດ້ຢ່າງຈໍາກັດ. ດັ່ງນັ້ນ, ຫຼາຍຄົນ ບໍ່ສາມາດເຂົ້າເຖິງ Centrelink ໄດ້. ດັ່ງນັ້ນ, ພວກເຂົາ ບໍ່ສາມາດໄດ້ຮັບການສນັບສນູນ ດ້ານການປິ່ນປົວ. ພວກເຂົາບໍ່ມີ Medicare. ດັ່ງນັ້ນ, ພວກເຂົາ ບໍ່ສາມາດໄດ້ຮັບການດູແລສຸຂະພາບ ຫຼືການຕອບສນອງ ຕໍ່ການບາດເຈັບ ຫຼືຄວາມຍາກລຳບາກໃດໆ ທີ່ພວກເຂົາຕ້ອງການແກ້ໄຂ."

ນັ້ນແມ່ນ ອຸບປະສັກສໍາລັບແມ່ຍິງທີ່ມີຄວາມສ່ຽງຢູ່ແລ້ວ

ເນື້ອເລື່ອງໂດຍ  Sarah Conte and Hannah Kwon ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share