ການຄົ້ນຄວ້າກ່ຽວກັບ COVID ຍາວ (Long COVID).

What you need to know about Long COVID that can occur after being exposed to the COVID -19

ອາການຕ່າງໆ ຂອງ ໂຄວິດ ຍາວ (Long COVID). Credit: Nick Evans

ການຄົ້ນຄວ້າໃຫມ່ ຈາກມະຫາວິທະຍາໄລ RMIT ໃນ Melbourne ກ່າວວ່າອອສເຕຣເລັຍ ລ້າຫຼັງ ໃນການຈັດການ ກັບຜົນກະທົບຂອງ COVIDຍາວ (Long COVID). ຄົນທີ່ຕິດເຊື້ອ COVID-19 ຫຼາຍເຖິງ 40 ເປີເຊັນ ປະສົບກັບອາການ ທີ່ຍັງຄ້າງຄາເຊັ່ນ: ຄວາມອ່ອນເພັຍ, ການຫາຍໃຈສັ້ນ ແລະຫມອກສມອງ (Brain fog) ແລະມັກຈະຖືກວິໄຈຜິດວ່າມັນແມ່ນຄວາມກັງວົນ (Anxiety).


ການຄົ້ນຄວ້າກ່ຽວກັບ COVID ຍາວ (Long COVID).

ຄົນທີ່ຕິດເຊື້ອ COVID-19 ຫຼາຍເຖິງ 40 ເປີເຊັນ ປະສົບກັບອາການ ທີ່ຍັງຄ້າງຄາເຊັ່ນ: ຄວາມອ່ອນເພັຍ, ການຫາຍໃຈສັ້ນ ແລະຫມອກສມອງ (Brain fog).

ການຄົ້ນຄວ້າໃຫມ່ ຈາກມະຫາວິທະຍາໄລ RMIT ໃນ Melbourne ກ່າວວ່າ
ລ້າຫຼັງ ໃນການຈັດການ ກັບຜົນກະທົບຂອງ COVID ຍາວ (Long COVID).

Ruth McHugh-Dillon ລາຍງານ.

Martine van Boeijen ເປັນສັດຕະວະແພດ ທີ່ມີທຸຣະກິດ ຂອງຕົນເອງ.

ແຕ່-ລາວບໍ່ສາມາດເຮັດວຽກໄດ້ ປະມານ 18 ເດືອນ.

ໃນເດືອນ ເມສາ 2022, Martine ຕິດເຊື້ອ COVID-19.

ຈາກນັ້ນ, ໃນເດືອນພຶດສະພາປີນີ້, ນາງກໍຕິດ COVID ອີກ.

"ພຽງປະມານສອງສາມເດືອນ ກ່ອນທີ່ຈະຕິດໂຄວິດເທື່ອທີສອງ, ຂ້ອຍກໍຄ່ອຍໆເລີ່ມກັບໄປເຮັດວຽກ, 3 ຫຼື 4 ຊົ່ວໂມງຕໍ່ອາທິດ. ຂ້ອຍຮູ້ວ່າ ມັນເປັນເລື່ອງບໍ່ໜ້າເຊື່ອ-ຂ້ອຍເຄີຍເຮັດວຽກ 60, 70 ຊົ່ວໂມງ ຕໍ່ອາທິດກ່ອນທີ່ຂ້ອຍຈະເຈັບປ່ວຍ. ແລ້ວຂ້ອຍກໍໄດ້ຮັບການຕິດເຊື້ອອີກ. ແລະສະນັ້ນ ຂ້ອຍຈຶ່ງອອກເຮືອນບໍ່ໄດ້ຫຼາຍ. ຂ້ອຍກໍຄ່ອຍພະຍາຍາມ ທີ່ຈະເລີ່ມກັບໄປເຮັດວຽກອີກ ຫນຶ່ງ ຫຼືສອງຊົ່ວໂມງຕໍ່ອາທິດ. ຂ້ອຍບໍ່ເຄີຍຄິດວ່າ ຂ້ອຍຈະເປັນຄົນ ທີ່ເກືອບຈະອອກຈາກເຮືອນບໍ່ໄດ້."

Martine ກ່າວວ່າ ປະສົບການຂອງນາງ ທີ່ເຮັດວຽກຢູ່ໃນດ້ານວິທະຍາສາດ ໄດ້ສອນນາງ ໃຫ້ຊອກຫາການຄົ້ນຄວ້າ ທີ່ອີງຕາມຫລັກຖານ.

ດັ່ງນັ້ນ, ເມື່ອຮູ້ວ່າອາການ COVID ຂອງນາງ ບໍ່ໄດ້ຫາຍໄປ ຫຼັງຈາກ 12ອາທິດ, ນາງໄດ້ສຶກສາ ກ່ຽວກັບຄວາມເປັນໄປໄດ້ທີ່ ນາງມີ COVID ຍາວ (Long COVID).

ໃນຕອນນັ້ນ, ນີ້ບໍ່ແມ່ນ ສິ່ງທີ່ທ່ານຫມໍຂອງຂ້ອຍຍອມຮັບ ເປັນທາງການ ແລະມັນບໍ່ຖືກຍອມຮັບ ຈົນກ່ວາຫຼາຍກວ່າ 5 ຫຼື 6 ເດືອນນຳຫຼັງ ຂອງການຢູ່ຕິດເຮືອນ ແລ້ວພວກເຂົາຈະຍອມຮັບວ່າ ມັນແມ່ນ COVID ຍາວ (Long COVID)."

ການຄົ້ນຄວ້າໃຫມ່ ຈາກມະຫາວິທະຍາໄລ RMIT ຊີ້ໃຫ້ເຫັນວ່າ ອອສເຕຣເລັຍ ຍັງຫຼັງປະເທດອື່ນໆ ໃນເລື່ອງການກວດພົບ ແລະການຈັດການ ກັບອາການນີ້.

ໃນອອສເຕຣເລັຍ, ຄົນທີ່ມີອາການດົນກວ່າ 12 ອາທິດ ຫຼັງຈາກທີ່ເຂົາເຈົ້າຕິດເຊື້ອເທື່ອທຳອິດ ຈະຖືວ່າເປັນ (Long COVID).

ຮອງສາດສະດາຈານ ດ້ານສຸຂະພາບ ແລະວິທະຍາສາດການແພດ (Health and Medical Sciences) ທີ່ RMIT, Zhen Zheng, ໄດ້ເຮັດວຽກກ່ຽວກັບ ລາຍງານສະບັບໃຫມ່.

ລາວກ່າວວ່າ ອອສເຕຣເລັຍ ກໍາລັງປະຕິບັດຕາມຄໍາຈຳກັດຄວາມ (Definition) ຂອງອົງການອະນາໄມໂລກ (World Health Organisation) ກ່ຽວກັບ COVID ຍາວ
(Long COVID).

ເຖິງຢ່າງໃດກໍຕາມ, ນາງ ແລະເພື່ອນຮ່ວມງານຂອງນາງ ໄດ້ພົບເຫັນຊ່ອງວ່າງ ທີ່ສຳຄັນລະຫວ່າງ ຄໍາແນະນໍາ ແລະສິ່ງທີ່ຄົນໄຂ້ປະສົບມາ.

ໃນອອສເຕຣເລັຍ, ການລະບາດຂອງ COVID-19 ໄດ້ສົ່ງຜົນ ໃຫ້ມີຜູ້ປ່ວຍທີ່ໄດ້ຮັບການຢືນຢັນ ຫຼາຍກວ່າ 11 ລ້ານຄົນ ນັບຕັ້ງແຕ່ການລະບາດໄດ້ເລີ່ມຕົ້ນໃນປີ 2020.

ແຕ່ສາດສະດາຈານ Zheng ກ່າວວ່າ, ການຮັບຮູ້ຂອງປະຊາຊົນ ຍັງເປັນອຸບປະສັກ ອັນສຳຄັນ.

"ຫຼາຍຄົນບໍ່ຮູ້ກ່ຽວກັບ COVIDຍາວ. ຂ້າພະເຈົ້າໄດ້ເຫັນຄົນ ທີ່ເປັນ COVID ຍາວ (ແລະ) ບໍ່ຮູ້ວ່າເກີດຫຍັງຂຶ້ນ. ດັ່ງນັ້ນ, ພວກເຂົາເຈົ້າ ຈຶ່ງເປັນຄົນທີ່ເຄີຍແລ່ນໄດ້ 5 ກິໂລແມັດ, 20 ກິໂລແມັດຕໍ່ມື້, ດຽວນີ້ ພວກເຂົາ ເກືອບຈະຍ່າງໄປຫາຮ້ານຄ້າບໍ່ໄດ້. ແລະພວກເຂົາ ບໍ່ຮູ້ວ່າມີຫຍັງເກີດຂຶ້ນ, ມັນແມ່ນສະຖານະການແບບນັ້ນ. ສະນັ້ນ, ຂ້າພະເຈົ້າຄິດວ່າ ພວກເຮົາ ຕ້ອງໃຫ້ການສຶກສາທີ່ດີກວ່າຫນ້ອຍຫນຶ່ງ ແກ່ປະຊາຊົນ, ທີ່ຈິງແລ້ວ ຜູ້ທີ່ເປັນ COVID-19 ອາດພັດທະນາເປັນ COVID ຍາວ ໄດ້.ປະມານຫນຶ່ງໃນ 10 ຂອງພວກເຂົາ ສາມາດກາຍເປັນ COVID ຍາວໄດ້"

ຖ້າອາການເຫຼົ່ານັ້ນ ຍັງຄົງເປັນຢູ່ເວລາຫຼາຍກວ່າສີ່ອາທິດ, ພວກເຂົາເຈົ້າ ຄວນຈະໄປຫາທ່ານຫມໍ ເພື່ອໃຫ້ໄດ້ຮັບການກວດ.

ຖ້າອາການນັ້ນຍັງມີຢູ່ເກີນກວ່າແປດອາທິດ, ສາດສະດາຈານ Zheng ກ່າວວ່າ ຜູ້ຄົນຄວນໄດ້ຮັບການສົ່ງຕໍ່ ເພື່ອໄປທີ່ຄລີນິກຜູ້ຊ່ຽວຊານ COVID ຍາວ.

ລາວກ່າວວ່າ ຄວາມສັບສົນ ກ່ຽວກັບລັກສນະ ຂອງ COVID ຍາວ ແລະວ່າ ມັນຖືກກໍານົດໄວ້ແນວໃດ ບໍ່ພຽງແຕ່ເປັນບັນຫາ ສໍາລັບປະຊາຊົນທົ່ວໄປເທົ່ານັ້ນ.

"ຜູ້ປະຕິບັດດ້ານສຸຂະພາບເອງ ກໍຮູ້ບໍ່ຫຼາຍກ່ຽວກັບ COVID ຍາວ, ພຽງແຕ່ຍ້ອນວ່າ ມັນເປັນເລື້ອງທີ່ປ່ຽນໄດ້ງ່າຍຫຼາຍ. ດັ່ງນັ້ນ, ຍັງມີຄວາມສັບສົນ ກ່ຽວກັບຄຳຈຳກັດຄວາມ ຂອງ COVID ຍາວ ,ດັ່ງທີ່ຂ້າພະເຈົ້າໄດ້ອະທິບາຍໄວ້. The Royal Australian College of GPs ໄດ້ສົ່ງຂໍ້ຄວາມອອກມາວ່າ ນາຍໝໍ ທຸກຄົນຄວນພັດທະນາອາຊີບ ແລະຄວາມຮູ້ຕໍ່ໄປ (Professional Development-CPD) ກ່ຽວກັບ COVID ຍາວ. ແລະຂ້າພະເຈົ້າຄິດວ່າ ມັນເປັນສິ່ງທີ່ດີຫລາຍ. ຂ້າພະເຈົ້າຄິດວ່າ ຜູ້ປະຕິບັດດ້ານສຸຂະພາບຕ່າງໆທັງຫມົດ ຄວນມີ CDP ແບບດຽວກັນ, ເພື່ອວ່າເມື່ອຜູ້ຄົນມາຄລີນິກຂອງເຂົາເຈົ້າ ແລ້ວຈະສາມາດຊີ້ບອກຜູ້ປ່ວຍເຫລົ່ານັ້ນ ໄດ້ໄວ.

ຂໍ້ມູນສ່ວນຫລາຍ ທີ່ມີຢູ່ເປັນພາສາອັງກິດ ແລະສາດສະດາຈານ Zheng ກ່າວວ່າ ມັນຈໍາເປັນຕ້ອງສະທ້ອນ ເຖິງຊຸມຊົນ ທີ່ມີຫລາຍພາສາຂອງອອສເຕຣເລັຍ ໃຫ້ດີຂຶ້ນ.

ຄວາມຈິງແລ້ວ ຂໍ້ມູນນັ້ນ ຈໍາເປັນຕ້ອງແປບໍ່ພຽງແຕ່ເປັນພາສາອື່ນເທົ່ານັ້ນ ແຕ່ຍັງຕ້ອງປັບຕົວ ໃຫ້ເຂົ້າກັບວັດທະນະທັມ ທີ່ແຕກຕ່າງກັນນຳອີກ.

ສາດສະດາຈານ Zheng ກ່າວວ່າ ການເບິ່ງແຍງຕົນເອງ ແມ່ນມີຄວາມສໍາຄັນຫຼາຍ ຕໍ່ການຟື້ນໂຕ.
ຖ້າອາການເຫຼົ່ານັ້ນ ຍັງຄົງເປັນຢູ່ເວລາຫຼາຍກວ່າສີ່ອາທິດ, ພວກເຂົາເຈົ້າ ຄວນຈະໄປຫາທ່ານຫມໍ ເພື່ອໃຫ້ໄດ້ຮັບການກວດ. ຖ້າອາການນັ້ນຍັງມີຢູ່ເກີນກວ່າແປດອາທິດ, ຜູ້ຄົນຄວນໄດ້ຮັບການສົ່ງຕໍ່ ເພື່ອໄປທີ່ຄລີນິກຜູ້ຊ່ຽວຊານCOVID ຍາວ.
ສາດສະດາຈານ Zheng, ມະຫາວິທະຍາໄລ RMIT
ແຕ່ຄໍາແນະນໍາ ເຊັ່ນການອອກກໍາລັງກາຍ, ການຄວບຄຸມສຸຂະພາບຈິດ, ແລະການກິນອາຫານ ຕ້ານການອັກເສບ ອາດຈະຕ່າງກັນ ໃນແຕ່ລະຊຸມຊົນ.

"ຕົວຢ່າງ, Qigong ອາດຈະເຫມາະສົມກວ່າສໍາລັບຄົນເອເຊັຍ. ພວກເຮົາຕ້ອງໄດ້ເບິ່ງອາຫານທີ່ເຫມາະສົມ ທາງດ້ານວັດທະນະທັມ ທີ່ແຕກຕ່າງກັນ, ເພື່ອຫຼຸດການອັກເສບ. ດັ່ງນັ້ນ, ອາຫານເມດີແຕເຣນຽນ (Mediterranean) ແມ່ນເຫມາະສົມຫຼາຍກວ່າ ສໍາລັບຄົນ Greek ຫຼື Italian. ແລະຄົນຈາກພາກຕາເວັນອອກກາງ (ພູມຫຼັງ) ຈະມີອາຫານທີ່ແຕກຕ່າງກັນ ໃນການຕ້ານການອັກເສບ."

CEO ຂອງ Emerge Australia, Anne Wilson, ຍັງຮູ້ສຶກຜິດຫວັງ ທີ່ອອສເຕຣເລັຍລ້າຫຼັງ.

ອົງກອນຂອງນາງ ສນັບສນູນຜູ້ຄົນ ທີ່ເປັນ COVID ຍາວ, ເຊັ່ນດຽວກັນກັບ Myalgic Encephalomyelitis Chronic Fatigue Syndrome-ທີ່ຮູ້ກັນອີກວ່າ MECFS, ຫຼືຄວາມອິດເມື່ອຍຊໍາເຮື້ອ.

ທ່ານນາງ Wilson ກ່າວວ່າ ເງື່ອນໄຂດັ່ງກ່າວ ຕ້ອງໄດ້ຄົ້ນຄວ້າຮ່ວມກັນ.

"ທັງ MECFS ແລະ
ຍາວ ເປັນໂຣກຫຼັງການຕິດເຊື້ອ. ແລະ Emerge Australia ໄດ້ຖົກຖຽງກັນມາໄດ້ປະມານ 18 ເດືອນແລ້ວ, ວ່າອອສເຕຣເລັຍ ຕ້ອງມີຍຸດທະສາດຫຼັງການຕິດເຊື້ອແຫ່ງຊາດ. ພວກເຮົາ ມີຄວາມຍິນດີເປັນຢ່າງຍິ່ງ ເມື່ອບໍ່ນານມານີ້ ທີ່ຄົ້ນພົບວ່າ Yale, ໃນອາເມຣິກາ ໄດ້ຕັ້ງຜແນກໂຣກຫຼັງການຕິດເຊື້ອທັງຫມົດ ເພື່ອເບິ່ງ MECFS ແລະ COVID ຍາວ, ແລະພະຍາດອື່ນໆ ທີ່ຢູ່ໃນປະເພດພະຍາດຫຼັງການຕິດເຊື້ອ."

Ms Wilson ກ່າວວ່າ ຄົນເຈັບທີ່ມີອາການເລື້ອຍໆເຊັ່ນ: ຄວາມອ່ອນເພັຍ, ໂຕສັ່ນ, ຫຼືຫມອກສມອງ (Brain fog) ມັກຈະຖືກວິໄຈຜິດວ່າມັນແມ່ນຄວາມກັງວົນ (Anxiety).

ຊຸມຊົນຈາກຫຼາຍວັດທະນະທັມ ປະເຊີນກັບສິ່ງທ້າທາຍ ທີ່ໃຫຍ່ກວ່ານັ້ນ.

"ສໍາລັບຄົນທີ່ມີພາສາອັງກິດເປັນພາສາທໍາອິດຂອງເຂົາເຈົ້າ, ມີອຸບປະສັກອັນໃຫຍ່ຫຼວງ ໃນການໄດ້ຮັບການດູແລທີ່ເຫມາະສົມ. ຖ້າທ່ານຕື່ມຜູ້ຄົນ ຈາກກຸ່ມທີ່ມີວັດທະນະທັມ ແລະພາສາທີ່ແຕກຕ່າງກັນ ໃນກຸ່ມນັ້ນ, ຮວມທັງປະຊາຊົນປະເທດທໍາອິດຂອງພວກເຮົາ, ທ່ານກໍມີພາບທີ່ຫນ້າສລົດໃຈຫລາຍ. ແລະມັນຈະຂຶ້ນຢູ່ກັບຄວາມຮູ້ ຂອງນາຍແພດ ທີ່ເຂົາເຈົ້າໄປຫາ."

Martine ເຫັນດີນຳວ່າ ການຕິດຕໍ່ຕອນທຳອິດ ກັບລະບົບສຸຂະພາບແມ່ນມີຄວາມສໍາຄັນ.

"ການຊອກຫານາຍໝໍ ທີ່ເປັນຜູ້ສນັບສນູນທ່ານ, ມີຄວາມກະຕືລືລົ້ນ ທີ່ຈະໄດ້ຮັບການສຶກສາ....ນັ້ນຂ້າພະເຈົ້າຄິດວ່າມັນເປັນສິ່ງສໍາຄັນ. ແລະຖ້າຫາກວ່າ
ຣັຖບານຕ້ອງການໃຫ້ຄວາມສໍາຄັນວ່າ ຈະແຈກຢາຍງົບປະມານຢູ່ໃສ, ນາຍໝໍແມ່ນຄົນທໍາອິດ ທີ່ພົບກັບຄົນເຈັບເຫຼົ່ານີ້ ແລະດັ່ງນັ້ນ ການໃຫ້ເຂົາເຈົ້າ ມີພື້ນຖານຄວາມຮູ້ ເພື່ອຈັດການກັບໂຣກນີ້ ຂ້າພະເຈົ້າຄິດວ່າ ມັນເປັນສິ່ງສໍາຄັນ."

Martine ກ່າວວ່າ ນາງພົບວ່າ ມັນຍາກໃນການເບິ່ງຄືນຫຼັງ ທີ່ຈະພິຈາຣະນາວ່າ ຕ້ອງໃຊ້ເວລາດົນປານໃດ ເພື່ອຈະໄດ້ຮັບການວິນິດສັຍ, ແລະຍັງຕ້ອງດີ້ນລົນ ທາງຮ່າງກາຍ ແລະທາງການເງິນຢູ່.

ແຕ່ນາງເວົ້າວ່າ ການຫາຊຸມຊົນ ຜ່ານກຸ່ມເຟສບຸກ "Australian Long COVID Community" ໄດ້ຊ່ວຍໃຫ້ລາວຮູ້ສຶກເປັນ "ມະນຸດ".

ສໍາລັບຜູ້ທີ່ຄົ້ນຄວ້າ ກ່ຽວກັບ COVID ຍາວ ແລະຜູ້ທີ່ຕິດໂຣກນີ້, ຂໍ້ຄວາມແມ່ນຊັດແຈ້ງ-ທີ່ຈະເວົ້າລົມກັນ, ແລະທຳຄວາມເຂົ້າໃຈ ໃຫ້ເລິກ ກ່ຽວກັບສະພາບ ທີ່ເຮັດໃຫ້ສຸຂະພາບຊຸດໂຊມນີ້.

ເນື້ອເລື່ອງໂດຍ  Ruth McHugh-Dillon   ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share