ເຖິງເວລາທີ່ທ່ານຈະຮຽນ ຫຼິ້ນເຄື່ອງດົນຕີຫຼືບໍ່?

Girl playing tuba - Australia Explained – Learning an instrument

Credit: Cultura RM Exclusive/Phil Fisk/Getty Images/Image Source

ທ່ານມີເຄື່ອງດົນຕີ ທີ່ຖືກປະຖິ້ມຢູ່ໃນເຮືອນທ່ານບໍ່? ບາງທີ ທ່ານຢາກໃຫ້ລູກຂອງທ່ານສຳຜັດກັບປໂຍດຂອງການຮຽນດົນຕີ ຫຼືບາງທີທ່ານເຄີຍຄຶດຢາກຈະຫຼິ້ນ ໃນວົງດົນຕີສເມີ. ບໍ່ວ່າດ້ວຍເຫດຜົນໃດກໍຕາມ, ການຮຽນຫລິ້ນເຄື່ອງດົນຕີ ແມ່ນເລື້ອງມ່ວນຊື່ນ ແລະເປັນປະສົບການທາງສັງຄົມ, ພ້ອມໂອກາດຮອບຕົວທ່ານ.


ຈຸດສໍາຄັນ
  • ການເຂົ້າເຖິງ ການສຶກສາດົນຕີຂອງໂຮງຮຽນທີ່ດີ ຂຶ້ນຢູ່ກັບຣັດ ຫຼືເຂດປົກຄອງຂອງທ່ານ ແລະໂຮງຮຽນຂອງທ່ານ.
  • ສະມາຄົມຄູສອນດົນຕີ ໃນຣັດ ຫຼືເຂດປົກຄອງຂອງທ່ານ ມີລາຍຊື່ຄູຕາມເຄື່ອງດົນຕີ ແລະສະຖານທີ່.
  • ບົດຮຽນເຄື່ອງດົນຕີ ມີໃຫ້ສໍາລັບທຸກວັຍ, ຄວາມສາມາດ ແລະ style ດົນຕີ.
ຂໍ້ດີຂອງການຮຽນຮູ້ເຄື່ອງດົນຕີ ບໍ່ວ່າຈະເປັນເດັກນ້ອຍ ຫຼື ຜູ້ໃຫຍ່ແມ່ນເລິກເຊິ່ງ.

ການມີສ່ວນຮ່ວມໃນດົນຕີ ຈະກະຕຸ້ນການຮັບຮູ້ ທາງປະສາດຄວາມຮູ້ສຶກຂອງທ່ານ ຢ່າງເຕັມທີ່ ແລະເພີ່ມທັກສະການແປ ແລະການສື່ສານ ທາງປັນຍາຂອງທ່ານ.

"ໃນຖານະທີ່ເປັນ ກິດຈະກັມທັງຫມົດ, ຜົນປໂຍດແມ່ນມະຫາສານ," ຕາມຜູ້ປະສານງານດົນຕີ ຂອງໂຮງຮຽນ Howard Chaston ກ່າວ.
ບໍ່ມີຫຼາຍວິຊາ ທີ່ທ່ານຮຽນຢູ່ໂຮງຮຽນ ຫຼືໃນຊີວິດ ຈະນໍາເອົາທຸກຢ່າງມາພ້ອມກັນໃນຫໍ່ດຽວ. ຄິດກ່ຽວກັບຕົວເລກ ແລະຫນັງສື. ດົນຕີມີທັງຫມົດທີ່ຝັງຢູ່ໃນນັ້ນ ແລະອື່ນໆ. ມັນເປັນການປະສົມລະຫວ່າງຕົວເລກ,ຄວາມຮູ້ຫນັງສື ແລະກາຍະບໍຣິຫານ.
Howard Chaston
ດ້ວຍບົດຮຽນຟຣີຈໍານວນຫຼາຍ ທາງອອນໄລນ໌, ທ່ານສາມາດເລີ່ມຕົ້ນເສັ້ນທາງດົນຕີຂອງທ່ານ ໄດ້ຢ່າງງ່າຍດາຍ ດ້ວຍບົດຝຶກຫັດ ທີ່ຖືກອອກແບບມາ ເພື່ອຄວາມເໝາະສົມ ກັບລະດັບທັກສະຕ່າງໆ.

ແຕ່ບາງທີ ທ່ານຕ້ອງການທີ່ຈະພັດທະນາເຕັກນິກທີ່ດີເລີດ ເພື່ອໃຫ້ໄດ້ປໂຍດຫຼາຍທີ່ສຸດ ຈາກເຄື່ອງດົນຕີຂອງທ່ານ.

ປໂຍດຂອງຄູສອນ

Iska Sampson ນັກດົນຕີ ແລະຄູສອນເຄື່ອງສາຍ ໃນ Canberra ກ່າວວ່າ ການມີສ່ວນຮ່ວມຂອງຄູສອນເຄື່ອງດົນຕີ ອາດຄຸ້ມຄ່າທີ່ສຸດ.

"ພວກເຂົາສາມາດເຫັນ ແລະໄດ້ຍິນວ່າ ທ່ານກໍາລັງຫຼິ້ນແນວໃດ ແລະໃຫ້ຄໍາແນະນໍາ ທີ່ເຈາະຈົງກ່ຽວກັບເຄື່ອງດົນຕີນັ້ນ. ແລະພວກເຂົາເຈົ້າກໍສະແດງໃຫ້ທ່ານເຫັນເຊັ່ນກັນ." ທ່ານນາງ Sampson ກ່າວ.

"ສິ່ງທີ່ດີອີກຢ່າງນຶ່ງກໍຄື ທ່ານຈະໄດ້ຫລິ້ນກັບຄົນອື່ນ. ບໍ່ວ່າຈະເປັນພຽງແຕ່ທ່ານ ແລະຄູຂອງທ່ານທີ່ຈະຫຼິ້ນຄູ່,ໃນຕອນທີ່ທ່ານ ກໍາລັງຮຽນຮູ້ວິທີການຫຼິ້ນນໍາກັນ ແລະພ້ອມກັນ, ທ່ານຈະໄດ້ຮັບທັກສະຫຼາຍຢ່າງ."
A father helps little girl practice cello at home by window - Australia Explained – Learning an instrument
Credit: Cavan Images/Getty Images/Cavan Images RF

ການສຶກສາດົນຕີ ໃນໂຮງຮຽນ

ໂຄງການດົນຕີຂອງໂຮງຮຽນ ສາມາດເປັນທາງເລືອກທີ່ໃຊ້ໄດ້ ເມື່ອຊອກຫາບ່ອນຮຽນ ສໍາລັບເດັກນ້ອຍ. ເຖິງຢ່າງໃດກໍຕາມ, ຄຸນນະພາບຂອງການສຶກສາດົນຕີ ທີ່ລູກຂອງທ່ານສາມາດເຂົ້າເຖິງ ອາດແຕກຕ່າງກັນຢ່າງຫລາຍ, ຂຶ້ນຢູ່ກັບຣັດທີ່ທ່ານອາສັຍຢູ່.

ໂດຍປົກກະຕິແລ້ວ, ໂຮງຮຽນມັດທະຍົມຂອງຣັດຂອງທ່ານ ຈະມີວິຊາດົນຕີຂັ້ນພື້ນຖານ, ແຕ່ໂຮງຮຽນບາງແຫ່ງ ຍັງຈະເປີດສອນບົດຮຽນເຄື່ອງດົນຕີ ເປັນສ່ວນບຸກຄົນດ້ວຍ.

Mr. Chaston ອະທິບາຍວ່າ "ຕາມປົກກະຕິແລ້ວ ມັນມີຄ່າໃຊ້ຈ່າຍຕື່ມອີກຫນ້ອຍຫນຶ່ງ, ແລະຄູສອນ ແມ່ນລະດັບມືອາຊີບ ເພື່ອສອນໃນໂຮງຮຽນເຫລົ່ານັ້ນ ແບບໂຕຕໍ່ໂຕ ຫຼືກຸ່ມນ້ອຍໆ.

ໂຮງຮຽນບາງແຫ່ງ ຍັງມີນັກດົນຕີມືອາຊີບຈໍານວນຫຼາຍ ທີ່ສອນພຽງແຕ່ດົນຕີເທົ່ານັ້ນ.

ບໍ່ວ່າຈະຂນາດໃດກໍຕາມ, ໂຄງການດົນຕີ ຂອງໂຮງຮຽນ ກໍເປັນວິທີທີ່ດີສໍາລັບຄອບຄົວ ທີ່ຈະມີສ່ວນຮ່ວມ ກັບຊຸມຊົນຂອງໂຮງຮຽນ.
Asian chinese mid adult man learning music instrument playing saxophone from his instructor in music studio - Australia Explained – Learning an instrument
Seeking out professional instruction can be a valuable choice. Credit: Edwin Tan/Getty Images

ການຊອກຫາຄູສອນ ໃນຊຸມຊົນ

ພະນັກງານຮ້ານດົນຕີບາງຄົນ ແມ່ນຄູສອນດົນຕີ ແລະມີການເຊື່ອມຕໍ່ໃນທ້ອງຖິ່ນຢ່າງຫຼວງຫຼາຍ.

ຜູ້ປະສານງານດົນຕີຂອງໂຮງຮຽນ ຍັງມີການເຊື່ອມໂຍງກັນເປັນຢ່າງດີ ແລະ ສາມາດໃຫ້ການຊີ້ນໍາ ທີ່ມີຄຸນຄ່າ ເພື່ອຊ່ວຍທ່ານຊອກຫາແຫຼ່ງຂໍ້ມູນທີ່ຖືກຕ້ອງ.

ແຫຼ່ງຂໍ້ມູນ ທີ່ເປັນປໂຍດອີກຢ່າງຫນຶ່ງ ແມ່ນສະມາຄົມຄູດົນຕີ ໃນຣັດຂອງທ່ານ, ເຊິ່ງມີລາຍຊື່ຂອງຄູ ທີ່ຈັດປະເພດໂດຍເຄື່ອງດົນຕີ ແລະສະຖານທີ່, ຊຶ່ງຊ່ອຍໃຫ້ທ່ານ ສາມາດທຳການຄົ້ນຫາຂອງທ່ານ ອອນໄລນ໌ໄດ້ງ່າຍຂຶ້ນ.
ນອກຈາກນີ້, ທ່ານສາມາດຄົ້ນຫາອອນໄລນ໌ ສໍາລັບເຄື່ອງດົນຕີ ຫຼືກຸ່ມຫຼິ້ນດົນຕີຊຸມຊົນ.

Ms Sampson ແນະນໍາວ່າ "ແມ່ນແຕ່ການໃຊ້ app ແຜນທີ່ ແລະການໃສ່ບ່ອນຮຽນດົນຕີ ຫຼືດົນຕີພື້ນເມືອງ ຫຼື jazz ຫຼື rock-ພວກເຂົາເຈົ້າ ຈະຂຶ້ນມາໃນ apps ເຫລົ່ານັ້ນ.

ການຊອກຫາສະມາຄົມ ຊຸມຊົນຂນາດນ້ອຍນັ້ນຄຸ້ມຄ່າ, ເນື່ອງຈາກຫຼາຍຄົນ ຍິນດີຕ້ອນຮັບທຸກຄົນທຸກວັຍ ແລະທຸກລະດັບທັກສະ ທີ່ມີຄວາມກະຕືລືລົ້ນ ທີ່ຈະຮຽນຮູ້. ພໍ່ແມ່ຍັງສາມາດຮຽນຮູ້ ຈາກຄູຄົນດຽວກັນກັບລູກ.

ມັນບໍ່ຊ້າເກີນໄປ ທີ່ຈະຮຽນຮູ້

ມັນອາດເປັນເລື້ອງໜ້າຢ້ານ, ແຕ່ການຮຽນຮູ້ໃນຖານະຜູ້ໃຫຍ່ ແມ່ນດີຫຼາຍ, ທ່ານນາງ Sampson ກ່າວ.

ນາງກ່າວວ່າ "ບົດຮຽນກຸ່ມ ແລະບົດຮຽນແບບໂຕຕໍ່ໂຕ ແມ່ນມີຫຼາຍຢູ່ໃນສະຖານທີ່ສ່ວນໃຫຍ່ ໃນ
, ແລະໃນທຸກລະດັບ.

ມັນເປັນກິດຈະກັມທາງສັງຄົມທີ່ດີ, ດັ່ງນັ້ນ ຜູ້ຄົນມັກຈະຮຽນຮູ້ດ້ວຍມຸມມອງ ທີ່ຈະເຂົ້າຮ່ວມກຸ່ມ.

ຢ່າທໍ້ຖອຍ ຖ້າພົບວ່າ ວິທີສອນ (style) ຂອງຄູແຕກຕ່າງ ຈາກວິທີ(style) ການຮຽນຮູ້ ຂອງທ່ານເອງ.

Ms Sampson ໃຫ້ຄວາມຫມັ້ນໃຈວ່າ "ຮູ້ສຶກຫງຸດຫງິດໃຈ ຫຼື ມີຄວາມກັງວົນ, ຫຼື ຮູ້ສຶກບໍ່ພໍໃຈ ຫຼື ຮ້ອງໄຫ້ໃນການຮຽນ ນັ້ນເປັນສິ່ງທີ່ສາມາດເກີດຂຶ້ນກັບຜູ້ຄົນໄດ້."

"ຄູສອນ ມີການຮັບຮູ້ ແຕ່ພວກເຂົາອາດຈະບໍ່ຮູ້ວ່າ ພວກເຂົາສາມາດປ່ຽນແປງວິທີສອນຂອງພວກເຂົາໄດ້ແນວໃດ ເພື່ອຊ່ວຍໃຫ້ທ່ານຫາທາງການຮຽນຮູ້."
ເຖິງແມ່ນວ່າຈະເປັນເລື້ອງຍາກ, ການບອກຄູຂອງທ່ານວ່າ ຮູ້ສຶກແນວໃດອາດເປັນປໂຍດຫຼາຍ ເພາະວ່ານາຍຄູຈະເວົ້າວ່າ, 'ah okay, ພວກເຮົາຈະລອງເຮັດແບບອື່ນເບິ່ງ?
Iska Sampson
ການຊອກຫາ ຄູສອນຄົນອື່ນ, ຫລືແມ່ນແຕ່ ເຄື່ອງດົນຕີໃຫມ່, ອາດຈະເປັນຄວາມຄຶດທີ່ດີໄດ້ຄືກັນ.

ຂ້ອຍຈະຊອກຫາເຄື່ອງດົນຕີ ໄດ້ຢູ່ໃສ?

ຜແນກດົນຕີ ຂອງໂຮງຮຽນບາງແຫ່ງ ລົງທຶນໃນເຄື່ອງດົນຕີ ແລະໃຫ້ນັກຮຽນຢືມ ໂດຍມີຄ່າໃຊ້ຈ່າຍ, ໃນຂນະທີ່ ໂຮງຮຽນອື່ນໆ ກຳນົດໃຫ້ນັກຮຽນຈັດຫາເຄື່ອງດົນຕີ ຂອງຕົນເອງ.

ຮ້ານດົນຕີທີ່ດີ ຈະສເນີແພັກເກັດແນະນໍາ ທີ່ສາມາດລວມເອົາເຄື່ອງດົນຕີພື້ນຖານ ແລະຖົງໃສ່ ແລະການເຂົ້າເຖິງບົດຝຶກຫັດ ອອນໄລນ໌.

ຮ້ານຂາຍເຄື່ອງດົນຕີມືສອງ ແລະ ຊ່າງສ້ອມແປງເຄື່ອງດົນຕີ ກໍເປັນແຫລ່ງທີ່ດີເຊັ່ນກັນ.
Senior couple playing music - Australia Explained – Learning an instrument
Senior man playing mandolin and senior woman playing ukulele Source: Moment RF / Joao Inacio/Getty Images
ອົງກອນການກຸສົນ Melbourne ຫາບ້ານເຮືອນທີ່ດີສໍາລັບເຄື່ອງດົນຕີທີ່ບໍ່ຮັກ, ບໍຣິຈາກ guitars ໃຫ້ແກ່ໂຄງການສຶກສາດົນຕີ, ຫ້ອງສມຸດຂອງເທດສະບານ Hobsons Bay ແລະແມ່ນແຕ່ບຸກຄົນ ທີ່ມີຄວາມຕ້ອງການ.

"ບາງທີ ຫ້ອງສມຸດທ້ອງຖິ່ນຂອງທ່ານ ມີໂຄງການຄື Hobsons Bay ບ່ອນທີ່ທ່ານສາມາດກວດເບິ່ງ guitar, ຄືກັນກັບທ່ານກວດເບິ່ງປຶ້ມ, ເປັນເວລາສາມເດືອນ," ຜູ້ກໍ່ຕັ້ງ Craig Watt ແນະນໍາ.

"ນັ້ນໃຫ້ໂອກາດ ແກ່ຄົນເຮົາທີ່ຈະເບິ່ງວ່າເຄື່ອງດົນຕີ ນັ້ນເໝາະສົມສໍາລັບເຂົາເຈົ້າຫຼືບໍ່. ບາງຄັ້ງ, ພວກເຂົາເຈົ້າອາດຮູ້ສຶກວ່າ guitar ບໍ່ແມ່ນເຄື່ອງດົນຕີ ທີ່ມັກ ຫຼືເໝາະສົມ. ອາດຈະເປັນ ປີອາໂນ ຫລື saxophone ຫຼື ເຄື່ອງດົນຕີ ອື່ນໆບາງຢ່າງ."

Share