ກົດໝາຍກວດຄົນເຂົ້າເມືອງໃໝ່ກຳລັງຖືກພິຈາຣະນາໃນສະພາ.

Ankle monitor (Getty immages - Richard Ross)

ສາຍຂໍ່ຂາ ໃນການຕິດຕາມໂຕ (Tracking bracelets). Source: Getty / Getty immages - Richard Ross

ຫຼັງສານສູງອອສເຕຣເລັຍ ໄດ້ຕັດສິນບໍ່ ໃຫ້ມີການກັກຂັງ ແບບບໍ່ມີກຳໜົດ ກໍມີ 148 ຄົນ ທີ່ໄດ້ຖືກປ່ອຍຕົວສູ່ຊຸມຊົນ, ລວມທັງຄາດຕະກອນ ທີ່ຖືກຕັດສິນວ່າມີຄວາມຜິດ ຢ່າງຫນ້ອຍສາມຄົນ ແລະຜູ້ກະທໍາຜິດ ທາງເພດຫຼາຍຄົນ. ຣັຖບານກຳລັງເລັ່ງແກ້ໄຂກົດໝາຍໃມ່ ເພື່ອປ້ອງກັນຄວາມປອດພັຍຂອງຊຸມຊົນ.


ກົດໝາຍກວດຄົນເຂົ້າເມືອງໃໝ່ກຳລັງຖືກພິຈາຣະນາໃນສະພາ.

ກາງ ຈະນໍາສເນີຮ່າງກົດຫມາຍ ໃນອາທິດນີ້, ເພື່ອຮັບມືກັບຜົນກະທົບ ຈາກຄໍາຕັດສິນ ຂອງສານສູງ ທີ່ຕັດສິນວ່າ ການກັກຂັງແບບບໍ່ມີກໍານົດ ແມ່ນຜິດກົດຫມາຍ ຊຶ່ງສົ່ງຜົນ ໃຫ້ມີການປ່ອຍຕົວ ຜູ້ຖືກກັກຂັງກວດຄົນເຂົ້າເມືອງ ເກືອບ 150 ຄົນ.

ການແກ້ໄຂ ຊຶ່ງໄດ້ຮັບການສນັບສນູນໃນຫຼັກການ ໂດຍຝ່າຍຄ້ານ ອາດເຮັດໃຫ້ ຜູ້ກະທໍາຜິດທີ່ຮ້າຍແຮງທີ່ສຸດ ກັບຄືນສູ່ການກັກຂັງ.

Edwina Guinan ລາຍງານ.

ເປັນເວລາເກືອບຫນຶ່ງເດືອນແລ້ວ (8 ພະຈິກ) ນັບຕັ້ງແຕ່ ສານສູງ
ໄດ້ຕັດສິນບໍ່ ໃຫ້ມີການກັກຂັງ ແບບບໍ່ມີກຳໜົດ ໃນຄະດີທີ່ສໍາຄັນ ທີ່ກ່ຽວຂ້ອງ ກັບຜູ້ຕ້ອງຫາຄະດີທາງເພດ ທີ່ຖືກລົງໂທດຈາກມຽນມາ.

ຕັ້ງແຕ່ນັ້ນມາ, ມີ 148 ຄົນ ທີ່ໄດ້ຖືກປ່ອຍຕົວສູ່ຊຸມຊົນ, ລວມທັງຄາດຕະກອນ ທີ່ຖືກຕັດສິນວ່າມີຄວາມຜິດ ຢ່າງຫນ້ອຍສາມຄົນ ແລະຜູ້ກະທໍາຜິດ ທາງເພດຫຼາຍຄົນ.

ບາງຄົນຖືກຕັດສິນວ່າ ມີຄວາມຜິດໃນຄະດີເລັກໆນ້ອຍໆ ໃນປະເທດຂອງເຂົາ ແລະບາງຄົນບໍ່ເຄີຍຖືກຕັດສິນວ່າ ມີຄວາມຜິດທາງກົດ ໝາຍ ໃດໆ.

ຫລັງການຕັດສິນ ຂອງສານສູງ, ພັກແຮງງານ ກໍຟ້າວຜ່ານກົດຫມາຍສຸກເສີນ, ຊຶ່ງເຮັດຜູ້ທີ່ຖືກປ່ອຍ ໃຫ້ຢູ່ພາຍໃຕ້ການກໍານົດເວລາຕອນກາງຄືນ (Night-time curfew) ແລະບັງຄັບໃຫ້ເຂົາເຈົ້າ ໃສ່ສາຍແຂນໃນການຕິດຕາມໂຕ (Tracking bracelets).

ຄນະຣັຖມົນຕີ ຂອງຣັຖບານກາງ ໄດ້ປະຊຸມກັນ ໃນວັນຈັນ ເພື່ອໃຫ້ມີການແກ້ໄຂຕື່ມອີກ ທີ່ແນໃສ່ ການເສີມສ້າງກົດຫມາຍ ໃຫ້ເຂັ້ມແຂງຕື່ມຂຶ້ນອີກ.

ມັນເກີດຂຶ້ນ ໃນຂນະທີ່ຣັຖມົນຕີ ການຕ່າງປະເທດ, ທ່ານນາງ Penny Wong ຖືກບັງຄັບໃຫ້ປົກປ້ອງ ກ່ຽວກັບການຈັດການຄະດີ ຂອງສານສູງ ຂອງຣັຖບານ ພາຍໃຕ້ການສອບຖາມ ຈາກຝ່າຍຄ້ານໃນສະພາສູງ.

"ບຸກຄົນເຫຼົ່ານີ້ ບໍ່ໄດ້ຖືກປ່ອຍຕົວ ຍ້ອນຣັຖບານໄດ້ຕັດສິນໃຈວ່າ ຕ້ອງໄດ້ຖືກປ່ອຍຕົວ. ຄົນເຫລົ່ານີ້ ທີ່ຖືກປ່ອຍອອກມາ ເປັນຜົນມາຈາກການຕັດສິນ ຂອງສານສູງ ຊຶ່ງໄດ້ລົບລ້າງກົດຫມາຍທີ່ທ່ານມີຢູ່. ບໍ່ແມ່ນກົດຫມາຍທໍາອິດ ຂອງເຈົ້າ ທີ່ເຂົາເຈົ້າໄດ້ລົບລ້າງ."

ພາຍໃຕ້ການແກ້ໄຂໃຫມ່, ຣັຖບານ ສາມາດຂໍໃຫ້ສານ ສັ່ງໃຫ້ຜູ້ກະທໍາຜິດທີ່ຮ້າຍແຮງທີ່ສຸດ ພາຍໃຕ້ຄໍາສັ່ງ ການກັກຂັງເພື່ອການປ້ອງກັນ (Preventive Detention Order), ຫຼືໃຫ້ເຂົາເຈົ້າຖືກກັກຂັງ.

ແຕ່ຣັຖບານ ຕ້ອງສະແດງໃຫ້ເຫັນວ່າ ບຸກຄົນນັ້ນ ເປັນອັນຕະລາຍ ທີ່ບໍ່ເປັນທີ່ຍອມຮັບ ຂອງຊຸມຊົນ ທີ່ບໍ່ສາມາດຈັດການໄດ້ ໂດຍເງື່ອນໄຂວີຊາອື່ນໆ.

ຜູ້ຖືກກັກຂັງນັ້ນ ຈະຕ້ອງໄດ້ຖືກຕັ້ງຂໍ້ຫາອາຊະຍາກັມ ທີ່ມີໂທດຈໍາຄຸກຢ່າງຫນ້ອຍເຈັດປີ.

ແລະຄໍາສັ່ງ ຈະມີອາຍຸພຽງແຕ່ສາມປີເທົ່ານັ້ນ ແລະຕ້ອງຍື່ນຄຳຮ້ອງໃຫມ່ທຸກປີ ຫຼັງຈາກນັ້ນ.

ຜູ້ນໍາຝ່າຍຄ້ານ, ທ່ານ Peter Dutton ກ່າວວ່າ ທ່ານສນັບສນູນການກັກຂັງປ້ອງກັນ (Preventive Detention Order), ແຕ່ຢາກເຮັດວຽກຮ່ວມກັບຣັຖບານ ເພື່ອໃຫ້ແນ່ໃຈວ່າ ການປ່ຽນແປງດັ່ງກ່າວ ແມ່ນຖືກຕ້ອງຕາມຣັຖທັມມະນູນ.

"ພວກເຮົາ ຈະສນັບສນູນຮ່າງກົດໝາຍ ທີ່ເຮັດໃຫ້ຊາວອອສເຕຣເລັຍ ປອດພັຍ, ແຕ່ພວກເຮົາ ຈະບໍ່ມີສະຖານະການ ທີ່ຣັຖບານ ທີ່ອອກຮ່າງກົດໝາຍເຫຼົ່ານີ້ ໃນນາທີສຸດທ້າຍ....ໃນເວລາພຽງຂ້າມຄືນ. ມັນຈະມີຄວາມບົກພ່ອງສເມີ. ພວກເຂົາບໍ່ຢາກ ທີ່ຈະຄິດຢ່າງອື່ນ ເມື່ອເວົ້າເຖິງການຮັກສາຊາວອອສເຕຣເລັຍ ໃຫ້ປອດພັຍ."

ບໍ່ຮູ້ວ່າ ຄໍາສັ່ງກັກຂັງທີ່ປ້ອງກັນ (Preventive Detention Order) ນັ້ນ ຈະສາມາດ ໃຊ້ກັບຜູ້ຖືກກັກຂັງ ແລະຖືກປ່ອຍໂຕແລ້ວນັ້ນຈັກຄົນ.

Mr Dutton ກ່າວວ່າ ມີບໍ່ເທົ່າໃດຄົນເທົ່ານັ້ນ ທີ່ອາດໄດ້ຮັບຜົນກະທົບ ຈາກການປ່ຽນແປງ ທີ່ສເນີໂດຍພັກແຮງງານ.

"ມາດຕະການ ທີ່ຣັຖບານກໍາລັງສເນີນັ້ນ ອາດນຳໃຊ້ກັບ ສອງ ຫຼືສາມ ຫຼືສີ່ ຄົນເທົ່ານັ້ນ. ສະນັ້ນ, ອີກ 142 ຄົນທີ່ເຂົາເຈົ້າໄດ້ຖືກປ່ອຍຕົວ ເຂົ້າໄປໃນຊຸມຊົນ ໂດຍບໍ່ຈໍາເປັນ ໃນເວລານີ້ ມີຄວາມສາມາດ ທີ່ຈະກໍ່ໃຫ້ເກີດອັນຕະຣາຍ, ແລະຂ້າພະເຈົ້າຄິດວ່າ ມັນຖືກຕ້ອງແລ້ວ ທີ່ປະຊາຊົນອອສເຕຣເລັຍ ມີຄວາມໂກດແຄ້ນ ກ່ຽວກັບເລື່ອງນີ້."

ສະມາຊິກສະພາສູງ, Jacqui Lambie, ໄດ້ບອກກັບ Sky News ວ່າ ການເສີມສ້າງກົດຫມາຍໃຫ້ເຂັ້ມແຂງນັ້ນ ເປັນເລື່ອງຮີບດ່ວນ.

"ພວກເຮົາ ກຳລັງທົບທວນກົດຫມາຍໃຫມ່ເຫຼົ່ານັ້ນຢູ່. ແຕ່ແນ່ນອນວ່າ ບາງຢ່າງຕ້ອງເຮັດໃຫ້ແລ້ວ ໃນອາທິດນີ້. ຂ້າພະເຈົ້າ ຂໍໃຫ້ຜູ້ນຳທີ່ເປັນຜູ້ໃຫຍ່ແລ້ວທັງສອງ ໂອ້ລົມກັນ ແລະແກ້ໄຂເລື້ອງນີ້ ເພາະຖ້າຫາກເຂົາເຈົ້າບໍ່ໄດ້ແກ້ໄຂເລື້ອງນີ້, ເຂົາເຈົ້າຕ້ອງຮັບຜິດຊອບ ຖ້າມີສິ່ງໃດເກີດຂຶ້ນ ກັບຄວາມປອດພັຍ ຂອງຊາວອອສເຕຣເລັຍ ໃນໄລຍະຄຣິດສະມາດ"

ແຕ່ສະມາຊິກ ສະພາສູງພັກ Greens, ທ່ານນາງ Sarah Hanson-Young ໄດ້ກ່າວຫາ ຣັຖບານວ່າ ສ້າງຄວາມຢ້ານກົວ ແລະໃສ່ຮ້າຍພວກອົບພະຍົບ ແລະພວກຍົກຍ້າຍຖິ່ນຖານ, ໃນການຕອບໂຕ້ຕໍ່ຄໍາຕັດສິນຂອງສານສູງສຸດ.

ຮ່າງກົດຫມາຍສະບັບໃຫມ່ ຈະຖືກນໍາເຂົ້າສູ່ສະພາ ໃນວັນພຸດ.

ເນື້ອເລື່ອງໂດຍ Edwina Guinan ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share