ຈະກະກຽມສໍາລັບການທົດສອບສັນຊາດອອສເຕຣເລັຍແນວໃດ?

Ostrelea Dei Selebresen long Canberra

CANBERRA, AUSTRALIA - JANUARY 26: Ruth Deva-Prasanna from India shows off her new Australian Citizenship Certificate at the Citizenship Ceremony (Photo by Stefan Postles/Getty Images) Credit: Stefan Postles/Getty Images

ການເປັນພົນລະເມືອງອອສເຕຣເລັຍເປັນປະສົບການ ທີ່ຫນ້າຕື່ນເຕັ້ນ ແລະກຸ້ມຄ່າ ແກ່ຜູ້ອົບພະຍົບຈຳນວນຫຼາຍ. ແຕ່ເພື່ອຈະໄດ້ເປັນພົນລະເມືອງ, ທ່ານຕ້ອງຜ່ານ "ການທົດສອບສັນຊາດຂອງອອສເຕຣເລັຍ" ກ່ອນ. ມັນແມ່ນການທົດສອບຈະວັດຄວາມຮູ້ຂອງທ່ານກ່ຽວກັບປວັດສາດ, ວັດທະນະທັມ, ຄ່ານິຍົມ, ແລະລະບົບການເມືອງຂອງອອສເຕຣເລັຍ.


ຈຸດສໍາຄັນ
  • ປຶ້ມຊັບພະຍາກອນທົດສອບສັນຊາດຂອງທາງການ ກວມເອົາຫົວຂໍ້ທັງຫມົດທີ່ທ່ານຈະຕ້ອງຮູ້ສໍາລັບການທົດສອບ.
  • ການທົດສອບແມ່ນເປັນພາສາອັງກິດ, ດັ່ງນັ້ນທ່ານຕ້ອງເຂົ້າໃຈພາສາໄດ້ດີ.
  • ຫຼາຍອົງການຈັດຕັ້ງຊຸມຊົນທ້ອງຖິ່ນມີຫ້ອງຮຽນ ການກະກຽມການທົດສອບສັນຊາດ ແລະຊັບພະຍາກອນເພື່ອຊ່ວຍກະກຽມສໍາລັບການທົດສອບ.
ອອສເຕຣເລັຍ ເປັນປະເທດທີ່ມີຫຼາຍວັດທະນະທັມ ແລະແຕກຕ່າງກັນ, ມີຫຼາຍກວ່າ 270 ເຊື້ອຊາດ.

ມັນມີວັດທະນະທັມ ຕໍ່ເນື່ອງທີ່ເກົ່າແກ່ທີ່ສຸດໃນໂລກ ແຫ່ງນຶ່ງແລະໄດ້ຕ້ອນຮັບຜູ້ຍົກຍ້າຍຖິ່ນຖານ ເກືອບ ເຈັດລ້ານຄົນ ນັບຕັ້ງແຕ່ປີ 1945.

ມີຫຼາຍວິທີ ທີ່ຈະສມັກຂໍສັນຊາດ ເຕຣເລັຍນອກນັ້ນ, ທ່ານຍັງຕ້ອງມີຄຸນສົມບັດຕາມ ເງື່ອນໄຂສະເພາະກ່ອນຂໍສມັກ.

'ການມອບໃຫ້ (Conferral) ແລະ 'ເຊື້ອສາຍ (Descent)' ແມ່ນວິທີການທົ່ວໄປໃນ ການເປັນພົນລະເມືອງ.
ທະນາຍຄວາມດ້ານຍົກຍ້າຍຖິ່ນຖານ Eva Abdel-Messiah ໄດ້ຊ່ວຍເຫຼືອຫຼາຍຮ້ອຍຄົນ ໃນການໄດ້ຮັບສັນຊາດອອສເຕຣເລັຍ.

ທ່ານນາງກ່າວວ່າ ມາດຕະການທີ່ສໍາຄັນທີ່ສຸດ ແມ່ນຕ້ອງຜ່ານ ຂໍ້ກຳໜົດດ້ານທີ່ຢູ່ອາສັຍ.

ຕາມຂໍ້ກຳໜົດ ກ່ຽວກັບສະຖານະຢູ່ອາສັຍ ໃນອອສເຕຣເລັຍ, ທ່ານຕ້ອງປະຕິບັດຕາມເງື່ອນໄຂສະເພາະ. ທໍາອິດ, ທຳອິດທ່ານຕ້ອງອາສັຍຢູ່ໃນອອສເຕຣເລັຍດ້ວຍວີຊາທີ່ຖືກຕ້ອງ ຕາມກົດຫມາຍ ເປັນເວລາສີ່ປີ ໂດຍທີ່ບໍ່ມີການອອກນອກປະເທດ ເກີນກວ່າ 12 ເດືອນ.
ໃນປີສຸດທ້າຍ ທ່ານນີ້ຕ້ອງໄດ້ຢູ່ໃນວີຊາຖາວອນ, ບໍ່ແມ່ນວີຊາຊົ່ວຄາວ ແລະບໍ່ມີການ ອອກນອກປະເທດເກີນກວ່າ 90 ວັນພາຍໃນ 12 ເດືອນສຸດທ້າຍ.
Eva Abdel-Messiah
ນອກເຫນືອໄປຈາກ ການປະຕິບັດຕາມຂໍ້ກຳໜົດ ດ້ານທີ່ຢູ່ອາສັຍແລ້ວ, ຜູ້ສມັກຂໍສັນຊາດອອສເຕຣເລັຍ ທີ່ມີອາຍຸຫຼາຍກວ່າ 18 ປີຕ້ອງສະແດງໃຫ້ເຫັນ 'ຄຸນສົມບັດທີ່ດີ' ຊຶ່ງໝາຍເຖິງວ່າ ເປັນຄຸນສົມບັດ ທາງສິນທັມທີ່ຍືນຍົງ (Enduring moral qualities).

ນອກເໜືອຈາກ:
  • ວາງແຜນທີ່ຈະອາສັຍ ຢູ່ໃນອອສເຕຣເລັຍ ຫຼື ຍັງຕິດຕໍ່ກັນຢູ່ ໃນຂນະທີ່ຢູ່ຕ່າງປະເທດ,
  • ມີຄວາມຮູ້ພື້ນຖານ ກ່ຽວກັບພາສາອັງກິດ, ແລະ
  • ມີຄວາມຮູ້ກ່ຽວກັບອອສເຕຣເລັຍ, ແລະຄວາມຫມາຍ ຂອງການເປັນພົນລະເມືອງ ອອສເຕຣເລັຍ. ໃນການປະເມີນນີ້, ຜູ້ສມັກສ່ວນຫຼາຍ ຈະຕ້ອງຜ່ານການທົດສອບການເປັນພົນລະເມືອງ.
"ຖ້າເຂົາເປັນຜູ້ໃຫຍ່. ດັ່ງນັ້ນ, ຕັ້ງແຕ່ອາຍຸ 18 ຫາ 59 ປີ, ພວກເຂົາຕ້ອງສະແດງໃຫ້ເຫັນວ່າ ພວກເຂົາມີຄວາມຮູ້ພື້ນຖານ ກ່ຽວກັບພາສາອັງກິດ. ເຂົາເຈົ້າ ຈະຕ້ອງທົດສອບ ເພື່ອຈະໄດ້ມີການສໍາພາດ ແລະຕ້ອງທົດສອບສໍາລັບສັນຊາດ"  Ms Abdel-Messiah ອະທິບາຍ.
KEVIN ANDREWS CITIZENSHIP TEST
Kevin Andrews, Minister for Immigration and Citizenship, holds a copy of the Australian Citizenship Test booklet in Melbourne, Monday, Oct. 1, 2007. (AAP Image/Andrew Brownbill) Source: AAP / ANDREW BROWNBILL/AAPIMAGE
ຖ້າຫາກວ່າ ທ່ານມີສິດທີ່ຈະເປັນພົນລະເມືອງອອສເຕຣເລັຍແລະກໍາລັງກະກຽມ ສໍາລັບການທົດສອບສັນຊາດ, ທ່ານຕ້ອງເຮັດວຽກບ້ານຂອງທ່ານ.

ທ່ານນາງ Abdel-Messiah ກ່າວວ່າ ການທົດສອບສັນຊາດ ຂອງອອສເຕຣເລັຍມີຈຸດມຸ້ງຫມາຍ ທີ່ຈະປະເມີນ ຄວາມຮູ້ ແລະຄວາມເຂົ້າໃຈ ຂອງເຮົາວ່າ ມັນມີຫຍັງແດ່ໃນການເປັນພົນລະເມືອງ ຂອງອອສເຕຣເລັຍ.

ນີ້ລວມມີຄວາມຄຸ້ນເຄີຍກັບອອສເຕຣເລັຍ, ປະຊາຊົນອອສເຕຣເລັຍ, ສັນຍາລັກຂອງອອສເຕຣເລັຍ, ຄວາມເຊື່ອຖື ໃນປະຊາທິປະໄຕ, ສິດທິ, ແລະເສຣີພາບແລະໂຄງສ້າງຂອງຣັຖບານ.
ນອກນັ້ນ ຍັງກ່ຽວກັບວິທີການຜ່ານກົດຫມາຍໃນອອສເຕຣເລັຍແລະສະແດງໃຫ້ເຫັນ ເຖິງຄວາມມຸ່ງໝັ້ນຕໍ່ ຄ່ານິຍົມຫຼັກຂອງຊາດ, ເຊິ່ງກ່ຽວຂ້ອງກັບອິດສຣະພາບ,ຄວາມເຄົາຣົບ, ແລະຄວາມສເມີພາບ.

20 ຄໍາຖາມທີ່ມີຫຼາຍທາງເລືອກ. ມັນກວມເອົາຫົວຂໍ້ຕ່າງໆເຊັ່ນ: ສັນຍາລັກຂອງອອສເຕຣເລັຍ, ເຫດການທາງປວັດສາດ, ໂຄງສ້າງຂອງຣັຖບານ, ແລະສິດທິ ແລະຄວາມຮັບຜິດຊອບຂອງພົນລະເມືອງ.

"ຫ້າໃນ 20 ຄໍາຖາມ ທີ່ມີຄຳຕອບໃຫ້ເລືອກເຫຼົ່ານີ້ ແມ່ນກ່ຽວກັບຄ່ານິຍົມຂອງອອສເຕຣເລັຍ, ແລະທ່ານບໍ່ສາມາດເຮັດຜິດໃນຂໍ້ໃດທັງນັ້ນ. ດັ່ງນັ້ນ, ຄະແນນໃນການຜ່ານການທົດສອບແມ່ນ75%, ເຊິ່ງຫມາຍຄວາມວ່າ ມັນອະນຸຍາດໃຫ້ທ່ານເຮັດຜິດບາງຢ່າງໄດ້."
ແຕ່ໃນສ່ວນກ່ຽວກັບ ຄ່ານິຍົມຂອງອອສເຕຣເລັຍແລ້ວ ບໍ່ໃຫ້ມີຄວາມຜິດພາດໄດ້. ຖ້າທ່ານຕອບຜິດຄໍາຖາມຫນຶ່ງ ຫຼືຖ້າທ່ານເສັຍຄະແນນໃ ນຄໍາຖາມຫນຶ່ງ, ນັ້ນຫມາຍຄວາມວ່າ ທ່ານບໍ່ຜ່ານການທົດສອບທັງຫມົດ.
Eva Abdel-Messiah
ເວັບໄຊທ໌ຂອງກະຊວງພາຍໃນ (homeaffairs.gov.au) ແນະນໍາໃຫ້ສຶກສາ ຈາກປຶ້ມຄູ່ມືແຫຼ່ງຂໍ້ມູນທົດສອບ ການເປັນພົນລະເມືອງຂອງທາງການ ເຊິ່ງເອີ້ນວ່າ "ການເປັນພົນລະເມືອງຂອງອອສເຕຣເລັຍ: ພັນທະຮ່ວມຂອງເຮົາ (Our Common Bond)".

ປຶ້ມຄູ່ມືເຫຼັ້ມນີ້ ມີຢູ່ 40 ພາສາ, ແລະທ່ານຍັງສາມາດຟັງເນື້ອຫາ ຜ່ານລິ້ງ podcast ທີ່ມີຢູ່ໃນເວັບໄຊທ໌.

ຂໍ້ມູນທັງຫມົດທີ່ຈໍາເປັນ ສໍາລັບການທົດສອບ ແມ່ນຢູ່ໃນປື້ມ "ພັນທະຮ່ວມຂອງເຮົາ (Our Common Bond)". ທ່ານຕ້ອງເຂົ້າໃຈມັນ ຢ່າງລະອຽດ ແລະຈົດບັນທຶກ ເພື່ອຊ່ວຍໃຫ້ທ່ານ ທ່ອງຈໍາມັນ.

ນອກຈາກນີ້ ທ່ານຍັງສາມາດທົດລອງຝຶກຫັດ ການທົດສອບອອນໄລນ໌ ໃນຫນຶ່ງຂອງເວັບໄຊທ໌ ຈໍານວນຫຼາຍ ທີ່ສເນີແບບທົດສອບ ພົນລະເມືອງຟຣີ ທີ່ຄ້າຍກັບການທົດສອບຈິງ.
Ms. Abdel-Messsiah ກ່າວວ່າ app ໃນໂທຣະສັບຫຼາຍຢ່າງ ສາມາດເຂົ້າເຖິງໄດ້ ແລະງ່າຍທີ່ຈະນຳໃຊ້ ໄດ້ຫຼາຍກວ່າ ການໃຊ້ການເຊື່ອມຕໍ່ທາງເວັບໄຊທ໌ (website links) ຈາກຄອມພິວເຕີ.

"ແອັບພລິເຄຊັນໂທຣະສັບເຫຼົ່ານີ້ ຂ້ອຍພົບວ່າມັນເປັນປໂຍດຫຼາຍ. ຂ້ອຍຊຸກຍູ້ໃຫ້ລູກຄ້າຂອງຂ້ອຍດາວໂຫລດ ແລະໃຊ້ເວລາເຄິ່ງຊົ່ວໂມງ ຫຼືຫນຶ່ງຊົ່ວໂມງ ໃນການເຝິກເຮັດທຸກຄືນ. ນອກນັ້ນໃນ YouTubeກໍມີວິດີໂອ ກ່ຽວກັບເລື່ອງນີ້ ຍັງມີເຊັ່ນດຽວກັນ."

ລາວກ່າວຕື່ມວ່າ ຄວາມເຂົ້າໃຈທັງສາມສາຂາ ຂອງລະບົບຣັຖບານ,ລະບົບ ຣັຖສະພາຂອງຣັຖບານກາງ ແລະບົດບາດຂອງ Governors-General ກໍມີຄວາມສໍາຄັນເຊັ່ນກັນ.

ການທົດສອບສັນຊາດ ຈະປະເມີນທ່ານ ກ່ຽວກັບເຫດການສໍາຄັນ ຂອງອອສເຕຣເລັຍ, ແລະມັນມັກຈະລວມເຖິງ ການມີສ່ວນຮ່ວມຂອງຊາວພື້ນເມືອງອອສເຕຣເລັຍ ແລະຊາວອອສເຕຣເລັຍ ທີ່ມາຈາກຫຼາຍວັດທະນະທັມທີ່ແຕກຕ່າງກັນ.

ການທົດສອບ ມີແຕ່ເປັນພາສາອັງກິດເທົ່ານັ້ນ. ດັ່ງນັ້ນ, ທ່ານຕ້ອງເຂົ້າໃຈພາສາໄດ້ດີ.
Australians Celebrate Australia Day As Debate Continues Over Changing The Date
Ngunnawal Elder Tina Brown and Indigenous dancers perform at the flag raising and Citizenship ceremony at Lake Burley Griffin on January 26, 2020 in Canberra, Australia. Indigenous Australians refer to the day as 'Invasion Day' and there is growing support to change the date to one which can be celebrated by all Australians. (Photo by Wendell Teodoro/Getty Images) Credit: Wendell Teodoro/Getty Images
ທ່ານສາມາດຝຶກການອ່ານ ແລະຄຸ້ນເຄີຍ ກັບຄໍາສັບທີ່ຈໍາເປັນ ເພື່ອຊ່ວຍໃຫ້ທ່ານ ເຂົ້າໃຈຄໍາຖາມ.

"ເມື່ອລູກຄ້າມາຫາຂ້ອຍ, ຂ້ອຍກໍແນະນຳໃຫ້ເຂົາເຈົ້າເລີ່ມກຽມພ້ອມທັນທີ. ແລະສ່ວນຫນຶ່ງ ຂອງການກະກຽມ ແມ່ນໃຫ້ຟັງຂ່າວເປັນພາສາອັງກິດ ແລະ ອ່ານຫນັງສືພິມເປັນພາສາອັງກິດ. ຝຶກການທົດສອບ ຢ່າງຫນ້ອຍອາທິດລະເທື່ອ. ເພາະວ່າເມື່ອເຮົາຍື່ນໃບຄຳຮ້ອງມື້ນີ້, ພວກເຂົາບໍ່ໄດ້ຮັບການທົດສອບທັນທີ; ມີຊ່ອງວ່າງ ຢ່າງໜ້ອຍ ຫົກ ຫາເກົ້າເດືອນ." Ms Abdel-Messsiah ກ່າວ.

ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອ ໃນການນໍາໃຊ້ບົດຝຶກຫັດໃນເວັບໄຊຂອງ Department of Home Affairs ແລະຊ່ວຍປັບປຸງພາສາອັງກິດຂອງທ່ານ, ທ່ານສາມາດຕິດຕໍ່ອົງການ ຊຸມຊົນໃນທ້ອງຖິ່ນຫຼາຍແຫ່ງ ເພື່ອຂໍຄວາມຊ່ວຍເຫຼືອ.
ຕົວຢ່າງ: Sydwest Multicultural Services ໃນ NSW ແລະ Southern Migrant and Refugee Centre ໃນ Victoria, ທີ່ມີຫ້ອງຮຽນ ການກະກຽມການທົດສອບສັນຊາດ ແລະຊັບພະຍາກອນ ເພື່ອຊ່ວຍປະຊາຊົນ ທີ່ມີຄວາມຕ້ອງການທີ່ຈະ ກຽມພ້ອມ ສໍາລັບການທົດສອບ.

ອົງກອນເຫຼົ່ານີ້ ມັກຈະມີຜູ້ສອນ ທີ່ມີປະສົບການ ຜູ້ທີ່ສາມາດໃຫ້ການຊີ້ນໍາ ແລະການສນັບສນູນ ຕລອດຂະບວນການ.

Vikki Hine ຈາກ Sydwest ອະທິບາຍວ່າ ຫຼັກສູດຂອງພວກເຂົາ ໄດ້ຊ່ວຍເຫຼືອຜູ້ອົບພະຍົບໃຫມ່ຈໍານວນຫຼາຍ, ຜູ້ຍົກຍ້າຍຖິ່ນຖານ, ແລະຜູ້ອາສັຍຖາວອນ ໃນການກຽມພ້ອມ ສໍາລັບການທົດສອບສັນຊາດ.
ຜູ້ຄົນຕ້ອງການ ການສນັບສນູນ ແລະການຊ່ວຍເຫຼືອ ໃນການກະກຽມ ສໍາລັບການທົດສອບສັນຊາດແລະເພື່ອໃຫ້ເຂົ້າໃຈວ່າ ມັນສໍາຄັນພຽງໃດ ທີ່ຈະເປັນພົນລະເມືອງຢູ່ທີ່ນີ້ ເພື່ອຄວາມປອດພັຍ ທີ່ມາພ້ອມກັບສັນຊາດນັ້ນ.
Vikki Hine
ຫລັກສູດນີ້ ແມ່ນເປີດໃຫ້ຜູ້ຍົກຍ້າຍຖິ່ນຖານຈາກທຸກພູມຫຼັງ.

ບໍ່ວ່າຈະເປັນອົບພະຍົບ, ໃຜກໍຕາມທີ່ມີສິດໄດ້ຮັບການບໍຣິການ ການຕັ້ງຖິ່ນຖານ (Settlement Services), ເຊິ່ງແມ່ນຫ້າປີທໍາອິດ ຂອງການມາເຖິງຂອງທ່ານໃນອອສເຕຣເລັຍ.

ຫລັກສູດນີ້ ແມ່ນເປີດໃຫ້ຜູ້ຍົກຍ້າຍຖິ່ນຖານຈາກທຸກພູມຫຼັງ.

ບໍ່ວ່າຈະເປັນອົບພະຍົບ, ໃຜກໍຕາມທີ່ມີສິດໄດ້ຮັບການບໍຣິການ ການຕັ້ງຖິ່ນຖານ (Settlement Services), ເຊິ່ງແມ່ນຫ້າປີທໍາອິດ ຂອງການມາເຖິງຂອງທ່ານໃນອອສເຕຣເລັຍ.  

ນັບຕັ້ງແຕ່ນັ້ນມາ Ms Hine ກ່າວວ່າ ລູກຄ້າຫຼາຍຮ້ອຍຄົນ ໄດ້ຜ່ານການທົດສອບ ແລະໄດ້ຮັບໃບຢັ້ງຢືນການເປັນ ພົນລະເມືອງ.

“ພວກເຂົາເຮັດແຕ່ລະຄໍາຖາມ, ແລະພວກເຂົາເວົ້າກ່ຽວກັບມັນ; ພວກເຂົາຈະໄດ້ຮຽນຮູ້ປວັດສາດບາງຢ່າງ. ພວກເຮົາຍັງໄປທ່ຽວໃນສັງຄົມເປັນກຸ່ມ, ອະທິບາຍທາງພູມີສາດ, ພວກເຮົາອາດຈະໄປ Katoomba ແລະໃນເວລາດຽວກັນ ກໍເວົ້າເຖິງປວັດສາດຂອງອອສເຕຣເລັຍ ທີ່ຖືກຄົ້ນພົບໂດຍນັກສໍາຫຼວດ. “

AUSTRALIA DAY 2017 BRISBANE
An Australian citizenship recipient holds his certificate during a citizenship ceremony on Australia Day in Brisbane, Thursday, Jan. 26, 2017. (AAP Image/Dan Peled) Source: AAP / DAN PELED/AAPIMAGE
Ms Hine ກ່າວຕື່ມວ່າ "ມັນແມ່ນການຕອບຄໍາຖາມທັງຫມົດ, ເຂົ້າໃຈມັນຢ່າງຖ້ວນທີ່, ເພື່ອວ່າທ່ານຈະເຂົ້າໃຈຢ່າງຄົບຖ້ວນວ່າ ການມີສ່ວນຮ່ວມ ເປັນພົນລະເມືອງຂອງອອສເຕຣເລັຍນັ້ນມີຄວາມຫມາຍແນວໃດ."

ນາງກ່າວວ່າ ການຮັບເອົາວັດທະນະທັມ ຂອງອອສເຕຣເລັຍຈະເພີ່ມຄວາມເຂົ້າໃຈຂອງທ່ານ ກ່ຽວກັບປະເທດຊາດ ແລະຄຸນຄ່າຂອງມັນ ເກີນກວ່າການຈື່ຈຳຂໍ້ມູນ ແລະຕົວເລກຕ່າງໆ.

"ໃນສະພາບແວດລ້ອມ ທາງສັງຄົມແບບກັນເອງ, ມັນອາດຈະແມ່ນທີ່ barbecue, picnic ທີ່ທ່ານຈະຮຽນຮູ້ ກ່ຽວກັບພືດ ແລະສັດທີ່ອາດຈະຢູ່ໃນສວນສາທາຣະນະນັ້ນ. ສະນັ້ນ, ທຸກສິ່ງທຸກຢ່າງ ເປັນປະສົບການການຮຽນຮູ້."

Ms Abdel-Messiah ຍັງແບ່ງປັນຂໍ້ຜິດພາດ ຫຼືຂໍ້ບົກພ່ອງບາງຢ່າງ ທີ່ຜູ້ສມັກຄວນຫຼີກເວັ້ນ ໃນຂນະທີ່ທຳການທົດສອບສັນຊາດ. ນາງແນະນໍາຜູ້ສມັກ ໃຫ້ອ່ານຄໍາຖາມຢ່າງລະມັດລະວັງ, ຢູ່ພາຍໃນກໍານົດເວລາ, ແລະຫຼີກເວັ້ນການຟ້າວກົດຄໍາຕອບ.

ພວກເຮົາໄດ້ຮັບທາງເລືອກ ທີ່ຈະເຮັດການທົດສອບສາມຄັ້ງ. ແຕ່ຫຼັງຈາກເທື່ອທີສາມ, ກໍຈະບໍ່ມີທາງເລືອກອີກ; ມັນຈະຖືກປະຕິເສດ. ແລະ ຫຼັງຈາກນັ້ນພວກເຮົາຈະຕ້ອງນໍາໃຊ້ຄໍາຮ້ອງສມັກໃຫມ່. Ms Abdel Messiah ກ່າວ.

Share