ການເລືອກປະຕິບັດໃນການຫາວຽກ.

Courier delivery man holding a big cardboard box rings to the doorbell. Parcel delivery concept

Courier delivery man holding a big cardboard box rings to the doorbell. Parcel delivery concept. Source: iStockphoto / Daria Nipot/Getty Images/iStockphoto

ເຖິງແມ່ນວ່າ ການຍົກຍ້າຍຖິ່ນຖານທີ່ມີທັກສະ (Skilled Migration) ເປັນສ່ວນສໍາຄັນຂອງເສດຖະກິດ ຂອງອອສເຕຣເລັຍ, ແຕ່ຜູ້ອົບພະຍົບ ທີ່ມີທັກສະສູງ ມັກຈະປະເຊີນກັບອຸປະສັກ ຕໍ່ການຈ້າງງານ ທີ່ເຮັດໃຫ້ເຂົາເຈົ້າ ເຮັດວຽກທີ່ມີທັກສະຕ່ຳ ໃນຂນະທີ່ ການຂາດທັກສະຍັງດໍາເນີນຕໍ່ໄປ ໃນທົ່ວເສດຖະກິດ.


ການເລືອກປະຕິບັດໃນການຫາວຽກ.

RMIT ສະແດງໃຫ້ເຫັນວ່າ ຜູ້ອົບພະຍົບ ທີ່ມີທັກສະສູງ ມັກຈະປະເຊີນກັບອຸປະສັກ ຕໍ່ການຈ້າງງານ ທີ່ເຮັດໃຫ້ເຂົາເຈົ້າ ເຮັດວຽກທີ່ມີທັກສະຕ່ຳ ໃນຂນະທີ່ ການຂາດທັກສະຍັງດໍາເນີນຕໍ່ໄປ ໃນທົ່ວເສດຖະກິດ.

ການສຶກສາ ໄດ້ເບິ່ງປະສົບການຂອງຜູ້ອົບພະຍົບ ທີ່ມີທັກສະ 50 ຄົນຂອງຫວຽດນາມ ຜູ້ທີ່ມັກຈະຖືກເລືອກປະຕິບັດ ຕລອດຂະບວນການຈ້າງງານ.

Sam Dover ລາຍງານ.

"ພວກເຮົາ ຕ້ອງການຜູ້ຍົກຍ້າຍຖິ່ນຖານ ໃນການເຮັດວຽກໃນຕໍາແຫນ່ງຕ່າງໆ. ແຕ່ເມື່ອເຂົ້າມາແລ້ວ, ຕ້ອງໃຊ້ເວລາສອງສາມປີ ໃນການກັບໄປເຮັດວຽກ. ເວລານັ້ນເສັຍໄປ, ຫຼືບໍ່ກຸ້ມຄ່າ. ແລະນັ້ນ ສົ່ງຜົນກະທົບ ໃນທາງລົບ ຕໍ່ເສດຖະກິດ ເພາະວ່າ ຜູ້ທີ່ເຂົ້າມາ ແລະຄວນຈະເຂົ້າຮ່ວມແຮງງານ ແລະກຳຈັດການຂາດທັກສະ, ແຕ່ເຂົາເຈົ້າ ບໍ່ສາມາດຫາວຽກໄດ້."

ນັ້ນແມ່ນ Dr. June Tran, ອາຈານສອນທຸຣະກິດ ຢູ່ມະຫາວິທະຍາໄລ RMIT.

ສິ່ງທີ່ທ່ານນາງກ່າວເຖິງນັ້ນ ແມ່ນປາກົດການທີ່ໜ້າໜັກໃຈ ທີ່ເກີດຂຶ້ນໃນ
ໂດຍຜູ້ອົບພະຍົບ ທີ່ມີທັກສະສູງ ຖືກບັງຄັບໃຫ້ເຮັດວຽກ ທີ່ຕ້ອງການພຽງທັກສະຕ່ຳ ເຊັ່ນຄົນຂັບຣົດສົ່ງຂອງ ເພາະພວກເຂົາເຈົ້າ ບໍ່ສາມາດເຮັດວຽກ ໃນສາຂາຊ່ຽວຊານ ຂອງພວກເຂົາເຈົ້າໄດ້.

Dr Tran ເປັນຜູ້ຂຽນຫຼັກ ຂອງການສຶກສາ ຊຶ່ງເບິ່ງປະສົບການ ຂອງຜູ້ອົບພະຍົບ ທີ່ມີທັກສະ ຊາວຫວຽດນາມ 50 ຄົນ ທີ່ມາເຖິງບໍ່ດົນມານີ້ ແລະພະຍາຍາມຊອກຫາວຽກເຮັດ ພ້ອມທັງນາຍໜ້າ ຜູ້ຊອກຫາງານ12 ຄົນ.

ຫນຶ່ງໃນຜູ້ຍົກຍ້າຍຖິ່ນຖານເຫຼົ່ານັ້ນ ແມ່ນ Dai Nguyen ທີ່ໄດ້ຍົກຍ້າຍມາຢູ່ອອສເຕຣເລັຍ ຈາກຫວຽດນາມ ໃນປີ 2009 ແລະໄດ້ຮັບປຣິນຍາເອກ (Ph.D) ໃນສາຂາວິສະວະກັມ ໄຟຟ້າ ຈາກ UNSW.

ເຖິງວ່າອາຊີບຂອງລາວ ຈະຢູ່ໃນລາຍການອາຊີບ ທີ່ມີທັກສະ ຂອງ
, ເມື່ອລາວພະຍາຍາມຫາວຽກ ລາວຕ້ອງໃຊ້ເວລາສາມປີ ແລະຫຼາຍຮ້ອຍໃບສມັກ ກ່ອນທີ່ຈະໄດ້ຮັບການພິຈາລະນາ.

ລາວພົບວ່າ ເມື່ອລາວປ່ຽນຊື່ຈາກ 'Dai' ມາເປັນ 'Dylan' ໃນແບບຟອມສມັກ, ລາວກໍສາມາດຊອກວຽກໄດ້ໄວ.

"ສາມປີທໍາອິດ ທີ່ຂ້ອຍຍື່ນໃບສມັກ ດ້ວຍຊື່ຫວຽດນາມ, ຂ້ອຍບໍ່ໄດຮັບການຕິດຕໍ່ກັບຫຍັງເລີຍ. ແຕ່ຫຼັງຈາກຂ້ອຍຕັດສິນໃຈ ປ່ຽນຊື່ຂອງຂ້ອຍ ໃຫ້ເປັນພາສາອັງກິດ 'Dylan Nguyen', ມັນກໍງ່າຍຂຶ້ນ. ແລະຫຼັງຈາກນັ້ນ, ຂ້ອຍໄດ້ວຽກທໍາອິດ ຫຼັງຈາກປະມານ ເທື່ອທີສາມ ຫຼືທີສີ່ທີ່ ສມັກງານໄປ. ຂ້ອຍກໍຈື່ບໍ່ໄດ້."

ປະສົບການດັ່ງກ່າວ ຍັງຖືກສະທ້ອນໃຫ້ເຫັນ ໃນຕົ້ນປີນີ້ ເມື່ອມະຫາວິທະຍາໄລ Monash ໄດ້ພິມເຜີຍແຜ່ ການສຶກສາໃນວົງກວ້າງ ເປັນເວລາ 2 ປີ ໃນເດືອນກໍລະກົດ ໂດຍເປີດເຜີຍວ່າ ຊົນກຸ່ມນ້ອຍ ໄດ້ຮັບໂທຣະສັບ ຈາກຜູ້ຊອກຫາແຮງງານ ຫນ້ອຍກວ່າຜູ້ສມັກ ທີ່ມີຊື່ເປັນພາສາອັງກິດ ສໍາລັບຕໍາແຫນ່ງ ສຳຄັນເຖິງ 57 ເປີເຊັນ.

ສໍາລັບຕໍາແຫນ່ງ ທີ່ບໍ່ສຳຄັນ, ຊົນກຸ່ມນ້ອຍ ໄດ້ຮັບການຕິດຕໍ່ກັບ 45 ເປີເຊັນ.

ຫຼັງຈາກໄດ້ຮັບໂອກາດແລ້ວ, Mr Nguyen ໄດ້ກ້າວຂຶ້ນຂັ້ນໄດອາຊີບ ຢ່າງໄວ ແລະຕອນນີ້ ຮັບຫນ້າທີ່ ເປັນຜູ້ຈັດການການເຊື່ອມຕໍ່ ຂອງຫນຶ່ງໃນຜູ້ຜລິດ ພະລັງງານທົດແທນ ທີ່ໃຫຍ່ທີ່ສຸດໃນປະເທດ, Iberdrola Australia.

ລາວເວົ້າວ່າ ນັບຕັ້ງແຕ່ລາວ ສາມາດຊອກວຽກເຮັດ ໃນສາຂາຂອງລາວແລ້ວ, ລາວກໍໄດ້ຊ່ວຍຜູ້ຍົກຍ້າຍຖິ່ນຖານຄົນອື່ນໆ ທີ່ລາວຮຽນຢູ່ມະຫາວິທະຍາໄລນຳກັນ ໂດຍການໃຫ້ຂໍ້ມູນ ແລະຄໍາແນະນໍາ.

"ຫລັງຈາກນັ້ນ, ສິ່ງທີ່ຂ້ອຍເຮັດ ແມ່ນຂ້ອຍໄດ້ສ້າງກຸ່ມຂຶ້ນ ແລະພະຍາຍາມສນັບສນູນ ຫມູ່ເພື່ອນຂອງຂ້ອຍ ຜູ້ທີ່ດີ້ນລົນ ໃນການໄດ້ວຽກເປັນເທື່ອທໍາອິດ ຂອງເຂົາເຈົ້າ. ແລະບັດນີ້ ຂ້ອຍມີກຸ່ມປະມານ 10 ຄົນ ແລະບັດນີ້ເຂົາເຈົ້າທຸກຄົນ ເປັນຜູ້ຈັດການອາວຸໂສ ຢູ່ບ່ອນໃດບ່ອນຫນຶ່ງ ໃນອຸດສາຫະກັມ. ສິ່ງທີ່ຍາກທີ່ສຸດ ແມ່ນການໄດ້ຮັບຂໍ້ມູນທີ່ຖືກຕ້ອງ, ຄໍາແນະນໍາທີ່ຖືກຕ້ອງ."

Trent Wiltshire ເປັນຮອງຜູ້ອໍານວຍການ ໂຄງການການຍົກຍ້າຍແລະຕລາດແຮງງານ ຂອງສະຖາບັນ Grattan.

ທ່ານກ່າວວ່າ ການຄົ້ນຄວ້າໂດຍສະຖາບັນ ເມື່ອບໍ່ດົນມານີ້ ພົບວ່າ ນັກສຶກສາຕ່າງຊາດ ເຊັ່ນນາຍ Nguyen ມັກຈະຖືກປະຕິເສດ ບໍ່ໃຫ້ມີໂອກາດ ທີ່ຈະເຮັດວຽກ ຫຼັງຈາກທີ່ເຂົາເຈົ້າຮຽນຈົບ ຍ້ອນນາຍຈ້າງທີ່ບໍ່ເຂົ້າໃຈ ຄວາມຊັບຊ້ອນ ຂອງລະບົບການຍົກຍ້າຍຖິ່ນຖານ.

"ເມື່ອບໍ່ດົນມານີ້, ພວກເຮົາໄດ້ເຮັດວຽກບາງຢ່າງ ກ່ຽວກັບນັກສຶກສາຕ່າງຊາດ ທີ່ສຶກສາຢູ່ທີ່ນີ້ ແຕ່ເຮັດບໍ່ໄດ້ດີໂດຍສະເພາະຕອນເຂົາເຈົ້າຮຽນຈົບ ແລະພະຍາຍາມເຂົ້າສູ່ຕລາດແຮງງານ ຂອງອອສເຕຣເລັຍ.ດັ່ງນັ້ນ, ພວກເຮົາຈຶ່ງໄດ້ສໍາຫຼວດນາຍຈ້າງ ກ່ຽວກັບເຫດຜົນ ທີ່ພວກເຂົາເຈົ້າບໍ່ຮັບເອົາຜູ້ຖືວີຊາ ທີ່ຈົບການສຶກສາເຫຼົ່ານັ້ນ. ແລະສ່ວນໃຫຍ່ຂອງເລື່ອງນີ້ກໍຄື ນາຍຈ້າງພົບວ່າ ລະບົບການຍົກຍ້າຍຖິ່ນຖານຊັບຊ້ອນເກີນໄປ. ພວກເຂົາບໍ່ເຂົ້າໃຈມັນ. ສະນັ້ນ, ພວກເຂົາພຽງແຕ່ບໍ່ໄດ້ມີສ່ວນຮ່ວມກັບມັນ. ແທນທີ່ຈະມີສ່ວນຮ່ວມ, ເຂົາເຈົ້າຈຶ່ງບໍ່ຈ້າງຜູ້ຍົກຍ້າຍຖິ່ນຖານ ທີ່ມີທັກສະບາງຄົນ."

Mr Wiltshire ກ່າວວ່າ ລະບົບການຍົກຍ້າຍຖິ່ນຖານ ທີ່ມີທັກສະ (Skilled Migration System) ຂອງອອສເຕຣເລັຍ ແມ່ນມີຄວາມສໍາຄັນຫຼາຍ ທີ່ຈະສນັບສນູນເສດຖະກິດທີ່ດີ, ໂດຍສະເພາະ ແມ່ນຜົນກະທົບ ຕໍ່ຜົນ ຜລິດ ຂອງປະເທດເມື່ອບໍ່ດົນມານີ້.

"ການຍົກຍ້າຍຖິ່ນຖານທີ່ມີທັກສະ (Skilled Migration) ເປັນສ່ວນສໍາຄັນຂອງເສດຖະກິດ ຂອງອອສເຕຣເລັຍ. ສະນັ້ນ, ຕາມປົກກະຕິແລ້ວ ຜູ້ອົບພະຍົບທີ່ມີທັກສະ ມາທີ່ນີ້ເມື່ອເຂົາເຈົ້າຍັງຫນຸ່ມ, ເຂົາເຈົ້າໃຫ້ລາຍໄດ້ທາງດ້ານການເງິນຢ່າງຫລວງຫລາຍ, ເຮັດໃຫ້ມີສ່ວນສຳຄັນຕໍ່ເສດຖະກິດ ຂອງອອສເຕຣເລັຍ. ພວກເຂົາຍັງໃຫ້ປໂຍດ ດ້ານຜົນ ຜລິດເຊັ່ນກັນ, ເຊິ່ງເປັນສິ່ງສໍາຄັນ ໃນຂນະນີ້ ໂດຍອອສເຕຣເລັຍ ກຳລັງປະເຊີນກັບ ການເຕີບໂຕຂອງຜົນຜລິດທີ່ອ່ອນແອ. ແນ່ນອນວ່າມີຜົນປໂຍດຂນາດໃຫຍ່ ຈາກໂຄງການຍົກຍ້າຍທີ່ມີທັກສະ ທີ່ອອສເຕຣເລັຍດຳເນີນຢູ່. ຕອນນີ້ ພວກເຮົາມີໂຄງການຍົກຍ້າຍທີ່ມີທັກສະທີ່ດີ,ແຕ່ແນ່ນອນວ່າ ມີບາງຢ່າງ ທີ່ສາມາດແກ້ໄຂໄດ້ຢ່າງແນ່ນອນ."

ສູນຊັບພະຍາກອນ ຜູ້ອົບພະຍົບພາກຕາເວັນຕົກ ຊິດນີ (The Western Sydney Migrant Resource Centre) ຊ່ວຍຜູ້ອົບພະຍົບ ແລະຜູ້ຍົກຍ້າຍຖິ່ນຖານ ທີ່ຫາກໍມາເຖິງ ໃນການຕັ້ງຖິ່ນຖານ ຢູ່ໃນອອສເຕຣເລັຍ ແລະຜ່ານຂັ້ນຕອນ ການຍົກຍ້າຍຖິ່ນຖານ ແລະການຈ້າງງານທີ່ຊັບຊ້ອນ.

CEO ຂອງສູນກາງ, ທ່ານ Nathan Burbridge ພົບວ່າ ຫນຶ່ງໃນອຸປະສັກ ທີ່ໃຫຍ່ທີ່ສຸດ ທີ່ເຮັດໃຫ້ໂອກາດການຈ້າງງານ ສໍາລັບຜູ້ຍົກຍ້າຍຖິ່ນຖານ ທີ່ມີທັກສະ ແມ່ນການຂາດປະສົບການ ເຮັດວຽກໃນທ້ອງຖິ່ນ.

"ຫນຶ່ງໃນສິ່ງທ້າທາຍ ທີ່ຍິ່ງໃຫຍ່ທີ່ສຸດ ຈາກປະສົບການຂອງພວກເຮົາ ກ່ຽວກັບຜູ້ອົບພະຍົບ ແລະຜູ້ຍົກຍ້າຍຖິ່ນຖານ ທີ່ຫາກໍມາເຖິງ ແມ່ນຄວາມສາມາດຂອງເຂົາເຈົ້າ ທີ່ຈະໄດ້ຮັບປະສົບການ ວຽກງານໃນທ້ອງຖິ່ນ ແລະນີ້ ມີຜົນກະທົບຢ່າງຫຼາຍ ຕໍ່ການແຂ່ງຂັນຂອງເຂົາເຈົ້າ ໃນຕລາດແຮງງານ. ສິ່ງຫນຶ່ງ ທີ່ພວກເຮົາໄດ້ເບິ່ງຢ່າງໃກ້ຊິດ ແມ່ນຂອບເຂດ ຂອງການບໍ່ມີວຽກເຮັດທີ່ ເກີດຂຶ້ນກັບຜູ້ທີ່ຫາກໍມາເຖິງນີ້, ຍົກຕົວຢ່າງ, ໃນປີ 2021 ຄນະກັມມາທິການ ເພື່ອການພັດທະນາເສດຖະກິດ (the Committee for Economic Development) ໄດ້ພິຈາຣະນາເລື້ອງນີ້ ແລະສາມາດຊີ້ໃຫ້ເຫັນວ່າ ປະມານ 23 ເປີເຊັນ ຂອງຜູ້ອົບພະຍົບທີ່ມີທັກສະ, ຍົກຕົວຢ່າງ, ມີວຽກເຮັດທີ່ຕ່ຳກວ່າ ລະດັບຄວາມຊໍານານຂອງເຂົາເຈົ້າ ແລະຂ້າພະເຈົ້າຄິດວ່າ ມັນກໍຂຶ້ນກັບຊຸມຊົນທຸຣະກິດ ແລະທັດສະນະຂອງເຂົາເຈົ້າ ຕໍ່ການໃຫ້ໂອກາດແກ່ຄົນເຫລົ່ານີ້."

Dr June Tran ຈາກ RMIT ກ່າວວ່າ ການພິຈາຣະນາ ຈາກທຸຣະກິດມີບົດບາດສໍາຄັນ ແຕ່ທ່ານນາງເຊື່ອວ່າ ຣັຖບານອອສເຕຣເລັຍ ຕ້ອງໃຫ້ແຮງຈູງໃຈທາງດ້ານການເງິນ ໃຫ້ແກ່ອົງການຕ່າງໆ ເພື່ອສເນີປະສົບການອັນມີຄ່າ ໃນທ້ອງຖິ່ນ ໃຫ້ພວກອົບພະຍົບ.

"ຄວນພັດທະນາ ເສັ້ນທາງຊາວອົບພະຍົບ ເພື່ອໃຫ້ໄດ້ມາຊຶ່ງແຮງງານໃນທ້ອງຖິ່ນດັ່ງກ່າວ. ພວກເຮົາ ຕ້ອງມີແຜນການບາງຢ່າງ ເຊັ່ນການ ສນັບສນູນ ທາງດ້ານການເງິນ ສໍາລັບນາຍຈ້າງ ທີ່ສາມາດຝຶກອົບຮົມງານ ສໍາລັບຜູ້ຍົກຍ້າຍຖິ່ນຖານ ແລະແຮງງານຊົນກຸ່ມນ້ອຍອື່ນໆ. ຕ້ອງມີຄວາມພະຍາຍາມຮ່ວມກັນ ຈາກທຸກຄົນທີ່ກ່ຽວຂ້ອງ, ອົງການຣັຖບານ ແລະຜູ້ຍົກຍ້າຍຖິ່ນຖານທີ່ມີທັກສະເອງ. ທຸກຄົນ ມີຄວາມແຕກຕ່າງກັນ, ແລະທຸກຄົນ ຈໍາເປັນຕ້ອງຮູ້ບົດບາດ ໃນຂະບວນການ. ອົງກອນແມ່ນສິ່ງຫນຶ່ງ, ແຕ່ຣັຖບານ ຍັງຕ້ອງມີແຮງຈູງໃຈໃຫ້ເຂົາເຈົ້າເຮັດເຊັ່ນນັ້ນດ້ວຍ."

ເນື້ອເລື່ອງໂດຍ  Sam Dover  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share