ຕໍາຫລວດຣັດ Victoria ຖືກກ່າວຫາວ່າມີການໃຊ້ລະບົບ (Racial profiling).

Health worker Nav Azadzoi (SBS).jpg

Health worker Nav Azadzoi Source: SBS

ໃນໄລຍະການລະບາດຂອງ COVID-19 ນັ້ນ, ຕໍາຫລວດຣັດ Victoria ໄດ້ຖືກກ່າວຫາວ່າມີການປາບປາມເທິງພື້ນຖານດ້ານເຊື້ອຊາດ (Racial profiling) ໂດຍສະເພາະຜູ້ມີລັກສນະຂອງ ຊາວອາຟຣິກັນ, ຊາວຕາເວັນອອກກາງ, ຊາວເອເຊັຍ ແລະຊົນຊາດທໍາອິດ ຊຶ່ງໄດ້ຖືກປັບໃຫມ ຢ່າງບໍ່ສົມສັດສ່ວນ. ຕໍາຫລວດ Victoria ກ່າວວ່າການກ່າວຫານັ້ນ 'ບໍ່ເປັນຄວາມຈິງ'.


ຕໍາຫລວດຣັດ Victoria ຖືກກ່າວຫາວ່າມີການໃຊ້ລະບົບ (Racial profiling).

ຕໍາຫລວດຣັດ Victoria ໄດ້ປະຕິເສດຕໍ່ການກ່າວຫາວ່າມີການປາບປາມເທິງພື້ນຖານດ້ານເຊື້ອຊາດ (Racial profiling).

ລາຍງານໃຫມ່ໄດ້ພົບວ່າ ຊາວອາຟຣິກັນ, ຊາວຕາເວັນອອກກາງ, ຊາວເອເຊັຍ ແລະຊົນຊາດທໍາອິດ ໄດ້ຖືກປັບໃຫມ ຢ່າງບໍ່ສົມສັດສ່ວນສໍາລັບການລະເມີດ ຂໍ້ຈໍາກັດຂອງ COVID-19 ໃນປີ 2020, ສິ່ງທີ່ຕໍາຫລວດ Victoria ກ່າວວ່າ 'ບໍ່ເປັນຄວາມຈິງ'.

Tys Occhiuzziລາຍງານ.

ໃນຖານະ ພະນັກງານສຸຂະພາບຈິດໃນ Melbourne, Nav Azadzoi ກ່າວວ່າ ລາວມີເຫດຜົນທຸກຢ່າງ ທີ່ຈະໄດ້ຮັບການຍົກເວັ້ນ ຈາກການກຳໜົດເວລາ(Curfews) COVID ຂອງຣັດ.

ການອຸທອນຂອງລາວ ຍັງຢູ່ໃນຂັ້ນສານ, ແຕ່ Mr Azadzoi ແມ່ນຫນຶ່ງໃນຈໍານວນເກືອບ 40,000 ຄົນ ທີ່ຖືກປັບໃຫມ ເນື່ອງຈາກລະເມີດຂໍ້ຈໍາກັດ ຂອງ COVID-19.

"ເຖິງແມ່ນວ່າຄົນພວກດຽວ ທີ່ສາມາດອອກໄປໄດ້ ໃນບາງເວລາ ແມ່ນຜູ້ທີ່ເຮັດວຽກ ໃນບາງຂແນງ ແລະຂ້າພະເຈົ້າແມ່ນຫນຶ່ງໃນນັ້ນ, ແລະເຖິງແມ່ນວ່າ ຂ້າພະເຈົ້າໄດ້ສະແດງເອກະສານ, ໃບອະນຸຍາດ ແລະທຸກຢ່າງ ວ່າຂ້າພະເຈົ້າເຮັດທຸລະກິດຂອງຂ້າພະເຈົ້າເອງ, Carescope, ແຕ່ກໍຍັງເປັນເປົ້າຫມາຍ ແລະຂ້າພະເຈົ້າໄດ້ຖືກປັບໃໝ."

ໃນຖານະທີ່ເປັນຊາວ Aghan-Australian, Mr Azadzoi ພ້ອມກັບ ສະມາຊິກຄົນອື່ນໆ ໃນຊຸມຊົນຂອງລາວ ເຊື່ອວ່າໄດ້ຕົກເປັນເປົ້າໝາຍ ຍ້ອນດ້ານເຊື້ອຊາດ.

"ເບິ່ງຄືວ່າການກະທຳຂອງເຂົາເຈົ້າ ແມ່ນແນເປົ້າຫມາຍໃສ່ບາງຊຸມຊົນ. ຂ້າພະເຈົ້າບໍ່ແນ່ໃຈວ່າເປັນຫຍັງ, ຂ້າພະເຈົ້າມີທິດສະດີ (ການສົມຮູ້ຮ່ວມຄິດ) ຂອງຂ້າພະເຈົ້າ ແຕ່ນັ້ນມັນບໍ່ສໍາຄັນ, ພວກເຮົາໄດ້ຕົກເປັນເປົ້າຫມາຍ ແລະມັນບໍ່ແມ່ນພຽງແຕ່ຂ້າພະເຈົ້າ, ມັນແມ່ນຊຸມຊົນທັງຫມົດຂອງຂ້າພະເຈົ້າ ທີ່ຮູ້ສຶກແບບດຽວກັນ, ແລະຄົນກຸ່ມນ້ອຍອື່ນໆ ທີ່ອາສັຍຢູ່ໃນພື້ນທີ່ນັ້ນ."

ຜູ້ອາສັຍຢູ່ໃນຕຶກທີ່ອາສັຍຊຸມຊົນ ບ່ອນທີ່ Mr Azadzoi ເຮັດວຽກຢູ່ ແມ່ນບັນດາ ຜູ້ທີ່ໄດ້ຕົກລົງຮັບຄ່າຊົດເຊີຍ ກັບ
Victoria ເມື່ອເດືອນແລ້ວນີ້ ກ່ຽວກັບການລັອກດາວ ຕຶກທີ່ອາສັຍທັງຫມົດ ໃນລະຫວ່າງການລະບາດ.

ພວກສນັບສະນຸນກ່າວວ່າ ພວກທີ່ຖືກປັບໃຫມ ສໍາລັບການລະເມີດກົດCOVID ກໍແມ່ນຜູ້ຜູ້ເຄາະຮ້າຍ ຈາກການປະເມີນທາງເຊື້ອຊາດເຊັ່ນກັນ.

Ilo Diaz ເຮັດວຽກກັບໂຄງການ ຄວາມຮັບຜິດຊອບຂອງຕໍາຫຼວດ (Police Accountability Project) ທີ່ Inner Melbourne Community Legal.

ລູກຄ້າທີ່ລາວເຮັດວຽກນຳ ກໍແບ່ງປັນເລື່ອງລາວ ກ່ຽວກັບການປະເມີນທາງເຊື້ອຊາດ (Racial profiling) ໂດຍຕໍາຫຼວດ.

ຂ້າພະເຈົ້າຈື່ການສົນທະນາສເມີ, ແລະສິ່ງເຫລົ່ານີ້ແມ່ນບໍ່ເປີດເຜີຍຊື່ຂອງເດັກນ້ອຍຄົນນັ້ນ ເພາະວ່າທີ່ເຂົາເຈົ້າເຮັດ ແມ່ນກໍາລັງຈະໄປໂຮງຮຽນ, ໄປແລະກັບ, ແລະເຂົາເຈົ້າ ໄດ້ບອກຂ້າພະເຈົ້າວ່າ ເຂົາເຈົ້າໄດ້ຖືກຕໍາຫລວດຢຸດ 20 ເທື່ອໃນໄລຍະເວລາຫົກເດືອນຜ່ານມາ. ສິ່ງທີ່ພວກເຂົາເຮັດ ແມ່ນໄປໂຮງຮຽນ, ກັບມາ, ໄປຮ້ານຄ້າ, ຈົນຮອດຄົນຂັບລົດ uber ທີ່ຖືກຕໍາຫຼວດຢຸດ ເດືອນລະຫ້າເທື່ອ.

ລາຍງານຂອງ Inner Melbourne Community Legal ພົບວ່າ ມີການປັບໃໝຫຼາຍກວ່າ 37,000 ເທື່ອ ສໍາລັບການລະເມີດຂໍ້ຈໍາກັດຂອງ COVID ໃນປີ 2020.

ການປັບໃໝສ່ວນໃຫຍ່ ແມ່ນຮວມທັງລາຍລະອຽດ ຂອງລັກສນະທາງດ້ານເຊື້ອຊາດ ຂອງບຸກຄົນ.

ຫຼາຍກວ່າ 20 ເປີເຊັນ ຂອງຜູ້ຖືກປັບໃຫມ ແມ່ນປະຊາຊົນທີ່ມີລັກສນະຂອງຊາວອາຟຣິກາ ແລະຕາເວັນອອກກາງ, ເຮັດໃຫ້ເຂົາເຈົ້າມີແນວໂນ້ມ ທີ່ຈະຖືກປັບໃໝຍ້ອນ COVID ເຖິງສີ່ເທົ່າ.

ຊົນຊາດທໍາອິດ ໄດ້ຖືກປັບໃຫມ ສອງເປີເຊັນເຄິ່ງ, ເຖິງແມ່ນວ່າ ຈະມີພຽງແຕ່ຫນຶ່ງເປີເຊັນ ຂອງປະຊາຊົນຂອງຣັດ.

ຫົວໜ້ານັກຄົ້ນຄວ້າ ຂອງລາຍງານ ແມ່ນ Dr Tamar Hopkins.

"ລາຍງານນີ້ບໍ່ໄດ້ມາແບບບໍ່ມີສາເຫດ. ລາຍງານສະບັບນີ້ ມາພ້ອມກັບພື້ນຖານ ຂອງຫຼັກຖານກ່ອນຫນ້ານີ້ ທີ່ສະແດງໃຫ້ເຫັນວ່າ ການ profiling ທາງດ້ານເຊື້ອຊາດ ແມ່ນກຳລັງເກີດຂຶ້ນໃນ Victoria."

Wayne Gatt, ຈາກສະຫະພາບຕໍາຫຼວດຂອງ Victoria, ປະຕິເສດການຄົ້ນພົບຂອງລາຍງານ ໂດຍເອີ້ນມັນວ່າ 'ສຽງສີຂາວ'('White noise').

ນັ້ນມັນບໍ່ມີມູນຄວາມຈິງ. ຄວາມຄິດທີ່ວ່າ ສະມາຊິກຂອງເຮົາ ມີເວລາ ຫລືມີຄວາມໂນ້ມອ່ຽງ ທີ່ຈະໄປແນເປົ້າຫມາຍໃສ່ກຸ່ມໃດຫນຶ່ງ ໃນຊຸມຊົນ ແມ່ນສໍາລັບຜູ້ມີຄວາມຄຶດຕື້ນ.

ຕໍາຫລວດ Victoria ກ່າວວ່າ ຕົນປະຕິເສດຕໍ່ຄໍາເວົາຕ່າງໆທີ່ ວ່າເຈົ້າຫນ້າທີ່ ໄດ້ແນເປົ້າຫມາຍ ໃສ່ກຸ່ມສະເພາະ ສໍາລັບການເຮັດຜິດກ່ຽວກັບ COVID.

Tys Occhiuzzi ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share