ຄ່າໃຊ້ຈ່າຍໃນການຕໍ່ຕ້ານ ໂຄວິດ ໃນ ອອສເຕຣເລັຍ.

Metropolitan Melbourne put into six-week lockdown

ການລັອກດາວ ຈາກ ໂຄວິດ ທີ່ Melbourne ໃນປີ 2020. Source: Pixabay

ເມື່ອປຽບທຽບກັບປະເທດອື່ນໆ ໃນ OECD 36 ປະເທດ, ອອສເຕຮເລັຍໄດ້ໃຊ້ຈ່າຍເງິນໃນລະບົບສາທາຣະນະສຸກ ໄດ້ຢ່າງມີປະສິດທິພາບທີ່ສຸດ. ຯຕ່ມີການເຕືອນວ່າ ຄຣິສມາສ ປີນີ້ ຈະມາພ້ອມກັບການແພ່ລະບາດໃໝ່ເຖິງແມ່ນວ່າຈະບໍ່ຮ້າຍແຮງເທົ່າກັບທີ່ເຄີຍເປັນມາ.


ຄ່າໃຊ້ຈ່າຍໃນການຕໍ່ຕ້ານ ໂຄວິດ ໃນ ອອສເຕຣເລັຍ.

ສະຖາບັນ ສຸຂະພາບ ແລະສວັດດີການ ຂອງ
(The Australian Institute of Health and Welfare-AIHW) ໄດ້ອອກລາຍງານຢ່າງຄົບຖ້ວນໃນມໍ່ໆນີ້ ຊຶ່ງໄດ້ເປີດເຜີຍວ່າ ອອສເຕຣເລັຍໃຊ້ຈ່າຍເງິນຫຼາຍປານໃດ ຂອງລະບົບສຸຂະພາບ ໃນການຮັບມືກັບ COVID-19 ຈາກ2019-20 ເຖິງ 2021-22.

ມັນເກີດຂຶ້ນ ໃນຂນະທີ່ ອອສເຕຣເລັຍ ປະເຊີນກັບ Christmas ທີ່ມາພ້ອມກັບ COVID ທີ່ເອີ້ນວ່າ Centaurus ທີ່ມີ BA.2.75 ຊຶ່ງເປັນຕົວຍ່ອຍ (Subvariant) ຂອງ Omicron ເປັນຕົວຂັບເຄື່ອນ.

Essam al-Ghalib ລາຍງານ.

ລາຍງານໃຫມ່ ຈາກສະຖາບັນສຸຂະພາບ ແລະສວັດດີການ ຂອງອອສເຕຣເລັຍ (the Australian Institute of Health and Welfare) ເປີດເຜີຍວ່າອອສເຕຣເລັຍ ໄດ້ໃຊ້ເງິນເກືອບ 48 ພັນ ລ້ານໂດລາ ໃນລະບົບສຸຂະພາບ ເພື່ອຮັບມືກັບ COVID-19 ຈາກປີ 2019 ຫາ 2022.

Geoff Callagan ເປັນຫົວຫນ້າຫົວຫນ່ວຍເສດຖະກິດ ດ້ານສຸຂະພາບ (Health Economics Unit) ທີ່ A.I.H.W. ກ່າວວ່າ ການໃຊ້ຈ່າຍດ້ານສຸຂະພາບ ໂດຍປະມານທັງຫມົດ ໃນການຮັບມືກັບ COVID-19 ໃນອອສເຕຣເລັຍ ເທົ່າກັບ 7.2 ເປີເຊັນ ຂອງການໃຊ້ຈ່າຍທັງຫມົດ ດ້ານສຸຂະພາບ ຫຼື 47.9 ພັນລ້ານໂດລາ.

"ລາຍງານນີ້ ກໍາລັງບອກພວກເຮົາວ່າ ອອສເຕຣເລັຍ ໃຊ້ເງິນ 48 ພັນລ້ານໂດລາ ເພື່ອຮັບມືກັບ COVID ແມ່ນການຕອບສນອງສຸຂະພາບຕໍ່ COVID ໃນໄລຍະສາມປີ ທໍາອິດ ທາງດ້ານການເງິນ ຂອງການລະບາດ,ແລະເທົ່າກັບ ປະມານ 7.2 ເປີເຊັນ ຂອງລາຍຈ່າຍ ສຸຂະພາບທັງຫມົດ ໃນໄລຍະຜ່ານມາ. ສິ່ງທີ່ພວກເຮົາ ກໍາລັງພະຍາຍາມ ທີ່ຈະກ່າວ ແມ່ນໃຫ້ຂໍ້ມູນບາງຢ່າງ ແກ່ສາທາຣະນຊົນ ອອສເຕຣເລັຍ ແມ່ນລາຍຈ່າຍກ່ຽວກັບ COVID, ລາຍຈ່າຍຂອງ
ຕໍ່ຄົນ, ແຕ່ຍັງປຽບທຽບພວກເຮົາ ກັບປະເທດອື່ນໆ. ສະນັ້ນ, ບໍ່ພຽງແຕ່ປຽບທຽບດ້ານການໃຊ້ຈ່າຍເທົ່ານັ້ນ, ແຕ່ວ່າ ຍັງປຽບທຽບດ້ານຜົນຮັບນຳອີກ."

ລາຍຈ່າຍ ດ້ານສຸຂະພາບ ຂອງອອສເຕຣເລັຍ ແຕ່ປີ 2020 ຫາ 2022ແມ່ນສອງເປີເຊັນ ສູງກວ່າທີ່ຄາດໄວ້.

ຣັຖບານອອສເຕຣເລັຍ ໄດ້ໃຊ້ເງິນປະມານ 35.1 ພັນລ້ານໂດລາ, ແລະຣັດອື່ນໆ ໄດ້ໃຊ້ເງິນປະມານ 11.9 ພັນລ້ານໂດລາ ເພື່ອຕອບສນອງລະບົບສຸຂະພາບ ຕໍ່ COVID-19.

ຣັຖບານ ໄດ້ໃຊ້ຈ່າຍເງິນ 27.9 ພັນລ້ານໂດລາ ໃນການດູແລຂັ້ນຕົ້ນ,ຮ່ວມທັງ 6.1 ພັນລ້ານໂດລາ ໃນການສັກຢາວັກຊີນ, ແລະ 10.5 ພັນລ້ານໂດລາ ຕໍ່ໂຮງຫມໍສາທາຣະນະ.

ທ່ານ Callagan ກ່າວວ່າ ເຖິງແມ່ນວ່າ ຈໍານວນທັງຫມົດທີ່ໃຊ້ຈ່າຍນັ້ນ ມີຂນາດໃຫຍ່ ແຕ່ລາຍຈ່າຍຂອງອອສເຕຣເລັຍ ແມ່ນຢູ່ໃນ ບັນດາລາຍຈ່າຍທີ່ຕ່ຳທີ່ສຸດໃນໂລກ.

"ເຖິງແມ່ນວ່າ 48 ພັນລ້ານໂດລາ ຈະເບິ່ງຄືວ່າເປັນການໃຊ້ຈ່າຍຢ່າງຫລາຍ, ເມື່ອທ່ານປຽບທຽບ ກັບປະເທດອື່ນ ໃນການຮັບມືການລະບາດ, ທ່ານຈະເຫັນໄດ້ວ່າ ລາຍຈ່າຍເພີ່ມເຕີມ ຂອງອອສເຕຣເລັຍ ໃນໄລຍະທີ່ມີການລະບາດ ແມ່ນຕ່ຳທີ່ສຸດ ເປັນອັນດັບທີເຈັດ ເມື່ອທຽບໃສ່ກັບປະເທດອື່ນໆ ໃນກຸ່ມ OECD ອີກ 36 ປະເທດ. ແລະເມື່ອ ທ່ານເບິ່ງອັດຕາການຕາຍ ຂອງອອສເຕຣເລັຍ ເມື່ອທຽບໃສ່ກັບປະເທດອື່ນໆ ໃນລະຫວ່າງການລະບາດ, ອອສເຕຣເລັຍ ຢູ່ທີ່ອັນດັບທີຫ້າ ທີ່ຕ່ຳທີ່ສຸດ ເມື່ອທຽບໃສ່ກັບ 30 ປະເທດອື່ນໆ."

ຊາວອອສເຕຣເລັຍ ໃຊ້ເງິນປະມານ 878 ລ້ານໂດລາ ສໍາລັບການບໍຣິການ ແລະສິ່ງຂອງ ທີ່ກ່ຽວຂ້ອງກັບການລະບາດເຊັ່ນ: ການທົດສອບ Rapid Antigen Tests, ອຸປະກອນປ້ອງກັນສ່ວນຕົວ, ນ້ຳຢາຂ້າເຊື້ອ, ຢາປິ່ນປົວ COVID-19, ແລະການໃຊ້ຈ່າຍອື່ນໆ ໃນການໄປຫານາຍໝໍ ທີ່ກ່ຽວຂ້ອງກັບ COVID-19.

"ທ່ານບໍ່ຕ້ອງການ ໃຫ້ພາລະຫນັກເກີນໄປ ຕໍ່ບຸກຄົນ ໃນການຜ່ານຜ່າທາງດ້ານສຸຂະພາບ ທີ່ເຄັ່ງຕຶງ ຄືກັບການລະບາດນີ້. ດັ່ງນັ້ນ, ນອກຈາກການໃຊ້ຈ່າຍ ນອກເໜືອຈາກ MBS, ຍົກຕົວຢ່າງ, ແມ່ນມີຫນ້ອຍຫຼາຍຍ້ອນວ່າ ມີກິດຈະກັມການຊໍາລະເງິນແບບ Bulk billing ຈາກການໃຊ້ຈ່າຍສໍາລັບ PBS ຫຼືສໍາລັບຢາ SAP ແລະໄດ້ຮັບການຊ່ອຍເຫຼືອ ຈາກMedicare. ດັ່ງນັ້ນ, ຄ່າໃຊ້ຈ່າຍທີ່ເຫຼືອ ແມ່ນລາຍຈ່າຍສ່ວນໂຕ ໃນສິ່ງຕ່າງໆເຊັ່ນ ການທົດສອບ RAT ຂອງພວກເຂົາ ທີ່ພວກເຂົາຊື້ຈາກຮ້ານຂາຍຢາ, ອຸປະກອນປ້ອງກັນສ່ວນບຸກຄົນ, ເຊັ່ນ: ຫນ້າກາກ, ແລະເຄື່ອງຫາຍໃຈ ແລະນ້ຳຢາລ້າງມືນໍາອີກ. ສະນັ້ນ, ພວກເຮົາ ຈຶ່ງໄດ້ເຫັນການໃຊ້ຈ່າຍທີ່ເພີ່ມຫລາຍຂຶ້ນ ໃນນ້ຳຢາລ້າງມືນໍາອີກ."

Nigel McMillan ສາດສະດາຈານ ດ້ານພະຍາດຕິດເຊື້ອ ແລະພູມຕ້ານທານ (Infectious Diseases and Immunology) ທີ່ມະຫາວິທະຍາໄລ Griffith ອະທິບາຍວ່າ ເປັນຫຍັງການໃຊ້ຈ່າຍຈຶ່ງຄຸ້ມຄ່າ.

"ຂ້ອຍຄິດວ່າ, ຄົນສ່ວນຫຼາຍຄິດວ່າ ບາງຄັ້ງ ການລະບາດສ້າງຄວາມເຈັບປວດ ແລະບາງຄົນ ອາດຄິດວ່າ ຂັ້ນຕອນຕ່າງໆ ແມ່ນບໍ່ຈໍາເປັນ. ການພິສູດ ແມ່ນຢູ່ໃນຜົນຮັບ ໃນແງ່ຂອງອັດຕາການເສັຍຊີວິດ, ແລະການຕາຍສ່ວນເກີນ ຂອງພວກເຮົາ ຊຶ່ງຕ່ຳກວ່າຫຼາຍປະເທດ. ໃນບາງການສໍາຫຼວດ ແມ່ນລົງໄປທີ່ 117, ຂຶ້ນກັບສະຖິຕິ ທີ່ທ່ານເບິ່ງ.ສະນັ້ນ, ຈາກມຸມມອງນັ້ນ, ອອສເຕຣເລັຍ ໄດ້ເຮັດດີແທ້ໆ ໃນດ້ານການຮັບມື ກັບການລະບາດຂອງເຮົາ."

ທ່ານ Dr Danielle McMullen ຮອງປະທານສະມາຄົມການແພດຂອງອອສເຕຣເລັຍ (Australian Medical Association) ຍັງໄດ້ສັນລະເສີນ ການຕອບສນອງ ຂອງຣັຖບານຕໍ່ COVID-19 ແລະກ່າວວ່າຈຸດສໍາຄັນໃນເວລານີ້ ຄວນຈະຮຽນຮູ້ຈາກບົດຮຽນ COVID-19 ທີ່ຜ່ານມາ.

"ອອສເຕຣເລັຍ ໄດ້ສະແດງໃຫ້ເຫັນ ການຕອບໂຕ້ທີ່ດີຫຼາຍ ຕໍ່ການລະບາດຂອງພະຍາດ COVID19 ໃນເວທີໂລກ. ພວກເຮົາ ມີການຮັບມືຕໍ່ສາທາຣະນະສຸກທີ່ ດີໂດຍຮວມ ແລະການໃຊ້ຈ່າຍຂອງພວກເຮົາ ໃນລະດັບທົ່ວໂລກ ແມ່ນມີປະສິດທິພາບຫລາຍ. ແນ່ນອນວ່າ ສິ່ງນັ້ນ ບໍ່ໄດ້ເຮັດໃຫ້ເຮົາ ລອດພົ້ນຈາກການທ້າທາຍ ແລະເຮົາຮູ້ວ່າ ມີການວິຈານຫລາຍຢ່າງ ໃນເວລານີ້ ກ່ຽວກັບການຮັບມືນັ້ນ. ແລະເຮົາຕ້ອງຮຽນຮູ້ ສເມີຈາກວິທີ ທີ່ເຮົາໄດ້ເຮັດສິ່ງຕ່າງໆ ແລະມີການຕຽມພ້ອມໃຫ້ດີຂຶ້ນ ໃນຄັ້ງຕໍ່ໄປ. ແລະແນ່ນອນວ່າ ຜົນກະທົບບາງຢ່າງ ຂອງສຸຂະພາບສາທາຣະນະ ແລະມາດຕະການສຸຂະພາບຊຸມຊົນ, ຜົນກະທົບ ຕໍ່ຂແນງສຸຂະພາບຂອງພວກເຮົາ ແລະວິທີ ທີ່ພວກເຮົາສາມາດກຽມພ້ອມໄດ້ດີກວ່າ ຖ້າສິ່ງນີ້ເກີດຂຶ້ນອີກ, ແມ່ນທຸກສິ່ງ ທີ່ພວກເຮົາຕ້ອງໄດ້ເອົາໃຈໃສ່ໃນຕອນນີ້."

ຕອນນີ້ ອອສເຕຣເລັຍກໍາລັງປະເຊີນກັບຄື້ນຂອງການຕິດເຊື້ອ COVID-19 ທີ່ເອີ້ນວ່າ  Centaurus ທີ່ມີ BA.2.75 ຊຶ່ງເປັນ Subvariant ຂອງ Omicron ເປັນຕົວຂັບເຄື່ອນ.

ຕົວຍ່ອຍ (Subvariant) ນີ້ ສາມາດແພ່ເຊື້ອໄດ້ໄວ ແຕ່ເຮັດໃຫ້ເກີດການເຈັບປ່ວຍບໍ່ແຮງເທົ່າກັບ Variants ທີ່ຜ່ານມາ.

ເຖິງຢ່າງນັ້ນກໍຕາມ, ອັດຕາການສັກວັກຊີນໃນອອສເຕຣເລັຍຫລຸດລົງ.

ທົ່ວອອສເຕຣເລັຍ, 97.7 ເປີເຊັນ ຂອງຜູ້ທີ່ມີອາຍຸ 16 ປີຂຶ້ນໄປ ໄດ້ສັກຢາວັກຊີນ Covid-19 ຢ່າງຫນ້ອຍຫນຶ່ງເຂັມ, ສ່ວນ 96.2 ເປີເຊັນ ໄດ້ສັກຢາວັກຊີນສອງເຂັມ.

ຂໍ້ມູນຈາກ: Source:

69.7 ເປີເຊັນໄດ້ສັກວັກຊີນເຂັມທີສາມ, ແລະມີພຽງແຕ່ 26.9 ເປີເຊັນເທົ່ານັ້ນທີ່ສັກເຂັມທີສີ່, ອີງຕາມ CovidLive.com.au ທີ່ລວບລວມຂໍ້ມູນ Covid-19.

Dr McMullen ມີຄໍາເຕືອນສໍາລັບທຸກຄົນ.

"ໃນອອສເຕຣເລັຍໃນເວລານີ້, ເບິ່ງຄືວ່າ ພວກເຮົາກໍາລັງມຸ້ງຫນ້າໄປທີ່ຄຣິດສະມາດ COVID ອີກເທື່ອຫນຶ່ງ, ຊຶ່ງຫນ້າເສັຍດາຍ ທີ່ໄດ້ເຫັນອັດຕາການເພີ່ມຂຶ້ນ ຂອງ COVID-19 ໃນທົ່ວປະເທດ. ບັດນີ້ ໂຊກດີທີ່ເບິ່ງຄືວ່າ ຄົນສ່ວນຫລາຍ ທີ່ມີເຊື້ອ COVID-19 ສາຍພັນໃຫມ່ນີ້ ມີພຽງແຕ່ ປະສົບກັບການເຈັບປ່ວຍ ພຽງເລັກນ້ອຍເທົ່ານັ້ນ. ແຕ່ແນ່ນອນວ່າ ຍັງສາມາດມີຜົນສະທ້ອນທີ່ສໍາຄັນ ແລະຮ້າຍແຮງ ໂດຍສະເພາະສໍາລັບ ຜູ້ສູງອາຍຸໃນປະຊາກອນຂອງເຮົາ ແລະຜູ້ຄົນ ທີ່ອາສັຍຢູ່ໃນບ້ານພັກ ຫລືສະຖານທີ່ດູແລ ຄົນຄົນຊະຣາ. ສະນັ້ນ, ຂໍ້ຄວາມທີ່ເຂັ້ມແຂງຕໍ່ຜູ້ຄົນກໍຄື COVID ຍັງຢູ່ໃນຊຸມຊົນ. ພວກເຮົາ ຄວນຢູ່ໃນເຮືອນ ເວລາທີ່ພວກເຮົາຮູ້ສຶກບໍ່ສະບາຍ ແລະໂດຍສະເພາະ ບໍ່ໄປໂຮງຫມໍ ຫຼືສະຖານທີ່ດູແລຜູ້ສູງອາຍຸ ຖ້າຫາກວ່າ ທ່ານມີອາການຂອງ COVID-19."

ໃນເດືອນມັງກອນ ປີ 2022, ຄ່າສເລັ່ຍ 7 ວັນຂອງການຕິດເຊື້ອ COVID-19 ແມ່ນ 107,279. ດຽວນີ້, ໃນເດືອນພະຈິກປີ 2023 ອັດຕາສເລັ່ຍ 7ວັນ ມີຜູ້ຕິດເຊື້ອໃຫມ່ 1,419 ຄົນທົ່ວປະເທດ.

ແຕ່ວ່າ ນັ້ນບໍ່ແມ່ນເຫດຜົນ ທີ່ຄວນຈະພໍໃຈ ແລະເຊື່ອວ່າ COVID-19 ໄດ້ສິ້ນສຸດລົງແລ້ວ ທ່ານ McMullen ກ່າວ.

"ການແຂ່ງຂັນ ຍັງບໍ່ທັນສິ້ນສຸດລົງເທື່ອ. COVID ແມ່ນຍັງຢູ່ໃນຊຸມຊົນຢ່າງແນ່ນອນ ແລະພວກເຮົາ ກໍາລັງເຫັນຕົວຍ່ອຍ (Variants) ໃຫມ່,ແລະມັນເປັນອັນຕະຣາຍຢ່າງຍິ່ງ ໂດຍສະເພາະສໍາລັບຄົນ ໃນສະຖານທີ່ດູແລຜູ້ສູງອາຍຸ ຫຼືຄົນທີ່ມີບັນຫາດ້ານສຸຂະພາບ. ດັ່ງນັ້ນ, ພວກເຮົາທຸກຄົນ ສາມາດເຮັດໃນສ່ວນຂອງພວກເຮົາ ເພື່ອຫຼຸດຜ່ອນການແພ່ກະຈາຍຂອງ COVID-19 ແລະສັກຢາວັກຊີນ, ສັກຢາ Boosters ຂອງທ່ານໃຫ້ຄົບ ແລະໃຫ້ຢູ່ເຮືອນ ຖ້າຫາກວ່າທ່ານບໍ່ສະບາຍ, ແມ່ນທຸກຢ່າງທີ່ພວກເຮົາສາມາດເຮັດໄດ້ ໃນຖານະຊຸມຊົນ ເພື່ອຫຼຸດຜ່ອນຜົນກະທົບຂອງ COVID-19. ຂ້າພະເຈົ້າຄິດວ່າ ການລະມັດລະວັງໃນທຸກເລື້ອງ ຂອງCOVID ໄດ້ຫຼຸດລົງຫນ້ອຍຫນຶ່ງ. ເຫັນໄດ້ຢ່າງຊັດແຈ້ງວ່າ ຜູ້ຄົນເບື່ອເລື້ອງ COVID ແລະນັ້ນ ເປັນສິ່ງທ້າທາຍຫຼາຍ ເມື່ອທ່ານພະຍາຍາມ ທີ່ຈະໃຫ້ການບໍຣິການດ້ານສຸຂະພາບ."

ເນື້ອເລື່ອງໂດຍ Essam Al-Ghalib ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share