AstraZeneca ກຳລັງຖອນອອກ ທົ່ວໂລກ.

AstraZeneca vaccine in Madrid, Spain - 09 Apr 2021

ຢາວັກຊີນ AstraZeneca ກຳລັງຖືກກຍມສຳລັບການສັກປ້ອງກັນ COVID-19. Source: SIPA USA / Luis Soto / SOPA Images/Luis Soto / SOPA Images/Sipa USA

ຢາວັກຊີນ AstraZeneca ໄດ້ຖືກຍົກເລີກ ໂດຍ Therapeutic Goods Authorityຂອງອອສເຕຣເລັຍ ໃນເດືອນເມສາ 2023 ຫຼັງຈາກ ໄດ້ພົບຜົນຂ້າງຄຽງທີ່ບໍ່ດີ. ຊຸດສຸດທ້າຍຂອງ AstraZeneca ໃນອອສເຕຣເລັຍ ໄດ້ໝົດອາຍຸໃນວັນທີ 21 ມີນາ 2023. AstraZeneca ໄດ້ຮັບເຄຣດິດສໍາລັບ Vaxzevria (ຊື່ທາງການຄ້າຂອງ AstraZeneca) ທີ່ຊ່ວຍຊີວິດຫຼາຍກວ່າ 6.5 ລ້ານຄົນ ຂອງການນໍາໃຊ້ ໃນປີທໍາອິດ.


AstraZeneca ກຳລັງຖອນອອກ ທົ່ວໂລກ.

ມີລາຍງານວ່າ ບໍຣິສັດຢາ AstraZeneca ກຳລັງຖອນຢາວັກຊີນ COVID-19 ຂອງຕົນທົ່ວໂລກ.

ຢາວັກຊີນ ໄດ້ຖືກຍົກເລີກ ໂດຍ Therapeutic Goods Authorityຂອງ
ໃນເດືອນເມສາ 2023 ຫຼັງຈາກ ໄດ້ພົບຜົນຂ້າງຄຽງທີ່ບໍ່ດີ.

Ciara Hain ລາຍງານ

"ໃນຕອນນີ້, ການໃຊ້ຢາວັກຊີນ Pfizer ເປັນສິ່ງຕ້ອງການ ຫຼາຍກວ່າຢາວັກຊີນ AstraZeneca ໃນຜູ້ໃຫຍ່ ທີ່ມີອາຍຸບໍ່ເກີນ 50 ປີ ທີ່ຍັງບໍ່ໄດ້ສັກຢາວັກຊີນ AstraZeneca ເຂັມທໍາອິດ. ນີ້ແມ່ນອີງໃສ່ ທັງຄວາມສ່ຽງ ທີ່ເພີ່ມຂຶ້ນ ຂອງພາວະແຊກຊ້ອນ ຈາກ COVID-19 ຕາມອາຍຸທີ່ເພີ່ມຂຶ້ນ ແລະຊຶ່ງເພີ່ມປໂຍດ ຂອງການສັກຢາວັກຊີນ ແລະຄວາມສ່ຽງ ອາດຈະຫຼຸດລົງ, ແຕ່ບໍ່ແມ່ນວ່າ ຈະບໍ່ມີເລີຍ ຂອງເຫດການ ເມື່ອອາຍຸເພີ່ມຂຶ້ນ."

ໃນປີ 2023 ໄດ້ມີການປະກາດວ່າ ວັກຊີນປ້ອງກັນ Covid-19, AstraZeneca ຈະບໍ່ມີອີກຕໍ່ໄປ ໃນອອສເຕຣເລັຍ ຕັ້ງແຕ່ວັນທີ 21 ມີນາ.

ມັນເກີດຂຶ້ນ ຫຼັງຈາກທີ່ໄດ້ພົບ ການເຊື່ອມໂຍງ ລະຫວ່າງຢາວັກຊີນ ກັບຜົນຂ້າງຄຽງ ທີ່ຫາຍາກ... ແຕ່ຮ້າຍແຮງ.

ບັດນີ້, ຢາວັກຊີນ COVID ຂອງ AstraZeneca ໄດ້ຖືກຖອນອອກໄປ ທົ່ວໂລກ ຫຼັງຈາກທີ່ຍອມຮັບ ຜົນຂ້າງຄຽງທີ່ບໍ່ດີເຫລົ່ານັ້ນ.

Mark Butler ຣັຖມົນຕີກະຊວງສາທາຣະນະສຸກ ກ່າວວ່າ ນັ້ນບໍ່ໄດ້ເປັນສິ່ງແປກໃຈເລີຍ.

"AstraZeneca ໄດ້ຕັດສິນໃຈ ຖອນຢາວັກຊີນ COVID ລຸ້ນທໍາອິດ ຂອງມັນ ອອກຈາກອອສເຕຣເລັຍ ເມື່ອດົນເຕີບແລ້ວ. ດັ່ງນັ້ນ, ມັນຈຶ່ງບໍ່ມີຢູ່ໃນປະເທດອອສເຕຣເລັຍນີ້ ເປັນເວລາດົນແລ້ວ, ແລະນັ້ນ ບໍ່ແມ່ນເລື່ອງໜ້າແປກໃຈຫຍັງເລີຍ. ມັນເປັນຢາວັກຊີນ ລຸ້ນທໍາອິດ ແລະໄດ້ຖືກທົດແທນ ໂດຍຢາວັກຊີນໃຫມ່ ຈໍານວນຫນຶ່ງທີ່ແນໃສ່ສາຍພັນໃໝ່ໂດຍສະເພາະ. ເມື່ອບໍ່ດົນມານີ້ ກໍແມ່ນສາຍພັນ Omicron (Omicron Variants). ຢາວັກຊີນ COVID ເຂັມທໍາອິດ ຂອງຂ້າພະເຈົ້າ ກໍແມ່ນ AstraZeneca. ມັນໄດ້ປ້ອງກັນ ຜູ້ຄົນຫລາຍຮ້ອຍລ້ານຄົນທົ່ວໂລກ ແລະໄດ້ຊ່ວຍຫຼາຍລ້ານຊີວິດ ,ແລະຂ້າພະເຈົ້າຂໍຂອບໃຈ AstraZeneca ສໍາລັບສິ່ງນັ້ນ."

ວັນທີ 30 ເມສາ, AstraZeneca ໄດ້ຍອມຮັບວ່າ ຢາວັກຊີນ, ຊຶ່ງຂາຍພາຍໃຕ້ຊື່ Vaxzevria, ສາມາດເຮັດໃຫ້ເລືອດກ້ອນ ແລະມີອັນຕະຣາຍເຖິງຊີວິດໄດ້ ແລະປະຣິມານເກັດເລືອດ (platelet) ຕ່ຳ, ຫຼືເອີ້ນວ່າ ການມີເລືອດກ້ອນ ຍ້ອນພາວະເກັດເລືອດຕ່ຳ (Thrombosis with Thrombocytopenia Syndrome), ຫຼື TTS.

ການຍອມຮັບ ໄດ້ມີຂຶ້ນ ຜ່ານເອກະສານຂອງສານ ໃນການຟ້ອງໝູ່ ໃນປະເທດອັງກິດ ເປັນຈຳນວນເງິນ A$190 ລ້ານໂດລາ ສໍາລັບຜູ້ເຄາະຮ້າຍ ເກືອບ 50 ຄົນ ຈາກຜົນຂ້າງຄຽງ ຂອງຢາວັກຊີນ AstraZeneca.

ຫມໍປົວພະຍາດ ຕິດເຊື້ອ Dr Paul Griffin ອະທິບາຍ.

"ນີ້ແມ່ນປາກົດການເລືອດກ້ອນ ທີ່ຫາຍາກຫຼາຍ ເຊິ່ງສ່ວນໃຫຍ່ ແມ່ນກ່ຽວຂ້ອງ ກັບຢາວັກຊີນ AstraZeneca ເຂັມທຳອິດນັ້ນ. ແລະນັ້ນ ໄດ້ພາໃຫ້ເກີດເຫດການເລືອດກ້ອນ ທີ່ສໍາຄັນບາງຢ່າງ, ແລະໃນກໍຣະນີ ທີ່ບໍ່ຄ່ອຍເກີດຂຶ້ນນັ້ນ ແມ່ນກ່ຽວຂ້ອງກັບການຕາຍ. ສະນັ້ນ, ໃນອອສເຕຣເລັຍ, ຂ້າພະເຈົ້າເຊື່ອວ່າ ພວກເຮົາມີ 11 ຄົນທີ່ເສັຍຊີວິດ ທີ່ກ່ຽວຂ້ອງກັບຢາວັກຊີນນັ້ນ, ແລະແປດຄົນ ແມ່ນມາຈາກເຫດການຂອງເລືອດກ້ອນ ຫຼື TTS ນັ້ນ. ສະນັ້ນ, ໃນຂນະທີ່ຜົນສະທ້ອນ ທີ່ຮ້າຍແຮງໄດ້ເກີດຂຶ້ນ ກັບຜູ້ໄດ້ຮັບຜົນກະທົບ, ແຕ່ມັນເປັນສິ່ງສໍາຄັນ ທີ່ຈະຊີ້ໃຫ້ເຫັນວ່າ ມັນຫາຍາກ."

TTS ນັ້ນຫາຍາກຫຼາຍ ໃນອອສເຕຣເລັຍ ໂດຍຈາກການຄາດຄະເນຂອງ
ກ່າວວ່າ ມັນໄດ້ສົ່ງຜົນກະທົບ ປະມານ 2 ຕໍ່ 100,000 ຄົນທີ່ມີອາຍຸ 60 ປີຫຼືສູງກວ່າ, ແລະປະມານ 2-3 ຕໍ່ 100,000 ຄົນທີ່ມີອາຍຸຕໍ່າກວ່າ 60 ປີ.

ຕາມປົກກະຕິ ອາການຈະເກີດຂື້ນລະຫວ່າງ 4 ຫາ 42 ມື້ ຫຼັງຈາກການສັກຢາວັກຊີນ AstraZeneca ເຂັມທໍາອິດ.

ດັ່ງນັ້ນ Dr Griffin ກ່າວວ່າ ບໍ່ມີເຫດຜົນໃດ ທີ່ຈະເປັນຫ່ວງ ກ່ຽວກັບຜົນຂ້າງຄຽງ ທີ່ຮ້າຍແຮງເຫລົ່ານັ້ນ ໃນເວລານີ້.

"ພວກເຮົາຮູ້ວ່າ ຈະມີປະຕິກິຣິຍາ ການອັກເສບຕໍ່ວັກຊີນ. ດັ່ງນັ້ນ, ສິ່ງຕ່າງໆ ເຊັ່ນກ້າມເນື້ອຫົວໃຈອັກເສບ (myocarditis) ກັບວັກຊີນອື່ນໆ ຫຼື TTS ກັບ AstraZeneca ສ່ວນໃຫຍ່ໄດ້ເກີດຂຶ້ນ ໃນຕອນຕົ້ນ ຫຼັງຈາກທີ່ໄດ້ຮັບຢາວັກຊີນ. ສະນັ້ນ, ສ່ວນໃຫຍ່ຂອງກໍຣະນີ ຂອງ TTS ເຫລົ່ານັ້ນ ໄດ້ເກີດຂຶ້ນໃນ ສາມ ຫລື ສີ່ອາທິດ ທໍາອິດ ໂດຍບາງກໍຣະນີ ອາດຈະໄປເຖິງຫົກອາທິດ. ແຕ່ຄິດວ່າ ມັນຄົງຈະບໍ່ໄປເກີນກວ່າເວລາດັ່ງກ່າວ. ດັ່ງນັ້ນ, ຄົນເຮົາຈຶ່ງບໍ່ຈໍາເປັນຕ້ອງກັງວົນ ຖ້າເຂົາເຈົ້າ ສັກຢາວັກຊີນຕອນຖືກນໍາໃຊ້ ໃນປະເທດນີ້ ມັນບໍ່ມີຄວາມສ່ຽງ ທີ່ຈະເກີດຜົນກະທົບຢ່າງຕໍ່ເນື່ອງໃດໆ ໂດຍສະເພາະແມ່ນກ່ຽວກັບ TTS."

ຊຸດສຸດທ້າຍຂອງ AstraZeneca ໃນອອສເຕຣເລັຍ ໄດ້ໝົດອາຍຸໃນວັນທີ 21 ມີນາ 2023.

ໃນການປະກາດ, AstraZeneca ໄດ້ຮັບເຄຣດິດສໍາລັບ Vaxzevria ທີ່ຊ່ວຍຊີວິດຫຼາຍກວ່າ 6.5 ລ້ານຄົນ ຂອງການນໍາໃຊ້ ໃນປີທໍາອິດ.

ມັນກ່າວວ່າ ຕັ້ງແຕ່ມີການພັດທະນາຢາວັກຊີນ Covid-19 ຫຼາຍຊະນິດ, ຄວາມຕ້ອງການຂອງ Vaxzevria ໄດ້ມີການຫຼຸດລົງ-ແລະສະນັ້ນ ມັນຈຶ່ງໄດ້ເລີ່ມຖອນ ໃບອະນຸຍາດການຄ້າ ພາຍໃນຢູໂຣບ

ຢາວັກຊີນ ຈະຖືກຍົກເລີກ ໃນສະຫະພາບຢູໂຣບກ່ອນ, ແລ້ວຈຶ່ງຍື່ນຄຳຮ້ອງສໍາລັບປະເທດອື່ນໆ.

ເນື້ອເລື່ອງໂດຍ  Ciara Hain ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່




Share