ລຳດັບເຫດການກ່ຽວກັບ ໂຄວິດໃນ 3 ປີທີ່ຜ່ານມາ.

DNA Virus Wide

ພາບການຕິດເຊື້ອຂອງ DNA. ສາຍພັນໃໝ່ຂອງໂຄວິດຍັງສືບຕໍ່ ການທ້າທາຍຕໍ່ນັກວິທຍາສາດ. Source: Getty / Variants of Covid-19 - Getty Images

ສາເຫດຂອງໂຄວິດມາແຕ່ໃສ? ໃນໄລຍະ 3 ປີທີ່ຜ່ານມາ, ມີຫຍັງເກີດຂຶ້ນແນ່ໃນອອສເຕຣເລັຍ? ຣັຖບານອອສເຕຣເລັຍ ໄດ້ມີການຊ່ອຍເຫຼືອຫຍັງແນ່ ແລະໄດ້ຈັດໃຫ້ມີມາດຕະການຫຍັງໃນການປ້ອງກັນການແພ່ລະບາດ?


ລຳດັບເຫດການກ່ຽວກັບ ໂຄວິດໃນ 3 ປີທີ່ຜ່ານມາ.

ເປັນເວລາສາມປີແລ້ວ ນັບຕັ້ງແຕ່ເຊື້ອໄວຣັສທີ່ບໍ່ຮູ້ຈັກ ໄດ້ຖືກກວດພົບຢູ່ໃນປະເທດຈີນ ແລະໄດ້ປ່ຽນແປງໂລກ ດັ່ງທີ່ພວກເຮົາຮູ້.

ນີ້ແມ່ນຂັ້ນຕອນເວລາ ທີ່ມັນໄດ້ຖືກເປີດເຜີຍ ແລະສິ່ງທີ່ກຳລັງເປັນໄປໃນປັດຈຸບັນ, ທັງໃນ ປະເທດ ແລະທົ່ວໂລກ. Charis Chang ແລະ Ken Macleod ລາຍງານ.

ໃນວັນທີ 31 ທັນວາ 2019, ຈີນໄດ້ຣາຍງານວ່າ ມີຜູ້ຕິດເຊື້ອໂຣກປອດບວມ ຢູ່ເມືອງ (Wuhan) ຢ່າງບໍ່ຮູ້ສາເຫດ. ຕໍ່ມາໄດ້ຖືກລະບຸວ່າ ເປັນໂຣກສາຍພັນໃຫມ່ຄື: ໂຄໂຣນາໄວຣັສ (Coronavirus).

ກໍລະນີທໍາອິດ ແມ່ນເຊື່ອມໂຍງກັບຕລາດ ອາຫານທະເລ Huanan ຂອງ Wuhan.

ໃນເວລານັ້ນ, Wuhan ໄດ້ກາຍເປັນຈຸດສູນກາງ ຂອງການລະບາດຂອງ COVID-19, ຫຼັງຈາກປະຊາຊົນ ເລີ່ມລົ້ມປ່ວຍດ້ວຍໂຣກປອດບວມ ຢ່າງບໍ່ຮູ້ສາເຫດ.

ຜູ້ອ່ານຂ່າວຂອງ CHINA CENTRAL TELEVISION, HU DIE, ກ່າວວ່າ:

"ມື້ນີ້, ຄະນະກັມມາທິການສຸຂະພາບ ແລະວາງແຜນຄອບຄົວ ເມືອງ Wuhan ແຂວງ Hubei ໄດ້ແຈ້ງການອັບເດດຫລ້າສຸດ ກ່ຽວກັບພະຍາດປອດອັກເສບ ທີ່ເກີດຈາກເຊື້ອໄວຣັສທີ່ບໍ່ຮູ້ຈັກ. ການກວດພະຍາດໄດ້ເສັດສິ້ນແລ້ວ ແລະການວິນິດໄສເບື້ອງຕົ້ນ ໄດ້ສະແດງໃຫ້ເຫັນວ່າ 41 ກໍລະນີ ທີ່ເປັນໂຣກປອດອັກເສບ ເກີດຈາກເຊື້ອໄວຣັສໂຄໂຣນາ ຊະນິດໃຫມ່, ຮວມທັງສອງຄົນ ທີ່ໄດ້ອອກຈາກໂຮງຫມໍແລ້ວ, ເຈັດຄົນຍັງຢູ່ໃນອາການໜັກ, 1 ຄົນເສັຍຊີວິດ. ສ່ວນຄົນເຈັບອື່ນໆ ຢູ່ໃນສະພາບທີ່ຄົງໂຕ."

ໃນອອສເຕຣເລັຍ, ກໍລະນີທໍາອິດຂອງ COVID-19 ໄດ້ຮັບການຢືນຢັນ ໃນວັນທີ 25 ມັງກອນ 2020, ແຕ່ຂ່າວນີ້ ສ່ວນໃຫຍ່ໄດ້ຖືກບົດບັງ ດ້ວຍຂ່າວໄຟໄຫມ້ Black Summer ທີ່ຮຸນແຮງ ທີ່ປົກຄຸມເມືອງ Sydney ດ້ວຍຄວັນ ແລະການໄໝ້ໃນສ່ວນໃຫຍ່ ຂອງ NSW ແລະ Victoria.

ເບິ່ງຄືວ່າອອສເຕຣເລັຍຫາກໍ ຮັບມືກັບວິກິດການຫນຶ່ງ ເມື່ອອີກວິກິດການຫນຶ່ງກຳລັງເກີດຂຶ້ນ, ແລະມີຄວາມບໍ່ສະບາຍໃຈຫລາຍຂຶ້ນ ກ່ຽວກັບການແຜ່ລະບາດ ຂອງເຊື້ອໄວຣັສທີ່ລຶກລັບຢູ່ທົ່ວໂລກ.

ໃນວັນທີ 30 ມັງກອນ 2020, ອົງການອະນາໄມໂລກ(World Health Organisation) ໄດ້ປະກາດໃຫ້ການລະບາດເປັນພາວະສຸກເສີນດ້ານສາທາຣະນະສຸກ ທີ່ນາໆຊາດມີຄວາມກັງວົນ ແລະໃນວັນທີ 11 ມີນາ 2020, ໄດ້ປະກາດວ່າ COVID-19 ເປັນໂຣກລະບາດໃຫຍ່.

ພນັກງານເດີ່ນບິນກ່າວວ່າ: "ໂດຍທົ່ວໄປ, ຖ້າທ່ານມີໄຂ້, ມັນຈະມສີແດງ ເທິງຫນ້າຜາກຂອງທ່ານຢູ່ເບື້ອງຊ້າຍນີ້."

ຜູ້ອຳນວຍການຂອງ WHO, ທ່ານ TEDROS GHEBREYESUS, ກ່າວວ່າ: "ນີ້ແມ່ນພາວະສຸກເສີນໃນຈີນ, ແຕ່ຍັງບໍ່ທັນກາຍເປັນພາວະສຸກເສີນດ້ານສຸຂະພາບທົ່ວໂລກ ເທື່ອ. ແຕ່ກໍອາດຈະເປັນໄດ້. ແລະພວກເຮົາ ມີຄວາມເປັນຫ່ວງຢ່າງຍິ່ງ ທັງໃນລະດັບຂອງການແຜ່ກະຈາຍ ແລະຄວາມຮ້າຍແຮງທີ່ຫນ້າເປັນຫ່ວງ ແລະລະດັບຂອງການເມີນເສີຍ ທີ່ຫນ້າຕົກໃຈ. ດັ່ງນັ້ນ ພວກເຮົາຈຶ່ງໄດ້ປະເມີນວ່າ COVID-19 ມີລັກສະນະຂອງການເປັນໂຣກລະບາດໄດ້"

ຕອນນີ້ ມາເບິ່ງອອສເຕຣເລັຍ....

ນັບແຕ່ວັນທີ 1 ກຸມພາ 2020, ຣັຖບານກາງ ໄດ້ວາງຂໍ້ຈໍາກັດ ການເດີນທາງ ແລະຂໍ້ກຳໜົດໃນການກັກກັນ ຜູ້ທີ່ມາຈາກປະເທດຈີນ, ແລະໃນມື້ຕໍ່ມາ ຊາວອອສເຕຣເລັຍສອງກຸ່ມ ທີ່ມາຈາກເມືອງ Wuhan ໄດ້ຖືກກັກກັນຢູ່ Christmas Island ແລະທີ່ເມືອງ Howard Springs ໃກ້ກັບເມືອງ Darwin.

ໃນວັນທີ 10 ມີນາ 2020, ຣັຖມົນຕີ ກະຊວງສາທາຣະນະສຸກ, Greg Hunt ໄດ້ປະກາດວ່າມີກໍລະນີຂອງ COVID-19 ທີ່ໄດ້ຮັບການຢືນຢັນແລ້ວ 100 ກໍລະນີ ໃນອອສເຕຣເລັຍ.

ໃນວັນທີ 11 ມີນາ 2020, ຣັຖບານກາງ ໄດ້ປະກາດແພັກເກັດສຸຂະພາບ ມູນຄ່າ 2.4 ພັນລ້ານໂດລາ ເພື່ອຈັດການກັບ COVID-19.

ໃນວັນທີ 12 ມີນາ 2020, ຣັຖບານໄດ້ປະກາດແພັກເກດ ການສນັບສນູນດ້ານເສດຖະກິດ 17.6 ພັນລ້ານໂດລາ, ແລະຕໍ່ມາໃນທ້າຍເດືອນ ດ້ວຍແພັກເກດ ການສນັບສນູນ 66 ພັນລ້ານໂດລາ, ແລະໃນວັນທີ 13 ມີນາ 2020, ຄະນະກັມມາທິການແຫ່ງຊາດໄດ້ຖືກກໍ່ຕັ້ງຂຶ້ນ.

ໃນວັນທີ 18 ມີນາ 2020, ຄະນະຣັຖມົນຕີ ແຫ່ງຊາດ ໄດ້ປະກາດມາດຕະການຕ່າງໆ ລວມທັງການ ຫ້າມການຊຸມນຸມທີ່ບໍ່ຈໍາເປັນ ໃນເຮືອນທີ່ຫຼາຍກວ່າ 100 ຄົນ ແລະຍົກເລີກພິທີ ວັນ Anzac Day.

ວັນທີ 20 ມີນາ 2020, ອອສເຕຣເລັຍເປັນຫນຶ່ງໃນປະເທດທໍາອິດ ໃນໂລກ ທີ່ປິດຊາຍແດນຂອງຕົນຕໍ່ຜູ້ທີ່ບໍ່ແມ່ນ ຜູ້ອາສັຍຢູ່ ຫຼື Residents.

ໃນຕອນນີ້ ຊາວອອສເຕຣເລັຍຫລາຍຄົນ ໄດ້ເລີ່ມສັງເກດເຫັນວ່າ ມີຫຍັງເກີດຂຶ້ນ, ແລະສິນຄ້າໃນຮ້ານຄ້າ Supermarket ໄດ້ຖືກກວາດຊື້ໄປ ເມື່ອຄວາມຢ້ານກົວ ໄດ້ເລີ່ມຂຶ້ນ.

ບໍ່ດົນ, ຣັດ ແລະເຂດປົນຄອງກໍໄດ້ນໍາເອົາມາດຕະການສຸກເສີນ ຫລາຍຢ່າງມາໃຊ້ ແລະໃນທ້າຍເດືອນ ມີນາ ກໍມີທຸຣະກິດທີ່ບໍ່ຈໍາເປັນຫລາຍຢ່າງ ໄດ້ຖືກບັງຄັບໃຫ້ປິດ ແລະມີການນໍາໃຊ້ ມາດຕະການເວັ້ນຣະຍະຫ່າງ ທາງສັງຄົມ. Victoria ແລະ NSW ໄດ້ມີການລັອກດາວຕໍ່ຜູ້ຢູ່ອາສັຍ.

ຣັດ ຕ່າງໆຮວມທັງ South Australia, Queensland, Western Australia ແລະ Tasmania ໄດ້ປິດຊາຍແດນຂອງຕົນ, ແລະກຳໜົດໃຫ້ຜູ້ເດີນທາງກັກກັນໂຕເປັນເວລາ 14 ມື້. ການເຂົ້າໄປໃນຊຸມຊົນພື້ນເມືອງ ກໍໄດ້ຖືກຈໍາກັດເຊັ່ນກັນ.

ຂໍ້ຈໍາກັດ ແລະການລັອກດາວເປັນເວລາຫລາຍເດືອນ ແມ່ນມີປະສິດທິຜົນ ແລະເຮັດໃຫ້ຈໍານວນຜູ້ປ່ວຍຂ້ອນຂ້າງຕໍ່າ.

ຢາວັກຊີນ ໄດ້ຮັບການພັດທະນາ ແລະຮອດວັນທີ 20 ຕຸລາ 2021, 70 ເປີເຊັນຂອງຊາວອອສເຕຣເລັຍ ໄດ້ຮັບຢາວັກຊີນສອງເຂັມ. ນີ້ແມ່ນ ເຫດການສໍາຄັນ ໃນການອະນຸຍາດໃຫ້ມີການຜ່ອນຜັນຂໍ້ຈໍາກັດ,

ແຕ່ຕໍ່ມາໃນປີດຽວກັນ, ສາຍພັນໃໝ່ Omicron ໄດ້ເລີ່ມຕົ້ນລະບາດ. ມາຮອດເດືອນທັນວາ 2021 ໄດ້ແຜ່ຂຍາຍ ອອກໄປທົ່ວປະເທດຢ່າງໄວ.

ຜູ້ອຳນວຍການຂອງ WHO, TEDROS GHEBREYESUS, ກ່າວວ່າ: "ຂ້າພະເຈົ້າເປັນຫ່ວງວ່າກໍລະນີຂອງ COVID-19 ຍັງສືບຕໍ່ເພີ່ມຂຶ້ນ, ສ້າງຄວາມກົດດັນເພີ່ມເຕີມ ແລະສ້າງປັນຫາ ຕໍ່ລະບົບສຸຂະພາບ ແລະບຸກຄະລາກອນ. ແລະຍັງເປັນຫ່ວງ ກ່ຽວກັບແນວໂນ້ມ ທີ່ເພີ່ມຂຶ້ນ ຂອງການເສັຍຊີວິດ.

ມີຜູ້ເສັຍຊີວິດ 12,000 ຄົນໃນ ອອສເຕຣເລັຍ ແລະຫຼາຍລ້ານຄົນ ທົ່ວໂລກ.

ຈົນຮອດຕົ້ນເດືອນ ຕຸລາ ປີ 2021, ອອສເຕຣເລັຍມີກໍລະນີ ທີ່ໄດ້ຮັບການຢືນຢັນຕໍ່ຫົວ ທີ່ຕ່ຳສຸດ ເປັນຄັ້ງທີສອງ ຂອງປະເທດໃນ O-E-C-D ທັງຫມົດ.

ມີແຕ່ New Zealand ເທົ່ານັ້ນທີ່ມີອັດຕາທີ່ຕ່ຳກວ່າ.

ເມື່ອຕົ້ນເດືອນມີນາ 2022, ອອສເຕຣເລັຍໄດ້ຫຼຸດລົງເປັນ ອັນດັບທີຫ້າ ຂອງອັດຕາການເສັຍຊີວິດ ທີ່ຕໍ່າທີ່ສຸດ, ສ່ວນໃຫຍ່ ແມ່ນຍ້ອນການເພີ່ມຂຶ້ນ ຂອງກໍລະນີຈາກການລະບາດຂອງ Omicron.

ໃນປີທໍາອິດຂອງການລະບາດ, ມີ 898 ຄົນທີ່ເສັຍຊີວິດຍ້ອນ COVID-19 ທີ່ປະເທດອອສເຕຣເລັຍ ເຮັດໃຫ້ເປັນສາເຫດການເສັຍຊີວິດອັນດັບທີ 38 ໃນປີ 2020.

ໃນຈໍານວນ 898 ຄົນທີ່ເສັຍຊີວິດ, 800 ຄົນແມ່ນຢູ່ໃນຣັດVictoria.

ໃນ 18 ເດືອນຕໍ່ມາ, ຈໍານວນດັ່ງກ່າວໄດ້ເພີ່ມຂຶ້ນ ເປັນຫຼາຍກວ່າ 8,000 ຄົນໃນອອສເຕຣເລັຍ.

ຈົນຮອດວັນທີ 30 ມິຖຸນາປີນີ້ ມີ 8,219 ຄົນໄດ້ເສັຍຊີວິດ ຍ້ອນຫຼື ຈາກ COVID-19 ຊຶ່ງປະກອບດ້ວຍ ການເສັຍຊີວິດ 2.1 ເປີເຊັນ ໃນລະຫວ່າງການລະບາດໃຫຍ່.

ຕົວເລກຫຼ້າສຸດ ສະແດງໃຫ້ເຫັນວ່າ ຈົນເຖິງວັນທີ 30 ກັນຍາ 2022, ມີ 12,545 ຄົນໄດ້ເສັຍຊີວິດ ຍ້ອນຫຼືຈາກ COVID-19 ໃນອອສເຕຣເລັຍ.

ມາຮອດວັນທີ 23 ທັນວາ 2022 ມີຜູ້ເສັຍຊີວິດ 6,656,601 ຄົນໃນທົ່ວໂລກ, ຕາມຂໍ້ມູນຂອງອົງການອະນາໄມໂລກ.

ເນື້ອເລື່ອງໂດຍ Charis Chang ແລະ KenMacleod ຂ່າວ SBS News,

ຜລິດໂດຍ Marcus Megalokonomos
ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

Share