ການຮັກສາຊາຍແດນ ຂອງ ອອສເຕຣເລັຍ.

Nauru detention centre

ສູນກັກກັນຄົນເຂົ້າເມືອງຢ່າງຜິດກົດໝາຍ ທີ່ Nauru Source: AAP

ການມາເຖິງໂດຍທາງເຮືອ ຂອງຜູ້ຊາຍປະມານ 40 ຄົນ, ທີ່ສົງໄສວ່າເປັນຜູ້ຂໍລີ້ພັຍ ໃນທີ່ຫ່າງໄກ ຂອງ Western Australia ໃນອາທິດນີ້, ໄດ້ເຮັດໃຫ້ມີການແລກປ່ຽນຄໍາເວົ້າທີ່ຮຸນແຮງ ລະຫວ່າງຣັຖບານກາງ ແລະຝ່າຍຄ້ານ.


ນາຍົກຣັຖມົນຕີ ໄດ້ກ່າວຫາຜູ້ນໍາຝ່າຍຄ້ານ, ທ່ານ Peter Dutton, ວ່າໄດ້ຍົກເລື້ອງຄວາມປອດພັຍຊາຍແດນ ມາເປັນປະເດັນການເມືອງ ຫລັງຈາກການມາເຖິງ ຂອງຜູ້ຊາຍປະມານ 40 ຄົນໂດຍທາງເຮືອ ຢູ່ໃນສະຖານທີ່ຫ່າງໄກຂອງ Western Australia.

ລາຍງານກ່າວວ່າ ຜູ້ມາຮອດບາງຄົນ ອາດໄດ້ຖືກພາໂຕໄປຍັງສູນກັກຂັງຄົນເຂົ້າເມືອງ ນອກປະເທດ ຂອງອອສເຕຣເລັຍ ຢູ່ທີ່ເມືອງ Nauruແລ້ວ.

Penry Buckley ລາຍງານ.

ການມາເຖິງໂດຍທາງເຮືອ ຂອງຜູ້ຊາຍປະມານ 40 ຄົນ, ທີ່ສົງໄສວ່າເປັນຜູ້ຂໍລີ້ພັຍ, ໃນທີ່ຫ່າງໄກ ຂອງ Western Australia ໃນອາທິດນີ້ (ໂດຍຜູ້ມາຮອດເທື່ອທໍາອິດ ຖືກຄົ້ນພົບໃນວັນທີ 16 ມິນາ) ໄດ້ເຮັດໃຫ້ມີການແລກປ່ຽນຄໍາເວົ້າທີ່ຮຸນແຮງ ລະຫວ່າງ
ກາງ ແລະຝ່າຍຄ້ານ.

ພວກຜູ້ຊາຍ ທີ່ມີລາຍງານວ່າ ມາຈາກປະເທດປາກີສຖານ ແລະບັງ ກລາເທສ ໄດ້ຖືກຄົ້ນພົບ ຢູ່ໃກ້ກັບຊຸມຊົນຊາວພື້ນເມືອງ ທີ່ຫ່າງໄກ ຊຶ່ງໃກ້ກັບໂບດເຜີຍແຜ່ສາສນາຄຣິສ ຂອງອ່າວ Beagle Bay ໃນ Western Australia.

ນາຍົກຣັຖມົນຕີ, Anthony Albanese, ໄດ້ຢືນຢັນວ່າ ທ່ານໄດ້ໂອ້ລົມກັບຜູ້ບັນຊາການທະຫານເຮືອ (Rear Admiral) ທ່ານ Brett Sonter ຂອງOperation Sovereign Borders, ຊຶ່ງແມ່ນການປະຕິບັດງານ ຮັກສາຄວາມປອດພັຍດ້ານຊາຍແດນ ທີ່ນໍາໂດຍກອງທັບ ຂອງອອສເຕຣເລັຍ, ຫລັງຈາກມີລາຍງານວ່າ ໄດ້ພົບເຫັນເຮືອມາເຖິງສາມກຸ່ມ.

ແຕ່ຫລັງຈາກໄດ້ຮັບຄວາມເຫັນຈາກຜູ້ນໍາຝ່າຍຄ້ານ, ທ່ານ Peter Dutton ວ່າຣັຖບານບໍ່ໄດ້ສນັບສນູນປະຕິບັດການນີ້, ທ່ານ Albanese ໄດ້ກ່າວຫາທ່ານ Dutton ວ່າ ຂັດຂວາງຄວາມພະຍາຍາມ ດ້ານຄວາມປອດພັຍເຂດຊາຍແດນ.

"Peter Dutton ເປັນຄົນທີ່ກໍາລັງສະແດງ ວ່າເພິ່ນບໍ່ສົນໃຈຜົນທີ່ອອກມາ ທີ່ເປັນປໂຍດແກ່ອອສເຕຣເລັຍ ດ້ວຍວາທະສິນທີ່ເກີນຄວາມຈິງ ຂອງເພິ່ນ ໃນປະເດັນນີ້. ເພິ່ນພຽງແຕ່ສົນໃຈເລື່ອງການເມືອງ."

ທ່ານ Dutton ກ່າວໃນວັນອາທິດ ທີ18 ກຸມພາ ຕອນທີ່ພັກ Liberal ໄດ້ເປີດໂຕຜູ້ສມັກເລືອກຕັ້ງສ້ອມ ຂອງເຂດ Dunkley ທີ່ສໍາຄັນ, ໄດ້ສືບຕໍ່ໂຈມຕີ ຜົນງານສ່ວນຕົວ ຂອງນາຍົກຣັຖມົນຕີ ກ່ຽວກັບຄວາມປອດພັຍດ້ານຊາຍແດນ.

"ຄວາມຈິງກໍຄື Anthony Albanese ບໍ່ເຄີຍເຊື່ອໃນ Operation Sovereign Borders. ລາວໄດ້ຕໍ່ສູ້ຢ່າງໜັກກັບມັນມາໂດຍຕລອດ. ພວກເຮົາຮູ້ວ່າໃນງົບປະມານຫຼ້າສຸດແບບສະສົມ, 600 ລ້ານໂດລາ ໄດ້ຖືກຍົກເອົາໄປຈາກກໍາລັງຊາຍແດນ (Border Force) ແລະຈາກ Operation Sovereign Borders. ດັ່ງທີ່ຜູ້ບັນຊາການ Border Force ຂອງອອສເຕຣເລັຍ ຊີ້ໃຫ້ເຫັນ, ພວກເຂົາເຈົ້າ ມີປັນຫາເລື້ອງງົບປະມານ ແລະຂ້າພະເຈົ້າບໍ່ຮູ້ວ່າ ການເຝົ້າລະວັງໃນລະດັບດຽວກັນ ຈະຍັງກໍາລັງດໍາເນີນຢູ່ ດັ່ງທີ່ເຄີຍເປັນມາຫຼືບໍ່ ດັ່ງເວລາທີ່ພວກເຮົາເປັນຣັຖບານ, ແຕ່ມັນເປັນທີ່ຄາດບໍ່ເຖິງວ່າ ເຮືອເຫຼົ່ານີ້ຈະຜ່ານໄປ ໂດຍບໍ່ມີການກວດພົບ."

ຜູ້ບັນຊາການທະຫານເຮືອ, ທ່ານ Sonter, ໄດ້ກ່າວກ່ອນຫນ້ານີ້ວ່າ ຄຳເວົ້າແບບອື່ນ ກ່ຽວກັບການມາເຖິງຂອງເຮືອເຫຼົ່ານັ້ນ ອາດຈະເປີດໂອກາດ ໃຫ້ພວກລັກລອບຂົນຄົນເຂົ້າເມືອງ ຢ່າງຜິດກົດໝາຍ.

ແຕ່ບັນດາສະມາຊິກ ຂອງຝ່າຍຄ້ານ ຮວມທັງໂຄສົກປ້ອງກັນປະເທດ, ທ່ານ Andrew Hastie ແລະຜູ້ນໍາພັກ Nationals ທ່ານ David Littleproud, ກ່າວວ່າ ຂ່າວນີ້ ເປັນຫລັກຖານວ່າ ຣັຖບານອ່ອນແອໃນດ້ານຄວາມປອດພັຍ ຂອງເຂດຊາຍແດນ ແລະການໃຫ້ງົບປະມານແກ່ Border Force.

ຣັຖມົນຕີສື່ສານ, Michelle Rowland, ໄດ້ປົກປ້ອງຜົນງານຂອງຣັຖບານ, ໂດຍບອກ SkyNews ວ່າ Operation Sovereign Borders ໄດ້ດໍາເນີນການໃນ "ແບບດຽວກັນທຸກຢ່າງ" ນັບຕັ້ງແຕ່ໄດ້ຖືກນໍາສເນີ ພາຍໃຕ້ຣັຖບານ Coalition ຊຸດກ່ອນ.

ທ່ານ Dutton ກ່າວວ່າ ການປະຕິບັດງານໃນເວລານີ້ "ບໍ່ມີຫຍັງ" ຄືກັບທີ່ເຄີຍຢູ່ພາຍໃຕ້ພັກ Liberal.

"ພວກເຮົາຮູ້ວ່າ ວີຊາປົກປ້ອງຊົ່ວຄາວໄດ້ຖືກຍົກເລີກ, ແລະພວກເຮົາຍັງຮູ້ອີກວ່າ ພວກເຂົາໄດ້ເອົາເງິນອອກຈາກ Operation Sovereign Borders. ດັ່ງນັ້ນ, ທ່ານນາຍົກຣັຖມົນຕີ ບໍ່ສາມາດເບິ່ງໜ້າປະຊາຊົນອອສເຕຣເລັຍ ແລະບອກພວກເຂົາຢ່າງກົງໄປກົງມາວ່າ Operation Sovereign Borders ແມ່ນດໍາເນີນການ ດັ່ງທີ່ມັນໄດ້ເຄີຍເຮັດ ພາຍໃຕ້ຣັຖບານປະສົມ, ແລະນີ້ແມ່ນ ອີກຕົວຢ່າງຫນຶ່ງຂອງນະໂຍບາຍ ທີ່ເພພັງຂອງຣັຖບານນີ້."

ມີການຄາດຄະເນວ່າ ຜູ້ທີ່ມາຮອດອ່າວ Beagle ຈະຖືກສົ່ງອອກນອກຝັ່ງ.

ABC ໄດ້ລາຍງານວ່າ ເຮືອບິນຂອງສາຍການບິນ Nauru ທີ່ບັນທຸກຜູ້ຊາຍຈໍານວນນຶ່ງ ອອກຈາກເມືອງ Broome ແລະໄປຮອດເມືອງ Nauruໃນຕອນເຊົ້າຂອງວັນອາທິດ, ຫຼັງຈາກໄດ້ໄປຮອດຖານທັບອາກາດ ໃກ້ກັບເມືອງ Derby ໃນວັນເສົາ (ວັນທີ 17 ກຸມພາ).

ທ່ານ Roger Cook ນາຍົກພັກແຮງງານຣັດ Western Australia ກ່າວວ່າທ່ານບໍ່ໄດ້ເປັນຫ່ວງກັບເຫດການນັ້ນ, ແຕ່ໄດ້ເນັ້ນເຖິງຄວາມອ່ອນແອ ໃນການປ້ອງກັນຂອງພູມີພາກ.

"ນີ້ແມ່ນເລື່ອງສໍາລັບຣັຖບານກາງທີ່ຈະແກ້ໄຂ. ແຕ່ມັນເນັ້ນວ່າ ການດູແລບໍ່ທົ່ວເຖິງ ຂອງຝັ່ງທະເລທີ່ກວ້າງໃຫຍ່ຂອງເຮົາແມ່ນແນວໃດ,ແລະນັ້ນ ແມ່ນເຫດຜົນ ທີ່ພວກເຮົາຕ້ອງສືບຕໍ່ເຮັດໃຫ້ແນ່ໃຈວ່າ ພວກເຮົາ ມີຊັບພະຍາກອນເພື່ອປົກປ້ອງຝັ່ງທະເລນັ້ນ, ບໍ່ພຽງແຕ່ໃນແງ່ຂອງການມາເຖິງທີ່ບໍ່ຖືກຕ້ອງຕາມກົດຫມາຍ, ຖ້າຫາກວ່າທ່ານຕ້ອງການເອີ້ນພວກນັ້ນວ່າແນວນັ້ນ ຫຼືຜູ້ຂໍລີ້ພັຍ, ແຕ່ຍັງເຮັດໃຫ້ແນ່ໃຈວ່າ ພວກເຮົາສາມາດປົກປ້ອງການປະມົງ, ສິ່ງອຳນວຍຄວາມສະດວກ ໃນການປ້ອງກັນຂອງພວກເຮົາ ແລະພື້ນຖານໂຄງລ່າງອື່ນໆ."

ຣັຖບານບໍ່ໄດ້ຢືນຢັນລາຍງານ ກ່ຽວກັບການສົ່ງຜູ້ມາຮອດນັ້ນ ອອກນອກປະເທດ, ແຕ່ຖແລງການ ຂອງຣັຖມົນຕີກະຊວງພາຍໃນ, Clare O'Neil, ກ່າວວ່າ ຄໍາມຸ່ງຫມັ້ນຂອງຣັຖບານຕໍ່ Operation Sovereign Borders ແມ່ນ "ເດັດຂາດ".

ລາວໄດ້ກ່າວຕື່ມວ່າ ທຸກໆຄົນທີ່ພະຍາຍາມ ທີ່ຈະມາອອສເຕຣເລັຍ ໂດຍທາງເຮືອຢ່າງຜິດກົດຫມາຍ ນັບຕັ້ງແຕ່ທ່ານນາງ ໄດ້ເປັນຣັຖມົນຕີ ໄດ້ກັບຄືນປະເທດບ້ານເກີດຂອງເຂົາເຈົ້າ, ຫຼືໃນເມືອງ Nauru, ຫຼັງຈາກທີ່ທ່ານນາງ ໄດ້ອະທິບາຍວ່າມີການ "ເສັຍເງິນຫຼາຍພັນໂດລາ"ແລະ "ສ່ຽງຕໍ່ຊີວິດຂອງເຂົາເຈົ້າ."

ທ່ານ Albanese ໄດ້ກ່າວວ່າ ປະຊາຊົນສາມາດຄາດຫວັງ ໃຫ້ມີການປັບປຸງ ໂດຍເຈົ້າຫນ້າທີ່ກໍາລັງຊາຍແດນ ໃນໄວໆນີ້ (ຄາດວ່າ ໃນວັນທີ 18 ມິນາ).

"Operation Sovereign Borders ກໍາລັງດຳເນີນການຢູ່. ພວກເຮົາຈະມີຫຍັງເວົ້າຕື່ມອີກໃນໄວໆນີ້, ແຕ່ຂ້າພະເຈົ້າ ສັງເກດເຫັນຄໍາເຫັນ ຂອງຜູ້ບັນຊາການຂອງ Operation Sovereign ຜູ້ທີ່ໃຫ້ຄໍາເຫັນຢ່າງໜັກແໜ້ນ ກ່ຽວກັບຄວາມຈໍາເປັນ ທີ່ນັກການເມືອງ ທີ່ຈະເອົາຄວາມປອດພັຍຂອງງຊາດ ມາເປັນປະເດັນການເມືອງ."

ເນື້ອເລື່ອງໂດຍ   Penry Buckley ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

 

Share