"ໂລກບໍ່ສາມາດປິດຕາຕົນເອງໄດ້" : WHO ຮຽກຮ້ອງໃຫ້ທຸກປະເທດໃຫ້ຂໍ້ມູນ.

ນີ້ແມ່ນການອັບເດດຫຼ້າສຸດປະຈໍາອາທິດ ຂອງທ່ານ ກ່ຽວກັບ COVID-19 ໃນອອສເຕຣເລັຍ.

FRANCE-HEALTH-VIRUS-RESEARCH

Since the peak of Omicron wave, the number of SARS-CoV-2 sequences being shared by the world has dropped by more than 90 per cent Source: AFP / CHRISTOPHE ARCHAMBAULT/AFP via Getty Images

ຈຸດສຳຄັນ
  • ຈຳນວນຜູ້ຕິດເຊື້ອ COVID ໃຫມ່ ສືບຕໍ່ຫຼຸດລົງທົ່ວ ອອສເຕຣເລັຍ
  • ນັກກິລາຕິດເຊື້ອ COVID-19 ຈະໄດ້ຮັບອະນຸຍາດໃຫ້ຫຼິ້ນໃນ Australian Open
  • WHO ຮຽກຮ້ອງໃຫ້ບັນດາທຸກປະເທດ ຈັດລຳດັບ ແລະລາຍງານຂໍ້ມູນ COVID
ຜູ້ຕິດເຊື້ອ ໃຫມ່ຂອງ COVID-19 ກຳລັງຫຼຸດລົງທົ່ວປະເທດ.

Dr Jan Fizzell ຜູ້ຮັກສາການແທນ ເຈົ້າຫນ້າທີ່ສາທາຣະນະສຸກNSW ກ່າວວ່າ ຕົວຊີ້ວັດທີ່ສໍາຄັນ ສະແດງໃຫ້ເຫັນວ່າ ຈໍານວນຜູ້ປ່ວຍ COVID-19 ຍັງສືບຕໍ່ຫຼຸດລົງ ຕາມທີ່ຄາດໄວ້.

ນາງກ່າວວ່າ: ເຖິງຢ່າງໃດກໍຕາມ, ພວກເຮົາທຸກຄົນຕ້ອງສືບຕໍ່ ເຮັດຕາມຂັ້ນຕອນງ່າຍໆ ເພື່ອໃຫ້ ປອດພັຍ ແລະ ມີສຸຂະພາບດີ.

New South Wales ແລະ Victoria ໄດ້ມີການເສັຍຊີວິດສູງສຸດ ໃນໄລຍະເວລາລາຍງານເຈັດວັນ ຊຶ່ງມີຜູ້ເສັຍຊີວິດ 112 (New South Wales) ຄົນ ແລະ 149 (Victoria) ຄົນ. ເຖິງຢ່າງໃດກໍຕາມ, ຈໍານວນດັ່ງກ່າວ ອາດສະທ້ອນໃຫ້ເຫັນ ເຖິງການຊັກຊ້າໃນການລາຍງານ ໃນໄລຍະວັນພັກເທສການ.
Tennis Australia ຢືນຢັນໃນວັນຈັນວ່າ ນັກກິລາທີ່ຕິດເຊື້ອ COVID-19 ຍັງຈະສາມາດແຂ່ງຂັນໃນ Australian Open ປີນີ້.

ທ່ານ Craig Tiley ຜູ້ອໍານວຍການແຂ່ງຂັນກ່າວວ່າ ການຕັດສິນໃຈ ສະແດງໃຫ້ເຫັນເຖິງສະພາບການ COVID ທົ່ວອອສເຕຣເລັຍ.

ບໍ່ມີຂໍ້ບັງຄັບ ໃນການສັກຢາວັກຊີນ ຫຼືການທົດສອບ ທີ່ກຳໜົດຕໍ່ນັກຫລິ້ນໃນປີນີ້.
ຈີນໄດ້ຢຸດການອອກວີຊາໄລຍະສັ້ນ ໃຫ້ບຸກຄົນຈາກ ປະເທດຍີ່ປຸ່ນ ແລະ ເກົາຫຼີໃຕ້ຊົ່ວຄາວ.

ມັນເປັນການຕອບໂຕ້ເທື່ອທໍາອິດຂອງຈີນ ຕໍ່ປະເທດຕ່າງໆທີ່ນໍາໃຊ້ຂໍ້ຈໍາກັດ ການເຂົ້າເມືອງແບບ "ເລືອກປະຕິບັດ" ຕໍ່ຜູ້ເດີນທາງຊາວຈີນ.

ທ່ານ Wang Wenbin ໂຄສົກກະຊວງການຕ່າງປະເທດ ກ່າວ ໃນວັນອັງຄານວ່າ "ຈີນໄດ້ປະຕິເສດຢ່າງຫນັກແຫນ້ນ ກ່ຽວກັບມາດຕະການຈໍາກັດການເຂົ້າເມືອງ ແບບເລືອກປະຕິບັດ ຂອງບາງປະເທດ ທີ່ແນເປົ້າຫມາຍໃສ່ຈີນ ແລະຈະໃຊ້ມາດຕະການຕອບໂຕ້."
ໃນຂນະທີ່ XBB.1.5, ສາຍພັນໃໝ່ຂອງ Omicron, ແພ່ຂຍາຍຢ່າງໄວ ໃນສະຫະຣັດ, ອົງການອະນາໄມໂລກ (WHO) ໄດ້ຊຸກຍູ້ການໃສ່ຫນ້າກາກໃນຖ້ຽວບິນທີ່ຍາວ.

ທ່ານນາງ Catherine Smallwood ຂອງ WHO ໄດ້ກ່າວວ່າ "ນີ້ຄວນເປັນຄໍາແນະນໍາ ທີ່ອອກໃຫ້ແກ່ຜູ້ໂດຍສານ ທີ່ມາຈາກບ່ອນໃດກໍຕາມ ທີ່ມີການແພ່ລະບາດ COVID-19 ຢ່າງກວ້າງຂວາງ.”

ນັບແຕ່ຈຸດສູງສຸດ ຂອງການແພ່ລະບາດຂອງ Omicron, ຈໍານວນລໍາດັບ SARS-CoV-2 ທີ່ໂລກໄດ້ແບ່ງປັນ ໄດ້ຫຼຸດລົງຫຼາຍກວ່າ 90 ເປີເຊັນ, ຜູ້ອໍານວຍການໃຫຍ່ຂອງ WHO, ທ່ານ Tedros Adhanom Ghebreyesus ໄດ້ເປີດເຜີຍໃນວັນພະຫັດ.

ລາວໄດ້ກ່າວຢ້ຳເຖິງຄວາມສໍາຄັນ ຂອງການຕິດຕາມກວດສອບ ແລະຕິດຕາມການເກີດຂຶ້ນ ແລະການແພ່ຂຍາຍຕົວຂອງສາຍພັນໃໝ່.

"ໂລກບໍ່ສາມາດປິດຕົນເອງຕາ ແລະຫວັງວ່າເຊື້ອໄວຣັສນີ້ຈະຫມົດໄປ. ມັນຈະບໍ່ຫມົດໄປ."

ຈໍານວນຜູ້ເສັຍຊີວິດທີ່ລາຍງານຕໍ່ WHO ໃນແຕ່ລະອາທິດໄດ້ຫຼຸດລົງເກືອບ 90 ເປີເຊັນ ນັບຕັ້ງແຕ່ເດືອນກຸມພາປີກາຍນີ້, ເຖິງຢ່າງໃດກໍ່ຕາມ, ມັນໄດ້ "ຕິດຢູ່" ລະຫວ່າງ 10,000-14,000 ຄົນຕໍ່ອາທິດ ນັບຕັ້ງແຕ່ກາງເດືອນກັນຍາເປັນຕົ້ນມາ.

ຜູ້ອໍານວຍການກ່າວວ່າ "ໂລກບໍ່ສາມາດຍອມຮັບການຕາຍຈໍານວນນີ້ໄດ້ ເມື່ອພວກເຮົາມີເຄື່ອງມື ໃນການປ້ອງກັນພວກເຂົາເຈົ້າ."
ອາທິດແລ້ວນີ້ ມີຜູ້ເສັຍຊີວິດເກືອບ 11,500 ຄົນ ໄດ້ຖືກລາຍງານໃຫ້ອົງການ WHO, ແຕ່ WHO ກ່າວວ່າ ນີ້ແມ່ນການປະເມີນຄ່າຕ່ຳ ເນື່ອງຈາກຈີນລາຍງານກ່ຽວກັບການຕາຍທີ່ກ່ຽວຂ້ອງກັບ COVID ຕ່ຳເກີນໄປ.

"ພວກເຮົາຂໍໃຫ້ທຸກປະເທດໃຫ້ຂໍ້ມູນນີ້. ຍິ່ງເຮົາມີຂໍ້ມູນຫຼາຍເທົ່າໃດ ເຮົາກໍຈະເຫັນພາບ [ຂອງການລະບາດ] ຊັດເຈນຂຶ້ນເທົ່ານັ້ນ."

ອີງຕາມຂໍ້ມູນອັບເດດ ການລະບາດຂອງ COVID-19 ຄັ້ງຫຼ້າສຸດຂອງ WHO, ພົບວ່າມີຜູ້ຕິດເຊື້ອ ແລະການເສັຍຊີວິດປະຈໍາອາທິດ ຫຼຸດລົງ 9 ເປີເຊັນ ແລະ 12 ເປີເຊັນ, ຕາມລໍາດັບ, ໃນທົ່ວໂລກ.

ໃນລະດັບປະເທດ, ມີລາຍງານຜູ້ຕິດເຊື້ອ ປະຈໍາອາທິດໃຫມ່ທີ່ສູງທີ່ສຸດຈາກຍີ່ປຸ່ນ, ສະຫະຣັດ, ສາທາລະນະຣັດຈີນ ແລະ ບຣາຊີລ, ໂດຍຍີ່ປຸ່ນ ໄດ້ບັນທຶກຈໍານວນຜູ້ເສັຍຊີວິດ ຈາກ COVID ປະຈໍາວັນສູງສຸດເປັນປວັດການ.

ຊອກຫາ clinic Long COVID

ຊອກຫາ clinic ກວດໂຣກ ໂຄວິດ.

ລົງທະບຽນຜົນກວດ RAT ຂອງທ່ານໃນບ່ອນນີ້, ຫາກຜົນກວດເປັນບວກ.

ກ່ອນທ່ານເດີນທາງໄປຕ່າງປະເທດ, ກວດເບິ່ງຂໍ້ກຳໜົດຫຼ້າສຸດ ແລະຄຳແນະນຳ

ຂໍ້ມູນເພື່ອຊ່ອຍຄວາມເຂົ້າໃຈ

ອ່ານຂໍ້ມູນກ່ຽວກັບ COVID-19 ໃນພາສາຂອງທ່ານ ໄດ້ທີ່:

Share
Published 17 January 2023 2:19pm
Updated 17 January 2023 2:24pm
By Yumi Oba
Presented by Sak Phoumirath
Source: SBS


Share this with family and friends