'Measles ແລະ COVID ມີອາການທີ່ຄ້າຍຄືກັນ': ນີ້ແມ່ນຄໍາແນະນໍາ ໃນການເດີນທາງຫຼ້າສຸດຂອງທ່ານ ທ່າມກາງການລະບາດທົ່ວໂລກ.

ອອສເຕຣເລັຍ ໄດ້ກໍາຈັດໂຣກຫັດ ຫຼືໄຂ້ໝາກແດງ (Measles) ຢ່າງເປັນທາງການ ໃນປີ 2014. ເຖິງຢ່າງໃດກໍຕາມ, ໃນປີນີ້, ໄດ້ມີລາຍງານຜູ້ປ່ວຍ ທີ່ໄດ້ຮັບການຢືນຢັນວ່າ ເປັນພະຍາດຕິດຕໍ່ຮ້າຍແຮງ ໃນນັກທ່ອງທ່ຽວຕ່າງປະເທດ ແລະຜູ້ອາສັຍ ທີ່ກັບຄືນອອສເຕຣເລັຍ.

MELBOURNE AIRPORT

Passengers at Melbourne Airport in Melbourne. Source: AAP / JOEL CARRETT/AAPIMAGE

ກະຊວງສາທາຣະນະສຸກ ຂອງຣັດ ວິກຕໍເຣັຍກ່າວວ່າ ອາການເບື້ອງຕົ້ນຂອງໂຣກຫັດ ຫຼືໄຂ້ໝາກແດງ (Measles), ໄຂ້ຫວັດໃຫຍ່ ແລະ COVID-19 ນັ້ນ ຄ້າຍຄືກັນ.

ມີຄຳແນະນໍາ ໃຫ້ຜູ້ອາສັຍທີ່ມີອາການ ໃຫ້ກວດພະຍາດ ໂຣກຫັດ ຫຼືໄຂ້ໝາກແດງ (Measles), ຖ້າຫາກວ່າການທົດສອບ COVID-19 ຂອງພວກເຂົາ ແມ່ນລົບ ແລະພວກເຂົາເຈົ້າມີຜື່ນຂຶ້ນ.

ລັກສນະທາງຄລີນິກ ຂອງໂຣກຫັດ ຫຼືໄຂ້ໝາກແດງ (Measles) ແມ່ນມີໄຂ້, ໄອຢ່າງຮຸນແຮງ, ແລະຕາແດງ, ຈຸດຜື່ນແຜ່ກະຈາຍ ຈາກຫົວ ແລະຄໍໄປຫາສ່ວນອື່ນໆ ຂອງຮ່າງກາຍ.

ອາການສາມາດສືບຕໍ່ໄດ້ ຈາກ 7 ເຖິງ 18 ມື້ ຫຼັງຈາກໄດ້ຮັບເຊື້ອ ແລະໄວຣັສສາມາດຢູ່ໃນສະພາບແວດລ້ອມ ໄດ້ເຖິງສອງຊົ່ວໂມງ ຫຼັງຈາກຜູ້ຕິດເຊື້ອ ອອກຈາກບໍລິເວນນັ້ນ.

ສາດສະດາຈານ Brett Sutton, ຫົວຫນ້າການແພດຂອງ Victoria, ກ່າວວ່າ ປະຊາຊົນສາມາດເປັນໂຣກປອດບວມ ແລະອາການແຊກຊ້ອນທີ່ຮ້າຍແຮງອື່ນໆ ຈາກໂຣກຫັດຫຼືໄຂ້ໝາກແດງ (Measles).

ເດັກອາດຈະຕ້ອງໄດ້ຮັບການຮັກສາໃນໂຮງຫມໍ. ກະລຸນາໄປຫາແພດທັນທີ ຖ້າສັງເກດເຫັນອາການໃດໆ ໂດຍສະເພາະຖ້າຫາກວ່າທ່ານຫາ ກວ່າກັບມາຈາກຕ່າງປະເທດ.
Professor Brett Sutton
ຄວາມສ່ຽງຕໍ່ຊາວອອສເຕຣເລັຍ

ກະຊວງສາທາຣະນະສຸກ ແລະການດູແລຜູ້ສູງອາຍຸ ໄດ້ກ່າວວ່າ ອອສເຕຣເລັຍ ໄດ້ກໍາຈັດໂຣກຫັດ ຫຼືໄຂ້ໝາກແດງ (Measles) ຢ່າງເປັນທາງການ ໃນປີ 2014 ແຕ່ກໍຍັງປະເຊີນກັບຄວາມສ່ຽງ ຂອງການແພ່ລະບາດ ທີ່ຈໍາກັດ ແລະການລະບາດຂນາດນ້ອຍ ເຖິງປານກາງ.

ກະຊວງກ່າວຕໍ່ SBS ວ່າ: "ເຖິງແມ່ນວ່າ ໂຣກຫັດ ຫຼືໄຂ້ໝາກແດງ (Measles) ບໍ່ໄດ້ເກີດຂຶ້ນຢູ່ທີ່ນີ້ອີກຕໍ່ໄປ, ແຕ່ອອສເຕຣເລັຍ ຍັງສືບຕໍ່ເຫັນກໍລະນີທີ່ນໍາເຂົ້າ ໃນນັກທ່ອງທ່ຽວຕ່າງປະເທດ ແລະຜູ້ອາສັຍທີ່ກັບຄືນປະເທດ."

ກະຊວງກ່າວຕໍ່ SBS ວ່າ: "ເຖິງແມ່ນວ່າ ໂຣກຫັດ ຫຼືໄຂ້ໝາກແດງ (Measles) ບໍ່ໄດ້ເກີດຂຶ້ນຢູ່ທີ່ນີ້ອີກຕໍ່ໄປ, ແຕ່ອອສເຕຣເລັຍ ຍັງສືບຕໍ່ເຫັນກໍລະນີທີ່ນໍາເຂົ້າ ໃນນັກທ່ອງທ່ຽວຕ່າງປະເທດ ແລະຜູ້ອາສັຍທີ່ກັບຄືນປະເທດ."

ຄໍາແນະນໍາໃນການເດີນທາງ

ສາດສະດາຈານ Paul Kelly ຫົວຫນ້າການແພດຂອງ ອອສເຕຣເລັຍກ່າວວ່າ ຊາວອອສເຕຣເລັຍ ທີ່ເດີນທາງໄປຕ່າງປະເທດໃນຊ່ວງມື້ພັກເທສການ ຄວນພິຈາລະນາ ເຖິງຄວາມສ່ຽງຂອງ ໂຣກຫັດຫຼືໄຂ້ໝາກແດງ (Measles) ແລະໂຣກໂປລິໂອ ວ່າການຄວບຄຸມຂອງການສັກວັກຊີນພູມຄຸ້ມກັນ ອາດຫຼຸດລົງໃນບາງປະເທດ ທີ່ນັກທ່ອງທ່ຽວອອສເຕຣເລັຍນິຍົມຊົມຊອບ.

ທ່ານກ່າວວ່າ "ປະຊາຊົນ ຄວນໃຫ້ແນ່ໃຈວ່າ ພວກເຂົາເຈົ້າໄດ້ຮັບການສັກຢາປ້ອງກັນ ໂຣກຫັດ ຫຼືໄຂ້ໝາກແດງ (Measles) ແລະໂຣກໂປລິໂອຢ່າງເຕັມທີ່ ກ່ອນຈະເດີນທາງໄປຍັງປະເທດໃດກໍຕາມ ຊຶ່ງພະຍາດທີ່ຕິດເຊື້ອສູງນັ້ນມີຢູ່."
ປະເທດທີ່ພົບເຫັນ ໂຣກຫັດ ຫຼືໄຂ້ໝາກແດງ (Measles) ທົ່ວໄປແມ່ນມີໃນອິນເດັຍ, ອິນໂດເນເຊັຍ, ຫວຽດນາມ, ຟີລິບປິນ ແລະປະເທດໄທ.
Australia's Chief Medical Officer, Professor Paul Kelly
ນອກຈາກນີ້ຍັງແພ່ລາມໄປທົ່ວ ໃນບາງປະເທດໃນພາກຕາເວັນອອກກາງ ແລະໃນທົ່ວອາຟຣິກາ. ການລະບາດໄດ້ເກີດຂຶ້ນໃນ ຢູໂຣບ, ອັງກິດ,ແລະອາເມຣິກາເຫນືອ ແລະອາເມຣິກາໃຕ້ ໃນຊຸມປີມໍ່ໆມານີ້.
ການສ້າງພູມຄຸ້ມກັນ

ຣັຖບານ Victoria ໄດ້ກ່າວວ່າ ຄົນທີ່ເກີດຣະຫວ່າງ ຫລືນັບແຕ່ປີ 1966ແລະບໍ່ມີຫລັກຖານວ່າ ໄດ້ສັກຢາວັກຊີນ ໂຣກຫັດຫຼືໄຂ້ໝາກແດງ (Measles) ສອງເຂັມ ແມ່ນມີຄວາມສ່ຽງ.

"ເດັກນ້ອຍ ທີ່ບໍ່ໄດ້ຮັບການສັກຢາ ແມ່ນມີຄວາມສ່ຽງສູງເປັນພິເສດ ຕໍ່ການຕິດເຊື້ອ ໂຣກຫັດ ຫຼືໄຂ້ໝາກແດງ (Measles)

"ເດັກທີ່ອາຍຸອ່ອນກວ່າຫົກເດືອນ ສາມາດໄດ້ຮັບວັກຊີນ ໂຣກຫັດ ຫຼືໄຂ້ໝາກແດງ (Measles)-ຄາງທູມດ-ໂຣກຫັດເຢັຍຣະມັນ (Mumps-Rubella-MMR) ກ່ອນທີ່ຈະເດີນທາງໄປຕ່າງປະເທດ ທີ່ມີ ໂຣກຫັດ ຫຼືໄຂ້ໝາກແດງ (Measles), ຫຼືບ່ອນທີ່ການລະບາດຂອງ ໂຣກຫັດຫຼື ໄຂ້ໝາກແດງ (Measles) ເກີດຂຶ້ນ."

Professor Kelly ໄດ້ກ່າວວ່າ ຢາວັກຊີນສອງເຂັມ ໃຫ້ການປ້ອງກັນພະຍາດນີ້ຕລອດຊີວິດ ໃນ 99 ເປີເຊັນ ຂອງຄົນທີ່ໄດ້ຮັບການສັກຢາ.

"ຄົນທີ່ເຄີຍຕິດເຊື້ອມາກ່ອນ ກໍມີພູມຄຸ້ມກັນເຊັ່ນກັນ."

ອອສເຕຣເລັຍ ໃຫ້ຢາວັກຊີນ MMR ເຂັມທໍາອິດ ຕອນອາຍຸ 12 ເດືອນຊຶ່ງເປັນສ່ວນຫນຶ່ງຂອງ ຕາຕະລາງໂຄງການສ້າງພູມຄຸ້ມກັນ ແຫ່ງຊາດ(National Immunisation Program-NIP).

"ຖ້າເດັກທາລົກໄດ້ຮັບຢາວັກຊີນ MMR ໃນຕອນຕົ້ນ (ເຊັ່ນໃນຕອນອາຍຸແປດເດືອນ) ກ່ອນເດີນທາງໄປຕ່າງປະເທດ, ພວກເຂົາຍັງຈໍາເປັນຕ້ອງໄດ້ຮັບຢາຕອນອາຍຸ 12 ເດືອນ ແລະ 18 ເດືອນເພື່ອໃຫ້ສອດຄ່ອງກັບຕາຕະລາງ NIP ຂອງກະຊວງສາທາຣະນະສຸກ..

"ຢາວັກຊີນ MMRແມ່ນຟຣີ ສໍາລັບເດັກອ່ອນອາຍຸ 6 ຫາ 12 ເດືອນ ທີ່ເດີນທາງໄປເຂດ ທີ່ໄດ້ຮັບຜົນກະທົບ ຈາກໂຣກຫັດຫຼືໄຂ້ໝາກແດງ (Measles)"

ຣັຖບານອອສເຕຣເລັຍ  ກ່າວວ່າປະຊາຊົນທີ່ມີ Medicare ຍັງສາມາດໄດ້ຮັບຢາວັກຊີນຟຣີ ຈົນກວ່າພວກເຂົາເຈົ້າມີອາຍຸໄດ້ 20 ປີ ຖ້າຫາກພວກເຂົາເຈົ້າພາດການສັກຢາ NIP ຕາມປົກກະຕິທີ່ແນະນໍາໃນໄວເດັກ.

SBS ມີຄວາມມຸ່ງຫມັ້ນທີ່ໃຫ້ຂໍ້ມູນຫຼ້າສຸດກ່ຽວກັບ COVID-19 ທັງຫມົດ ແກ່ຊຸມຊົນທີ່ມີຫຼາຍວັທທະນະທັມ ແລະຫຼາຍພາສາຂອງອອສເຕຣເລັຍ. ຢູ່ຢ່າງປອດພັຍ ແລະ ຮັບຮູ້ຂໍ້ມູນໂດຍການໄປຢ້ຽມຢາມເປັນປະຈໍາ

Share
Published 30 December 2022 12:21pm
By Sahil Makkar
Presented by Sak Phoumirath
Source: SBS


Share this with family and friends