ສະຖານທີ່ເຮັດວຽກໃນ ອອສເຕຣເລັຍ ຄວນຍົກເລີກຂໍ້ກຳໜົດ ວັກຊີນ COVID ຫຼືບໍ່?

ບໍຣິສັດຕ່າງໆເຊັ່ນ: Coles ແລະ Qantas ໄດ້ຍົກເລີກຂໍ້ກຳໜົດ ວັກຊີນ COVID-19 ສໍາລັບພະນັກງານຂອງຕົນ. ແຕ່ນາຍຈ້າງຫຼາຍຄົນ ຍັງຮຽກຮ້ອງ ໃຫ້ພະນັກງານຂອງຕົນໃຫ້ມີ ການສັກຢາວັກຊີນ ເຖິງແມ່ນວ່າ ຣັດ ແລະເຂດປົກຄອງ ຈະຍຸດຕິຄໍາສັ່ງ ດ້ານສຸຂະພາບສາທາຣະນະ.

Female medical student raising hand in class

Experts say vaccines don't prevent COVID-19 transmission for a long period. (Representative image) Credit: Fly View Productions/Getty Images

ຈຸດສຳຄັນ:
  • ນາຍົກ ຣັຖມົນຕີ NSW, Dominic Perrottet ກ່າວວ່າ ຢາວັກຊີນ COVID-19 ບໍ່ຢຸດການແພ່ຂອງໂຣກ
  • ສາດສະດາຈານ Peter Collignon ກ່າວວ່າ ຂໍ້ບັງຄັບການສັກວັກຊີນຄວນຖືກລົບລ້າງ
  • ປະທານ AMA, ທ່ານ Steve Robson, ສນັບສນຸນຂໍ້ກຳໜົດການ ສັກຢາວັກຊີນ COVID-19 ສໍາລັບທ່ານຫມໍ
ອະດີດພະນັກງານຮັກສາສຸຂະພາບ Laura (ປ່ຽນຊື່) ກ່າວວ່າ ລາວຖືກອອກຈາກວຽກໂດຍບໍ່ໄດ້ຮັບຄ່າຈ້າງ ແລະ ໃນທີ່ສຸດກໍຖືກເລີກຈ້າງງານເມື່ອສອງປີກ່ອນ ຍ້ອນປະຕິເສດການສັກຢາ COVID-19 ດ້ວຍເຫດຜົນສ່ວນຕົວ.

ນາງ Laura ຜູ້ຫາລ້ຽງຄອບຄົວຄົນດຽວ ຕ້ອງເຮັດວຽກຕ່າງໆເທົ່າທີ່ເຮັດໄດ້, ຂາຍຂອງຕ່າງໆ ແລະໃຊ້ເງິນທີ່ເກັບໂຮມໄວ້ມາໃຊ້ ເພື່ອໃຫ້ຄອບຄົວຢູ່ໄດ້.

"ຂ້ອຍບໍ່ສາມາດເສັຍຄ່າລອຍນ້ຳ ຫຼືການນັດຫມາຍທ່ານໝໍເດັກນ້ອຍ ສໍາລັບລູກຂອງຂ້ອຍ. ຂໍ້ກຳໜົດບໍ່ຄວນເກີດຂຶ້ນ. ນີ້ແມ່ນຊີວິດການເປັນຢູ່ຂອງຄົນ. ບໍ່ແມ່ນເລື່ອງເລັກນ້ອຍ." ນາງ Laura ໄດ້ບອກກັບ SBS.

"ດຽວນີ້ ມັນເປັນຂໍ້ມູນມວນຊົນ ທີ່ວ່າຢາວັກຊີນ ບໍ່ສາມາດປ້ອງກັນການແພ່ລະບາດ ຫຼືການຕິດເຊື້ອໄດ້. ສະນັ້ນ ເປັນຫຍັງຄົນຄືຂ້ອຍຈຶ່ງຖືກລົງໂທດຢ່າງຫນັກ ຍ້ອນບາງສິ່ງທີ່ ບໍ່ເຄີຍມີການພິສູດໃນຕອນນັ້ນ."
ການສໍາພາດເມື່ອບໍ່ດົນມາ ນີ້ໂດຍນາຍົກຣັຖມົນຕີ New South Wales, ທ່ານ Dominic Perrottet, ໄດ້ເຮັດໃຫ້ເກີດການໂຕ້ຖຽງກັນ ກ່ຽວກັບຂໍ້ບັງຄັບກ່ຽວກັບຢາວັກຊີນ COVID-19.

ທ່ານ Perrottet ໄດ້ບອກກັບ ວ່າ "ບໍ່ມີຫລັກຖານໃດໆ ທີ່ວ່າຢາວັກຊິນ ຢຸດການແພ່ເຊື້ອ”

ຢາວັກຊີນຢຸດການແພ່ລະບາດບໍ່?

ສາດສະດາຈານ Steve Robson ປະທານສະມາຄົມການແພດຂອງ ອອສເຕຣເລັຍ (Australian Medical Association) ກ່າວວ່າ ມັນບໍ່ເປັນຄວາມຈິງທີ່ວ່າ ຢາວັກຊີນ ບໍ່ຢຸດການແພ່ລະບາດ.

Prof Robson ກ່າວກັບ SBS ວ່າ "ຖ້າຄົນທີ່ໄດ້ຮັບການສັກຢາວັກຊີນ COVID-19, ພວກເຂົາເຈົ້າ ຍັງມີໂອກາດຫນ້ອຍ ທີ່ຈະແພ່ເຊື້ອ COVID-19 ໄປຫາຜູ້ທີ່ໃກ້ຊິດອື່ນໆ ຫລາຍກວ່າ ຖ້າຫາກວ່າພວກເຂົາເຈົ້າ ບໍ່ໄດ້ຮັບການສັກຢາວັກຊີນເລີຍ."

Prof Robson Nature ໃນວັນທີ 26 ສິງຫາ 2022ເພື່ອເປັນຫຼັກຖານວ່າ ຢາວັກຊີນ COVID ແລະ ການຕິດເຊື້ອ ກ່ອນຫນ້ານີ້ ເຮັດໃຫ້ຄວາມສ່ຽງ ຕໍ່ການແຜ່ລະບາດຂອງ Omicron ນັ້ນຫຼຸດລົງ.

ແຕ່ການສຶກສາດຽວກັນ ຕັ້ງຂໍ້ສັງເກດວ່າ "ປໂຍດຂອງຢາວັກຊີນ ໃນການຫຼຸດການແພ່ເຊື້ອ Omicron ນັ້ນ....ບໍ່ດົນ."
Coles
On 1 March 2023, Coles joined other Australian employers in dropping their COVID-19 vaccination requirement for its team members at stores, distribution centres and other sites. Source: AAP / JAMES GOURLEY/AAPIMAGE
ສາດສະດາຈານ Peter Collignon, ຫມໍປົວພະຍາດຕິດເຊື້ອ ແລະຈຸນລະຊີບ ທີ່ໂຮງຫມໍ Canberra, ກ່າວວ່າ ຢາວັກຊີນຊ່ວຍຫຼຸດການແພ່ລະບາດ.

Prof Collignon ກ່າວວ່າ "ແຕ່ບໍ່ແມ່ນ ເທົ່າທີ່ພວກເຮົາຫລາຍຄົນຈະຄາດຫວັງ.

"ນີ້ເປັນບັນຫາຫຼັກ ນັບແຕ່ສາຍພັນ Delta ແລະ Omicron ໄດ້ແພ່ຂຍາຍອອກໄປ ແລະຄວາມສາມາດຂອງມັນ ທີ່ຈະລົບຫຼີກຈາກຜົນກະທົບຂອງຢາວັກຊີນໄດ້ດີຂຶ້ນ.
ມັນ (vaccine) ຍັງປ້ອງກັນການຕິດເຊື້ອ ທີ່ບໍ່ຮຸນແຮງໄດ້ປະມານ 30 ເປີເຊັນ ແຕ່ພຽງບໍ່ເທົ່າໃດເດືອນເທົ່ານັ້ນ
Professor Peter Collignon
ສາດສະດາຈານ Catherine Bennett, ປະທານ ຄນະ ໂຣດລະບາດ ຂອງມະຫາວິທະຍາໄລ Deakin ກ່າວວ່າ ບໍ່ມີການສຶກສາ ການແພ່ເຊື້ອ ຢ່າງລະອຽດ ສໍາລັບການສັກຢາວັກຊີນຫຼ້າສຸດ ທີ່ແນໃສ່ສາຍພັນໃຫມ່.

Professor Bennett ກ່າວວ່າ "ແຕ່ພວກເຮົາຮູ້ວ່າ ປະສິດທິພາບ ໃນການແພ່ເຊື້ອຫລຸດລົງ ສໍາລັບຢາວັກຊິນເດີມ ເມື່ອ Delta ໄດ້ມາເຖິງ.

"ຂໍ້ມູນຫຼ້າສຸດ ອອກຈາກອັງກິດ ສະແດງໃຫ້ເຫັນວ່າ ຢ່າງຫນ້ອຍມັນມີປະສິດທິຜົນ ໃນໄລຍະສັ້ນ ຢ່າງນອ້ຍສອງຫາສາມເດືອນ ໃນການຫລຸດຜ່ອນຄວາມສ່ຽງຂອງການຕິດເຊື້ອ ຫຼັງຈາກໄດ້ຮັບ booster"

ບ່ອນເຮັດວຽກທີ່ຍັງເຫຼືອ ຄວນຍົກເລີກຄໍາສັ່ງໃຫ້ສັກຢາບໍ?

ບາງບໍຣິສັດເອກະຊົນ, ຫນ່ວຍບໍຣິການສຸກເສີນ, ສະຖານທີ່ດູແລຜູ້ສູງອາຍຸ ແລະ ຄົນພິການ ແລະຜູ້ໃຫ້ການບໍຣິການດູແລສຸຂະພາບ ຢືນຢັນວ່າ ພະນັກງານຂອງຕົນໄດ້ຮັບການສັກຢາວັກຊີນຢ່າງຄົບຖ້ວນ, ໂດຍອ້າງເຖິງກົດຫມາຍສຸຂະພາບ ແລະຄວາມປອດພັຍ ໃນບ່ອນເຮັດວຽກ.
ໃນຂັ້ນນີ້, ເນື່ອງຈາກປະສິດທິພາບຕ່ຳຂອງຢາວັກຊີນ ໃນການຢຸດ ຫຼືຫຼຸດການແພ່ລະບາດ, ພວກເຮົາບໍ່ຄວນມີຄໍາສັ່ງອີກຕໍ່ໄປ
Prof Collignon
"ສິ່ງສໍາຄັນຄືໃຫ້ແນ່ໃຈວ່າ ຜູ້ອາສັຍໃນສະຖານທີ່ພັກ
ທຸກຄົນ ໄດ້ຮັບການສັກຢາປ້ອງກັນ ພ້ອມທັງ boosters. ນັ້ນແມ່ນ ວິທີຫຼັກທີ່ທ່ານຈະຫລຸດການຕາຍຈາກ COVID ລົງ." Prof Collignon ກ່າວ.

"ການເນັ້ນຫນັກ ໃສ່ຄໍາສັ່ງຢາວັກຊີນ ຕໍ່ພະນັກງານອາຍຸນ້ອຍ ແມ່ນບໍ່ຖືກຕ້ອງ.ເຮົາຕ້ອງເນັ້ນຫນັກໃສ່ຜູ້ສູງອາຍຸ, ໂດຍສະເພາະ ແມ່ນຜູ້ທີ່ຢູ່ໃນສະຖານທີ່ພັກຄົນຊະຣາ, ທ່ານກ່າວຕື່ມ.
ຢ່າງໃດກໍຕາມ, ປະທານຂອງ AMA, ທ່ານ Prof Robson, ມີຄວາມເຫັນທີ່ແຕກຕ່າງອອກໄປ.

Prof Robson ກ່າວວ່າ ກະຊວງສາທາຣະນະສຸກ ຂອງອອສເຕຣເລັຍໄດ້ສັ່ງໃຫ້ສັກວັກຊີນໄຂ້ຫວັດໃຫຍ່ ແລະວັກຊີນໄວຣັສຕັບອັກເສບ ບີ (Hepatitis B) ສໍາລັບພະນັກງານສາທາຣະນະສຸກ ທີ່ມີການສຳຜັດທາງຮ່າງກາຍກັບຄົນເຈັບ ຫລືຕົວຢ່າງຈາກຄົນເຈັບ.

"ສິ່ງນີ້ ທັງຊ່ວຍປົກປ້ອງຄົນເຈັບ ແລະພະນັກງານສາທາຣະນະສຸກໃນບ່ອນເຮັດວຽກ."

"ຄົນເຈັບ ທີ່ຢູ່ໃນສະຖານທີ່ພັກຄົນຊະຣາ ແລະຄົນພິການ ມັກຈະມີຄວາມສ່ຽງຫຼາຍ. ດ້ວຍເຫດຜົນເຫຼົ່ານີ້, ພວກເຮົາສນັບສນູນທ່ານຫມໍ ທີ່ເບິ່ງແຍງຄົນເຈັບ ໃຫ້ໄດ້ຮັບການສັກຢາວັກຊີນ ບໍ່ພຽງແຕ່ຕໍ່ຕ້ານການຕິດເຊື້ອ COVID ເທົ່ານັ້ນ ແຕ່ຮວມທັງໂຣກຕິດຕໍ່ອື່ນໆນຳ."
Prof Bennett ກ່າວວ່າ ແຕ່ລະສະຖານະການ ຕ້ອງປະເມີນຄວາມສ່ຽງຂອງການແພ່ເຊື້ອ.

ນາງກ່າວວ່າ "ຄວາມສ່ຽງຂອງການແພ່ເຊື້ອຢູ່ບ່ອນເຮັດວຽກສູງຂຶ້ນເທົ່າໃດ, ມັນກໍຍິ່ງສົມຄວນ ທີ່ຈະມີກົດລະບຽບບາງຢ່າງ ທີ່ຊ່ວຍຈັດການກັບຄວາມສ່ຽງນັ້ນ."

"ມັນສົມເຫດສົມຜົນທີ່ວ່າ ໃນສະຖານະການ ທີ່ມີຄວາມສ່ຽງສູງ, ຢ່າງການປິ່ນປົວສຸຂະພາບ, ຊຶ່ງມີຂໍ້ກຳໜົດຢູ່ແລ້ວ ສໍາລັບການສັກຢາວັກຊີນໄຂ້ຫວັດ ກໍຈະມີຂໍ້ກຳໜົດ ທີ່ຄ້າຍຄືກັນສໍາລັບ COVID."

ຈຸດຢືນຂອງ
ແມ່ນຫຍັງ?

ກະຊວງສາທາຣະນະສຸກ ແລະການດູແລຜູ້ສູງອາຍຸ ຂອງອອສເຕຣເລັຍກ່າວວ່າ ຕົນສນັບສນູນການສັກຢາປ້ອງກັນຢ່າງແຮງ, ແຕ່ຈຸດຢືນຂອງຣັຖບານກ່ຽວກັບການສັກຢາ COVID-19 ຄື ເປັນຄວາມສມັກໃຈ.

"ຣັຖບານອອສເຕຣເລັຍ ບໍ່ມີຄວາມຮັບຜິດຊອບ ຕໍ່ຂໍ້ບັງຄັບກ່ຽວກັບຢາວັກຊີນໃດໆ."

ມັນກ່າວຕື່ມວ່າ "ຄໍາສັ່ງດ້ານສາທາຣະນະສຸກ ຂອງຣັດ ແລະເຂດປົກຄອງ ອາດຈະຣະບຸຂໍ້ກໍາໜົດ ໃຫ້ມີການສັກຢາວັກຊີນ ທີ່ຈໍາເປັນສໍາລັບບາງອາຊີບ ແລະຈຳກັດການຍົກເວັ້ນນໍາໃຊ້ໃນບາງອາຊີບ.”

NSW Health ປະຕິເສດ ທີ່ຈະສະແດງຄວາມເຫັນ, ໂດຍກ່າວວ່າ ມັນເປັນເລື່ອງຂອງຣັຖບານຂອງແຕ່ລະຣັດ, ໃນຂນະທີ່ Victoria Health ກ່າວວ່າ ມັນຂຶ້ນກັບບ່ອນເຮັດວຽກ ຂອງແຕ່ລະບ່ອນທີ່ຈະກໍານົດນະໂຍບາຍ ການສັກຢາຂອງຕົນເອງ.

ການກັບຄືນ ຂອງພະນັກງານສາທາຣະນະສຸກ

ນາງ Laura ພະນັກງານສາທາຣະນະສຸກ "ຍັງສອງຈິດສອງໃຈ" ວ່ານາງຈະກັບຄືນໄປເຮັດໜ້າທີ່ເດີມຫຼືບໍ່ ຫາກຄໍາສັ່ງ ກ່ຽວກັບວັກຊີນຖືກລົບລ້າງໃນ ບ່ອນເຮັດວຽກ ຂອງນາງ.

"ສະພາບແວດລ້ອມການເຮັດວຽກ ໄດ້ປ່ຽນໄປໃນທາງຮ້າຍລົງກວ່າເກົ່າ. ຂ້ອຍບໍ່ແນ່ໃຈວ່າ ຂ້ອຍຍັງຢາກເປັນສ່ວນໜຶ່ງ ຂອງລະບົບທີ່ໄດ້ປະຕິບັດ ຕໍ່ຫມູ່ຂອງຂ້ອຍ ແລະຕໍ່ຂ້ອຍ ຢ່າງບໍ່ຍຸຕິທັມ." ນາງກ່າວ

ປະທານ AMA, ທ່ານ Prof Robson, ກ່າວວ່າ ພະນັກງານສາທາຣະນະສຸກ ສ່ວນໃຫຍ່ ທີ່ອອກຈາກລະບົບ ບໍ່ມີສ່ວນກ່ຽວຂ້ອງ ກັບຂໍ້ບັງຄັບກ່ຽວກັບວັກຊີນ.

"ບັນຫາຫຼັກແມ່ນຄວາມກົດດັນ, ຂາດການສນັບສນູນຕໍ່ພະນັກງານສາທາຣະນະສຸກ, ສະພາບການເຮັດວຽກ ແລະ ຄ່າຕອບແທນທີ່ບໍ່ດີ, ແລະ ບັນຫາອື່ນໆ.

ທ່ານ Prof Robson ກ່າວຕື່ມວ່າ "ພວກເຮົາຄິດວ່າ ມັນບໍ່ໜ້າເປັນໄປໄດ້ຫລາຍ ທີ່ການຍົກເລີກຂໍ້ກຳໜົດ ຂອງຢາວັກຊີນ ຈະກະຕຸ້ນພະນັກງານສາທາຣະນະສຸກໄດ້ຢ່າງໄວ-ຊຶ່ງແນ່ນອນວ່າ ສິ່ງນີ້ອາດກ່ຽວຂ້ອງຫຼາຍພໍ ກັບພະນັກງານສາທາຣະນະສຸກບາງຄົນ ທີ່ພວກເຂົາຈະອອກຈາກລະບົບນັ້ນ."
Professor Bennett ໄດ້ກ່າວວ່າ ພະນັກງານ ອາດຈະກັບຄືນໄປບ່ອນເຮັດວຽກເຫຼົ່ານັ້ນ ໂດຍບໍ່ມີຂໍ້ກຳໜົດ ການສັກຢາວັກຊີນອື່ນໆ, ເຊັ່ນໄຂ້ຫວັດໃຫຍ່ ຖ້າຫາກວ່າຄໍາສັ່ງ COVID ຖືກລົບລ້າງ.

ນາງກ່າວວ່າ "ແຕ່ອາດຈະມີຄວາມລັງເລໃຈບາງຢ່າງ ທີ່ຈະກັບຄືນສູ່ບົດບາດແນວຫນ້າ ເພາະບໍ່ມີການຮັບປະກັນວ່າ ຂໍ້ກຳໜົດຈະກັບຄືນມາອີກຫຼືບໍ່ ຖ້າຫາກມີສາຍພັນໃໝ່ເກີດຂຶ້ນ ທີ່ກໍ່ໃຫ້ເກີດຄວາມສ່ຽງ ຕໍ່ສຸຂະພາບຫຼາຍຂຶ້ນ."

ທ່ານ Prof Collignon ກ່າວວ່າພວກຄົນງານກັບຄືນມາລະບົບ ຈະເປັນປໂຍດຕໍ່ພື້ນທີ່ ທີ່ມີການຂາດແຄນພະນັກງານ.

SBS ມີຄວາມມຸ່ງຫມັ້ນທີ່ຈະສນອງການປັບປຸງຂໍ້ມູນຫຼ້າສຸດກ່ຽວກັບ COVID-19 ທັງຫມົດໃຫ້ແກ່ຊຸມຊົນທີ່ມີຫຼາຍວັທະນະທັມ ແລະຫຼາຍພາສາຂອງອອສເຕຣເລັຍ. ຢູ່ຢ່າງປອດພັຍ ແລະ ຮັບຮູ້ຂໍ້ມູນໂດຍການໄປຢ້ຽມຢາມເປັນປະຈໍາ ທີ່:

Share
Published 29 March 2023 3:29pm
By Sahil Makkar, Yumi Oba
Presented by Sak Phoumirath
Source: SBS


Share this with family and friends