Latest

ອອສເຕຣເລັຍອະນຸມັດຢາວັກຊີນ bivalent ຂອງ Pfizer ທີ່ແນໃສ່ສາຍພັນ BA.4 ແລະ BA.5

ນີ້ແມ່ນການອັບເດດປະຈໍາອາທິດຫຼ້າສຸດ ຂອງທ່ານ ກ່ຽວກັບ COVID-19 ໃນອອສເຕຣເລັຍ.

Travel: Sydney

People at Harbour Bridge in Sydney, Australia. Credit: Sergi Reboredo/Sipa USA

ຈຸດສຳຄັນ
  • ນັກວິທະຍາສາດອອສເຕຣເລັຍ ກ້າວເຂົ້າສູ່ຂັ້ນຕໍ່ໄປ ຂອງການພັດທະນາ ຢາວັກຊີນທີ່ປ້ອງກັນ ຕົວປ່ຽນພັນໃໝ່ ຂອງ COVID-19
  • COVID-19 ຍັງສືບຕໍ່ເປັນພາວະສຸກເສີນ ດ້ານສາທາຣະນະສຸກ ຂອງຄວາມກັງວົນ ຫຼືການລະບາດສາກົນ: WHO
  • ສາຍພັນ XBB.1.5 ສາມາດຫຼົບພູມຕ້ານທານສູງຂຶ້ນ ກວ່າຕົວປ່ຽນພັນOmicron ຊະນິດອື່ນໆ ໃນຄົນທີ່ສັກຢາວັກຊີນສາມເຂັມ
ອົງການຄຸ້ມຄອງສິນຄ້າປິ່ນປົວ ຂອງອອສເຕຣເລັຍ (Australia's Therapeutic Goods Administration-TGA) ໄດ້ໃຫ້ການອະນຸມັດຊົ່ວຄາວ ແກ່ຢາວັກຊີນ COVID-19 bivalent ຂອງ Pfizer ທີ່ແນໃສ່ຕົວປ່ຽນພັນ BA.4 ແລະ BA.5 ສໍາລັບການນໍາໃຊ້ເປັນຢາ booster ໃນບຸກຄົນທີ່ມີອາຍຸ 12 ປີຂຶ້ນໄປ.

Pfizer BA.1 Omicron/ຢາວັກຊີນ bivalent ອັນເດີມໄດ້ຮັບການອະນຸມັດຊົ່ວຄາວ ໃນວັນທີ 27 ຕຸລາ 2022.

ຈໍານວນຜູ້ຕິດເຊື້ອໃຫມ່ ປະຈໍາອາທິດຍັງສືບຕໍ່ ຫຼຸດລົງໃນທົ່ວຣັດ ແລະເຂດປົກຄອງຕ່າງໆ.

ໃນ ວັນສຸກ New South Wales ໄດ້ລາຍງານຜູ້ຕິດເຊື້ອ COVID ປະຈໍາອາທິດໃຫມ່ 7,653 ກໍຣະນີ ເມື່ອທຽບໃສ່ກັບ 9,062 ກໍຣະນີໃນອາທິດກ່ອນ. ສ່ວນ Victoria ໄດ້ລາຍງານ 3,446 ກໍຣະນີ ທຽບໃສ່ 4,912 ກໍຣະນີໃນອາທິດຜ່ານມາ.
ນັກວິທະຍາສາດ ທີ່ສະຖາບັນ UNSW RNA, Garvan Institute of Medical Research ແລະ the Kirby Institute ໄດ້ກ້າວໄປສູ່ຂັ້ນຕອນຕໍ່ໄປ ຂອງການພັດທະນາ ວັກຊີນທີ່ປ້ອງກັນ ການປ່ຽນພັນ ຂອງ COVID-19 ໄດ້.

ເຂົາເຈົ້າຄາດວ່າ ຈະເລີ່ມຕົ້ນການທົດລອງ ທາງຄລີນິກ ໃນທ້າຍປີນີ້.

ຂໍ້ກຳນົດຂອງການປັບປຸງຢາ booster ຈະສິ້ນສຸດລົງ ເມື່ອວັກຊີນປ້ອງກັນຕົວປ່ຽນນີ້ ໄດ້ຮັບການພັດທະນາ ແລະໄດ້ຮັບການອະນຸມັດໃນການນໍາໃຊ້.

ສະຫະຣັດ ກໍາລັງດຳເນີນການກ່ຽວກັບການ ສັກຢາຫນຶ່ງເຂັມຕໍ່ປີ.
ຣັຖບານ Victoria ໄດ້ເຕືອນໃຫ້ປະຊາຊົນ ໃນຣັດທຸກຄົນ ສາມາດຮັບເອົາຫໍ່ RATs ຟຣີສອງຫໍ່ ສໍາລັບຕົນເອງ ແລະສອງຫໍ່ສໍາລັບແຕ່ລະຄອບຄົວ ຈາກເທດສະບານທ້ອງຖິ່ນຂອງເຂົາເຈົ້າ.

ສຳລັບຄົນພິການ ຫຼືຜູ້ເບິ່ງແຍງ ສາມາດຮັບໄດ້ເຖິງສີ່ຫໍ່.

ປະຈຸບັນນີ້ WHO ກໍາລັງຕິດຕາມສາຍພັນ Omicron ສີ່ສາຍ ຢ່າງໃກ້ຊິດ. ຕົວປ່ຽນ(variants) ເຫຼົ່ານີ້ແມ່ນ BF.7, BQ.1, BA.2.75 ແລະ XBB (ລວມທັງ XBB.1.5).
WHO ໄດ້ກ່າວວ່າ XBB.1.5 ມີຂໍ້ໄດ້ປຽບໃນການເຕີບໂຕ ແລະການຫຼົບໜີຈາກພູມຄຸ້ມກັນທີ່ສູງກວ່າ ຈາກຕົວປ່ຽນ Omicron ອື່ນໆ ໃນບຸກຄົນທີ່ໄດ້ຮັບການສັກຢາວັກຊີນ mRNA ສາມເຂັມ.

ເຖິງຢ່າງໃດກໍ່ຕາມ, ບໍ່ມີສັນຍານເບື້ອງຕົ້ນ ຂອງການເພີ່ມຂຶ້ນ ຂອງພະຍາດ ທີ່ ມາຈາກຕົວປ່ຽນ (variant) ນີ້.

ຫຼາຍກວ່າ 50 ປະເທດ ໄດ້ລາຍງານກ່ຽວກັບຕົວປ່ຽນນີ້, ໂດຍສະຫະຣັດ (75 ເປີເຊັນ), ອັງກິດ (9.9 ເປີເຊັນ) ແລະ ການາດາ (3 ເປີເຊັນ) ທີ່ລາຍງານຜູ້ຕິດເຊື້ອສູງສຸດ.

ຄນະກັມມະການ ສຸກເສີນຂອງ WHO ໃນວັນພະຫັດ ໄດ້ຕັດສິນວ່າ COVID-19 ຍັງສືບຕໍ່ເປັນພາວະສຸກເສີນ ດ້ານສາທາຣະນະສຸກ ທີ່ສ້າງຄວາມເປັນຫ່ວງ ຫຼືການຣະບາດສາກົນ (Public Health Emergency of International Concern or pandemic)

ຄນະກັມມະການ ໄດ້ປະກາດ COVID-19 ເປັນພະຍາດຣະບາດ ໃນກອງປະຊຸມ ໃນວັນທີ 30 ມັງກອນ 2020.

ຊອກຫາຄລີນິກກວດ Long COVID
ຊອກຫາຄລີນິກກວດ COVID-19

ລົງທະບຽນຜົນກວດ RAT ຂອງທ່ານໃນບ່ອນນີ້, ຫາກຜົນກວດເປັນບວກ.

ກ່ອນທ່ານເດີນທາງໄປຕ່າງປະເທດ, ກວດເບິ່ງຂໍ້ກຳໜົດຫຼ້າສຸດ ແລະຄຳແນະນຳ

ຂໍ້ມູນເພື່ອຊ່ອຍຄວາມເຂົ້າໃຈ

ອ່ານຂໍ້ມູນກ່ຽວກັບ COVID-19 ໃນພາສາຂອງທ່ານ ໄດ້ທີ່:


Share
Published 31 January 2023 1:48pm
By Sahil Makkar
Presented by Sak Phoumirath
Source: SBS


Share this with family and friends