ແມ່ຍິງຖືພາແລະໃຫ້ນົມລູກ ແລະມີຜົນກວດໂຄວິດເປັນບວກ, ຈະສາມາດໃຊ້ຢາ ຕ້ານໄວຣັສໄດ້ບໍ?

Paxlovid ເປັນຢາຕ້ານໄວຣັສ ທີ່ຖືກກ່າວເຖິງວ່າ ເປັນໂຕປ່ຽນເກມ ໃນການຕໍ່ສູ້ກັບ COVID-19. ມີລາຍງານວ່າ ມັນຊ່ອຍຫຼຸດຄວາມສ່ຽງ ຂອງການເຂົ້າໂຮງຫມໍ ແລະການເສັຍຊີວິດ ໃນຜູ້ປ່ວຍ COVID-19 ທີ່ບໍ່ຮຸນແຮງ.

Mother with protective mask breastfeeding her baby son at home

WHO recommends Paxlovid in pregnant and breastfeeding mothers, but Australians will have to wait. (Representative image.) Credit: South_agency/Getty Images

ຈຸດສຳຄັນ:
  • WHO ແນະນໍາໃຫ້ແມ່ຍິງທີ່ຖືພາແລະໃຫ້ນົມລູກ ໃຫ້ປຶກສາກັບທ່ານຫມໍ ສໍາລັບ 'ຜົນປໂຍດທີ່ອາດເປັນໄປໄດ້'
  • ອອສເຕຣເລັຍ ບໍ່ໄດ້ແນະນໍາ Paxlovid ໃຫ້ແມ່ຍິງທີ່ຖືພາ ແລະໃຫ້ນົມລູກແລະແມ່ຍິງທີ່ມີຄວາມສາມາດໃນການເກີດລູກ.
  • ການຄົ້ນຄວ້າຈາກ Johns Hopkins Medicine ສະແດງໃຫ້ເຫັນວ່າ Paxlovid ປອດພັຍຕໍ່ການຖືພາ.
ໃນຄໍາແນະນໍາຫຼ້າສຸດໃນວັນທີ 13 ມັງກອນ, ອົງການອະນາໄມໂລກ (The World Health Organization) ໄດ້ຂໍໃຫ້ແມ່ຍິງທີ່ຖືພາແລະໃຫ້ນົມລູກ ທີ່ຕິດ COVID-19 ທີ່ບໍ່ຮຸນແຮງໃຫ້ພິຈາຣະນາໃຊ້ Paxlovid.

"WHO ໄດ້ແນະນໍາ ໃຫ້ແມ່ຍິງທີ່ຖືພາ ແລະໃຫ້ນົມລູກປຶກສາກັບທ່ານຫມໍຂອງເຂົາເຈົ້າ ເພື່ອຕັດສິນໃຈວ່າ ຄວນໃຊ້ຢານີ້ຫລືບໍ່ ເນື່ອງຈາກ "ປໂຍດ ແລະບໍ່ມີລາຍງານທີ່ບໍ່ດີ (ກ່ຽວກັບການໃຊ້ຢານີ້)"

ເຖິງຢ່າງໃດກໍ່ຕາມ, ແມ່ຍິງອອສເຕຣເລັຍຈະຕ້ອງໄດ້ລໍຖ້າ ເນື່ອງຈາກໜ່ວຍງານກຳກັບດູແລຢາລະດັບສູງຂອງປະເທດ, ອົງການຄຸ້ມຄອງສິນຄ້າການປິ່ນປົວ (Therapeutic Goods Administration), ບໍ່ອະນຸຍາດໃຫ້ Paxlovid ໃຊ້ໃນຜູ້ຍິງທີ່ຖືພາ, ແມ່ທີ່ໃຫ້ນົມລູກ ແລະ ແມ່ຍິງທີ່ມີຄວາມອາດສາມາດໃນການເກີດລູກ.

TGA ອະນຸມັດ ການໃຊ້ຢາໃນກຸ່ມ ທີ່ມີໂຣກປະຈຳຕົວບາງກຸ່ມເທົ່ານັ້ນ
ອອສເຕຣເລັຍ ຍັງສືບຕໍ່ຮັກສາຈຸດຢືນຂອງຕົນ ເຖິງແມ່ນວ່າຈະມີການແນະນໍາຂອງ WHO ທີ່ອັບເດດແລ້ວກໍຕາມ.

ກະຊວງສາທາຣະນະສຸກ ກ່າວວ່າ Pfizer ບໍ່ໄດ້ໃຫ້ຂໍ້ມູນ ກ່ຽວກັບການນໍາໃຊ້ Paxlovid ໃນແມ່ຍິງຖືພາເມື່ອ TGA ໄດ້ອະນຸມັດການສມັກເບື້ອງຕົ້ນຂອງຕົນໃນວັນທີ 18 ມັງກອນ 2022.
ດັ່ງນັ້ນ, ບໍ່ແນະນໍາໃຫ້ໃຊ້ໃນແມ່ຍິງຖືພາ ແລະ ແມ່ທີ່ກຳລັງໃຫ້ນົມລູກ.
ກະຊວງສາທາຣະນະສຸກ, ອອສເຕຣເລັຍ
"ນີ້ແມ່ນສອດຄ່ອງກັບຄໍາແນະນໍາຂອງ ອົງການຢາຢູໂຣບ (European Medicines Agency -EMA) ແລະ ອົງການຄຸ້ມຄອງຢາ ແລະສຸຂະພາບຂອງອັງກິດ (Medicines and Healthcare products Regulatory Agency - MHRA)."

ຄໍາແນະນໍາດ້ານສຸຂະພາບຂອງຣັຖບານ Western Australian ແກ່ແມ່ຍິງຖືພາ ຫລືຜູ້ທີ່ວາງແຜນຈະມີລູກບໍ່ໃຫ້ໃຊ້ Paxlovid.

"ໂທຫາທ່ານຫມໍທັນທີ ຖ້າທ່ານຖືພາໃນຂນະທີ່ກິນຢານີ້. Paxlovid ອາດມີຜົນກະທົບຕໍ່ຢາຄຸມກໍາເນີດ, patches ແລະ ແຫວນຊ່ອງຄອດ (vaginal rings)."

"ທ່ານຄວນໃຊ້ການຄຸມກໍາເນີດແບບອື່ນ ຫຼືວິທີການປ້ອງກັນເພີ່ມເຕີມເຊັ່ນ: ຖົງຢາງອະນາໄມໃນຂນະທີ່ທ່ານກໍາລັງໃຊ້ Paxlovid. ລົມກັບພະນັກງານສຸຂະພາບຂອງທ່ານ ກ່ຽວກັບວິທີການຄວບຄຸມການມີລູກທີ່ມີປະສິດທິພາບ." ຄຳແນະນຳເພີ່ມ.
ເຖິງຢ່າງໃດກໍຕາມ, Dr Nisha Khot ຜູ້ຊ່ຽວຊານຜະດຸງຄັນ ໃນ Melbourne ເຊື່ອວ່າຣັຖບານ ອອສເຕຣເລັຍ ຈະປັບປຸງແນວທາງ ໃຫ້ສອດຄ່ອງກັບຄໍາແນະນໍາຂອງ WHO ແລະ ການສຶກສາຄັ້ງຫຼ້າສຸດໃນໄວໆນີ້.

ທ່ານຫມໍ Khot ໄດ້ກ່າວວ່າ "ຜູ້ຊ່ຽວຊານດ້ານການແພດ ໃນອອສເຕຣເລັຍ ບໍ່ສາມາດສັ່ງຢາ Paxlovid ຫຼືຢາອື່ນໆໄດ້ ຖ້າບໍ່ໄດ້ຮັບອະນຸຍາດຈາກຣັຖບານກາງ."
ເມື່ອໄດ້ຮັບການອະນຸມັດ, Paxlovid ຈະເປັນທາງເລືອກໃນການປິ່ນປົວເພີ່ມເຕີມ ໃນແມ່ຍິງຖືພາ ແລະແມ່ໃຫ້ນົມລູກ. ມັນຍັງຈະຊ່ອຍຫຼຸດຄວາມເຄັ່ງຕຶງ ແລະຄວາມກັງວົນຂອງພວກເຂົາ.
ຊ່ຽວຊານດ້ານຜະດຸງຄັນ, Dr Nisha Khot, ທີ່ເມືອງ Melbourne.
ທ່ານຫມໍ Khot ໄດ້ກ່າວວ່າ ແມ່ຍິງທີ່ຖືພາແລະໃຫ້ນົມລູກ ສ່ວນໃຫຍ່ ໃນຣັດວິກຕໍເຣັຍ ຕອນນີ້ກໍາລັງລາຍງານການຕິດເຊື້ອ COVID-19 ທີ່ບໍ່ຮຸນແຮງ.

"ນີ້ອາດເປັນຍ້ອນອັດຕາການສັກຢາວັກຊີນ ແລະ booster ສູງ. ດ້ວຍເຫດນີ້ ພວກເຮົາຈຶ່ງບໍ່ສາມາດ ເນັ້ນເຖິງຄວາມສໍາຄັນຂອງການສັກຢາວັກຊີນ COVID-19 ໄດ້ພຽງພໍ." Dr Khot ກ່າວ.

ການຄົ້ນຄວ້າເມື່ອບໍ່ດົນມານີ້ໂດຍ Johns Hopkins Medicine Research ໃນ J ໄດ້ສະແດງໃຫ້ເຫັນວ່າ ຄົນຖືພາ ທີ່ຕິດເຊື້ອ SARS-CoV-2 ສາມາດໃຊ້ Paxlovid ໄດ້ຢ່າງປອດພັຍ ເພື່ອຫຼຸດຜ່ອນຄວາມເປັນໄປໄດ້ຂອງໂຣກຮ້າຍແຮງ.
ຢາໄດ້ຖືກນຳໃຊ້ເປັນຢ່າງດີ ໂດຍບໍ່ມີຫຼັກຖານວ່າ ມີການເພີ່ມຂຶ້ນຂອງອາການແຊກຊ້ອນ ທີ່ສົ່ງຜົນກະທົບຕໍ່ພໍ່ແມ່ທີ່ເກີດລູກ ຫຼືລູກຫຼານຂອງພວກເຂົາ.
Johns Hopkins Medicine Research
ການສຶກສາຄົ້ນຄວ້າໄດ້ຣະບຸວ່າ "ປະມານເຄິ່ງຫນຶ່ງ ຂອງການຄອດລູກຫຼັງຈາກໄດ້ຮັບການປິ່ນປົວດ້ວຍ Nirmatrelvir ແລະ Ritonavir (Paxalovid) ແມ່ນຜ່ານການຄອດດ້ວຍການຜ່າຕັດ (cesarean delivery).

ຣັຖບານອອສເຕຣເລັຍ ກ່າວວ່າ TGA ຮູ້ເຖິງການສຶກສາຂນາດນ້ອຍ ກ່ຽວກັບການໃຊ້ Paxlovid ໃນແມ່ຍິງຖືພາ ແລະອາດຈະພິຈາຣະນາໃບສມັກ ຫຼືອັບເດດໃຫມ່ຈາກ Pfizer.

ຢ່າງໃດກໍຕາມ, ມັນບໍ່ສາມາດບັງຄັບໃຫ້ Pfizer ສົ່ງຄໍາຮ້ອງສມັກ.
Pfizer ໄດ້ບອກກັບ SBS ວ່າມັນບໍ່ມີຂໍ້ມູນກ່ຽວກັບການໃຊ້ Paxlovid ທີ່ປອດພັຍໃນລະຫວ່າງການຖືພາ ແລະໃນເດັກກິນນົມແມ່ໃນລະຫວ່າງການໃຫ້ນົມລູກ.

"ແມ່ຍິງທີ່ສາມາດມີລູກໄດ້ ຄວນຫຼີກເວັ້ນການຖືພາ ໃນລະຫວ່າງການປິ່ນປົວ ແລະຈົນກວ່າຫຼັງຈາກເຈັດມື້ ຫຼັງຈາກຢຸດໃຊ້ Paxlovid."

"ຄວນຢຸດການໃຫ້ນົມລູກ ໃນລະຫວ່າງການປິ່ນປົວດ້ວຍ Paxlovid ແລະເປັນເວລາເຈັດມື້ຫຼັງຈາກໃຊ້ຢາ Paxlovid ເທື່ອສຸດທ້າຍ. ບໍ່ມີຂໍ້ມູນຂອງມະນຸດ ກ່ຽວກັບຜົນກະທົບຂອງ Paxlovid ຕໍ່ພາວະການຈະເລີນພັນ."
SBS ມີຄວາມມຸ່ງຫມັ້ນທີ່ຈະສນອງການປັບປຸງຂໍ້ມູນຫຼ້າສຸດກ່ຽວກັບ COVID-19 ທັງຫມົດໃຫ້ແກ່ຊຸມຊົນທີ່ມີຫຼາຍວັທະນະທັມ ແລະຫຼາຍພາສາຂອງອອສເຕຣເລັຍ. ຢູ່ຢ່າງປອດພັຍ ແລະ ຮັບຮູ້ຂໍ້ມູນໂດຍການໄປຢ້ຽມຢາມເປັນປະຈໍາ ທີ່:

Share
Published 25 January 2023 12:15pm
By Sahil Makkar
Presented by Sak Phoumirath
Source: SBS


Share this with family and friends